ມີສ່ວນຮ່ວມກັບ Fedora Diversity, Equity, & Inclusion (DEI) Team
Fedora Diversity, Equity, & Inclusion (DEI) Team ຍິນດີຕ້ອນຮັບຜູ້ປະກອບສ່ວນໃໝ່ສະເໝີ. ບໍ່ວ່າທ່ານຈະເປັນຜູ້ມາໃໝ່ ຫຼື ຜູ້ເກົ່າ, ບໍ່ວ່າທ່ານຈະສາມາດຊ່ວຍເຫຼືອໄດ້ເລື້ອຍໆ ຫຼື ເປັນບາງຄັ້ງຄາວ, ກໍມີຫຼາຍຊ່ອງທາງໃນການເຂົ້າຮ່ວມ. ໃນນາມສະມາຊິກ Fedora Diversity, Equity, & Inclusion (DEI) Team, ທ່ານສາມາດ:
-
ເຮັດວຽກຢ່າງໃກ້ຊິດກັບຜູ້ນຳຂອງ Fedora ເພື່ອສ້າງຂໍ້ລິເລີ່ມຕັ້ງແຕ່ເລີ່ມຕົ້ນ ເຊິ່ງຈະກຳນົດທິດທາງດ້ານຄວາມຫຼາກຫຼາຍ, ຄວາມສະເໝີພາບ ແລະ ການມີສ່ວນຮ່ວມ (DEI) ໃນຊຸມຊົນ Fedora.
-
ຈັດງານລະດັບໂລກ ເຊັ່ນ: ສັບປະດາແຫ່ງຄວາມຫຼາກຫຼາຍຂອງ Fedora (Fedora Week of Diversity) ເພື່ອສະໜັບສະໜູນຜູ້ຄົນທີ່ມີພື້ນຖານທີ່ຫຼາກຫຼາຍ ໃນການເລີ່ມຕົ້ນກ້າວທຳອິດເຂົ້າສູ່ຊຸມຊົນ Fedora.
-
ຮ່ວມມືກັບທີມງານຕ່າງໆ ເຊັ່ນ ທີມງານແປພາສາ (Localization) ເພື່ອຊ່ວຍໃຫ້ສະມາຊິກຊຸມຊົນ Fedora ທີ່ມີພື້ນຖານຫຼາກຫຼາຍ ສາມາດປະກອບສ່ວນໄດ້ຢ່າງມີປະສິດທິພາບ.
-
ຈັດກອງປະຊຸມສຳມະນາ ແລະ ກິດຈະກຳສ້າງຄວາມເຂັ້ມແຂງໃຫ້ຊຸມຊົນ ເພື່ອສົ່ງເສີມການມີສ່ວນຮ່ວມໃນຊຸມຊົນ Fedora.
-
ສ້າງເນື້ອຫາປະຊາສຳພັນ ເຊັ່ນ: ວິດີໂອ, ອິນໂຟກຣາຟິກ ແລະ ບົດຄວາມບລັອກ ເພື່ອເພີ່ມການຮັບຮູ້ກ່ຽວກັບສະມາຊິກຊຸມຊົນທີ່ຍັງຂາດໂອກາດໃນການສະແດງອອກໃນຊຸມຊົນ Fedora.
-
ສຶກສາຄົ້ນຄວ້າກ່ຽວກັບຂໍ້ລິເລີ່ມດ້ານຄວາມຫຼາກຫຼາຍ, ຄວາມສະເໝີພາບ ແລະ ການມີສ່ວນຮ່ວມ ໃນຊຸມຊົນໂອເພນຊອດ (open source) ອື່ນໆ ແລະ ວິທີການນຳໃຊ້ມາປັບໃຊ້ກັບຊຸມຊົນ Fedora.
ສົນໃຈຢາກຊ່ວຍເຫຼືອ Fedora Diversity, Equity, & Inclusion (DEI) Team ບໍ່? ໜ້ານີ້ຈະອະທິບາຍຂັ້ນຕອນທົ່ວໄປໃນການເຂົ້າຮ່ວມກັບທີມງານຂອງພວກເຮົາ.
