ທູດ Fedora

ປ້າຍໂຄສະນາ

ທູດ Fedora ແມ່ນຕົວແທນຂອງໂຄງການ Fedora. ທູດຈະເຮັດໜ້າທີ່ເຮັດໃຫ້ສາທາລະນະຊົນເຂົ້າໃຈເຖິງຫຼັກການຂອງໂຄງການ Fedora ແລະ ການເຮັດວຽກຂອງຊຸມຊົນ. ນອກຈາກນັ້ນ, ທູດຍັງມີຄວາມຮັບຜິດຊອບໃນການຊ່ວຍຂະຫຍາຍຖານຜູ້ປະກອບສ່ວນ ແລະ ເປັນຜູ້ປະສານງານລະຫວ່າງໂຄງການ FLOSS ອື່ນໆ ກັບຊຸມຊົນ Fedora. ທ່ານຍັງສາມາດເປັນຕົວແທນໃຫ້ Fedora ໃນທີ່ສາທາລະນະໄດ້ ໂດຍທີ່ບໍ່ຈຳເປັນຕ້ອງເປັນທູດ. ໃນກໍລະນີນີ້ນີ້, ທ່ານແມ່ນ ຜູ້ສະໜັບສະໜູນ Fedora (Fedora Advocate) ທູດເປັນຜູ້ສ້າງພາບລັກ ແລະ ຊື່ສຽງໃຫ້ກັບ Fedora. Fedora ອາດຈະເບິ່ງຄືວ່າເປັນເລື່ອງໃຫຍ່ ແລະ ໜ້າຢ້ານ, ແຕ່ທູດຈະຊ່ວຍໃຫ້ແຕ່ລະຄົນຊອກຫາຫົນທາງຜ່ານຄວາມສັບສົນທັງໝົດ ເພື່ອເຂົ້າສູ່ຈຸດທີ່ເຂົາເຈົ້າສາມາດປະກອບສ່ວນໄດ້. ທູດແມ່ນຕົວເຊື່ອມ (ກາວ). ເຂົາເຈົ້າຊ່ວຍເຊື່ອມຕໍ່ຜູ້ຄົນທີ່ແຕກຕ່າງກັນໃນພາກສ່ວນຕ່າງໆຂອງໂຄງການ ຍ້ອນວ່າເຂົາເຈົ້າເຮັດວຽກຮ່ວມກັບຜູ້ຄົນທີ່ມີຄວາມສົນໃຈຫຼາກຫຼາຍຢູ່ສະເໝີ.

ຄວາມຮັບຜິດຊອບ

ຄວາມຮັບຜິດຊອບຫຼັກຂອງທູດແມ່ນການຮັບປະກັນວ່າຂໍ້ມູນການອັບເດດຂອງ Fedora ຖືກເຜີຍແຜ່ໄປສູ່ສາທາລະນະ ແລະ ເກັບກຳຄຳຄິດເຫັນຈາກຜູ້ໃຊ້ ແລະ ຜູ້ປະກອບສ່ວນ. ທູດຄວນແລກປ່ຽນຄຳຄິດເຫັນຂອງຕົນເອງຢູ່ທີ່ຄະນະກຳມະການ Mindshare ຜ່ານຕົວແທນຂອງພວກເຂົາຢູ່ທີ່ນັ້ນ.

  • ຈັດການເຂົ້າຮ່ວມຂອງ Fedora ໃນງານຕ່າງໆ (ການບັນຍາຍ, ບູດໃຫ້ຂໍ້ມູນ, ແຈກເຄື່ອງທີ່ລະນຶກ ແລະ ອື່ນໆ)

  • ແນະນຳ ແລະ ຕ້ອນຮັບຜູ້ປະກອບສ່ວນ ແລະ ຜູ້ໃຊ້ໃໝ່

  • ຈັດງານລ້ຽງສະຫຼອງການປ່ອຍເວີຊັນໃໝ່ (release parties) ແລະ ງານຕິດຕັ້ງລະບົບ (install fests)

  • ເວົ້າເຖິງສີ່ຮາກຖານຫຼັກຂອງ Fedora (Fedora Four Foundations)

  • ຕິດຕາມເບິ່ງເພື່ອນຮ່ວມທູດຄົນອື່ນໆເປັນປະຈຳ ເພື່ອໃຫ້ແນ່ໃຈວ່າທຸກຄົນເຮັດວຽກໄດ້ດີ ແລະ ໃຫ້ຄວາມຊ່ວຍເຫຼືອ

  • ສົ່ງເສີມໂຄງການ FLOSS ແລະ ໂອເພນຊອດ

  • ສາທິດການໃຊ້ງານ Fedora ແລະ ໂອເພນຊອດອື່ນໆໃຫ້ສາທາລະນະຊົນເຫັນ

  • ສົ່ງເສີມ Fedora ໃນກຸ່ມຜູ້ໃຊ້ທ້ອງຖິ່ນ ດ້ວຍການເວົ້າບັນຍາຍ ແລະ ອື່ນໆ