ເຂົ້າຮ່ວມການດໍາເນີນງານຊຸມຊົນ (Community Operations)
ມາເປັນສະມາຊິກຂອງ Fedora Community Operations (CommOps) ໂດຍການປະຕິບັດຕາມຂັ້ນຕອນເຫຼົ່ານີ້.
ສ້າງບັນຊີ FAS
ສ້າງ ບັນຊີລະບົບບັນຊີ Fedora ແລະເຊັນ ຂໍ້ຕົກລົງຜູ້ປະກອບສ່ວນຂອງໂຄງການ Fedora. ເຮັດສິ່ງນີ້ຜ່ານ ລະບົບບັນຊີ Fedora.
ເຂົ້າສູ່ລະບົບ Fedora Discussion
ເຂົ້າສູ່ລະບົບ ເວທີສົນທະນາ Fedora Discussion ໂດຍໃຊ້ຂໍ້ມູນບັນຊີ FAS ຂອງທ່ານ. ຂ່າວສານ, ການອັບເດດ, ແລະການສົນທະນາແມ່ນໄດ້ຖືກແບ່ງປັນຜ່ານເວທີສົນທະນາ. ມັນເປັນ ພາກສ່ວນສຳຄັນ ໃນການສື່ສານຂອງພວກເຮົາ. ມັນມີການເຄື່ອນໄຫວໃນລະດັບຕ່ຳຫາປານກາງ.
ໂພສແນະນຳຕົວເອງ
ກ່າວຄຳທັກທາຍ ແລະ ແນະນຳຕົວທ່ານເອງໃຫ້ກັບທີມງານ! ໂພສແນະນຳຕົວເອງ ໄປທີ່ Fedora Discussion ແລະ ບອກພວກເຮົາເລັກນ້ອຍກ່ຽວກັບຕົວທ່ານ.
ບໍ່ແນ່ໃຈວ່າຈະເວົ້າຫຍັງບໍ? ຕອບຄຳຖາມເຫຼົ່ານີ້ເພື່ອເລີ່ມຕົ້ນ:
-
ເປັນຫຍັງທ່ານຈຶ່ງສົນໃຈປະກອບສ່ວນໃຫ້ກັບ Fedora?
-
ເປັນຫຍັງທ່ານຈຶ່ງສົນໃຈປະກອບສ່ວນໃຫ້ກັບ Fedora Community Operations Team?
-
ຖ້າທ່ານມີສ່ວນຮ່ວມກັບສິ່ງອື່ນໆໃນ Fedora, ທ່ານກໍາລັງເຮັດ ຫຼື ເຄີຍເຮັດກ່ຽວກັບຫຍັງ?
-
ທ່ານມີປະສົບການໃນໂອເພັນຊອດ (open source) ຫຼື ຊຸມຊົນອອນໄລນ໌ບໍ່? ຖ້າຫາກມີ, ແມ່ນຫຍັງ?
-
ພາກສ່ວນໃດຂອງ Fedora Community Operations Team ທີ່ທ່ານສົນໃຈ?
-
ທ່ານມີຄຳຖາມໃດໆໃຫ້ພວກເຮົາບໍ່? ພວກເຮົາຈະຊ່ວຍ ທ່ານ ເລີ່ມຕົ້ນໄດ້ແນວໃດ?
ລົງທະບຽນໃນບລັອກຊຸມຊົນ (Community Blog)
Fedora ບລັອກຊຸມຊົນ ແມ່ນອົງປະກອບທີ່ສຳຄັນຂອງ CommOps. ບັນຊີຈະໃຫ້ສິດໃນການເບິ່ງຮ່າງບົດຄວາມ ແລະ ຕົວຢ່າງກ່ອນທີ່ຈະຖືກເຜີຍແຜ່. ຖ້າທ່ານຕ້ອງການຂຽນບົດຄວາມ, ທ່ານຈະຕ້ອງມີບັນຊີ. ເພື່ອລົງທະບຽນ, ເຂົ້າສູ່ລະບົບທີ່ ໜ້າເຂົ້າສູ່ລະບົບ ດ້ວຍຂໍ້ມູນບັນຊີ Fedora Account System (FAS) ຂອງທ່ານ.
