ສັບປະດາສະແດງຄວາມຂອບໃຈ Fedora

ສັບປະດາສະແດງຄວາມຂອບໃຈ Fedora ແມ່ນກິດຈະກຳປະຈຳປີທີ່ຈັດຂຶ້ນໂດຍທີມງານ ປະຕິບັດການຊຸມຊົນ (CommOps) ຂອງ Fedora. ສັບປະດາສະແດງຄວາມຂອບໃຈ Fedora, ຫຼື ເອີ້ນຫຍໍ້ວ່າ FAW, ແມ່ນກິດຈະກຳຕະຫຼອດໜຶ່ງສັບປະດາເພື່ອສະເຫຼີມສະຫຼອງຄວາມພະຍາຍາມຂອງບັນດາຜູ້ປະກອບສ່ວນ ໃນໂຄງການ Fedora ແລະ ເພື່ອກ່າວຄຳວ່າ "ຂອບໃຈ" ໃຫ້ແກ່ກັນແລະກັນ. ໂດຍປົກກະຕິແລ້ວ FAW ຈະຖືກຈັດຂຶ້ນ ໃນສັບປະດາຂອງວັນທີ 6 ພະຈິກ ເພື່ອໃຫ້ກົງກັບ ວັນຄົບຮອບ ຂອງໂຄງການ Fedora.

ມັນແມ່ນຫຍັງ?

ວັນສະແດງຄວາມຂອບໃຈຊຸມຊົນ Ubuntu ໄດ້ສ້າງແຮງບັນດານໃຈໃຫ້ CommOps ຈັດກິດຈະກຳທີ່ຄ້າຍຄືກັນນີ້ ເພື່ອສະແດງຄວາມຂອບໃຈຕໍ່ຜູ້ປະກອບສ່ວນທີ່ສ້າງໃຫ້ຊຸມຊົນ Fedora ເປັນຄືທຸກມື້ນີ້. ເຊິ່ງລວມມີຜູ້ປະກອບສ່ວນທຸກປະເພດ: ການພັດທະນາ, ການອອກແບບ, ໂຄງລ່າງພື້ນຖານ, ການຕະຫຼາດ, ວິສະວະກຳ ແລະ ອື່ນໆ. ໃນຊ່ວງສັບປະດານີ້, ທຸກຄົນໄດ້ຮັບການສະໜັບສະໜູນໃຫ້ເລືອກບຸກຄົນ ຫຼື ກຸ່ມຜູ້ປະກອບສ່ວນເພື່ອຂອບໃຈໃນຄວາມພະຍາຍາມ ຂອງພວກເຂົາໃນ Fedora. ການສະແດງຄວາມຂອບໃຈສາມາດເຮັດໄດ້ໃນຮູບແບບ IRC karma cookie, ຂໍ້ຄວາມຂອບໃຈສັ້ນໆ ໃນ mailing list, ຫຼື ໃນຮູບແບບການຂອບໃຈທີ່ຍາວກວ່າ (ຕົວຢ່າງ: Fedora Happiness Packet),

ເປັນຫຍັງຕ້ອງເຮັດ?

ຜູ້ປະກອບສ່ວນ Fedora ສ່ວນໃຫຍ່ບໍ່ໄດ້ເຮັດວຽກຮ່ວມກັນໃນອາຄານ ຫຼື ຫ້ອງການດຽວກັນ. ການພົວພັນກັນໃນແຕ່ລະວັນ ຂອງພວກເຮົາສ່ວນໃຫຍ່ແມ່ນຢູ່ໃນຮູບແບບຂໍ້ຄວາມ (ເຊັ່ນ: IRC, ອີເມວ, ວິກິ ແລະ ອື່ນໆ). ເຖິງແມ່ນວ່າສິ່ງເຫຼົ່ານີ້ ຈະເຮັດວຽກໄດ້ດີ ແລະ ພວກເຮົາສາມາດບັນລຸເປົ້າໝາຍໄດ້, ແຕ່ພວກເຮົາກໍຂາດການຕິດຕໍ່ໃນດ້ານຄວາມເປັນມະນຸດ ຂອງການມີສ່ວນຮ່ວມ. ຜູ້ປະກອບສ່ວນ Fedora ບໍ່ແມ່ນຫຸ່ນຍົນ, ແຕ່ແມ່ນຄົນແທ້ໆ! ສັບປະດາສະແດງຄວາມຂອບໃຈ Fedora ແມ່ນໂອກາດທີ່ຈະເຮັດໃຫ້ຈື່ໄດ້ວ່າ ຊຸມຊົນ Fedora ແມ່ນຊຸມຊົນຂອງຜູ້ຄົນ, ແລະ ເພື່ອຂອບໃຈເພື່ອນຮ່ວມງານ ແລະ ເພື່ອນມິດຂອງພວກເຮົາ ທີ່ອາດຈະຢູ່ອີກຟາກໜຶ່ງຂອງຫ້ອງ ຫຼື ຢູ່ອີກຟາກໜຶ່ງຂອງໂລກ.

