ສະມາຊິກທູດກິດຕິມະສັກ
ຊີວິດມີການປ່ຽນແປງ, ວຽກງານກໍຫຍຸ້ງຂຶ້ນ, ແລະ ຄວາມສົນໃຈກໍປ່ຽນໄປ. ນີ້ແມ່ນສ່ວນໜຶ່ງຂອງທຳມະຊາດຂອງຊີວິດທີ່ພວກເຮົາເຂົ້າໃຈດີໃນຊຸມຊົນ Fedora. ບໍ່ວ່າທ່ານຈະຍ້າຍໄປທີມໃໝ່ໃນ Fedora ຫຼື ຈະພັກຜ່ອນທັງໝົດ, ມັນເປັນສິ່ງສຳຄັນທີ່ຈະມີຊ່ອງທາງໃນການຢຸດຕິບົດບາດ. ສະມາຊິກທີມທູດ ທີ່ຕ້ອງການຢຸດຕິບົດບາດ ຄວນສົ່ງອີເມວໄປຫາ ລາຍຊື່ຜູ້ຮັບເມວຂອງທູດ ພ້ອມກັບຂໍ້ຄວາມແຈ້ງການຢຸດຕິບົດບາດ - ບໍ່ຈຳເປັນຕ້ອງຍາວ (ຫຼື ຈະຂຽນຍາວກໍໄດ້!) ເພື່ອໃຫ້ເພື່ອນຮ່ວມທີມຮັບຮູ້ວ່າທ່ານຈະຢຸດຕິບົດບາດ ຫຼື ຈະພັກຜ່ອນ. ນີ້ຈະເຮັດໃຫ້ທຸກຄົນມີໂອກາດຂອບໃຈທ່ານສຳລັບຄວາມທຸ້ມເທທັງໝົດໃນໂຄງການທູດ!
ທີມ CommOps ຈະເຮັດການຈັດລະບຽບກຸ່ມເປັນປະຈຳທຸກປີ. ສິ່ງນີ້ລວມມີການລັນສະຄຣິບເພື່ອຄົ້ນຫາຜູ້ໃຊ້ທີ່ບໍ່ມີການເຄື່ອນໄຫວ (ລະບົບບັນຊີ Fedora) ແລະ ຕິດຕໍ່ຫາພວກເຂົາໂດຍກົງຜ່ານອີເມວຂອງໂຄງການ Fedora. ມັນເປັນເລື່ອງປົກກະຕິທີ່ຈະຕອບກັບວ່າ “ຂ້ອຍຕ້ອງການມີສ່ວນຮ່ວມຕໍ່” ຫຼື “ຂ້ອຍຈະກັບມາໃນໄວໆນີ້” ຫຼື “ຂ້ອຍບໍ່ສາມາດມີສ່ວນຮ່ວມໄດ້ໃນຕອນນີ້”.
ຈະກັບມາເປັນທູດຄືນໃໝ່ໄດ້ແນວໃດ?
ເຊັ່ນດຽວກັບຄັ້ງທຳອິດທີ່ທ່ານເຂົ້າຮ່ວມ Fedora, ທ່ານໄດ້ຮັບການຕ້ອນຮັບໃຫ້ກັບມາເຂົ້າຮ່ວມສະເໝີ. ຄືກັນກັບຄັ້ງທຳອິດທີ່ທ່ານເຂົ້າຮ່ວມກຸ່ມທູດ, ທ່ານຄວນສ້າງຫົວຂໍ້ສົນທະນາຢູ່ທີ່ Ambassadors Disc. ເພື່ອສະແດງຄວາມສົນໃຈທີ່ຈະກັບມາ, ອະທິບາຍເຫດຜົນສັ້ນໆທີ່ເຮັດໃຫ້ທ່ານຢຸດຕິບົດບາດໄປ (ບໍ່ຈຳເປັນຕ້ອງບອກລາຍລະອຽດສ່ວນຕົວ!) ແລະ ແບ່ງປັນແນວຄວາມຄິດບາງຢ່າງກ່ຽວກັບວິທີທີ່ທ່ານສາມາດຊ່ວຍເຫຼືອຊຸມຊົນໄດ້. ຫາກທ່ານຫ່າງຫາຍໄປດົນ ແລະ ຕ້ອງການ "ການແນະນຳເບື້ອງຕົ້ນກ່ຽວກັບ Fedora", ຢ່າລືມລະບຸເລື່ອງນັ້ນນຳ.
ໃນລະຫວ່າງນັ້ນ, ທ່ານສາມາດກວດເບິ່ງສິ່ງທີ່ຊຸມຊົນກຳລັງເຮັດຢູ່ໄດ້ໂດຍການອ່ານຂໍ້ມູນເກົ່າໃນລາຍຊື່ຜູ້ຮັບເມວ, ກວດເບິ່ງບັນຊີສື່ສັງຄົມອອນລາຍຂອງ Fedora, ກວດເບິ່ງການສົນທະນາຂອງ Fedora, ເບິ່ງຄັງໂຄງການຂອງ Fedora ເພື່ອເບິ່ງວ່າຊຸມຊົນກຳລັງເຮັດວຽກຫຍັງຢູ່ໃນປັດຈຸບັນ. ຢ່າລັງເລທີ່ຈະມີສ່ວນຮ່ວມໃນທຸກສິ່ງທີ່ກ່າວມາຂ້າງເທິງ ໂດຍການໃຫ້ການຊ່ວຍເຫຼືອເມື່ອຈຳເປັນ ຫຼື ພຽງແຕ່ເຂົ້າຮ່ວມການສົນທະນານັ້ນ.
Want to help? Learn how to contribute to Fedora Docs ›