ສາຂາ ELN
ທຸກຄັ້ງທີ່ເປັນໄປໄດ້, ວຽກງານ ELN ຄວນເຮັດຢູ່ໃນສາຂາ Fedora rawhide. ແຕ່ບາງຄັ້ງວຽກງານ ELN ຈໍາເປັນຕ້ອງໄດ້ເຮັດໃນສາຂາ Fedora eln. ນີ້ແມ່ນຂັ້ນຕອນຕ່າງໆເພື່ອເຮັດໃຫ້ສິ່ງນັ້ນເກີດຂຶ້ນ.
ຂັ້ນຕອນທີ 1: ຂໍອະນຸຍາດ
ເພື່ອປ້ອງກັນບໍ່ໃຫ້ມີສາຂາ ELN ທີ່ບໍ່ມີຜູ້ດູແລເປັນຈໍານວນຫຼາຍ ລວມທັງເພື່ອຮັບປະກັນວ່າລະບົບອັດຕະໂນມັດຂອງ ELN ຈະບໍ່ຂຽນທັບການປ່ຽນແປງດ້ວຍການບິວ (build) ຈາກສາຂາ Rawhide ຕໍ່ໄປ, ກຸ່ມ ELN SIG ຈະຕ້ອງອະນຸມັດແຕ່ລະການຮ້ອງຂໍສໍາລັບສາຂາ.
ເພື່ອຂໍອະນຸຍາດ, ໃຫ້ສ້າງ ELN Issue.
ກະລຸນາລະບຸເຫດຜົນທີ່ເຈົ້າຕ້ອງການສາຂາ eln, ລວມທັງໃຜຈະເປັນຜູ້ດູແລສາຂາ eln ດັ່ງກ່າວ.
ຂັ້ນຕອນທີ 2: ສ້າງສາຂາ
ເຈົ້າແມ່ນຜູ້ດູແລ Fedora
ຖ້າເຈົ້າເປັນຜູ້ດູແລ Fedora ຂອງແພັກເກດທີ່ຕ້ອງການສາຂາ, ຂັ້ນຕອນຕໍ່ໄປແມ່ນຂ້ອນຂ້າງງ່າຍດາຍ.
fedpkg request-branch eln --no-auto-module --repo <package>
ເຈົ້າບໍ່ແມ່ນຜູ້ດູແລ Fedora
ຖ້າເຈົ້າບໍ່ແມ່ນຜູ້ດູແລ Fedora ສໍາລັບແພັກເກດນັ້ນ, ເຈົ້າຈໍາເປັນຕ້ອງຂໍໃຫ້ຜູ້ດູແລ Fedora ຄົນໃດຄົນໜຶ່ງສ້າງສາຂາ ELN ໃຫ້.
ຖ້າເຈົ້າຕ້ອງການເຮັດຕາມຂັ້ນຕອນແບບເປັນທາງການໃນການຮ້ອງຂໍສາຂາ, ໃຫ້ເປີດຕິ໋ກເກັດ bugzilla ສໍາລັບແພັກເກດນັ້ນ.
|
ຟິວ (field) ຕ່າງໆໃນ Bugzilla ສໍາລັບການຮ້ອງຂໍສາຂາ ELN (ທາງເລືອກ)
|
ລຶບລາຍລະອຽດ (Description) ອອກ ແລ້ວໃສ່ວ່າ
Please branch <package> in eln fedpkg request-branch eln --no-auto-module --repo <package> ຂ້ອຍຈະເປັນຜູ້ດູແລສາຂາ eln ນີ້. ຖ້າເຈົ້າຄິດວ່າບໍ່ສາມາດເຮັດສິ່ງນີ້ໄດ້ທັນເວລາ ແລະ/ຫຼື ຢາກໃຫ້ຂ້ອຍເປັນຜູ້ດູແລຮ່ວມ, ກະລຸນາເພີ່ມຂ້ອຍ (FAS <your FAS Id>) ເປັນຜູ້ດູແລຮ່ວມຜ່ານທາງ https://src.fedoraproject.org/rpms/<package>/adduser
ຂັ້ນຕອນທີ 3: ດູແລຮັກສາສາຂາ
ຫຼັງຈາກທີ່ສາຂາຂອງເຈົ້າຖືກສ້າງຂຶ້ນແລ້ວ, ຂໍໃຫ້ຈື່ໄວ້ວ່າສາຂາ ELN ແມ່ນຄວາມຮັບຜິດຊອບຂອງເຈົ້າ. ຢ່າສ້າງສາຂາຂຶ້ນມາ, ບິວພຽງຄັ້ງດຽວ, ແລ້ວບໍ່ມາແຕະຕ້ອງສາຂານັ້ນອີກເລີຍ.
ຖ້າເຈົ້າຕັດສິນໃຈວ່າບໍ່ຕ້ອງການສາຂາ ELN ອີກຕໍ່ໄປ ຢ່າເຮັດການຍົກເລີກ (retire) ສາຂານັ້ນດ້ວຍຕົນເອງ. ເຈົ້າຕ້ອງແຈ້ງໃຫ້ກຸ່ມ ELN SIG ຊາບ. ກຸ່ມ ELN SIG ຈະຕ້ອງໄດ້ປ່ຽນແປງການຕັ້ງຄ່າ ລວມທັງເຮັດການຍົກເລີກສາຂາຢ່າງຖືກຕ້ອງ.
Want to help? Learn how to contribute to Fedora Docs ›