ຄຳຖາມທີ່ພົບເລື້ອຍ

ເປັນຫຍັງຕ້ອງແມ່ນ ELN?

ການແຈກຢາຍ Fedora ແມ່ນ, ນອກເໜືອຈາກສິ່ງອື່ນໆ, ເປັນ ຕົ້ນນ້ຳ (upstream) ສຳລັບ Red Hat Enterprise Linux (RHEL). ໂດຍການປັບແຕ່ງ buildroot ແລະ ການກຳນົດຄ່າຕ່າງໆ, ELN ຊ່ວຍໃຫ້ຜູ້ຮ່ວມພັດທະນາ Fedora ທີ່ເຮັດວຽກກ່ຽວກັບ RHEL ແລະ ໂຄງການປາຍນ້ຳ (downstreams) ອື່ນໆ ສາມາດປະເມີນສະຖານະຂອງຕົ້ນນ້ຳຈາກມຸມມອງຂອງພວກເຂົາໄດ້. ຜົນປະໂຫຍດສຳລັບການແຈກຢາຍ Fedora ແມ່ນຜູ້ຮ່ວມພັດທະນາທີ່ເຮັດວຽກທັງຕົ້ນນ້ຳ ແລະ ປາຍນ້ຳ ຈະສາມາດເຊື່ອມຕໍ່ກັບສະຖານະຂອງ Fedora ໄດ້ຢ່າງຕໍ່ເນື່ອງ — ໂດຍສະເພາະ, ແຕ່ບໍ່ຈຳກັດພຽງແຕ່ Rawhide ເທົ່ານັ້ນ.

ບົດບາດຂອງ ELN ຕໍ່ກັບ CentOS Stream ແມ່ນຫຍັງ?

ELN ແມ່ນການບິລ (rebuild) ໃໝ່ຢ່າງຕໍ່ເນື່ອງຂອງຊອດໂຄ້ດ (sources) ຈາກ Fedora Rawhide. ໃນບາງຄັ້ງ ພາບຖ່າຍສະຖານະ (snapshot) ໃດໜຶ່ງຂອງ ELN ຈະຖືກນຳໃຊ້ເພື່ອເລີ່ມຕົ້ນ (bootstrap) CentOS Stream ໃໝ່ ສຳລັບ RHEL ລຸ້ນຫຼັກໃໝ່. ບໍ່ມີການຊິງຄ໌ (sync) ຢ່າງຕໍ່ເນື່ອງລະຫວ່າງ ELN ແລະ ເວີຊັນໃດໜຶ່ງຂອງ CentOS Stream. ກິດຈະກຳການ bootstrap ຈະເກີດຂຶ້ນພຽງຄັ້ງດຽວສຳລັບແຕ່ລະເວີຊັນຂອງ CentOS Stream. ເບິ່ງຮູບພາບ:

fedora eln centos stream rhel
ຂໍ້ແຕກຕ່າງລະຫວ່າງ Rawhide ແລະ ELN ແມ່ນຫຍັງ?

ສຳລັບແພັກເກດສ່ວນໃຫຍ່, ມີຄວາມແຕກຕ່າງກັນພຽງເລັກນ້ອຍ ຫຼື ບໍ່ມີຄວາມແຕກຕ່າງລະຫວ່າງແພັກເກດ Rawhide ແລະ ELN. ພວກມັນເປັນເວີຊັນດຽວກັນ, ໂດຍປົກກະຕິແລ້ວແມ່ນບິລຢູ່ເທິງໄລບຣາຣີ (libraries) ດຽວກັນ. ແຕ່ມີບາງ ຄວາມແຕກຕ່າງຂອງ buildroot ໃນ ຄອມໄພເລີແຟລັກ (compiler flags) ແລະ ມາໂຄຣລວມ (global macros) ທີ່ອາດເຮັດໃຫ້ເກີດຄວາມແຕກຕ່າງໃນການບິລ.

ໝາຍເຫດ: ຫຼາຍແພັກເກດມີເງື່ອນໄຂ %if fedora / rhel ໃນໄຟລ໌ spec ຂອງພວກເຂົາ ເຊິ່ງເຮັດໃຫ້ເກີດຄວາມແຕກຕ່າງ ລະຫວ່າງແພັກເກດ Rawhide ແລະ ELN ທີ່ບິລອອກມາ. ການລະບຸຄວາມແຕກຕ່າງທັງໝົດເຫຼົ່ານັ້ນແມ່ນເກີນຂອບເຂດຂອງເອກະສານນີ້.
ELN ປະຕິບັດຕາມແນວທາງການສ້າງແພັກເກດ (packaging guidelines) ໃດ?

ເວັ້ນເສຍແຕ່ຈະລະບຸໄວ້ເປັນຢ່າງອື່ນໃນເອກະສານນີ້, Fedora ELN ແມ່ນຖືກກຳນົດໃຫ້ປະຕິບັດຕາມ ແນວທາງການສ້າງແພັກເກດຂອງ Fedora ທີ່ໄດ້ປະກາດໄວ້ທັງໝົດ. ຂໍ້ແຕກຕ່າງທີ່ພົບເລື້ອຍອັນໜຶ່ງແມ່ນ ການນຳໃຊ້ dependencies ທີ່ລວມມາ (bundled dependencies). ໂດຍທົ່ວໄປແລ້ວ, ການສ້າງແພັກເກດຂອງ Fedora ແນະນຳໃຫ້ແຍກ dependencies ທັງໝົດອອກເປັນແພັກເກດຕ່າງຫາກ. ເຖິງຢ່າງໃດກໍຕາມ, ໃນບາງກໍລະນີ ສິ່ງນີ້ອາດເຮັດໃຫ້ແພັກເກດດຽວຕ້ອງການແພັກເກດເພີ່ມເຕີມຈຳນວນຫຼາຍ (ຫຼາຍສິບ ຫຼື ຫຼາຍຮ້ອຍ). ເນື່ອງຈາກຂໍ້ຈຳກັດທາງກົດໝາຍຂອງ Red Hat Enterprise Linux ທີ່ຖືກກຳນົດໄວ້ສຳລັບການແຈກຢາຍໃນຕະຫຼາດຫຼັກ, ຈຶ່ງນິຍົມໃຫ້ກໍລະນີດັ່ງກ່າວຖືກສ້າງເປັນແພັກເກດດຽວແທນ.