ຕ້ອງການຄວາມຊ່ວຍເຫຼືອເພີ່ມເຕີມໃນການເຂົ້າສູ່ລະບົບບໍ? ອ່ານ ໜ້າຊ່ວຍເຫຼືອ ສຳລັບຄຳແນະນຳທີ່ລະອຽດກວ່າ.
ເຂົ້າຮ່ວມຊ່ອງ Matrix ຂອງພວກເຮົາ
Fedora ໃຊ້ໂປຣໂຕຄອນ Matrix ສຳລັບການສົ່ງຂໍ້ຄວາມທັນທີ ແລະ ການສື່ສານ. ຫ້ອງ Matrix ຂອງພວກເຮົາສາມາດເຂົ້າເຖິງໄດ້ໂດຍໃຊ້ໄຄເອັນ (client) Matrix ໃດກໍໄດ້, ແຕ່ ໄຄເອັນ Element ແລະ ເວັບແອັບ chat.fedoraproject.org ແມ່ນວິທີທີ່ນິຍົມ ແລະ ງ່າຍທີ່ສຸດໃນການເລີ່ມຕົ້ນ. ການສົນທະນາ ແລະ ການວາງແຜນແມ່ນຈັດຂຶ້ນໃນຊ່ອງ Matrix #commops:fedoraproject.org, ໃນຂະນະທີ່ການປະຊຸມທີມປະຈຳເດືອນຂອງພວກເຮົາແມ່ນຈັດຂຶ້ນໃນຫ້ອງປະຊຸມ ເຊັ່ນ #meeting:fedoraproject.org.
ເລີ່ມຕົ້ນບາດກ້າວທຳອິດຂອງທ່ານ
ເບິ່ງ ເລີ່ມຕົ້ນບາດກ້າວທຳອິດຂອງທ່ານໃນ Fedora ສຳລັບຂໍ້ມູນເພີ່ມເຕີມ.
ເລີ່ມຕົ້ນເຮັດວຽກ (Task)
CommOps ໃຊ້ ຄັງເກັບຂໍ້ມູນ (repository) GitLab ນີ້ ເພື່ອຕິດຕາມວຽກ ແລະ ສິ່ງທີ່ພວກເຮົາກຳລັງເຮັດ. ວຽກ, ບັນຫາ, ແລະ ເປົ້າໝາຍ ແມ່ນຖືກບັນທຶກເປັນທິກເກັດ (ticket) ໃນ ລະບົບຕິດຕາມບັນຫາ. ມັນມີທິກເກັດຈຳນວນຫຼາຍ, ແຕ່ພວກເຮົາບໍ່ໄດ້ເຮັດທຸກຢ່າງພ້ອມກັນ. ການເລື່ອນເບິ່ງລະບົບຕິດຕາມບັນຫາຈະຊ່ວຍໃຫ້ເຫັນພາບລວມວ່າ CommOps ຊ່ວຍເຫຼືອໃນດ້ານໃດແດ່.
ຊອກຫາແທັກ (tag) good first issue ໃນທິກເກັດ ເພື່ອຊອກຫາວຽກທີ່ເໝາະສົມສຳລັບຜູ້ເລີ່ມຕົ້ນ.
ມີຫຍັງທີ່ເບິ່ງຄືວ່າໜ້າສົນໃຈບໍ່? ຝາກຄຳເຫັນໄວ້ຖ້າທ່ານມີຄຳຖາມ ຫຼື ຢາກເຮັດວຽກໃດໜຶ່ງ. ນອກຈາກນັ້ນ, ໃຫ້ກວດເບິ່ງວ່າທິກເກັດນັ້ນມີຜູ້ຮັບຜິດຊອບແລ້ວຫຼືບໍ່. ຖ້າຍັງບໍ່ທັນມີຜູ້ຮັບຜິດຊອບ, ທ່ານສາມາດເລີ່ມເຮັດວຽກນັ້ນໄດ້ເລີຍ. ຖ້າມີຜູ້ຮັບຜິດຊອບແລ້ວ, ໃຫ້ຖາມພວກເຂົາວ່າພວກເຂົາຕ້ອງການຄວາມຊ່ວຍເຫຼືອບໍ ຫຼື ຍັງເຮັດວຽກນັ້ນຢູ່ຫຼືບໍ່.
