ຄຸນລັກສະນະທີ່ນຳໃຊ້ຄືນໄດ້

ທີມງານເອກະສານ Fedora <https://discussion.fedoraproject.org/tag/docs-team> v0.0.1, 2024-06-25

ໜ້ານີ້ອະທິບາຍວິທີການນຳໃຊ້ເມຕາເດຕາ ຫຼື ຄຸນລັກສະນະ (attributes) ທີ່ນຳໃຊ້ຄືນໄດ້ ໃນຫຼາຍໆເອກະສານ AsciiDoc ຂອງ Fedora Documentation.

ເປັນຫຍັງຕ້ອງມີຄຸນລັກສະນະທີ່ນຳໃຊ້ຄືນໄດ້?

ບາງຄັ້ງທ່ານອາດຕ້ອງການໃຊ້ຂໍ້ມູນດຽວກັນໃນຫຼາຍໆເອກະສານ AsciiDoc. ຕົວຢ່າງມີດັ່ງລຸ່ມນີ້:

  • ການປ່ອຍເວີຊັນ (ຕົວຢ່າງ: Fedora N )

  • URL prefixes or suffixes (e.g. https://forge.fedoraproject.org/fesco)

  • ວັນທີ ແລະ ເວລາ (ຕົວຢ່າງ: ປີປັດຈຸບັນ, ຄື 2020 )

ສຳລັບກໍລະນີເຫຼົ່ານີ້ ແລະ ອື່ນໆ, ຄຸນລັກສະນະ (attributes) ຊ່ວຍໃຫ້ທ່ານກຳນົດເມຕາເດຕາໄວ້ໃນບ່ອນດຽວ ແລະ ນຳມາໃຊ້ຄືນໄດ້ໃນຫຼາຍບ່ອນ.

ພາບລວມ

ມີ 2 ຂໍ້ກຳນົດສຳລັບໂຄງການ Fedora Documentation ຂອງທ່ານ ເພື່ອນຳໃຊ້ຄຸນລັກສະນະ (attributes).

  1. ສ້າງໄຟລ໌ຄຸນລັກສະນະ (attributes file)

  2. ນຳເຂົ້າຄຸນລັກສະນະໃນໄຟລ໌ AsciiDoc ຂອງທ່ານ

ສ້າງໄຟລ໌ຄຸນລັກສະນະ

ກ່ອນອື່ນ, ໃຫ້ເລີ່ມສ້າງໄຟລ໌ attributes.adoc ສຳລັບໂມດູນໃດໜຶ່ງ. ຕົວຢ່າງລຸ່ມນີ້ສະແດງໃຫ້ເຫັນໄຟລ໌ຄຸນລັກສະນະທີ່ສາມາດນຳໃຊ້ຄືນໄດ້ທົ່ວໂລກໃນໂມດູນ ROOT :

.
└── ROOT
    ├── nav.adoc
    ├── pages
    │   └── index.adoc
    └── partials
        └── attributes.adoc

ນີ້ແມ່ນຕົວຢ່າງ attributes.adoc ຈາກ ທີມງານ Fedora DEI:

// ນີ້ແມ່ນບ່ອນເກັບຂໍ້ມູນກ່ຽວກັບທີມງານ Fedora DEI.

// ຊື່ທີມງານ:
:team_name: Fedora Diversity, Equity, & Inclusion (DEI) Team

// ບົດສະຫຼຸບຫຍໍ້ຂອງທີມງານ:
:team_summary: {team_name} ສົ່ງເສີມ, ສະໜັບສະໜູນ ແລະ ຊ່ວຍໃຫ້ມີ DEI ໃນຊຸມຊົນ Fedora. ພວກເຮົາເຮັດວຽກຮ່ວມກັບຊຸມຊົນເພື່ອສ້າງສະພາບແວດລ້ອມທີ່ທຸກຄົນຮູ້ສຶກມີສ່ວນຮ່ວມ ແລະ ປະກອບສ່ວນເຂົ້າໃນໂຄງການ Fedora.

// URL ໜ້າຂອງທີມງານ:
:team_url: https://docs.fedoraproject.org/en-US/dei/

// ສະຖານະການເຄື່ອນໄຫວຂອງທີມງານ.
// ເລືອກຈາກ: Active, Inactive
:team_status: Active

// ຊ່ອງທາງການສື່ສານແບບບໍ່ພ້ອມກັນ (asynchronous) ທີ່ຕ້ອງການ
:team_asynch_communication: https://discussion.fedoraproject.org/tag/dei-team

// ຊ່ອງທາງການສື່ສານແບບພ້ອມກັນ (synchronous) ທີ່ຕ້ອງການ
:team_synch_communication: https://matrix.to/#/#dei:fedoraproject.org

// ລະບົບຕິດຕາມບັນຫາ
:team_issue_tracker: https://gitlab.com/fedora/dei/home/

// ການປະຊຸມ
:team_meetings: https://apps.fedoraproject.org/calendar/diversity-team/

// ນຳເຂົ້າມາຈາກໄຟລ໌ຄຸນລັກສະນະເກົ່າຂອງພວກເຮົາ.
:COMMBLOG: https://communityblog.fedoraproject.org
:FISCALYEAR: FY23
:FWIKI: https://fedoraproject.org/wiki
:YEAR: 2023
:MAJOROSVER: 39

ນຳເຂົ້າຄຸນລັກສະນະ

ຕໍ່ໄປ, ໃຫ້ນຳເຂົ້າໄຟລ໌ຄຸນລັກສະນະເຂົ້າໃນເອກະສານ AsciiDoc ຂອງທ່ານ. ການວາງມາໂຄຣ (macro) ນີ້ໄວ້ໃນແຖວເທິງສຸດຈະຈັດການສ່ວນທີ່ເຫຼືອໃຫ້:

include::ROOT:partial$attributes.adoc[]

ການນຳໃຊ້ຄຸນລັກສະນະໃນເອກະສານ

ຫຼັງຈາກສ້າງໄຟລ໌ຄຸນລັກສະນະ ແລະ ນຳເຂົ້າຄຸນລັກສະນະແລ້ວ, ໃຫ້ອ້າງອີງຄຸນລັກສະນະໃນເອກະສານ AsciiDoc ດ້ວຍຮູບແບບ syntax ດັ່ງນີ້:

{ATTRIBUTE}

ເບິ່ງຕົວຢ່າງນີ້ຈາກທີມງານ Fedora DEI:

ຕ້ອງການ *ມະຕິເອກະພາບຢ່າງເຕັມສ່ວນ* ເພື່ອອະນຸມັດຂະບວນການໃໝ່, ປ່ຽນແປງນະໂຍບາຍ
ຂອງທີມທີ່ມີຢູ່ ແລະ ປີ້ (tickets) ທີ່ຕ້ອງການ
https://budget.fedoraproject.org/budget/{FISCALYEAR}/d-i.html[ງົບປະມານ D&I].