ການຕິດຕັ້ງ Fedora CoreOS ເທິງ libvirt

ຄູ່ມືນີ້ຈະສະແດງວິທີການຕິດຕັ້ງອິນສະແຕນຊ໌ Fedora CoreOS (FCOS) ໃໝ່ ເທິງແພລັດຟອມ libvirt, ໂດຍການໃຊ້ QEMU hypervisor.

ສິ່ງທີ່ຕ້ອງມີມາກ່ອນ

ກ່ອນທີ່ຈະຕິດຕັ້ງເຄື່ອງ FCOS, ທ່ານຕ້ອງມີໄຟລ໌ການກຳນົດຄ່າ Ignition ທີ່ມີການປັບແຕ່ງຂອງທ່ານ. ຖ້າທ່ານຍັງບໍ່ມີ, ໃຫ້ເບິ່ງ ການສ້າງໄຟລ໌ Ignition.

Fedora CoreOS ມີຜູ້ໃຊ້ core ເປັນຄ່າເລີ່ມຕົ້ນທີ່ສາມາດໃຊ້ເພື່ອສຳຫຼວດລະບົບປະຕິບັດການໄດ້. ຖ້າທ່ານຕ້ອງການໃຊ້ມັນ, ໃຫ້ເຮັດຂັ້ນຕອນສຸດທ້າຍຂອງ ການກຳນົດຄ່າ ໂດຍການລະບຸ ເຊັ່ນ: SSH key.

ທ່ານຍັງຈຳເປັນຕ້ອງສາມາດເຂົ້າເຖິງເຄື່ອງໂຮສທີ່ມີ libvirt. ຕົວຢ່າງລຸ່ມນີ້ໃຊ້ເຄື່ອງມືບັນທັດຄຳສັ່ງ virt-install, ເຊິ່ງຕ້ອງໄດ້ຮັບການຕິດຕັ້ງແຍກຕ່າງຫາກໄວ້ລ່ວງໜ້າ.

ຖ້າຫາກແລ່ນຢູ່ເທິງເຄື່ອງໂຮສທີ່ເປີດໃຊ້ SELinux (ໃຊ້ຄຳສັ່ງ sestatus ເພື່ອກວດສອບສະຖານະ SELinux), ໃຫ້ແນ່ໃຈວ່າອິມເມຈ OS ແລະ ໄຟລ໌ Ignition ຂອງທ່ານຖືກຕິດປ້າຍເປັນ svirt_home_t. ທ່ານສາມາດເຮັດໄດ້ໂດຍການວາງພວກມັນໄວ້ພາຍໃຕ້ ~/.local/share/libvirt/images/ ຫຼື ແລ່ນຄຳສັ່ງ chcon -t svirt_home_t /path/to/file.

ການເປີດໃຊ້ງານອິນສະແຕນຊ໌ VM

  1. ດາວໂຫຼດຮູບພາບ (image) ລຸ້ນຫຼ້າສຸດທີ່ເໝາະສົມສຳລັບແພລັດຟອມ qemu ໂດຍໃຊ້ coreos-installer (ຫຼື ດາວໂຫຼດ ແລະ ກວດສອບຄວາມຖືກຕ້ອງ ຈາກເວັບ). ທ່ານສາມາດໃຊ້ coreos-installer ໃນຮູບແບບຄອນເທນເນີ, ຫຼື ຕິດຕັ້ງມັນຈາກຄັງເກັບຊອບແວ (repos) ໃນ Fedora.

    STREAM="stable"
    # ໃນຮູບແບບໄບນາຣີທີ່ຕິດຕັ້ງແລ້ວ:
    coreos-installer download -s $STREAM -p qemu -f qcow2.xz --decompress -C ~/.local/share/libvirt/images/
    # ຫຼື ໃນຮູບແບບຄອນເທນເນີ:
    podman run --pull=always --rm -v "${HOME}/.local/share/libvirt/images/:/data" -w /data \
        quay.io/coreos/coreos-installer:release download -s $STREAM -p qemu -f qcow2.xz --decompress
  2. ເລີ່ມເຄື່ອງໃໝ່ຜ່ານ virt-install ໂດຍໃຊ້ໄຟລ໌ Ignition ທີ່ທ່ານໄດ້ປັບແຕ່ງໄວ້.

