ການສ້າງກຸ່ມ Fedora SIG

Nancy Nwankwo, Justin Wheeler, ຜູ້ປະກອບສ່ວນຊຸມຊົນ Fedora Version 1.0 Last review: 2025-10-29

ໜ້ານີ້ໃຫ້ຂັ້ນຕອນການແນະນຳກ່ຽວກັບວິທີການເລີ່ມຕົ້ນ Fedora SIG ໂດຍໃຊ້ແພລດຟອມ ແລະ ເຄື່ອງມືການສື່ສານໃນປັດຈຸບັນ.

Fedora Special Interest Group (SIG) ແມ່ນກຸ່ມຄົນທີ່ມີຄວາມສົນໃຈຮ່ວມກັນໃນຫົວຂໍ້ ຫຼື ໂຄງການໃດໜຶ່ງໂດຍສະເພາະພາຍໃນ Fedora. SIG ສາມາດເລີ່ມຕົ້ນໄດ້ງ່າຍ ແລະ ເປັນວິທີທີ່ດີໃນການຮ່ວມມື ແລະ ເຮັດວຽກຮ່ວມກັນໃນສິ່ງທີ່ເຈົ້າສົນໃຈ ເຊັ່ນ: ແນວຄວາມຄິດໃໝ່, ໂຄງການ ຫຼື ຄວາມພະຍາຍາມຂອງຊຸມຊົນ. ຄູ່ມືນີ້ຈະສະແດງໃຫ້ເຈົ້າເຫັນຂັ້ນຕອນງ່າຍໆໃນການສ້າງ SIG ຂອງເຈົ້າເອງໂດຍໃຊ້ເຄື່ອງມື ແລະ ຊັບພະຍາກອນທີ່ມີຢູ່.

ຂັ້ນຕອນທີ 1: ສຶກສາ SIG ອື່ນໆ ແລະ ໂຄງການຍ່ອຍ

ເຈົ້າບໍ່ຈຳເປັນຕ້ອງເລີ່ມຕົ້ນໃໝ່ທັງໝົດ! SIG ອື່ນໆອາດຈະກຳລັງແກ້ໄຂແນວຄວາມຄິດທີ່ກ່ຽວຂ້ອງ ຫຼື ມີລະບົບທີ່ເຈົ້າສາມາດຮຽນຮູ້ໄດ້. ລອງຕິດຕໍ່ສື່ສານ ແລະ ຮ່ວມມືກັນ!

ຕົວຢ່າງ:

  • ທີມງານອອກແບບ Fedora: ຊ່ວຍເຫຼືອເລື່ອງໂລໂກ້, ຮູບພາບ ແລະ ການສ້າງແບຣນໃຫ້ກັບ SIG ຂອງເຈົ້າ.

  • ທີມງານ Fedora Docs ຫຼື Infrastructure: ດີຫຼາຍສຳລັບຄຳແນະນຳໃນການຝາກເນື້ອຫາ ຫຼື ເຄື່ອງມືອັດຕະໂນມັດ.

ຂັ້ນຕອນທີ 2: ສ້າງຄວາມສົນໃຈໃຫ້ຜູ້ອື່ນ

ກ່ອນທີ່ຈະສ້າງ SIG, ໃຫ້ຢືນຢັນວ່າຢ່າງໜ້ອຍມີຜູ້ປະກອບສ່ວນ Fedora ຄົນອື່ນໆ ຈຳນວນໜຶ່ງທີ່ສົນໃຈໃນຫົວຂໍ້ນີ້. ເຈົ້າສາມາດ:

  • ໂພສລົງໃນ Fedora Discussion (ໂດຍໃຊ້ໝວດໝູ່ ຫຼື ແທັກທີ່ເໝາະສົມ) ແລະ Fedora devel mailing list.

  • ເຂົ້າຮ່ວມຫ້ອງ Fedora Chat/Matrix ທີ່ກ່ຽວຂ້ອງ ແລະ ແບ່ງປັນແນວຄວາມຄິດຂອງເຈົ້າ. Fedora devel mailing list ແມ່ນບ່ອນທີ່ດີທີ່ຈະເລີ່ມຕົ້ນ ຖ້າເຈົ້າບໍ່ແນ່ໃຈວ່າຈະເຂົ້າຮ່ວມກຸ່ມໃດ. ນັກພັດທະນາ ແລະ ຜູ້ຈັດເຮັດແພັກເກດ Fedora ຫຼາຍຄົນສາມາດພົບໄດ້ທີ່ນັ້ນ.

