ສະຖາປະນິກຝ່າຍປະຕິບັດການ Fedora
ສະຖາປະນິກຝ່າຍປະຕິບັດການ Fedora (FOA) ແມ່ນພະນັກງານເຕັມເວລາຂອງ Red Hat ທີ່ໄດ້ຮັບມອບໝາຍໃຫ້ ຊ່ວຍເຫຼືອຊຸມຊົນໃນການຈັດການການປ່ຽນແປງທາງດ້ານເຕັກນິກ. ເຊິ່ງລວມມີການຈັດການລາຍລະອຽດການປ່ຽນແປງ, ການຈັດການຕາຕະລາງ, ການສື່ສານ, ແລະ ເປັນເຈົ້າການໃນຄວາມພະຍາຍາມທາງຍຸດທະສາດທີ່ສຳຄັນ. ນອກຈາກນີ້, ສະຖາປະນິກຝ່າຍປະຕິບັດການ ຍັງດຳລົງຕຳແໜ່ງເປັນສະມາຊິກຂອງສະພາ Fedora ອີກດ້ວຍ. ບົດບາດນີ້ໄດ້ຖືກສ້າງຂຶ້ນໃນປີ 2023.
ສະຖາປະນິກຝ່າຍປະຕິບັດການ Fedora ຄົນປັດຈຸບັນ
Aoife Moloney ແມ່ນ FOA ຄົນປັດຈຸບັນ. ລາວອາໄສຢູ່ທີ່ Waterford, ປະເທດອຽກລັງ ແລະ ໄດ້ນຳໃຊ້ Fedora Linux ມາຕັ້ງແຕ່ປີ 2018 ເມື່ອຕອນທີ່ລາວໄດ້ເຂົ້າຮ່ວມກັບ Red Hat ທີມງານວິສະວະກຳລີນຸກຊຸມຊົນ (Community Linux Engineering team). ຢູ່ທີ່ນັ້ນ, ລາວໄດ້ເຮັດໜ້າທີ່ເປັນຜູ້ຈັດການໂຄງການ, ເຈົ້າຂອງຜະລິດຕະພັນ, ແລະ ເປັນຜູ້ປະສານງານວຽກງານທົ່ວໄປທີ່ສັບສົນ.
ທ່ານສາມາດຕິດຕໍ່ Aoife ໄດ້ທີ່ chat.fedoraproject.org ຜ່ານຊື່ @amoloney:fedora.im, ແລະ ລາວຍິນດີທີ່ຈະສົນທະນາໃນທຸກໆເລື່ອງ.
ຄວາມຮັບຜິດຊອບ
ສະຖາປະນິກຝ່າຍປະຕິບັດການ Fedora ມີຄວາມຮັບຜິດຊອບຫຼັກໃນການປະສານງານການປ່ຽນແປງທາງດ້ານເຕັກນິກໃນໂຄງການ. ພວກເຂົາເຮັດວຽກຢ່າງໃກ້ຊິດກັບຫຼາຍໆກຸ່ມໃນທົ່ວໂຄງການ Fedora ແລະ ມີຂອບເຂດຄວາມຮັບຜິດຊອບໃນແຕ່ລະສ່ວນ.