ສ້າງບັນຊີລະບົບ Fedora Account System (FAS)
ຜູ້ປະກອບສ່ວນທັງໝົດໃນ Fedora ຕ້ອງໄດ້ລົງທະບຽນໃນ Fedora Account System. ຜູ້ປະກອບສ່ວນໃໝ່ຈະຖືກຮ້ອງຂໍໃຫ້ເຊັນ ຂໍ້ຕົກລົງຜູ້ປະກອບສ່ວນຂອງໂຄງການ Fedora (FPCA). ນີ້ບໍ່ແມ່ນຂໍ້ຕົກລົງການມອບໂອນລິຂະສິດ, ແຕ່ເພື່ອຮັບປະກັນວ່າການປະກອບສ່ວນຂອງທ່ານຕໍ່ Fedora ແມ່ນຢູ່ພາຍໃຕ້ເງື່ອນໄຂສັນຍາອະນຸຍາດທີ່ຍອມຮັບໄດ້. ຫາກທ່ານຕ້ອງການຄວາມຊ່ວຍເຫຼືອໃນເລື່ອງນີ້, ກະລຸນາຕິດຕໍ່ ທີມງານພື້ນຖານໂຄງລ່າງຂອງ Fedora.
ຟໍຣຳສົນທະນາ Discourse
ພວກເຮົາ ມີແທັກ (tag) ໃນ Fedora Discussion (ຟໍຣຳຊຸມຊົນ Fedora) ເຊິ່ງເປັນບ່ອນທີ່ໃຊ້ປຶກສາຫາລືກ່ຽວກັບຫົວຂໍ້ຕ່າງໆຂອງທີມ.
ແນະນຳຕົວທ່ານເອງ
ຫາກທ່ານຕ້ອງການເຂົ້າຮ່ວມ, ພວກເຮົາຍາກເຮັດຄວາມຮູ້ຈັກກັບທ່ານ! ກະລຸນາໂພສແນະນຳຕົວເອງໃນ #dei-team tag ບົນ Fedora Discussion. ນີ້ແມ່ນຂັ້ນຕອນທີ່ເປັນປະໂຫຍດສຳລັບຄົນອື່ນໆໃນ Fedora Diversity, Equity, & Inclusion (DEI) Team ທີ່ຈະໄດ້ຮູ້ຈັກກັບທ່ານ.
ບໍ່ແນ່ໃຈວ່າຈະເວົ້າຫຍັງດີບໍ່? ລອງພິຈາລະນາຄຳຖາມເຫຼົ່ານີ້ໃນເວລາແນະນຳຕົວທ່ານເອງ:
-
ທ່ານເປັນຄົນໃໝ່ໃນຊຸມຊົນ Fedora ບໍ? ຖ້າແມ່ນ, ສິ່ງໃດທີ່ທ່ານສົນໃຈກ່ຽວກັບ Fedora?
-
ທ່ານມີສ່ວນຮ່ວມກັບຊຸມຊົນອື່ນໆບໍ່? ບອກໃຫ້ພວກເຮົາຮູ້ກ່ຽວກັບສິ່ງທີ່ທ່ານເຮັດໃນຊຸມຊົນ ຫຼື ໂຄງການອື່ນໆ.
-
ທ່ານໄດ້ປະກອບສ່ວນເຂົ້າໃນ Fedora ແລ້ວບໍ່? ບອກໃຫ້ພວກເຮົາຮູ້ວ່າທ່ານມີສ່ວນຮ່ວມໃນພາກສ່ວນໃດຂອງ Fedora.
-
ທ່ານເປັນຜູ້ຈັດກິດຈະກຳ ຫຼື ໂຄງການໃນທ້ອງຖິ່ນບໍ່? ຫາກທ່ານຈັດກິດຈະກຳໃດໜຶ່ງໃນຊຸມຊົນທ້ອງຖິ່ນຂອງທ່ານ, ບອກໃຫ້ພວກເຮົາຮູ້ວ່າທ່ານເຮັດຫຍັງແດ່.
