ນະໂຍບາຍການປ່ຽນແປງນະໂຍບາຍ

ການສະເໜີປ່ຽນແປງນະໂຍບາຍຂອງ Fedora Council ຈະຕ້ອງໄດ້ຮັບການປະກາດຕໍ່ສາທາລະນະຢູ່ ແທັກ #council ໃນ Fedora Discussion ແລະ ໃນໂພສ ບລັອກຊຸມຊົນ Fedora ເພື່ອຮັບຄຳຄິດເຫັນຈາກຊຸມຊົນ. ຫຼັງຈາກຜ່ານໄປຢ່າງໜ້ອຍສອງອາທິດຕາມປະຕິທິນ, Fedora Council ສາມາດລົງຄະແນນສຽງຕໍ່ກັບການປ່ຽນແປງທີ່ສະເໜີນັ້ນ ໂດຍໃຊ້ຮູບແບບການລົງຄະແນນສຽງແບບ ມະຕິເອກະພາບສົມບູນ. ຫຼັງຈາກໄດ້ຮັບການອະນຸມັດ, ການປ່ຽນແປງຈະຖືກສະແດງໃຫ້ເຫັນໃນ ໜ້ານະໂຍບາຍຂອງ Fedora Council.