Toolbx
| Toolbx ບໍ່ແມ່ນການພິມຜິດ, ເບິ່ງໄດ້ທີ່ ໜ້າໂຄງການ. |
Fedora Atomic Desktops ແມ່ນແພລັດຟອມທີ່ດີເລີດສຳລັບການພັດທະນາແບບອີງໃສ່ຄອນເທນເນີ ແລະ ສຳລັບການເຮັດວຽກກັບຄອນເທນເນີ, ແນະນຳໃຫ້ໃຊ້ buildah ແລະ podman.
Fedora Atomic Desktops ຍັງມາພ້ອມກັບເຄື່ອງມື toolbx, ເຊິ່ງໃຊ້ຄອນເທນເນີເພື່ອສ້າງສະພາບແວດລ້ອມທີ່ສາມາດຕິດຕັ້ງ ແລະ ນຳໃຊ້ເຄື່ອງມືພັດທະນາ ແລະ ໄລບຣາຣີຕ່າງໆໄດ້.
ເປັນຫຍັງຈຶ່ງໃຊ້ toolbx?
Toolbx ເຮັດໃຫ້ການນຳໃຊ້ສະພາບແວດລ້ອມແບບຄອນເທນເນີສຳລັບການພັດທະນາຊອບແວ ແລະ ການແກ້ໄຂຈຸດບົກຜ່ອງໃນຊີວິດປະຈຳວັນເປັນເລື່ອງງ່າຍ. ໃນລະບົບປະຕິບັດການທີ່ໃຊ້ລະບົບໄຟລ໌ຮາກແບບອ່ານໄດ້ຢ່າງດຽວ (read-only root filesystems), ຄືກັບ Fedora Atomic Desktops, ມັນໄດ້ມອບສະພາບແວດລ້ອມແບບອີງໃສ່ແພັກເກດທີ່ຄຸ້ນເຄີຍ ເຊິ່ງສາມາດຕິດຕັ້ງ ແລະ ນຳໃຊ້ເຄື່ອງມື ແລະ ໄລບຣາຣີຕ່າງໆໄດ້. ແນວໃດກໍຕາມ, toolbx ກໍສາມາດນຳໃຊ້ໃນລະບົບທີ່ອີງໃສ່ແພັກເກດທົ່ວໄປໄດ້ເຊັ່ນກັນ.
ການນຳໃຊ້ Toolbx ເພື່ອລັນຂັ້ນຕອນການເຮັດວຽກຂອງທ່ານໃນຮູບແບບຄອນເທນເນີຈະມອບຂໍ້ດີຫຼາຍຢ່າງໃຫ້ທ່ານ:
-
ມັນຊ່ວຍໃຫ້ລະບົບປະຕິບັດການຫຼັກສະອາດ ແລະ ມີສະຖຽນລະພາບ, ແລະ ຊ່ວຍຫຼີກລ່ຽງຄວາມວຸ່ນວາຍທີ່ອາດເກີດຂຶ້ນຫຼັງຈາກການຕິດຕັ້ງເຄື່ອງມືພັດທະນາ ແລະ ແພັກເກດຈຳນວນຫຼາຍ.
-
ທ່ານສາມາດເຂົ້າເຖິງດິສທຣິບິວຊັນເວີຊັນຕ່າງໆທີ່ຮອງຮັບໄດ້ ໂດຍບໍ່ຂຶ້ນກັບເວີຊັນທີ່ທ່ານກຳລັງໃຊ້ງານຢູ່.
-
ຄອນເທນເນີເປັນວິທີທີ່ດີໃນການແຍກ ແລະ ຈັດລະບຽບສິ່ງທີ່ຈຳເປັນຕ້ອງໃຊ້ (dependencies) ສຳລັບໂຄງການຕ່າງໆ.
-
ຄອນເທນເນີເປັນພື້ນທີ່ປອດໄພໃນການທົດລອງ: ຫາກມີບາງຢ່າງຜິດພາດ, ທ່ານສາມາດຖິ້ມ toolbox ນັ້ນແລ້ວເລີ່ມໃໝ່ໄດ້ຢ່າງງ່າຍດາຍ.