ໂພສຂອງເຈົ້າຄວນອະທິບາຍໃຫ້ຊັດເຈນກ່ຽວກັບ:

  • SIG ທີ່ເຈົ້າສະເໜີແມ່ນກ່ຽວກັບຫຍັງ

  • ເປັນຫຍັງມັນຈຶ່ງສຳຄັນ

  • ຄົນອື່ນຈະສາມາດມີສ່ວນຮ່ວມໄດ້ແນວໃດ

ຕົວຢ່າງຫົວຂໍ້
“ກຳລັງຊອກຫາຄົນເພື່ອເລີ່ມຕົ້ນ Fedora Edge Computing SIG, ມີໃຜສົນໃຈບໍ່?”
“Fedora for Students SIG: ມີໃຜຢາກເຂົ້າຮ່ວມບໍ່?”

ຂັ້ນຕອນທີ 3: ຕັ້ງຄ່າພື້ນຖານ

ເມື່ອມີຄວາມສົນໃຈພຽງພໍແລ້ວ, ໃຫ້ສ້າງພື້ນຖານເບື້ອງຕົ້ນຂອງ SIG ໃນລະບົບນິເວດຂອງ Fedora. ສິ່ງນີ້ຈະຊ່ວຍໃຫ້ຄົນອື່ນຊອກຫາເຈົ້າເຫັນ ແລະ ສົ່ງເສີມຄວາມຍືນຍົງໃນໄລຍະຍາວ.

ການຕັ້ງຄ່າທີ່ຈຳເປັນ
  • ສ້າງແທັກໃນ Fedora Discussion (ເພື່ອຈັດລະບຽບການສົນທະນາ).

  • ຂໍເປີດຫ້ອງ Fedora Chat/Matrix. ຖ້າມີຫ້ອງທີ່ກ່ຽວຂ້ອງຢູ່ແລ້ວ ຫຼື ຍັງບໍ່ທັນມີການເຄື່ອນໄຫວຫຼາຍ, ໃຫ້ໃຊ້ຫ້ອງທີ່ມີຢູ່ນັ້ນໄປກ່ອນ ຈົນກວ່າຈະມີຄວາມສົນໃຈພຽງພໍທີ່ຈະຂໍເປີດຫ້ອງໃໝ່.

  • ສ້າງຄັງເກັບຂໍ້ມູນ (repository) ໃນ Forgejo ຫຼື ກະດານໂຄງການ (ເລືອກໄດ້ ແຕ່ມີປະໂຫຍດໃນການຕິດຕາມວຽກ).

  • ສ້າງລາຍຊື່ສົ່ງເມວສ່ວນຕົວ (mailing list) ສຳລັບ Bugzilla bugs (ຈຳເປັນສຳລັບ SIG ທີ່ດູແລແພັກເກດ).

ຖ້າເຈົ້າບໍ່ແນ່ໃຈວ່າຈະເລີ່ມຕົ້ນບ່ອນໃດ, Fedora Join SIG ສາມາດຊ່ວຍເຫຼືອໄດ້.

ສ້າງແທັກ Fedora Discussion ສະເພາະສຳລັບ SIG ຂອງເຈົ້າແຕ່ຫົວທີ. ມັນຊ່ວຍຈັດລະບຽບຫົວຂໍ້ທີ່ກ່ຽວຂ້ອງທັງໝົດ ແລະ ເຮັດໃຫ້ກຸ່ມຂອງເຈົ້າຖືກຄົ້ນພົບໄດ້ງ່າຍຂຶ້ນ. ລອງເຂົ້າໄປໃນຫ້ອງ Fedora Chat/Matrix ຂອງຊຸມຊົນທົ່ວໄປ ເຊັ່ນ #social:fedoraproject.org ຫຼື #join:fedoraproject.org ເພື່ອລົມເລື່ອງທົ່ວໄປ ແລະ ຂໍຄວາມຊ່ວຍເຫຼືອແບບດ່ວນ.