ຂໍ້ແຕກຕ່າງລະຫວ່າງເຄີເນິລ (kernel) ຂອງ Rawhide ແລະ ELN ແມ່ນຫຍັງ?

ເຄີເນິລແມ່ນໜຶ່ງໃນແພັກເກດທີ່ໃຊ້ເງື່ອນໄຂ %if fedora ຢ່າງຫຼວງຫຼາຍ. ໃນຂະນະທີ່ຊອດໂຄ້ດ (source tree) ແມ່ນອັນດຽວກັນ, ເເຄີເນິລຂອງ Rawhide ຈະໃຊ້ການກຳນົດຄ່າຂອງ Fedora ແລະ ເຄີເນິລຂອງ ELN ແມ່ນຖືກບິລ ດ້ວຍການກຳນົດຄ່າເຄີເນິລຂອງ RHEL. ຜົນທີ່ຕາມມາແມ່ນ ເຄີເນິລຂອງ Rawhide ມັກຈະຮອງຮັບອຸປະກອນຮາດແວ ແລະ ຄຸນສົມບັດຕ່າງໆໃນຂອບເຂດທີ່ກວ້າງກວ່າຫຼາຍ. ຂໍ້ແຕກຕ່າງທີ່ເຫັນໄດ້ຊັດເຈນແມ່ນ ເຄີເນິລຂອງ ELN ບໍ່ຮອງຮັບ btrfs ເລີຍ, ເຮັດໃຫ້ຍາກໃນການຕິດຕັ້ງ ແລະ ນຳໃຊ້ໃນລະບົບທີ່ຖືກຕິດຕັ້ງເປັນ Fedora Workstation edition, ຫຼື ໃນໄຟລ໌ Image ຂອງ Fedora 35 ຫຼື ໃໝ່ກວ່າ ເຊິ່ງໃຊ້ btrfs ເປັນຄ່າເລີ່ມຕົ້ນ. ນອກຈາກນີ້ ຍັງມີຄວາມແຕກຕ່າງໃນຮາດແວພື້ນຖານທີ່ຮອງຮັບ, ໝາຍຄວາມວ່າເຄີເນິລຂອງ ELN ອາດຈະບໍ່ເຮັດວຽກໃນລະບົບເກົ່າ ທີ່ເຄີເນິລຂອງ Rawhide ສາມາດເຮັດວຽກໄດ້ຕາມປົກກະຕິ.

ເມື່ອໃດທີ່ຂ້ອຍຄວນໃຊ້ rpm macro %{eln}?

ບໍ່ຄວນໃຊ້ເລີຍ. ໃນເກືອບທຸກກໍລະນີ, ແທ້ຈິງແລ້ວເຈົ້າຄວນໃຊ້ macro %{rhel}. ເບິ່ງ ELN Macros ສຳລັບຂໍ້ມູນເພີ່ມເຕີມ.

ບໍ່ມີບຣາວເຊີ (browser) ຕິດຕັ້ງມາກ່ອນໃນ ELN, ຂ້ອຍຄວນເຮັດແນວໃດ?

RHEL 11 ຈະຈັດສົ່ງ ແລະ ຕິດຕັ້ງພຽງແຕ່ Firefox RHEL Flatpak ເທົ່ານັ້ນ ແລະ ບໍ່ແມ່ນເວີຊັນ RPM. ເນື່ອງຈາກ ELN ປະຕິບັດຕາມສິ່ງທີ່ RHEL 11 ຈະເປັນຢ່າງໃກ້ຊິດ, ມັນຈຶ່ງບໍ່ລວມເອົາ Firefox ເວີຊັນ RPM ມາໃຫ້ເປັນຄ່າເລີ່ມຕົ້ນ, ແລະ ບໍ່ມີ Flatpaks ໃດໆ ທີ່ຖືກສ້າງຂຶ້ນສຳລັບ ELN. ເພື່ອໃຫ້ລະບົບທີ່ເຈົ້າຕິດຕັ້ງ ໃກ້ຄຽງກັບ RHEL 11 ທີ່ສຸດ, ພວກເຮົາແນະນຳໃຫ້ເຈົ້າຕິດຕັ້ງ Firefox Fedora Flatpak ໂດຍປະຕິບັດຕາມ ຄູ່ມືການຕິດຕັ້ງ Fedora Flatpaks ຫຼື Firefox RHEL Flatpak ໂດຍປະຕິບັດຕາມ ຄູ່ມືການຕິດຕັ້ງ RHEL Flatpaks. ອີກທາງເລືອກໜຶ່ງ, ມີ firefox RPM ໃນຄັງເກັບຊອບແວ ELN Extras. ຜູ້ໃຊ້ KDE ກໍອາດຈະຕ້ອງການຕິດຕັ້ງ ແພັກເກດ RPM angelfish, falkon, ແລະ/ຫຼື konqueror, ຍົກເວັ້ນໃນ s390x ທີ່ບໍ່ມີໃຫ້ໃຊ້ງານ.