ສິ່ງນີ້ຈະເປີດໂອກາດໃຫ້ໄດ້ຮັບການໃຫ້ຄຳປຶກສາ (mentorship) ແລະ ຮັບຄວາມຊ່ວຍເຫຼືອເພື່ອເລີ່ມຕົ້ນວຽກໃໝ່.
ເຂົ້າຮ່ວມການປະຊຸມຂອງພວກເຮົາ
CommOps ມີການປະຊຸມທີມຜ່ານ IRC ໃນທຸກໆອາທິດ. ໃນການປະຊຸມຂອງພວກເຮົາ, ທີມງານຈະສົນທະນາຫົວຂໍ້ຕ່າງໆຕາມວາລະການປະຊຸມ ແລະ ກວດສອບຄວາມຄືບໜ້າຂອງວຽກງານປັດຈຸບັນ. ທິກເກັດທີ່ຖືກຄັດເລືອກສຳລັບການປະຊຸມຈະຖືກອັບເດດຂໍ້ມູນໃໝ່ຫຼັງຈາກການປະຊຸມສິ້ນສຸດ.
ການປະຊຸມແມ່ນເປີດໃຫ້ສາທາລະນະ ແລະ ໃຜກໍສາມາດເຂົ້າຮ່ວມໄດ້. ເບິ່ງເວລາການປະຊຸມຕາມເຂດເວລາຂອງທ່ານໄດ້ທີ່ ປະຕິທິນການປະຊຸມ CommOps. ສາມາດເຂົ້າຮ່ວມ ແລະ ແນະນຳຕົວເອງໄດ້ໃນລະຫວ່າງການກວດສອບລາຍຊື່ (roll call)!
ສົ່ງຄຳຮ້ອງຂໍເຂົ້າຮ່ວມ CommOps ໃນ FAS
ເພື່ອຮັບການອັບເດດ ແລະ ເຂົ້າເຖິງເຄື່ອງມືຕ່າງໆໃນ CommOps, ທ່ານຈຳເປັນຕ້ອງເຂົ້າຮ່ວມກຸ່ມ FAS ຂອງພວກເຮົາ. ເພື່ອຮັບການສະໜັບສະໜູນ (sponsor) ເປັນສະມາຊິກຂອງ CommOps, ໃຫ້ສ້າງຄຳຮ້ອງຂໍບັນຫາ (issue request) ໃນ ຄັງເກັບຂໍ້ມູນທີ່ນີ້ ພ້ອມດ້ວຍຂໍ້ມູນດັ່ງຕໍ່ໄປນີ້. * FAS ID ຂອງທ່ານ * ຂົງເຂດໃດຂອງ Fedora Community Operations ທີ່ທ່ານສົນໃຈ (ການເຕີບໂຕຂອງຊຸມຊົນ, ການວິເຄາະ, ການມີສ່ວນຮ່ວມ, ແລະອື່ນໆ)
ຄຳຮ້ອງຂໍຈະຖືກກວດສອບ ແລະ ຫຼັງຈາກສະມາຊິກ CommOps ສອງທ່ານໃຫ້ຄະແນນ +1 ໃນຄຳຮ້ອງຂໍນັ້ນ, ທ່ານຈະຖືກເພີ່ມເຂົ້າໃນກຸ່ມ FAS. ພວກເຮົາອາດຈະກວດສອບລາຍຊື່ສະມາຊິກໃນກຸ່ມ FAS ເປັນໄລຍະ ເພື່ອເບິ່ງວ່າທ່ານຍັງສົນໃຈທີ່ຈະປະກອບສ່ວນຢູ່ຫຼືບໍ່. ສະມາຊິກທີ່ບໍ່ມີການເຄື່ອນໄຫວອາດຈະຖືກອອກຈາກກຸ່ມ ຫຼັງຈາກທີ່ມີການປ່ອຍ Fedora Linux ອອກມາສອງລຸ້ນ.
Want to help? Learn how to contribute to Fedora Docs ›