ສະມາຊິກປັດຈຸບັນຂອງ Fedora Council
-
ຜູ້ຕາງໜ້າຈາກການເລືອກຕັ້ງ: Aleksandra Fedorova (f42-f44)
Aleksandra ໄດ້ເລີ່ມຕົ້ນປະກອບສ່ວນເຂົ້າໃນ Fedora ໃນນາມທູດ Fedora ຂອງຣັດເຊຍ ແລະ ເປັນສະມາຊິກຂອງໂຄງການ Russian Fedora Remix. ລາວເຄີຍເຮັດວຽກເປັນວິສະວະກອນດ້ານການສ້າງ (Build), Devops, CI ແລະ Release ໃນຫຼາຍໂຄງການ ລວມທັງ Openstack. ປັດຈຸບັນ ລາວເຮັດວຽກຢູ່ Red Hat ໃນສ່ວນໂຄງລ່າງພື້ນຖານການພັດທະນາ CentOS ແລະ RHEL, ແລະ ບໍລິຫານ CentOS Integration SIG.
-
ຜູ້ຕາງໜ້າຈາກການເລືອກຕັ້ງ: Miro Hrončok (f42-f44)
Miro ໄດ້ເຂົ້າຮ່ວມ Fedora ເມື່ອລາວ ໄດ້ຈັດເຮັດແພັກເກັດ 3D printing ສໍາລັບ Fedora 19 ແລະ ຫຼັງຈາກນັ້ນບໍ່ດົນກໍໄດ້ກາຍເປັນ ທູດ Fedora ແລະ ເລີ່ມເຮັດວຽກຢູ່ Red Hat ໃນນາມສະມາຊິກຂອງ ທີມບໍາລຸງຮັກສາ Python. ນອກຈາກສະພາ Fedora ແລ້ວ, ລາວຍັງເປັນສະມາຊິກຂອງ Python SIG, ຄະນະກໍາມະການຈັດເຮັດແພັກເກັດ, provenpackager, ຜູ້ສະໜັບສະໜູນການຈັດເຮັດແພັກເກັດ, ອະດີດສະມາຊິກ ຄະນະກໍາມະການຊີ້ນໍາດ້ານວິສະວະກໍາ Fedora, ແລະ ເປັນສະມາຊິກຜູ້ປະກອບສ່ວນຂອງ ມູນນິທິຊອບແວ Python. ປັດຈຸບັນ Miro ບໍາລຸງຮັກສາແພັກເກັດ Fedora ແລະ/ຫຼື EPEL ປະມານ 200 ແພັກເກັດ ແລະ Fedora Python Classroom Lab. ລາວຍັງສອນຢູ່ ມະຫາວິທະຍາໄລເຕັກນິກເຊັກ ແລະ ມັກຈະຊ່ວຍເຫຼືອໃນ ຫຼັກສູດ Czech PyLadies ສໍາລັບຜູ້ເລີ່ມຕົ້ນ ຢູ່ Prague. Miro ອາໄສຢູ່ໃນໝູ່ບ້ານນ້ອຍໆໃນປະເທດເຊັກ ກັບພັນລະຍາ, ໝາພັນ Irish Wolfhounds ແລະ ແມວສີສົ້ມ, ລາວມັກປູກໝາກເລັ່ນເພື່ອຜ່ອນຄາຍ.
-
Engineering Representative: Fabio Valentini (until f44 elections)
-
Mindshare Representative: Akashdeep Dhar
Akashdeep ໄດ້ເລີ່ມຕົ້ນປະກອບສ່ວນໃນນາມຜູ້ນໍາພາຂໍ້ລິເລີ່ມຂອງ ທີມງານເວັບໄຊ ແລະ ແອັບ Fedora, ກ່ອນທີ່ຈະຍ້າຍໄປພັດທະນາ ແລະ ບໍາລຸງຮັກສາໂຄງການ ໂຄງລ່າງພື້ນຖານ Fedora ເຊິ່ງເປັນສ່ວນໜຶ່ງຂອງທີມ Red Hat Community Linux Engineering. ລາວຍັງປະກອບສ່ວນເຂົ້າໃນ Mentor Summit, Join SIG, ການປັບປຸງລະບົບຫຼຽນກາ (Badges), ຂໍ້ລິເລີ່ມ Forgejo, ແລະ ຢູ່ໃນ ຄະນະກໍາມະການ Mindshare.