-
ສິ່ງໃດທີ່ທ່ານສົນໃຈກ່ຽວກັບ Fedora Diversity, Equity, & Inclusion (DEI) Team? ທີມງານຂອງພວກເຮົາແມ່ນການລວມຕົວກັນຂອງບຸກຄົນທີ່ມີຄວາມສົນໃຈ ແລະ ຄວາມຊຳນານທີ່ແຕກຕ່າງກັນ. ການຮູ້ຈັກຄວາມສົນໃຈຂອງກັນແລະກັນ ແລະ ສິ່ງທີ່ພວກເຮົາມັກ ຈະຊ່ວຍໃຫ້ພວກເຮົາສາມາດເຊື່ອມຕໍ່ກັນເຂົ້າກັບສິ່ງທີ່ພວກເຮົາຢາກຈະຊ່ວຍເຫຼືອໄດ້.
ເຂົ້າຮ່ວມຫ້ອງສົນທະນາ Matrix
Fedora Diversity, Equity, & Inclusion (DEI) Team ມີຫ້ອງສົນທະນາແບບສົດໆ (real-time) ໃນ Matrix. ພວກເຮົາໃຊ້ຫ້ອງສົນທະນາເພື່ອອັບເດດຂໍ້ມູນສັ້ນໆ, ສົນທະນາທົ່ວໄປ ແລະ ຈັດການປະຊຸມ. ໃຊ້ ລິ້ງນີ້ ເພື່ອເຂົ້າຮ່ວມຜ່ານ Matrix client ທີ່ທ່ານມັກ. ຢ່າລືມກ່າວຄຳທັກທາຍເມື່ອທ່ານເຂົ້າຮ່ວມ!
ເຂົ້າຮ່ວມການປະຊຸມ
ໂດຍປົກກະຕິແລ້ວ Fedora Diversity, Equity, & Inclusion (DEI) Team ຈະຈັດການປະຊຸມທຸກໆສອງສັບປະດາຜ່ານ Jitsi Meet ເພື່ອທົບທວນວຽກງານທີ່ກຳລັງດຳເນີນຢູ່ ແລະ ວາງແຜນວຽກໃໝ່. ມັນເປັນໂອກາດທີ່ດີທີ່ຈະກ່າວຄຳທັກທາຍ ແລະ ພົບປະກັບສະມາຊິກທີມຄົນອື່ນໆແບບສົດໆ ໃນຂະນະທີ່ເບິ່ງວິທີການເຮັດວຽກຂອງພວກເຮົາ. ເບິ່ງ ຄູ່ມືການປະຊຸມຂອງທີມ ສຳລັບວິທີການປະຊຸມຂອງພວກເຮົາ, ລວມທັງ ຂໍ້ຕົກລົງທາງສັງຄົມ ແລະ ຮູບແບບການປະຊຸມ.
ການຈັດການວຽກແບບໃຊ້ລະບົບທິກເກັດ (Ticket)
ຂັ້ນຕອນຕໍ່ໄປໃນການເຂົ້າຮ່ວມແມ່ນການທົບທວນລະບົບຕິດຕາມທິກເກັດຂອງພວກເຮົາ ແລະ ຊອກຫາວຽກທີ່ທ່ານສົນໃຈ. ທິກເກັດທີ່ຍັງເປີດຢູ່ແມ່ນຢູ່ໃນ ຄັງເກັບຂໍ້ມູນ GitLab ຂອງພວກເຮົາ. ວຽກໃໝ່ໆຈະຖືກເພີ່ມເຂົ້າເປັນ "issues" ໃນ GitLab.
ເຫັນທິກເກັດທີ່ເບິ່ງຄືວ່າໜ້າສົນໃຈບໍ່? ຫາກຍັງບໍ່ມີໃຜໄດ້ຮັບມອບໝາຍ, ໃຫ້ຂຽນຄຳຄິດເຫັນໄວ້ ແລະ ສອບຖາມວ່າທ່ານຈະສາມາດຊ່ວຍໄດ້ແນວໃດ. ສະມາຊິກຄົນອື່ໃນທີມຈະຕອບກັບທ່ານພ້ອມຄຳແນະນຳ. ນີ້ແມ່ນໂອກາດທີ່ຈະໄດ້ຮັບການແນະນຳວຽກແບບບໍ່ເປັນທາງການ.