Manage the Changes Process
-
ນຳພາຂໍ້ສະເໜີການປ່ຽນແປງຜ່ານ ຂະບວນການປ່ຽນແປງ
-
ສົ່ງຄຳເຕືອນກ່ຽວກັບກຳນົດເວລາທີ່ກຳລັງຈະມາເຖິງໃນຮອບວຽນການປ່ອຍສຳລັບການປ່ຽນແປງຕ່າງໆ
-
ສ້າງຫົວຂໍ້ຕິດຕາມ (tracker issues) ສຳລັບການປ່ຽນແປງທີ່ໄດ້ຮັບການຍອມຮັບ
-
ຕິດຕາມສະຖານະຂອງການປ່ຽນແປງໃນລະຫວ່າງຮອບວຽນການພັດທະນາ/ການທົດສອບ
-
ສ້າງ ແລະ ສົ່ງລາຍງານການປ່ຽນແປງທີ່ບໍ່ທັນສຳເລັດໃຫ້ກັບ FESco
-
ເບິ່ງແຍງຮັກສາໜ້າຊຸດການປ່ຽນແປງ (Change Set Pages)
-
-
ຈັດການຂະບວນການຮັກສາສະພາບ (Keepalive) ຂອງ Spins ແລະ Labs
Release Coordination and Management
-
ການປະຊຸມຕັດສິນໃຈປ່ອຍ (Go/No-Go)
-
Schedule Beta and Final meetings for Fedora Linux
-
ສົ່ງຄຳເຕືອນກ່ຽວກັບການປະຊຸມທີ່ຈະມາເຖິງນີ້
-
ດຳເນີນການປະຊຸມ
-
ແຈ້ງຜົນການປະຊຸມ
-
-
ການປະສານງານການປ່ອຍ
-
ເຮັດວຽກພາຍໃນຫ້ອງ Fedora Chat/Matrix ຂອງມື້ປ່ອຍ ເພື່ອຮັບປະກັນວ່າ ລາຍລະອຽດທີ່ສຳຄັນທັງໝົດໄດ້ຖືກຍົກຂຶ້ນມາສຳລັບການປ່ອຍທີ່ຈະມາເຖິງ
-
Create Red Hat internal blog posts announcing Fedora Linux Beta and Fedora Linux Final releases
-
Work with Fedora Magazine for Fedora Linux release announcement articles
-
-
ດຳເນີນການອັບເດດບັກເປັນກຸ່ມໃຫຍ່ໃນຊ່ວງເວລາແຍກສາຍ (branch) ແລະ ໝົດອາຍຸການໃຊ້ງານ (end-of-life)
Elections
-
Running the Fedora Linux Elections
-
ເປີດຮອບວຽນການເລືອກຕັ້ງ
-
ເກັບກຳ ແລະ ເຜີຍແຜ່ການສຳພາດຜູ້ສະໝັກ
-
ສ້າງ ແລະ ເປີດຫີບຢ່ອນບັດ
-
ປິດການລົງຄະແນນສຽງ
-
ປະກາດຜົນການເລືອກຕັ້ງ
-
Council Administration
-
ສ້າງວາລະການປະຊຸມສະພາ
-
ດຳເນີນການປະຊຸມ
-
ມອບໝາຍ ແລະ ຕິດຕາມວຽກງານທີ່ຕ້ອງປະຕິບັດ
-
ລົງວາລະການປະຊຸມ (ກ່ອນການປະຊຸມ), ບົດບັນທຶກ ແລະ ບົດສະຫຼຸບ (ຫຼັງການປະຊຸມ)
Fedora Forge Executive Sponsor for Council
-
ເຮັດໜ້າທີ່ເປັນຜູ້ມີສ່ວນໄດ້ສ່ວນເສຍຂອງສະພາຕໍ່ທີມງານໂຄງການ, ສື່ສານຄວາມຕ້ອງການ ແລະ ຂໍ້ກຳນົດຂອງ ສະພາ Fedora (ແລະ ບາງຄັ້ງແມ່ນຂອງໂຄງການ Fedora ໃນວົງກວ້າງ) ກ່ອນການວາງແຜນການເຮັດວຽກ (sprint-planning) ຂອງທີມ
