ການຕິດຕັ້ງ Fedora Asahi Remix

Fedora Asahi Remix ແມ່ນຖືກຕິດຕັ້ງຈາກ macOS. ເວີຊັນ macOS ຕໍ່າສຸດທີ່ຮອງຮັບແມ່ນ 13.5 ແລະ 14.2. ເນື່ອງຈາກບັນຫາຂອງ macOS ທີ່ຢູ່ນອກເໜືອການຄວບຄຸມຂອງພວກເຮົາ, ທ່ານອາດຈະໄດ້ຮັບການແນະນຳໃຫ້ອັບເກຣດເປັນ 14.2 ຖ້າທ່ານໃຊ້ເວີຊັນລະຫວ່າງກາງ.

ເພື່ອຕິດຕັ້ງເວີຊັນທີ່ປ່ອຍອອກມາຫຼ້າສຸດ, ໃຫ້ເປີດເທີມິນໍ (terminal) ແລ້ວດຳເນີນການຄຳສັ່ງຕໍ່ໄປນີ້ໃນຖານະຜູ້ໃຊ້ທົ່ວໄປ:

$ curl https://fedora-asahi-remix.org/install | sh

ປະຕິບັດຕາມຄຳແນະນຳຈາກສະຄຣິບ ແລ້ວທ່ານຈະສາມາດຕິດຕັ້ງ Fedora Asahi Remix ໄດ້ໃນເວລາບໍ່ດົນ.

ຖ້າທ່ານຕ້ອງການຕິດຕັ້ງ nightly build ແລະ ມີຕົວເລືອກເພີ່ມເຕີມ (ເຊັ່ນ: ເບຕ້າ ແລະ ເວີຊັນກ່ອນໜ້າ), ໃຫ້ໃຊ້ຄຳສັ່ງນີ້ແທນ:

$ curl https://fedora-asahi-remix.org/builds | sh