ບລັອກຊຸມຊົນ
ບລັອກຊຸມຊົນ Fedora (CommBlog) ແມ່ນເວັບໄຊທີ່ສ້າງຂຶ້ນດ້ວຍ WordPress ເຊິ່ງນຳສະເໜີຂ່າວສານ, ການອັບເດດ ແລະ ການຂໍຄວາມຊ່ວຍເຫຼືອຈາກຜູ້ປະກອບສ່ວນໃນທົ່ວ Fedora.
ເນື້ອໃນ
ບລັອກຊຸມຊົນເນັ້ນໃສ່ການອັບເດດ ແລະ ຂໍ້ມູນກ່ຽວກັບຊຸມຊົນໂຄງການ Fedora. ຫົວຂໍ້ມີຄວາມຫຼາກຫຼາຍ ແຕ່ສ່ວນໃຫຍ່ປະກອບມີ…
-
ຂ່າວສານຈາກບັນດາໂຄງການຍ່ອຍຕ່າງໆ
-
ການອັບເດດກ່ຽວກັບຄຸນສົມບັດໃໝ່ ຫຼື ການປ່ຽນແປງໃນ Fedora
-
ການຂໍຄວາມຊ່ວຍເຫຼືອຈາກຜູ້ປະກອບສ່ວນຄົນອື່ນໆ
-
ການລາຍງານຂ່າວ ການເລືອກຕັ້ງ Fedora ຢ່າງເປັນທາງການ
-
ທຸກຢ່າງທີ່ກ່ຽວຂ້ອງກັບຊຸມຊົນ ຜູ້ປະກອບສ່ວນ ຂອງ Fedora
ວາລະສານ Fedora ກັບ ບລັອກຊຸມຊົນ
ຄວາມແຕກຕ່າງລະຫວ່າງ ວາລະສານ Fedora ແລະ ບລັອກຊຸມຊົນແມ່ນຫຍັງ? ພວກເຂົາເນັ້ນໃສ່ກຸ່ມຜູ້ອ່ານສອງກຸ່ມທີ່ແຕກຕ່າງກັນ (ຫຼື ປະເພດຂອງຜູ້ອ່ານ).
ວາລະສານ Fedora ເປົ້າໝາຍແມ່ນຜູ້ໃຊ້ Fedora ທົ່ວໄປ, ຜູ້ທີ່ມັກຮັກໃນ Linux ແລະ ຜູ້ທີ່ມັກເຕັກໂນໂລຊີ. ຜູ້ປະກອບສ່ວນຂອງ Fedora ກໍລວມຢູ່ໃນກຸ່ມຜູ້ອ່ານເຫຼົ່ານີ້ ແຕ່ພວກເຂົາບໍ່ແມ່ນເປົ້າໝາຍຫຼັກ. ສ່ວນບລັອກຊຸມຊົນແມ່ນສູນກາງຂ່າວສານສຳລັບຜູ້ປະກອບສ່ວນ Fedora ແລະ ຜູ້ທີ່ເຮັດວຽກພາຍໃນຊຸມຊົນ Fedora. ບລັອກຊຸມຊົນເນັ້ນໃສ່ຜູ້ປະກອບສ່ວນຂອງພວກເຮົາໂດຍສະເພາະ.
ຕົວຢ່າງ, ບົດຄວາມກ່ຽວກັບວິທີການໃຊ້ແພັກເກດໃໝ່ໃນ Fedora ແມ່ນເໝາະສົມກັບວາລະສານຫຼາຍກວ່າ ເພາະຜູ້ໃຊ້ Fedora ທົ່ວໄປອາດຈະສົນໃຈ. ສ່ວນບົດຄວາມທີ່ປະກາດຄຸນສົມບັດໃໝ່ຂອງບໍລິການໂຄງລ່າງພື້ນຖານ Fedora ຫຼື ບົດລາຍງານກິດຈະກຳ Ambassador ແມ່ນເໝາະສົມກັບບລັອກຊຸມຊົນຫຼາຍກວ່າ ເພາະຜູ້ປະກອບສ່ວນຂອງພວກເຮົາມີຄວາມສົນໃຈຫຼາຍກວ່າຜູ້ໃຊ້ທົ່ວໄປ.
