ການຕິດຕັ້ງ Fedora CoreOS ຢູ່ເທິງ AppleHV
ຄູ່ມືນີ້ຈະສະແດງວິທີການຕິດຕັ້ງ Fedora CoreOS (FCOS) ໃໝ່ ຢູ່ເທິງ macOS ໂດຍໃຊ້ vfkit.
ສິ່ງທີ່ຕ້ອງມີມາກ່ອນ
ກ່ອນທີ່ຈະຕິດຕັ້ງເຄື່ອງ FCOS, ທ່ານຕ້ອງມີໄຟລ໌ການກຳນົດຄ່າ Ignition ທີ່ມີການປັບແຕ່ງຂອງທ່ານ. ຖ້າທ່ານຍັງບໍ່ມີ, ໃຫ້ເບິ່ງ ການສ້າງໄຟລ໌ Ignition.
ທ່ານຍັງຈຳເປັນຕ້ອງໄດ້ສ້າງ ຫຼື ຈັດຫາ vfkit. ໄຟລ໌ binary ທີ່ສ້າງໄວ້ແລ້ວແມ່ນມີໃຫ້ຢູ່ໜ້າ releases ຂອງມັນ. Vfkit ກໍຄືກັນກັບ QEMU ທີ່ມີຫຼາຍຕົວເລືອກ ເຊິ່ງຢູ່ນອກເໜືອຂອບເຂດຂອງຕົວຢ່າງການຕິດຕັ້ງນີ້. ກະລຸນາພິຈາລະນາອ່ານ ເອກະສານແນະນຳ ຂອງພວກເຂົາ.
ການບູດ VM ໃໝ່ ຢູ່ເທິງ macOS
ສ່ວນນີ້ຈະສະແດງວິທີການບູດ VM ໃໝ່ດ້ວຍ vfkit. Vfkit ສາມາດເຮັດວຽກໄດ້ທັງກັບເຄື່ອງ Mac ທີ່ໃຊ້ Intel ແລະ Apple Silicon.
ການດາວໂຫລດອິມເມຈ AppleHV
ດາວໂຫລດອິມເມຈລຸ້ນຫຼ້າສຸດທີ່ເໝາະສົມກັບສະຕຣີມ (stream) ເປົ້າໝາຍຂອງທ່ານ (ຫຼື ດາວໂຫລດ ແລະ ກວດສອບ ມັນຈາກເວັບໄຊ). ຢ່າລືມດາວໂຫລດອິມເມຈທີ່ເໝາະສົມກັບສະຖາປັດຕະຍະກຳຂອງເຄື່ອງ Mac ຂອງທ່ານ. ເມື່ອດາວໂຫລດແລ້ວ, ທ່ານຈະຕ້ອງໄດ້ແຕກໄຟລ໌ອິມເມຈນັ້ນນຳ.
If you want to keep a copy of the image file, use cp with the -c flag.
|
This copies the file using clonefile(2), thus creating a Copy-on-Write (CoW) clone of the file. Less disk space will be used for storing the file `image.raw.original`.
=== ການຕັ້ງຄ່າ VM ໃໝ່
Vfkit ບໍ່ແມ່ນເຟຣມເວີກເວີຊົວແມຊີນ (VM) ແບບ stateful. ທ່ານພຽງແຕ່ຕ້ອງລັນ (run) ໄຟລ໌ binary ຂອງ vfkit ເພື່ອເລີ່ມຕົ້ນເວີຊົວແມຊີນ. ຄຳສັ່ງຕໍ່ໄປນີ້ຈະເປີດ VM ທີ່ມີ:
* 2 virtual CPUs
* ໜ່ວຍຄວາມຈຳ 2 GB
* ອຸປະກອນເຄືອຂ່າຍທີ່ຈະໄດ້ຮັບທີ່ຢູ່ IP ຈາກ vfkit
* ໜ້າຈໍ GUI ທີ່ຮອງຮັບຄີບອດ ແລະ ເມົາສ໌
.ການເປີດໃຊ້ FCOS ດ້ວຍ Vfkit
[source, bash]
----
IGNITION_CONFIG="/path/to/example.ign"
IMAGE="/path/to/image.raw"
vfkit --cpus 2 --memory 2048 \
--bootloader efi,variable-store=efi-variable-store,create \
--device virtio-blk,path=${IMAGE} \
--device virtio-net,nat \
--ignition ${IGNITION_CONFIG} \
--device virtio-input,keyboard \
--device virtio-input,pointing \
--device virtio-gpu,width=800,height=600 \
--gui
----
ໝາຍເຫດ: AppleHV hypervisor ບໍ່ອະນຸຍາດໃຫ້ທ່ານເຫັນຂໍ້ຄວາມຊ່ວງເລີ່ມຕົ້ນການບູດ ແລະ ຂໍ້ຄວາມຈາກເຄີເນິນ (kernel). ໃນຂະນະທີ່ທ່ານຈະເຫັນເມນູບູດ GRUB, ແຕ່ທ່ານຈະບໍ່ເຫັນຫຍັງເລີຍຈົນກວ່າຈະຮອດຊ່ວງທ້າຍຂອງການບູດ.
=== ການສຳຫຼວດລະບົບປະຕິບັດການ
image::vfkit.png["Vfkit GUI"]
ເມື່ອ FCOS ບູດສຳເລັດແລ້ວ, ທ່ານຈະເຫັນທີ່ຢູ່ IP ຂອງ VM ສະແດງຢູ່ໃນໜ້າຕ່າງ GUI. Vfkit ຈະກຳນົດທີ່ຢູ່ IP ໃນເຄືອຂ່າຍ `192.168.64.0/24`. ໃນຈຸດນີ້, ທ່ານສາມາດເລືອກເຂົ້າສູ່ລະບົບ (login) ຫຼື SSH ໄປຫາ VM ໄດ້. ເຊິ່ງແຕກຕ່າງຈາກຜູ້ໃຫ້ບໍລິການເວີຊົວໄລເຊຊັນ (virtualization) ອື່ນໆ, ທ່ານສາມາດ SSH ໄປຫາເວີຊົວແມຊີນໄດ້ໂດຍກົງຈາກເຄື່ອງໂຮສ (host).
[source, bash]
----
ssh core@192.168.64.5
----
=== Increasing disk size
To have more free disk space available inside the image, you can increase the size of the image after downloading it.
.Increase the size of the disk image by 10 GB
[source, bash]
``` truncate -c -s +10G image.raw ```
Want to help? Learn how to contribute to Fedora Docs ›