ແນວໃດກໍຕາມ, ສິ່ງສຳຄັນທີ່ຄວນຈື່ຄື ຄອນເທນເນີ toolbx ຍັງຄົງມີການເຊື່ອມໂຍງກັບລະບົບຫຼັກຂອງທ່ານ, ດັ່ງນັ້ນທ່ານບໍ່ຄວນພະຍາຍາມເຮັດບາງຢ່າງ ຫຼື ລັນຊອບແວທີ່ທ່ານຈະບໍ່ເຮັດໃນລະບົບຫຼັກຂອງທ່ານ. ຄອນເທນເນີ Toolbx ບໍ່ແມ່ນສະພາບແວດລ້ອມທີ່ແຍກອອກຈາກກັນຢ່າງສົມບູນຄືກັບເຄື່ອງສະເໝືອນ (virtual machines).
ມັນເຮັດວຽກແນວໃດ
Toolbx ຊ່ວຍໃຫ້ການໃຊ້ຄອນເທນເນີເປັນເລື່ອງງ່າຍ ໂດຍການມອບຄຳສັ່ງງ່າຍໆຈຳນວນໜຶ່ງເພື່ອສ້າງ, ເຂົ້າໃຊ້, ລາຍຊື່ ແລະ ລົບຄອນເທນເນີ. ມັນຍັງເຊື່ອມໂຍງຄອນເທນເນີ toolbx ເຂົ້າກັບສະພາບແວດລ້ອມການເຮັດວຽກປົກກະຕິຂອງທ່ານ ເພື່ອໃຫ້ທ່ານໃຊ້ພວກມັນເປັນພື້ນທີ່ພັດທະນາໃນຊີວິດປະຈຳວັນໄດ້ຢ່າງສະດວກ.
ຄອນເທນເນີຖືກສ້າງຂຶ້ນຈາກ images ແລະ ໂດຍທົ່ວໄປແລ້ວ image ເຫຼົ່ານັ້ນຈະເປັນເວີຊັນທີ່ຖືກຕັດລາຍລະອຽດອອກຫຼາຍຂອງດິສທຣິບິວຊັນ. ໃນ image ດັ່ງກ່າວຈະເກືອບບໍ່ມີເຄື່ອງມື ແລະ ເອກະສານແນະນຳການໃຊ້ງານ. ທີມງານເບື້ອງຫຼັງ Toolbx ໄດ້ເບິ່ງແຍງ Fedora image ທີ່ມີເຄື່ອງມື ແລະ ເອກະສານເຫຼົ່ານັ້ນໄວ້ໃຫ້ແລ້ວ ເພື່ອໃຫ້ພ້ອມໃຊ້ງານໄດ້ທັນທີ.
ແຕ່ລະຄອນເທນເນີ toolbx ແມ່ນສະພາບແວດລ້ອມທີ່ທ່ານສາມາດເຂົ້າໄປໄດ້ຈາກຄຳສັ່ງ (command line). ພາຍໃນແຕ່ລະອັນ, ທ່ານຈະພົບກັບ:
-
ຊື່ຜູ້ໃຊ້ ແລະ ສິດການນຳໃຊ້ທີ່ມີຢູ່ແລ້ວຂອງທ່ານ.
-
ການເຂົ້າເຖິງໂຟນເດີຫຼັກ (home directory) ແລະ ຕຳແໜ່ງອື່ນໆອີກຫຼາຍແຫ່ງ.
-
ການເຂົ້າເຖິງທັງ system ແລະ session D-Bus, system journal ແລະ Kerberos.
-
ເຄື່ອງມືຄຳສັ່ງທົ່ວໄປ, ລວມທັງຕົວຈັດການແພັກເກດ (ເຊັ່ນ: DNF ໃນ Fedora).
ເວົ້າອີກຢ່າງໜຶ່ງຄື, ຄອນເທນເນີ toolbx ມີຮູບລັກສະນະ ແລະ ການເຮັດວຽກຄືກັບສະພາບແວດລ້ອມຄຳສັ່ງ Linux ມາດຕະຖານ. ດ້ວຍການເຊື່ອມຕໍ່ຂໍ້ມູນທັງໝົດນີ້, ຄອນເທນເນີ toolbx ຈະສູນເສຍຄວາມປອດໄພບາງສ່ວນທີ່ໄດ້ມາຈາກເຕັກໂນໂລຊີຄອນເທນເນີ. ດັ່ງນັ້ນ, ທ່ານບໍ່ຄວນຖືວ່າຄອນເທນເນີ toolbx ເປັນແຊນບັອກຊ໌ (sandbox) ທີ່ທ່ານຈະລັນສະຄຣິບໃດໆກໍໄດ້ທີ່ທ່ານຈະບໍ່ລັນໃນລະບົບອື່ນ.
