ການດູແລຮັກສາ Fedora Containers
ການດູແລຮັກສາ Layered Image
Layered Image ໃນ Fedora ແມ່ນ container image ທີ່ໃຊ້ image ພື້ນຖານຂອງ fedora ຫຼື fedora-minimal. Containerfiles (ຫຼື Dockerfiles) ສໍາລັບ image ເຫຼົ່ານີ້ແມ່ນໄດ້ຮັບການດູແລຮັກສາຢູ່ໃນ dist-git ຂອງ Fedora ໂດຍໃຊ້ container namespace.
ເຈົ້າສາມາດດູແລຮັກສາ image ເວີຊັນຕ່າງໆໄດ້ໂດຍການໃຊ້ git branches, ໃນ dist-git ແຕ່ລະ Fedora release ຈະມີ branch ເປັນຂອງຕົນເອງ, ຕົວຢ່າງ Fedora 32 ມີ git branch f32, Fedora 31 ມີ branch f31 ແລະ ຕໍ່ໆໄປ. branch ຫຼັກ (main branch) ແມ່ນໃຊ້ສໍາລັບ Fedora rawhide ເຊິ່ງເປັນເວີຊັນສໍາລັບການພັດທະນາຂອງ Fedora.
ຕິດຕັ້ງ fedpkg
fedpkg ແມ່ນຖືກໃຊ້ເພື່ອຕິດຕໍ່ກັບໂຄງສ້າງພື້ນຖານຂອງ Fedora. ເຈົ້າສາມາດຕິດຕັ້ງມັນໄດ້ ໂດຍໃຊ້ຄໍາສັ່ງດັ່ງນີ້: ` $ sudo dnf install fedpkg `
ການ Clone dist-git repository ແລະ ການ build image
ເພື່ອທີ່ຈະ build layered image ໂດຍການໃຊ້ລະບົບ build container ຂອງ Fedora, ກ່ອນອື່ນໝົດເຈົ້າຕ້ອງ clone image git repository ໂດຍການໃຊ້ fedpkg ຫຼື git: ໃນທີ່ນີ້, repository ແມ່ນມີຊື່ວ່າ tools. repository ຂອງ container ທັງໝົດແມ່ນຢູ່ໃນ container namespace ໃນແຫຼ່ງຂໍ້ມູນຂອງ Fedora.
# ໃຊ້ git ດ້ວຍ URL ສໍາລັບ clone: $ git clone https://src.fedoraproject.org/container/tools.git
# ເຂົ້າໄປໃນ repository: $ cd tools && ls Dockerfile README.md root ```
ເຈົ້າຕ້ອງຢືນຢັນຕົວຕົນກັບລະບົບ build (buildsystem) ເພື່ອເລີ່ມຕົ້ນການ build, ສິ່ງນີ້ແມ່ນເຮັດໄດ້ໂດຍການໃຊ້ kerberos
``` $ kinit username@FEDORAPROJECT.ORG Password for username@FEDORAPROJECT.ORG: ```
ຕອນນີ້ເຈົ້າສາມາດເລີ່ມຕົ້ນການ build ໄດ້ແລ້ວ
``` $ fedpkg container-build Created task: 52510681 Task info: https://koji.fedoraproject.org/koji/taskinfo?taskID=52510681 Watching tasks (this may be safely interrupted)... 52510681 buildContainer (noarch): free ```
ເຈົ້າຈະໄດ້ຮັບລິ້ງໄປຫາ task ຂອງລະບົບ build, ສິ່ງນີ້ມີປະໂຫຍດໃນກໍລະນີທີ່ການ build ລົ້ມເຫຼວ ແລະ ເຈົ້າຕ້ອງການກວດສອບ logs.
== ການສ້າງການອັບເດດ Container
ເພື່ອສ້າງການອັບເດດສໍາລັບ container image ເຈົ້າຕ້ອງເປັນຜູ້ດູແລ (maintainer) ຫຼື ຜູ້ດູແລຮ່ວມ (co-maintainer) ຂອງ image ນັ້ນ. ສໍາລັບສິ່ງນັ້ນ ກ່ອນອື່ນເຈົ້າຕ້ອງເປັນສ່ວນໜຶ່ງຂອງ https://docs.fedoraproject.org/en-US/package-maintainers/Joining_the_Package_Maintainers/[packager group] ຂອງ Fedora.
ເມື່ອເຈົ້າມີການ build ທີ່ສ້າງຂຶ້ນແລ້ວ ເຈົ້າຕ້ອງສ້າງການອັບເດດໃນ https://bodhi.fedoraproject.org/[ລະບົບອັບເດດຂອງ Fedora].
ຫຼັງຈາກເຂົ້າສູ່ລະບົບໃນເວັບແອັບພລິເຄຊັນແລ້ວ, ໃຫ້ເຈົ້າສ້າງການອັບເດດໃໝ່. ໃນແບບຟອມການອັບເດດໃໝ່ ໃຫ້ໃຊ້ NVR (Name Version Release) ຂອງການ build container ເພື່ອຕື່ມຂໍ້ມູນໃສ່ໃນສ່ວນ "Builds". ຈາກນັ້ນເພີ່ມຄໍາອະທິບາຍ ແລະ metadata ຕາມທີ່ຕ້ອງການແລ້ວສົ່ງການອັບເດດ.
Container ແມ່ນມີໃຫ້ໃຊ້ໃນ https://candidate-registry.fedoraproject.org/v2/_catalog?n=200[candidate-registry] ຂອງ Fedora ສໍາລັບການທົດສອບ. ເມື່ອການອັບເດດຢູ່ໃນສະຖານະທີ່ຄົງທີ່ (stable) ແລ້ວ ມັນຈະມີໃຫ້ໃຊ້ໃນ https://registry.fedoraproject.org/[registry.fedoraproject.org].
== ການເປີດ Pull Request
https://docs.fedoraproject.org/en-US/ci/pull-requests/[Pull Requests ໃນ dist-git]
Want to help? Learn how to contribute to Fedora Docs ›