ຂັ້ນຕອນທີ 4: ສ້າງເອກະສານຂອງ SIG

ສ້າງເວັບໄຊ Fedora Docs ເພື່ອແນະນຳ SIG ຂອງເຈົ້າ. ໜ້າຫຼັກຂອງເວັບໄຊ Fedora Docs ຄວນປະກອບມີ:

  • ພັນທະກິດ ແລະ ຂອບເຂດຂອງ SIG

  • ລາຍຊື່ຊ່ອງທາງການສື່ສານ

  • ລິ້ງໄປຫາຊັບພະຍາກອນຕ່າງໆ (ແທັກ Fedora Discussion, ຫ້ອງ Fedora Chat/Matrix, ຄັງຂໍ້ມູນ Forgejo, ແລະ ອື່ນໆ)

  • ວິທີທີ່ຄົນອື່ນສາມາດເຂົ້າຮ່ວມ ຫຼື ປະກອບສ່ວນ

  • ຫົວໜ້າທີມ ຫຼື ຜູ້ທີ່ສາມາດຕິດຕໍ່ໄດ້

ເຈົ້າອາດຈະ:

  • ເຜີຍແຜ່ສິ່ງນີ້ໃນໜ້າ Fedora Docs (ແນະນຳ)

  • ຫຼື ເປັນສ່ວນໜຶ່ງຂອງ README ໃນ Forgejo ຂອງເຈົ້າ

ເຖິງແມ່ນວ່າ Fedora Wiki ຍັງຖືກນຳໃຊຢູ້, ແຕ່ກຸ່ມ SIG ຕ່າງໆກຳລັງເລີ່ມຍ້າຍເອກະສານຂອງພວກເຂົາໄປຫາ Fedora Docs. Fedora Docs ດີກວ່າເພາະວ່າການຄົ້ນຫາຂໍ້ມູນເຮັດໄດ້ງ່າຍກວ່າ ແລະ ສະແດງຜົນໃນການຄົ້ນຫາໄດ້ດີກວ່າ.

ຂັ້ນຕອນທີ 5: ວາງແຜນກິດຈະກຳທຳອິດຂອງເຈົ້າ

SIG ຈະມີການຂັບເຄື່ອນໄດ້ດີໂດຍການເຮັດວຽກຮ່ວມກັນເພື່ອເປົ້າໝາຍດຽວກັນ. ກິດຈະກຳໃນໄລຍະທຳອິດອາດຈະລວມມີ:

  • ຕິດຕາມລາຍການທີ່ຕ້ອງເຮັດໃນກະດານ issue ຂອງ Forgejo

  • ຈັດລະບຽບການວາງແຜນແບບ async ໃນ Fedora Discussion

  • ຈັດການປະຊຸມໃນ Fedora Chat/Matrix ແບບປະຈຳ ຫຼື ເປັນບາງຄັ້ງຄາວ

ເຈົ້າສາມາດເຮັດສິ່ງເຫຼົ່ານີ້ໄດ້ເຊັ່ນກັນ:

  • ສົ່ງບົດຄວາມໄປຫາ Fedora Magazine ເພື່ອປະຊາສຳພັນສິ່ງທີ່ SIG ຂອງເຈົ້າກຳລັງເຮັດໃນ Fedora

  • ແບ່ງປັນເສັ້ນທາງການເຮັດວຽກຂອງຜູ້ປະກອບສ່ວນ ແລະ ຜົນສຳເລັດຕ່າງໆໃນ Community Blog

  • ຕິດຕໍ່ ທີມງານການຕະຫຼາດ (Marketing Team) ເພື່ອຂໍຄວາມຊ່ວຍເຫຼືອເລື່ອງກຣາບຟິກ, ແນວຄວາມຄິດການເຮັດແຄມເປນ ແລະ ການໂປຣໂມດກິດຈະກຳ

  • ຮັບຄຳແນະນຳໃນການວາງແຜນ ແລະ ການປະສານງານຂອງຊຸມຊົນຈາກ ທີມງານ Community Ops

  • ຕິດຕໍ່ຫາ SIG ອື່ນໆທີ່ກ່ຽວຂ້ອງເພື່ອການຊ່ວຍເຫຼືອເຊິ່ງກັນແລະກັນລະຫວ່າງກຸ່ມ

ອ່ານເພີ່ມເຕີມ:

