ພາຍລາຍ (Pipeline)
| ໜ້ານີ້ແມ່ນລ້າສະໄໝແລ້ວ. |
ການທົດສອບ ພາຍລາຍ (Pipeline) ຈະກວດຫາການທົດສອບສຳລັບແພັກເກັດທີ່ຖືກເປີດນຳໃຊ້, ປະຕິບັດການກວດສອບຂອບເຂດການທົດສອບ ແລະ ລວບລວມຜົນໄດ້ຮັບ. ໃນປັດຈຸບັນແມ່ນຮອງຮັບເວີຊັນ 1.1.0 ຂອງຂໍ້ກຳນົດເຕັກນິກ Standard Test Interface.
ອິນສະແຕນຊ໌ (Instances)
ມີຫຼາຍ CI pipelines ທີ່ຖືກເປີດນຳໃຊ້ໃນ CentOS Jenkins:
ພວກມັນແມ່ນສຳລັບ Fedora Rawhide, ລຸ້ນປັດຈຸບັນ ແລະ ລຸ້ນທີ່ພວມລໍຖ້າ ຕາມທີ່ໄດ້ລາຍງານໂດຍ bodhi
-
ບິວພາຍລາຍ (Build Pipeline) - ການບິວ koji ແບບບໍ່ແມ່ນ scratch:
-
ພາຍລາຍການຂໍດຶງຂໍ້ມູນ (Pull Request Pipeline) - ການທົດສອບໃນການຂໍດຶງຂໍ້ມູນ (ທັງ rpm ແລະ ເນມສະເປຊ໌ຂອງການທົດສອບ)
-
ໄຟລ໌ອິມເມຈ (image) qcow2 ພື້ນຖານທີ່ນຳໃຊ້ໂດຍພາຍລາຍ:
ກຳນົດເວລາຄືນໃໝ່ (Reschedule)
ເພື່ອສ້າງວຽກໃໝ່ໃນພາຍລາຍດ້ວຍຕົນເອງ (ຕົວຢ່າງ: ເພື່ອດຳເນີນການທົດສອບຄືນໃໝ່ເນື່ອງຈາກຂໍ້ຜິດພາດຂອງໂຄງລ່າງພື້ນຖານ) ໃຫ້ເພີ່ມຄຳເຫັນຕໍ່ໄປນີ້ລົງໃນການຂໍດຶງຂໍ້ມູນ (pull request):
[citest]
ຕົວຢ່າງ
ຄອມມິດ (Commit)
ຜົນການທົດສອບຈະປາກົດເປັນຈຸດສີຂຽວ ຫຼື ສີແດງ ໂດຍກົງໃນໜ້າໂຕ້ຕອບຂອງ Pagure. ການຄລິກໃສ່ພວກມັນຈະນຳພາທ່ານໄປຫາລາຍລະອຽດຂອງຜົນໄດ້ຮັບ.
ການຂໍດຶງຂໍ້ມູນ (Pull Request)
ສຳລັບການຂໍດຶງຂໍ້ມູນ (pull requests) ທ່ານສາມາດຊອກຫາຜົນການທົດສອບໄດ້ໃນແທັບເບື້ອງຂວາຂອງໜ້າການຂໍດຶງຂໍ້ມູນ, ຕົວຢ່າງ: python-virtualenv
ສຳລັບການດຳເນີນການທົດສອບຄືນໃໝ່, ສາມາດເພີ່ມຄຳເຫັນ [citest] ລົງໃນການຂໍດຶງຂໍ້ມູນ (pull-request).
Want to help? Learn how to contribute to Fedora Docs ›