ອີກທາງເລືອກໜຶ່ງ, ທ່ານຄິດວ່າບາງສິ່ງບາງຢ່າງຂາດຫາຍໄປ ຫຼື ສາມາດປັບປຸງໃຫ້ດີຂຶ້ນໃນຊຸມຊົນ Fedora ໄດ້ບໍ່? ເປີດທິກເກັດໃໝ່ພ້ອມກັບແນວຄວາມຄິດ ຫຼື ຂໍ້ສະເໜີແນະຂອງທ່ານ. ແນວຄວາມຄິດທີ່ດີທີ່ສຸດຂອງພວກເຮົາແມ່ນມາຈາກຜູ້ຄົນທີ່ຫຼາກຫຼາຍທີ່ມີພື້ນຖານ, ປະສົບການ ແລະ ມຸມມອງທີ່ແຕກຕ່າງກັນ. ບໍ່ວ່າທ່ານຈະເປັນຜູ້ມາໃໝ່ໃນຊຸມຊົນ Fedora ຫຼື ເປັນຜູ້ປະກອບສ່ວນມາເປັນເວລາດົນນານ, ທ່ານອາດຈະມີແນວຄວາມຄິດທີ່ດີເລີດອັນຕໍ່ໄປສຳລັບທີມງານ. ເປີດທິກເກັດໃໝ່ ແລະ ພວກເຮົາສາມາດປຶກສາຫາລືກັນເພີ່ມເຕີມກ່ຽວກັບແນວຄວາມຄິດ ຫຼື ຂໍ້ສະເໜີແນະຂອງທ່ານ.
ການສະໜັບສະໜູນສະມາຊິກທີມ (Sponsorship)
ເມື່ອມີໃຜຜູ້ໜຶ່ງຖືກພິຈາລະນາໃຫ້ເປັນສະມາຊິກທີ່ມີສິດອອກສຽງຢ່າງເຕັມສ່ວນຂອງ Fedora Diversity, Equity, & Inclusion (DEI) Team, ພວກເຮົາເອີ້ນບຸກຄົນນັ້ນວ່າ ສະມາຊິກທີ່ໄດ້ຮັບການສະໜັບສະໜູນ (sponsored member). ຫຼັງຈາກທີ່ໄດ້ໃຊ້ເວລາປະກອບສ່ວນກັບ Fedora Diversity, Equity, & Inclusion (DEI) Team, ທ່ານສາມາດເຂົ້າຮ່ວມທີມໃນຖານະທີ່ເປັນທາງການໃນຖານະສະມາຊິກທີ່ມີສິດອອກສຽງຢ່າງເຕັມສ່ວນ. ຂັ້ນຕອນການເປັນສະມາຊິກທີ່ໄດ້ຮັບການສະໜັບສະໜູນມີດັ່ງນີ້:
-
ລົມກັບສະມາຊິກຂອງ Fedora Diversity, Equity, & Inclusion (DEI) Team ເພື່ອຊອກຫາຜູ້ສະໜັບສະໜູນ (sponsor). ທ່ານສາມາດເບິ່ງລາຍຊື່ສະມາຊິກທີມທີ່ໄດ້ຮັບການສະໜັບສະໜູນໄດ້ໃນ
diversity-teamFedora Account System group. -
ຜູ້ສະໜັບສະໜູນຈະເປີດທິກເກັດ "ສະມາຊິກທີມໃໝ່" (New Team Member) ໃນລະບົບຕິດຕາມທິກເກັດຂອງ Fedora Diversity, Equity, & Inclusion (DEI) Team.
-
ທິກເກັດຈະຖືກເປີດໄວ້ເປັນເວລາສອງສັບປະດາເພື່ອໃຫ້ສະມາຊິກຄົນອື່ນໆໄດ້ລົງຄະແນນສຽງ ແລະ/ຫຼື ໃຫ້ຄຳຄິດເຫັນກ່ຽວກັບການເປັນສະມາຊິກທີມຂອງທ່ານ.
-
ຫາກພວກເຮົາບໍ່ໄດ້ຂໍ້ສະຫຼຸບທີ່ເປັນເອກະພາບກັນພາຍໃນໄລຍະເວລາສອງສັບປະດາ, ສາມາດຂະຫຍາຍເວລາອອກໄປໄດ້ອີກສອງສັບປະດາ.
-
ຄະແນນສຽງຄັດຄ້ານຈະເຮັດໃຫ້ຂັ້ນຕອນຢຸດສະງັກ ແລະ ຕ້ອງມີການປຶກສາຫາລືກັນ.