-
ທີ່ປຶກສາ DEI: Jona Azizaj
ອ່ານເພີ່ມເຕີມກ່ຽວກັບ ບົດບາດທີ່ປຶກສາດ້ານຄວາມຫຼາກຫຼາຍ, ຄວາມສະເໝີພາບ ແລະ ການມີສ່ວນຮ່ວມ (DEI) ຂອງ Fedora ແລະ ຊີວະປະຫວັດ ຂອງທີ່ປຶກສາປັດຈຸບັນ:
-
ຜູ້ນໍາໂຄງການ Fedora: Jef Spaleta
ອ່ານເພີ່ມເຕີມກ່ຽວກັບ ບົດບາດຜູ້ນໍາໂຄງການ Fedora ແລະ ຊີວະປະຫວັດ ຂອງ FPL ປັດຈຸບັນ ຢູ່ໃນໜ້າກ່ຽວກັບຕໍາແໜ່ງນີ້.
-
ສະຖາປະນິກການດໍາເນີນງານ Fedora: Aoife Moloney
ອ່ານເພີ່ມເຕີມກ່ຽວກັບ ບົດບາດສະຖາປະນິກການດໍາເນີນງານ Fedora ແລະ ຊີວະປະຫວັດ ຂອງ FOA ປັດຈຸບັນ ຢູ່ໃນໜ້າກ່ຽວກັບຕໍາແໜ່ງນີ້.
-
ສະຖາປະນິກຊຸມຊົນ Fedora: Justin Wheeler
ອ່ານເພີ່ມເຕີມກ່ຽວກັບ ບົດບາດສະຖາປະນິກຊຸມຊົນ Fedora ແລະ ຊີວະປະຫວັດ ຂອງ FCA ປັດຈຸບັນ ຢູ່ໃນໜ້າກ່ຽວກັບຕໍາແໜ່ງນີ້.
-
ຜູ້ນໍາພາ ຂໍ້ລິເລີ່ມ Git Forge 2025: Ryan Lerch
Ryan ໄດ້ມີສ່ວນຮ່ວມກັບ Fedora ມາຕັ້ງແຕ່ປີ 2008, ໂດຍປະກອບສ່ວນໃນຫຼາຍທີມທີ່ແຕກຕ່າງກັນ ລວມທັງ ງານເອກະສານ, ໂຄງລ່າງພື້ນຖານ ແລະ ການອອກແບບ. ລາວເປັນບັນນາທິການຜູ້ຮ່ວມກໍ່ຕັ້ງ Fedora Magazine ແລະ ໄດ້ມີສ່ວນຮ່ວມໃນຫຼາຍໆໂຄງການຂອງ Fedora ໃນໄລຍະຫຼາຍປີຜ່ານມາ. ປັດຈຸບັນ ລາວເປັນຜູ້ນໍາພາຂໍ້ລິເລີ່ມ Git Forge, ໂດຍເຮັດວຽກເພື່ອລວມສູນການຈັດການຊອດໂຄດຂອງ Fedora, ການຕິດຕາມບັນຫາ ແລະ ການຝາກໂຄງການ (project hosting) ໄວ້ໃນແພລັດຟອມ Forgejo ດຽວທີ່ນໍາໃຊ້ຢູ່ໃນໂຄງລ່າງພື້ນຖານຂອງ Fedora.
-
ຜູ້ຮ່ວມນໍາພາ ຂໍ້ລິເລີ່ມ Fedora Docs 2025: Peter Boy & Petr Bokoč
Peter ມີສ່ວນຮ່ວມກັບ Fedora ຕັ້ງແຕ່ FC1, ໂດຍເຮັດວຽກກ່ຽວກັບເດັສທັອບ ແລະ ໂດຍສະເພາະແມ່ນເຊີເວີ ແລະ ປະກອບສ່ວນເຂົ້າໃນງານເອກະສານໃນຊ່ວງທໍາອິດ. ຫຼັງຈາກຢຸດພັກໄປຫຼາຍປີ, ໃນປີ 2020, ລາວໄດ້ກັບມາມີສ່ວນຮ່ວມໃນການຟື້ນຟູ ແລະ ປັບປຸງ Fedora Server Edition. ນັບແຕ່ປີ 2022 ເປັນຕົ້ນມາ, ລາວຍັງໄດ້ມີສ່ວນຮ່ວມໃນການສ້າງຕັ້ງທີມງານເອກະສານ (Docs Team) ໃໝ່ ແລະ ປັບປຸງເອກະສານຂອງ Fedora. ປັດຈຸບັນ, ລາວຍັງເປັນຜູ້ຮ່ວມນໍາພາຂອງຂໍ້ລິເລີ່ມຊຸມຊົນ Fedora Docs 2025.