    IGNITION_CONFIG="/path/to/example.ign"
    IMAGE="/path/to/image.qcow2"
    VM_NAME="fcos-test-01"
    VCPUS="2"
    RAM_MB="2048"
    STREAM="stable"
    DISK_GB="10"
    # ສຳລັບ x86 / aarch64,
    IGNITION_DEVICE_ARG=(--qemu-commandline="-fw_cfg name=opt/com.coreos/config,file=${IGNITION_CONFIG}")
    
    # ສຳລັບ s390x / ppc64le,
    IGNITION_DEVICE_ARG=(--disk path="${IGNITION_CONFIG}",format=raw,readonly=on,serial=ignition,startup_policy=optional)
    
    # ຕັ້ງຄ່າປ້າຍກຳກັບ SELinux ທີ່ຖືກຕ້ອງເພື່ອອະນຸຍາດໃຫ້ເຂົ້າເຖິງການຕັ້ງຄ່າ
    chcon --verbose --type svirt_home_t ${IGNITION_CONFIG}
    
    virt-install --connect="qemu:///system" --name="${VM_NAME}" --vcpus="${VCPUS}" --memory="${RAM_MB}" \
            --os-variant="fedora-coreos-$STREAM" --import --graphics=none \
            --disk="size=${DISK_GB},backing_store=${IMAGE}" \
            --network bridge=virbr0 "${IGNITION_DEVICE_ARG[@]}"
virt-install ກຳນົດໃຫ້ທັງຮູບພາບ OS ແລະ ໄຟລ໌ Ignition ຕ້ອງລະບຸເປັນເສັ້ນທາງເຕັມ (absolute paths).
ອີງຕາມເວີຊັນຂອງ virt-install ທີ່ທ່ານໃຊ້, ທ່ານອາດຈະບໍ່ສາມາດໃຊ້ --os-variant=fedora-coreos-* ໄດ້ ແລະ ຈະເກີດຂໍ້ຜິດພາດ. ໃນກໍລະນີນີ້ນ, ທ່ານຄວນເລືອກໃຊ້ Fedora ລຸ້ນທີ່ເກົ່າກວ່າ (ຕົວຢ່າງ: --os-variant=fedora31). ທ່ານສາມາດກວດສອບລຸ້ນທີ່ຮອງຮັບໂດຍ virt-install ເວີຊັນປັດຈຸບັນຂອງທ່ານໄດ້ດ້ວຍຄຳສັ່ງ osinfo-query os | grep '^\s*fedora'.
DISK_GB ຄວນມີຂະໜາດຢ່າງໜ້ອຍເທົ່າກັບຂະໜາດເລີ່ມຕົ້ນຂອງຮູບພາບ. ສຳລັບ Fedora CoreOS, ໃນປັດຈຸບັນແມ່ນ 10 GB.
ກວດສອບໃຫ້ແນ່ໃຈວ່າຜູ້ໃຊ້ຂອງທ່ານມີສິດເຂົ້າເຖິງ /dev/kvm. ຕາມປົກກະຕິແລ້ວຈະອະນຸຍາດໃຫ້ທຸກຄົນເຂົ້າເຖິງໄດ້, ແຕ່ໃນບາງດິສທຣິບິວຊັນ ທ່ານອາດຈະຕ້ອງເພີ່ມຊື່ຜູ້ໃຊ້ຂອງທ່ານເຂົ້າໃນກຸ່ມ kvm.
ທ່ານສາມາດອອກຈາກ serial console ໄດ້ໂດຍການກົດ CTRL + ].

ຖ້າທ່ານຕັ້ງຄ່າ SSH key ສຳລັບຜູ້ໃຊ້ core ທີ່ເປັນຄ່າເລີ່ມຕົ້ນ, ທ່ານສາມາດ SSH ເຂົ້າໄປໃນ VM ແລະ ສຳຫຼວດລະບົບປະຕິບັດການໄດ້:

ssh core@<ip address>