-
ສະໜັບສະໜູນທີມພັດທະນາໂດຍການແກ້ໄຂສິ່ງກີດຂວາງໃດໆ ທີ່ຢູ່ພາຍໃຕ້ການຄວບຄຸມຂອງສະພາ ຫຼື ສິ່ງທີ່ຕ້ອງໄດ້ຮັບການຮັບຮູ້ຈາກສະພາເພື່ອດຳເນີນການຕໍ່
-
ຕິດຕາມຄວາມຄືບໜ້າ ແລະ ສົ່ງເສີມການລາຍງານເປັນປະຈຳຈາກທີມງານ ພ້ອມທັງແຈ້ງສະຖານະການເຮັດວຽກໃຫ້ສະພາ Fedora ຊາບເປັນໄລຍະ
Release Party Team
-
ການຈັດການ ແລະ ການປະສານງານຜູ້ບັນຍາຍ
-
ສ້າງ ແລະ ເບິ່ງແຍງຮັກສາໜ້າ Wiki ຕາຕະລາງງານ Release Party
-
ຄັດເລືອກລາຍຊື່ຜູ້ບັນຍາຍ ແລະ ເຊື້ອເຊີນພວກເຂົາມານຳສະເໜີໃນງານ
-
ຢືນຢັນການຕອບຮັບຂອງຜູ້ບັນຍາຍ ແລະ ຈັດຕາຕະລາງຕາມຄວາມສະດວກຂອງພວກເຂົາ
-
ອັບເດດໜ້າ Wiki ຕາຕະລາງດ້ວຍຂໍ້ມູນຂອງແຕ່ລະຊ່ວງການບັນຍາຍ
ເບິ່ງ ໜ້າເອກະສານ Community Ops Fedora ສຳລັບ ວິທີການຕິດຕໍ່ ແລະ ສື່ສານກັບທີມງານ.
Flock Organizer Team
-
ບລັອກຊຸມຊົນ (Community Blog) ແລະ Fedora Magazine
-
ໃນເວັບໄຊທ໌ຂອງງານ
-
ໃນຫ້ອງ Fedora Chat/Matrix ຂອງ Flock (
#flock:fedoraproject.org) -
ອີເມວຫາລາຍຊື່ຜູ້ຮັບ
devel-announce@
ປະຫວັດຄວາມເປັນມາ
ນີ້ແມ່ນບົດບາດໃໝ່ສຳລັບ Fedora, ນັບຕັ້ງແຕ່ເດືອນຕຸລາ 2023.
ແລ້ວຜູ້ຈັດການໂຄງການ Fedora (FPgM) ເດ?
ໃນປີ 2007, Red Hat ໄດ້ເລີ່ມໃຫ້ການຊ່ວຍເຫຼືອແກ່ Fedora ຜ່ານບົດບາດທີ່ໄດ້ຮັບການສະໜັບສະໜູນທຶນ ໃນສ່ວນງານການຈັດການໂຄງການຂອງບໍລິສັດ. ໃນປີ 2023, ການປ່ຽນແປງໂຄງສ້າງຂອງບໍລິສັດໄດ້ເຮັດໃຫ້ ຕຳແໜ່ງນີ້ຖືກຍົກເລີກໄປ. ສະຖາປະນິກຝ່າຍປະຕິບັດການ Fedora ແມ່ນບົດບາດໃໝ່ທີ່ຕັ້ງຢູ່ໃນ ພາກສ່ວນວິສະວະກຳລີນຸກ (Linux Engineering) ຢູ່ Red Hat, ໂດຍຖືກອອກແບບມາເພື່ອໃຫ້ມີຄວາມສອດຄ່ອງ ທັງໃນດ້ານຄຳນິຍາມ ແລະ ການປະຕິບັດໃຫ້ເຂົ້າກັບຄວາມຕ້ອງການທີ່ເປັນເອກະລັກຂອງ Fedora ຫຼາຍຂຶ້ນ.
ອະດີດຜູ້ຈັດການໂຄງການ Fedora
-
Ben Cotton (Fedora Linux 29–38)
-
Jan Kuřík (Fedora 23-28)
-
Jaroslav Řezník (Fedora 20-23)
-
Robyn Bergeron (Fedora 17-20)
-
John Poelstra (Fedora 8-16)
Want to help? Learn how to contribute to Fedora Docs ›