ວິທີການມີສ່ວນຮ່ວມ

ວິທີການຕ່າງໆໃນການມີສ່ວນຮ່ວມໃນ ສັບປະດາສະແດງຄວາມຂອບໃຈ Fedora ແມ່ນມີລາຍລະອຽດອະທິບາຍໄວ້ລຸ່ມນີ້. ທ່ານສາມາດເລືອກໃຊ້ວິທີໃດໜຶ່ງ ຫຼື ຫຼາຍວິທີລຸ່ມນີ້ເພື່ອເຂົ້າຮ່ວມ.

ຂຽນເລື່ອງລາວຂອງຜູ້ປະກອບສ່ວນ

ເລື່ອງລາວຂອງຜູ້ປະກອບສ່ວນ ແມ່ນການບັນທຶກຊ່ວງເວລາທີ່ດີທີ່ສຸດຂອງພວກເຮົາກັບເພື່ອນມິດໃນ Fedora. ເລື່ອງລາວອາດຈະກ່ຽວກັບການເຮັດວຽກ ຂອງພວກເຮົາໃນ Fedora ຫຼື ບາງສິ່ງທີ່ເປັນສ່ວນຕົວ ຫຼື ມີເອກະລັກທີ່ທ່ານຢາກແບ່ງປັນໃຫ້ກັບຊຸມຊົນ. ເລື່ອງລາວທີ່ຖືກຄັດເລືອກຈະຖືກແບ່ງປັນລົງໃນ Community Blog ໃນທຸກໆມື້ໃນຊ່ວງ ສັບປະດາສະແດງຄວາມຂອບໃຈ Fedora.

ສົ່ງ ແລະ ໂຫວດຮູບພາບຊຸມຊົນທີ່ທ່ານມັກ

ຈະມີຂໍ້ມູນເພີ່ມເຕີມໃນໄວໆນີ້ (ເບິ່ງ ການສົນທະນາ).

ສົ່ງ Fedora Happiness Packet

Happiness Packets ແມ່ນຂໍ້ຄວາມຂອບໃຈແບບສາທາລະນະ ຫຼື ສ່ວນຕົວ ທີ່ທ່ານສາມາດສົ່ງເປັນອີເມວ ຫາຜູ້ປະກອບສ່ວນຄົນອື່ນໆໄດ້. ໂຄງການ Fedora Happiness Packets (FHP) ໄດ້ຖືກເປີດຕົວ ເຊິ່ງເປັນສ່ວນໜຶ່ງຂອງ Fedora Summer Coding 2018. ມັນເປັນການພັດທະນາຕໍ່ຍອດມາຈາກ happinesspackets.io. FHP ຮອງຮັບການເຂົ້າສູ່ລະບົບດ້ວຍບັນຊີ FAS ແລະ ການຄົ້ນຫາບັນຊີ. ທ່ານສາມາດໄດ້ຮັບຫຼຽນກາ (Badge) ຂອງ Fedora ໂດຍການສົ່ງຂໍ້ຄວາມສະແດງຄວາມຂອບໃຈ ຫຼື ຂອບໃຈໃຫ້ກັບຜູ້ປະກອບສ່ວນຄົນອື່ນ.

ຂຽນຄວາມຂອບໃຈຂອງທ່ານ

ທ່ານຍັງສາມາດພິຈາລະນາວິທີອື່ນໆໃນການແບ່ງປັນ ແລະ ຂຽນຄວາມຂອບໃຈຂອງທ່ານຕໍ່ກັບບາງຄົນ ແລະ ສິ່ງທີ່ພວກເຂົາໄດ້ມອບໃຫ້ແກ່ຊຸມຊົນຂອງພວກເຮົາ. ຫາກທ່ານບໍ່ແນ່ໃຈວ່າຈະຂອບໃຈໃຜເປັນພິເສດ, ທ່ານກໍສາມາດທະວີດ (tweet) ສະແດງຄວາມຂອບໃຈຕໍ່ Fedora ໂດຍລວມ, ບໍ່ວ່າຈະໃນນາມລະບົບປະຕິບັດການ ຫຼື ໃນນາມຊຸມຊົນ. ລອງເບິ່ງແນວຄິດເຫຼົ່ານີ້:

  • ຂຽນບົດຄວາມລົງບລັອກ

  • ທະວີດຄຳວ່າ "ຂອບໃຈ" ໂດຍການກ່າວເຖິງ (mention) @fedora

  • ທະວີດສະແດງຄວາມຂອບໃຈຕໍ່ຜູ້ປະກອບສ່ວນ Fedora ຄົນອື່ນ ພ້ອມຕິດແຮຊແທັກ #WeAreFedora

ສື່ມວນຊົນ

ສ່ວນນີ້ແມ່ນລາຍຊື່ການນຳສະເໜີຂ່າວຂອງ ສັບປະດາສະແດງຄວາມຂອບໃຈ Fedora:

2018