ໃນກໍລະນີສ່ວນໃຫຍ່, ເມື່ອມີການລັນຄຳສັ່ງພາຍໃນຄອນເທນເນີ, ໂປຣແກຣມຈາກພາຍໃນຄອນເທນເນີຈະຖືກນຳໃຊ້. ແນວໃດກໍຕາມ, ມີບາງກໍລະນີພິເສດທີ່ໂປຣແກຣມໃນລະບົບຫຼັກຈະຖືກນຳໃຊ້ອທນ (ໂດຍໃຊ້ flatpak-spawn). ຕົວຢ່າງໜຶ່ງຄືຄຳສັ່ງ toolbox ເອງ; ເຊິ່ງເຮັດໃຫ້ສາມາດໃຊ້ toolbx ຈາກພາຍໃນຄອນເທນເນີ toolbx ໄດ້.
toolbox ທຳອິດຂອງທ່ານ
ເມື່ອຕິດຕັ້ງ toolbx ແລ້ວ, ຕ້ອງໃຊ້ສອງຄຳສັ່ງງ່າຍໆເພື່ອເລີ່ມຕົ້ນ:
$ toolbox create
ສິ່ງນີ້ຈະດາວໂຫຼດ OCI image ແລະ ສ້າງຄອນເທນເນີ toolbx ຈາກມັນ. ເມື່ອສຳເລັດແລ້ວ, ໃຫ້ລັນ:
$ toolbox enter
ເມື່ອຢູ່ພາຍໃນ toolbox ແລ້ວ, ທ່ານສາມາດເຂົ້າເຖິງເຄື່ອງມືຄຳສັ່ງທົ່ວໄປ, ແລະ ຕິດຕັ້ງເຄື່ອງມືໃໝ່ໆໂດຍໃຊ້ຕົວຈັດການແພັກເກດ (ເຊັ່ນ: DNF ໃນ Fedora).
|
ເມື່ອເຄື່ອງໝາຍຮັບຄຳສັ່ງ (prompt) ຢູ່ພາຍໃນ toolbox, ມັນຈະມີເຄື່ອງໝາຍຮູບເພັດຢູ່ທາງໜ້າ: ສິ່ງນີ້ບົ່ງບອກວ່າ prompt ຢູ່ພາຍໃນຄອນເທນເນີ toolbx. ສັນຍະລັກຮູບເພັດອາດຈະບໍ່ສະແດງໃຫ້ເຫັນ ຫາກທ່ານໃຊ້ຮູບແບບ (theme) ຂອງ shell ທີ່ກຳນົດເອງ. |
ຄຳສັ່ງ ແລະ ການນຳໃຊ້
toolbox create [options] <name>
ສ້າງຄອນເທນເນີ toolbx. ສິ່ງນີ້ຈະດາວໂຫຼດ OCI image ຫາກຍັງບໍ່ມີເທື່ອ (ສິ່ງນີ້ຈຳເປັນສຳລັບການສ້າງຄອນເທນເນີ). ໂດຍເລີ່ມຕົ້ນແລ້ວ ຈະໃຊ້ image ທີ່ກົງກັບເວີຊັນຂອງລະບົບຫຼັກ. ຫາກລະບົບຫຼັກບໍ່ມີ image ທີ່ກົງກັນ, ຈະໃຊ້ Fedora image ແທນ.
ຫາກໃຊ້ໂດຍບໍ່ມີຕົວເລືອກ (options), toolbox create ຈະຕັ້ງຊື່ຄອນເທນເນີທີ່ມັນສ້າງຂຶ້ນໂດຍອັດຕະໂນມັດ. ເພື່ອສ້າງ toolbox ເພີ່ມເຕີມ, ໃຫ້ໃຊ້ຕົວກຳນົດ <name>.
ເພື່ອໃຊ້ເວີຊັນສະເພາະຂອງລະບົບຫຼັກ (ເຊັ່ນ: Fedora 43 ເທິງ Fedora 44), ໃຫ້ໃຊ້ຕົວເລືອກ --release <release> | -r <release>.
ເພື່ອໃຊ້ດິສທຣິບິວຊັນອື່ນໃນການສ້າງຄອນເທນເນີ toolbx (ເຊັ່ນ: RHEL ເທິງ Fedora), ໃຫ້ໃຊ້ຕົວເລືອກ --distro <distro> | -d <distro>.