Petr ເປັນນັກຂຽນທາງດ້ານເຕັກນິກໃນທີມ Community Linux Engineering ຜູ້ທີ່ມີບົດບາດໃນ ງານເອກະສານ Fedora ມາຕັ້ງແຕ່ປີ 2013, ສ່ວນຫຼາຍແມ່ນເຮັດວຽກກ່ຽວກັບເອກະສານສໍາລັບຜູ້ໃຊ້ ເຊັ່ນ: ບັນທຶກການປ່ອຍ (Release Notes), ຄູ່ມືການຕິດຕັ້ງສະບັບເກົ່າ (ເຊິ່ງປັດຈຸບັນບໍ່ໄດ້ເຜີຍແຜ່ແລ້ວ) ແລະ Quick Docs.
-
ຜູ້ນໍາພາ ຂໍ້ລິເລີ່ມ Fedora bootc: link: Laura Santamaria
ໃນຖານະສະຖາປະນິກຊຸມຊົນຢູ່ Red Hat, Laura ມັກທີ່ຈະຮຽນຮູ້ ແລະ ອະທິບາຍວິທີການເຮັດວຽກຂອງສິ່ງຕ່າງໆ ເພື່ອເຊື່ອມຕໍ່ຊ່ອງວ່າງໃນສາຂາວິຊາວິສະວະກໍາ. ລາວເປັນ ຫຼື ເຄີຍເປັນຜູ້ດໍາເນີນລາຍການພອດແຄສ (podcasts) ຫຼາຍລາຍການ ໃນຫົວຂໍ້ຕັ້ງແຕ່ຄວາມເປັນຜູ້ນໍາທາງດ້ານເຕັກນິກ ຈົນເຖິງເຕັກໂນໂລຊີ cloud native ແລະ ໄດ້ດໍາລົງຕໍາແໜ່ງທີ່ແຕກຕ່າງກັນຫຼາຍຕໍາແໜ່ງທັງພາຍໃນ ແລະ ພາຍນອກວົງການເຕັກໂນໂລຊີ. ໃນຖານະສະມາຊິກຊຸມຊົນ, ລາວເປັນຜູ້ຮ່ວມຈັດງານພົບປະ (meetups) ຫຼາຍງານໃນເຂດ Austin, ລັດ Texas, ລວມທັງ Cloud Austin. ເປັນເວລາຫຼາຍປີທີ່ລາວໄດ້ສອນ Python ໃຫ້ກັບງານພົບປະ Women Who Code Austin ເຊັ່ນກັນ. ລາວເປັນຜູ້ຈັດງານ DevOpsDays Austin ແລະ PyTexas ແລະ ເປັນທີ່ປຶກສາໃຫ້ກັບ KCD Texas ເຊິ່ງລ້ວນແຕ່ແມ່ນກອງປະຊຸມທີ່ບໍລິຫານໂດຍຊຸມຊົນ, ລວມທັງເປັນປະທານຮ່ວມຫຼັກລະດັບໂລກສໍາລັບຊຸມຊົນ DevOpsDays. ໃນໄລຍະຫຼາຍປີຜ່ານມາ, ລາວໄດ້ເປັນສະມາຊິກຄະນະກໍາມະການດ້ານລາຍການຂອງ Open Source Summit ໃນສ່ວນຂອງ Cloud Open ທີ່ຄົ້ນຄວ້າກ່ຽວກັບໂຄງລ່າງພື້ນຖານຄລາວ (cloud infrastructure) ແລະ ແອັບຄລາວ. ນອກຈາກເລື່ອງເຕັກໂນໂລຊີແລ້ວ, Laura ມັກແລ່ນ, ອ່ານໜັງສື ແລະ ເບິ່ງກ້ອນເມກ—ເຊິ່ງແມ່ນເມກແທ້ໆເທິງທ້ອງຟ້າ.
Want to help? Learn how to contribute to Fedora Docs ›