ບາງຄັ້ງອາດມີເນື້ອໃນທີ່ຄ້າຍຄືກັນລະຫວ່າງສອງຢ່າງນີ້. ຂໍໃຫ້ພິຈາລະນາໃຫ້ດີວ່າເຈົ້າກຳລັງຂຽນໃຫ້ໃຜ ແລະ ເຈົ້າຢາກໃຫ້ໃຜອ່ານບົດຄວາມຂອງເຈົ້າ. ສິ່ງນີ້ຈະຊ່ວຍຕອບຄຳຖາມວ່າຄວນລົງບົດຄວາມຢູ່ບ່ອນໃດ. ທີມງານ CommOps ແລະ Fedora Magazine ຍິນດີຕອບຂໍ້ສົງໄສ ຫຼື ຄຳຖາມຕ່າງໆ ຖ້າເຈົ້າບໍ່ແນ່ໃຈ.
ຂຽນບົດຄວາມ
ບລັອກຊຸມຊົນແມ່ນຄຸ້ມຄອງໂດຍທີມງານ CommOps ແລະ ບໍລິຫານລະບົບໂດຍ ໂຄງລ່າງພື້ນຖານ Fedora. ແນວໃດກໍຕາມ, ພວກເຮົາຕ້ອງການ ຄວາມຊ່ວຍເຫຼືອຈາກເຈົ້າ ເພື່ອແບ່ງປັນສິ່ງທີ່ດີໆ ທີ່ເຈົ້າ ແລະ ພາກສ່ວນ Fedora ຂອງເຈົ້າກຳລັງເຮັດຢູ່.
ບົດຄວາມບໍ່ຈຳເປັນຕ້ອງຍາວ. ຂໍ້ຄວາມສັ້ນໆ ກໍມີປະໂຫຍດຄືກັນ. ຖ້າເຈົ້າບໍ່ແນ່ໃຈວ່າຄວນຂຽນຍາວປານໃດ, 300 ຄຳ ແມ່ນຕົວເລກທີ່ເໝາະສົມ. ຖ້າຈຳເປັນ, ເຈົ້າສາມາດຂຽນເພີ່ມຕື່ມໄດ້ສະເໝີ.
ເບິ່ງຄູ່ມື ການຂຽນບົດຄວາມ ເພື່ອເລີ່ມຕົ້ນ. ໜ້ານີ້ຈະອະທິບາຍຂັ້ນຕອນການຂຽນ ແລະ ວິທີການເຮັດໃຫ້ບົດຄວາມຂອງເຈົ້າຖືກເຜີຍແຜ່.
ທີມ (Theme) ຂອງບລັອກຊຸມຊົນ
ທີມ WordPress ຂອງບລັອກຊຸມຊົນແມ່ນໂອເພນຊອດ. ສາມາດເບິ່ງຊອດໂຄ້ດໄດ້ທີ່ ໃນ Pagure. ໃຫ້ເປີດທິກເກັດຖ້າເຈົ້າພົບຈຸດບົກພ່ອງ (bug), ບັນຫາ ຫຼື ສິ່ງທີ່ຄວນປັບປຸງ. ພວກເຮົາຢິນດີຮັບ Pull request ເຊັ່ນກັນ! ກ່ອນຈະສົ່ງ Pull request, ໃຫ້ໂພສລົງໃນ Fedora Discussion ກ່ອນ ເພື່ອຂໍຄຳຄິດເຫັນກ່ຽວກັບສິ່ງທີ່ເຈົ້າວາງແຜນຈະປະກອບສ່ວນ.
ບັນນາທິການ
ບັນນາທິການບລັອກຊຸມຊົນມີໜ້າທີ່ກວດສອບຮ່າງບົດຄວາມ ແລະ ກຳນົດເວລາການໂພສໃໝ່. ສາມາດຕິດຕໍ່ບັນນາທິການໄດ້ທີ່ Fedora Discussion.
ລຸ່ມນີ້ແມ່ນລາຍຊື່ບັນນາທິການໃນປະຈຸບັນ:
| ຊື່ | ບັນຊີ FAS |
|---|---|
Justin W. Wheeler |
|
Michal Konecny |
|
Sumantro Mukherjee |
Want to help? Learn how to contribute to Fedora Docs ›