ເພື່ອໃຊ້ image ອື່ນ, ໃຫ້ໃຊ້ຕົວເລືອກ --image <name> | -i <name>.
toolbox enter [options] <name>
ເຂົ້າໃຊ້ toolbox ເພື່ອເຮັດວຽກແບບໂຕ້ຕອບ. ຫາກໃຊ້ໂດຍບໍ່ມີຕົວເລືອກ, toolbox enter ຈະເປີດ toolbox ເລີ່ມຕົ້ນ.
ເພື່ອເຂົ້າໃຊ້ toolbox ຕາມຊື່ທີ່ກຳນົດ, ໃຫ້ໃຊ້ຕົວກຳນົດ name.
ເພື່ອເຂົ້າໃຊ້ toolbox ຂອງດິສທຣິບິວຊັນອື່ນ (ເຊັ່ນ: Fedora ເທິງ RHEL), ໃຫ້ໃຊ້ຕົວເລືອກ --distro <distro> |-d <distro>.
ເພື່ອເຂົ້າໃຊ້ toolbox ເວີຊັນສະເພາະ (ເຊັ່ນ: RHEL 9.6 ເທິງ RHEL 10.0), ໃຫ້ໃຊ້ຕົວເລືອກ --release <release> | -r <release>.
toolbox run [options] <cmd> <arg …>
ລັນຄຳສັ່ງໃນ toolbox ໂດຍບໍ່ຕ້ອງເຂົ້າໄປຂ້າງໃນ. ຫາກໃຊ້ໂດຍບໍ່ມີຕົວເລືອກ, toolbox run ຈະລັນຄຳສັ່ງໃນ toolbox ເລີ່ມຕົ້ນ.
ເພື່ອລັນຄຳສັ່ງໃນ toolbox ຕາມຊື່ທີ່ກຳນົດ, ໃຫ້ໃຊ້ຕົວເລືອກ --container <name> | -c <name>.
ເພື່ອລັນຄຳສັ່ງໃນ toolbox ຂອງດິສທຣິບິວຊັນອື່ນ (ເຊັ່ນ: Fedora ເທິງ RHEL), ໃຫ້ໃຊ້ຕົວເລືອກ --distro <distro> |-d <distro>.
ເພື່ອລັນຄຳສັ່ງໃນ toolbox ເວີຊັນສະເພາະ (ເຊັ່ນ: RHEL 9.6 ເທິງ RHEL 10.0), ໃຫ້ໃຊ້ຕົວເລືອກ --release <release> | -r <release>.
toolbox list [options]
ສະແດງລາຍຊື່ images ແລະ ຄອນເທນເນີ toolbx ທີ່ມີຢູ່ໃນເຄື່ອງ.
ເພື່ອສະແດງສະເພາະຄອນເທນເນີ, ໃຫ້ໃຊ້ຕົວເລືອກ --containers | -c.
ເພື່ອສະແດງສະເພາະ images, ໃຫ້ໃຊ້ຕົວເລືອກ --images | -i.
toolbox rm [options] <name …>
ລົບໜຶ່ງ ຫຼື ຫຼາຍຄອນເທນເນີ toolbx.
ຕົວເລືອກ --force | -f ຈະລົບຄອນເທນເນີທີ່ເລືອກໄວ້ ເຖິງແມ່ນວ່າພວກມັນກຳລັງເຮັດວຽກຢູ່ກໍຕາມ.
ຕົວເລືອກ --all | -a ຈະລົບຄອນເທນເນີ toolbx ທັງໝົດ.
ການຕິດຕໍ່ ແລະ ບັນຫາຕ່າງໆ
ເພື່ອລາຍງານບັນຫາ, ໃຫ້ຂໍ້ສະເໜີແນະ, ຫຼື ຊ່ວຍແກ້ໄຂ, ເບິ່ງໄດ້ທີ່ ໂຄງການ GitHub ຂອງ toolbx.
ເພື່ອຕິດຕໍ່ກັບຜູ້ໃຊ້ ແລະ ຜູ້ພັດທະນາ toolbx, ໃຫ້ໃຊ້ Fedora Discussion, ຫຼື ເຂົ້າຮ່ວມ Toolbx Matrix Room.
Want to help? Learn how to contribute to Fedora Docs ›