ຂັ້ນຕອນທີ 6: ຮັກສາການດຳເນີນງານຢ່າງຕໍ່ເນື່ອງ

SIG ທີ່ປະສົບຜົນສຳເລັດຈະເຕີບໂຕໄດ້ໂດຍການມີການເຄື່ອນໄຫວ, ເປີດຮັບທຸກຄົນ ແລະ ມີເປົ້າໝາຍທີ່ຊັດເຈນ. ເຄັດລັບບາງຢ່າງ:

  • ກວດສອບຄວາມຄືບໜ້າຢ່າງສະໝໍ່າສະເໝີ (ລາຍເດືອນ/ລາຍໄຕມາດ) ແລະ ແບ່ງປັນລາຍງານຄວາມຄືບໜ້າຕໍ່ສາທາລະນະ.

  • ຕ້ອນຮັບ ແລະ ແນະນຳຜູ້ປະກອບສ່ວນໃໝ່ຢ່າງຫ້າວຫັນ ດ້ວຍການມີເອກະສານສຳລັບຜູ້ມາໃໝ່ ແລະ/ຫຼື ມີທີ່ປຶກສາ (mentor) ທີ່ໄດ້ຮັບມອບໝາຍເພື່ອຊ່ວຍແນະນຳຜູ້ປະກອບສ່ວນໃໝ່ເຂົ້າສູ່ຊຸມຊົນ.

  • ແບ່ງປັນຄວາມຄືບໜ້າຂອງເຈົ້າຕໍ່ສາທາລະນະຜ່ານການໂພສບລັອກ, ໂຊຊຽວມີເດຍ, ການເຂົ້າຫາຊຸມຊົນທ້ອງຖິ່ນ ຫຼື ລາຍຊື່ສົ່ງເມວ.

  • ກຳນົດບົດບາດຜູ້ນຳ ຫຼື ຜູ້ປະສານງານເພື່ອຄວາມຍືນຍົງໃນໄລຍະຍາວ.

ຕ້ອງການແຮງບັນດານໃຈບໍ? ລອງເບິ່ງ SIG ທີ່ບໍລິຫານຈັດການໄດ້ດີ ເຊັ່ນ Fedora CoreOS ເພື່ອເບິ່ງວິທີການປະຕິບັດທີ່ດີທີ່ສຸດ.

ຂັ້ນຕອນທີ 7: ບ່ອນຂໍຄວາມຊ່ວຍເຫຼືອ

ເຈົ້າບໍ່ໄດ້ເຮັດສິ່ງນີ້ຄົນດຽວ! Fedora ມີຊຸມຊົນທີ່ເປັນມິດ ແລະ ພ້ອມຊ່ວຍເຫຼືອ, ພ້ອມທັງມີຫຼາຍບ່ອນທີ່ເຈົ້າສາມາດສອບຖາມ, ຂໍຄຳແນະນຳ ແລະ ຊອກຫາຄົນມາເຮັດວຽກຮ່ວມກັນ. ນີ້ແມ່ນແນວທາງການຕັດສິນໃຈແບບໄວໆ:

ຂ້ອຍຕ້ອງການຄວາມຊ່ວຍເຫຼືອເລື່ອງ…​ ລອງຕິດຕໍ່ຫາ…​

ການຕັ້ງຄ່າເຄື່ອງມື SIG

Join SIG, ທີມງານ Infra

ການຊອກຫາຜູ້ຮ່ວມງານ

Fedora Discussion, Join SIG

ການຂຽນເອກະສານ ຫຼື ຄູ່ມືແນະນຳການເຂົ້າຮ່ວມ

ທີມງານ Docs, Community Ops

ການໂປຣໂມດ ແລະ ການປະຊາສຳພັນ

ທີມງານການຕະຫຼາດ, Fedora Magazine

ການຈັດການປະຊຸມ ຫຼື ການວາງແຜນແບບ async

ຫ້ອງ Fedora Chat/Matrix, Community Blog

ການຢຸດ ຫຼື ພັກການດຳເນີນງານຂອງ SIG

Fedora Council, Join SIG