-
-
ຕ້ອງມີມະຕິເປັນເອກະພາບຢ່າງເຕັມສ່ວນເພື່ອໃຫ້ທ່ານເຂົ້າຮ່ວມ Fedora Diversity, Equity, & Inclusion (DEI) Team. ນີ້ໝາຍຄວາມວ່າຕ້ອງມີຄະແນນສຽງ +1 ຢ່າງໜ້ອຍສາມສຽງ ແລະ ບໍ່ມີຄະແນນສຽງ -1.
-
ຫາກໄດ້ມະຕິເປັນເອກະພາບແລ້ວ, ທ່ານຈະຖືກເພີ່ມເຂົ້າໃນກຸ່ມ Fedora Account System (FAS).
ຜູ້ສະໜັບສະໜູນຈະປະເມີນການເປັນສະມາຊິກຂອງທ່ານໃນບາງວິທີດັ່ງນີ້:
-
ຄວາມສາມາດໃນການເຮັດວຽກຮ່ວມກັບເພື່ອນຮ່ວມງານ.
-
ໂດຍເບິ່ງຈາກການມີປະຕິສຳພັນຂອງຜູ້ທີ່ອາດຈະເປັນສະມາຊິກໃນການປະຊຸມ ແລະ ໃນຊ່ອງທາງສົນທະນາ.
-
ໂດຍເບິ່ງຈາກວິທີທີ່ຜູ້ທີ່ອາດຈະເປັນສະມາຊິກຕອບສະໜອງຕໍ່ຄຳວິພາກວິຈານ.
-
ໂດຍເບິ່ງຈາກວິທີທີ່ຜູ້ທີ່ອາດຈະເປັນສະມາຊິກມີສ່ວນຮ່ວມໃນຟໍຣຳ, ຫ້ອງສົນທະນາ ແລະ ລະບົບຕິດຕາມທິກເກັດ.
-
-
ການມີສ່ວນຮ່ວມໃນຊຸມຊົນທີ່ນອກເໜືອໄປຈາກ Fedora Diversity, Equity, & Inclusion (DEI) Team.
-
ໂດຍເບິ່ງຈາກການມີປະຕິສຳພັນຂອງຜູ້ທີ່ອາດຈະເປັນສະມາຊິກໃນຊຸມຊົນ Fedora.
-
ຜູ້ທີ່ອາດຈະເປັນສະມາຊິກໄດ້ມີສ່ວນຮ່ວມໃນຟໍຣຳ, ຫ້ອງສົນທະນາ ແລະ ລະບົບຕິດຕາມທິກເກັດບໍ່? ເຂົາເຈົ້າສະແດງທັດສະນະຄະຕິທີ່ພ້ອມຈະຊ່ວຍເຫຼືອ ແລະ ໃຫ້ກຽດແນວຄວາມຄິດຂອງຜູ້ນຳອື່ນໆບໍ່?
-
-
ຄວາມຕັ້ງໃຈ ແລະ ການຕິດຕາມວຽກໃຫ້ສຳເລັດ.
-
ໂດຍເບິ່ງຈາກເວລາທີ່ໄດ້ມອບໃຫ້ກັບ Fedora Diversity, Equity, & Inclusion (DEI) Team ຜ່ານມາ.
-
ໂດຍເບິ່ງວ່າຜູ້ທີ່ອາດຈະເປັນສະມາຊິກຕິດຕາມຂັ້ນຕອນຕ່າງໆໄດ້ດີພຽງໃດຜ່ານບັນຫາທີ່ຍາກລຳບາກ.
-
ໂດຍເບິ່ງວ່າຜູ້ທີ່ອາດຈະເປັນສະມາຊິກມີສ່ວນຮ່ວມໃນຫົວຂໍ້ທີ່ຍາກໆ ໃນທາງທີ່ສ້າງສັນແນວແນວໃດ.
-
ໂດຍເບິ່ງຈາກການປາກົດຕົວໃນການປະຊຸມ ຫຼື ຫ້ອງສົນທະນາຢ່າງສະໝ່ຳສະເໝີ.
-
Want to help? Learn how to contribute to Fedora Docs ›