ການຍ້າຍຈາກ Fedora Atomic Host (FAH) ໄປຫາ Fedora CoreOS (FCOS)
ພາບລວມ
Fedora Atomic Host ແມ່ນລະບົບສຳລັບຕິດຕັ້ງແອັບພລິເຄຊັນໃນຄອນເທນເນີ. ຜູ້ໃຊ້ FAH ທີ່ມີຢູ່ແລ້ວແມ່ນໄດ້ຮັບການແນະນຳໃຫ້ຍ້າຍໄປໃຊ້ FCOS, ເນື່ອງຈາກໂຄງການດັ່ງກ່າວໄດ້ສິ້ນສຸດການພັດທະນາແລ້ວ.
FAH ໃຊ້ cloud-init ສຳລັບການຈັດຕຽມລະບົບ (provisioning), ເຊິ່ງກຳນົດໃຫ້ຜູ້ໃຊ້ສະໜອງໄຟລ໌ cloud-config ເປັນ userdata ສຳລັບການຕັ້ງຄ່າ instance. ເນື່ອງຈາກ FCOS Ignition ແລະ cloud-init ມີຄວາມແຕກຕ່າງກັນ ແລະ ມີຊຸດຄຸນສົມບັດທີ່ຊ້ຳຊ້ອນກັນ, ມັນຈຶ່ງບໍ່ງ່າຍທີ່ຈະແປງໄຟລ໌ cloud-init ໃຫ້ເປັນ Ignition. ໃນປັດຈຸບັນ, ຍັງບໍ່ມີເຄື່ອງມືສຳລັບການແປງນີ້, ດັ່ງນັ້ນທ່ານຕ້ອງແປງການຕັ້ງຄ່າ cloud-init ໃຫ້ເປັນການຕັ້ງຄ່າ Butane ດ້ວຍຕົນເອງ. ສາມາດເບິ່ງ Butane Specification ສຳລັບຄຳອະທິບາຍກ່ຽວກັບຕົວເລືອກການຕັ້ງຄ່າທີ່ມີຢູ່.
ການແປງ userdata ຂອງ cloud-init ແລະ cloud-config
ຕົວຢ່າງຕໍ່ໄປນີ້ສະແດງໃຫ້ເຫັນເຖິງຄວາມແຕກຕ່າງລະຫວ່າງ userdata ຂອງ FAH ແລະ ການຕັ້ງຄ່າຜູ້ໃຊ້ດ້ວຍ Butane.
#cloud-config
password: atomic
ssh_pwauth: True
chpasswd: { expire: False }
ssh_authorized_keys:
- ssh-rsa ...
ສິ່ງນີ້ສາມາດແປງດ້ວຍຕົນເອງໃຫ້ເປັນ node passwd ພາຍໃນການຕັ້ງຄ່າ Butane:
variant: fcos
version: 1.7.0
passwd:
users:
- name: core
password_hash: "$6$5s2u6/jR$un0AvWnqilcgaNB3Mkxd5yYv6mTlWfOoCYHZmfi3LDKVltj.E8XNKEcwWm..."
ssh_authorized_keys:
- "ssh-rsa AAAAB3NzaC1yc2EAAAADAQABAAABAQDGdByTgSVHq......."
groups: [ sudo, docker ]
| ໂດຍຄ່າເລີ່ມຕົ້ນ, Fedora CoreOS ຈະປິດການເຂົ້າລະບົບດ້ວຍລະຫັດຜ່ານຜ່ານ SSH. ຂໍແນະນຳຢ່າງຍິ່ງໃຫ້ໃຊ້ພຽງແຕ່ການຢັ້ງຢືນຕົວຕົນດ້ວຍ key ເທົັ້ນ. ເຖິງຢ່າງໃດກໍຕາມ, ການຕັ້ງລະຫັດຜ່ານອາດຈະມີປະໂຫຍດສຳລັບການເຂົ້າລະບົບຜ່ານ console ໂດຍກົງ. |
ການແປງການກຳນົດຄ່າບ່ອນເກັບຂໍ້ມູນ (storage definitions)
ໃນ FAH, ທ່ານສາມາດຕັ້ງຄ່າບ່ອນເກັບຂໍ້ມູນເພີ່ມເຕີມສຳລັບລະບົບດ້ວຍ cloud-init ຫຼື docker-storage-setup ຜ່ານໄຟລ໌ /etc/sysconfig/docker-storage-setup. ສ່ວນໃນ FCOS, ທ່ານຄວນຕັ້ງຄ່າບ່ອນເກັບຂໍ້ມູນເພີ່ມເຕີມໃນເວລາຈັດຕຽມລະບົບ (provisioning) ຜ່ານ Ignition ໃນ node storage ຂອງການຕັ້ງຄ່າ Butane.
Want to help? Learn how to contribute to Fedora Docs ›