ທີມງານ CommOps

ທີມງານ CommOps ສຸມໃສ່ການຊ່ວຍເຫຼືອຊຸມຊົນຂອງພວກເຮົາໃນການຮັບສະມາຊິກໃໝ່, ການເຂົ້າເຖິງກຸ່ມເປົ້າໝາຍ ແລະ ການວັດແທກຜົນ

  • ທູດ (Ambassadors): ທູດແມ່ນຕົວແທນຂອງ Fedora ແລະ ແມ່ນຜູ້ທີ່ຈັດກິດຈະກຳຂະໜາດກາງ ແລະ ຂະໜາດໃຫຍ່.

  • ຜູ້ສະໜັບສະໜູນ (Advocates): ຜູ້ສະໜັບສະໜູນແມ່ນຜູ້ທີ່ຈັດ ຫຼື ຊ່ວຍຈັດກິດຈະກຳຂະໜາດນ້ອຍ.

  • Community Ops: Community Ops ສະໜອງເຄື່ອງມື, ຊັບພະຍາກອນ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ໃຫ້ແກ່ໂຄງການຍ່ອຍຂອງ Fedora ເພື່ອປັບປຸງການສື່ສານໃຫ້ມີປະສິດທິພາບ.

  • Join: ກຸ່ມທີ່ມີຄວາມສົນໃຈພິເສດ (SIG) Fedora Join ມີຈຸດປະສົງເພື່ອສ້າງ ແລະ ຮັກສາຊ່ອງທາງຕ່າງໆ ທີ່ໃຫ້ຜູ້ທີ່ສົນໃຈຢາກປະກອບສ່ວນໄດ້ມີສ່ວນຮ່ວມກັບຊຸມຊົນ.

  • ການຕະຫຼາດ (Marketing): ທີມງານການຕະຫຼາດ Fedora ຮັບປະກັນໃຫ້ຄົນໃນ Fedora ສາມາດອະທິບາຍໃຫ້ທຸກຄົນເຂົ້າໃຈຢ່າງເປັນເອກະພາບວ່າ Fedora ແມ່ນຫຍັງ, ເປັນຫຍັງໂຄງການນີ້ຈຶ່ງສາມາດຊ່ວຍພວກເຂົາໄດ້ ແລະ ພວກເຂົາຈະສາມາດຊ່ວຍໂຄງການນີ້ໄດ້ແນວໃດ.