ວິທີການປະກອບສ່ວນແບບທົ່ວໄປ
| Many of the repositories have now been migrated to Fedora Forge. See the updated Edit a single page in Forge guide. |
ເພື່ອເຮັດການປ່ຽນແປງໃນໜ້າເອກະສານທີ່ຢູ່ເທິງ GitLab, ທ່ານມີເຄື່ອງມືແກ້ໄຂເວັບໃນຕົວທີ່ຊ່ວຍໃຫ້ການປະກອບສ່ວນຄັ້ງທຳອິດຂອງທ່ານງ່າຍຂຶ້ນກວ່າເກົ່າ. ເລີ່ມຕົ້ນແກ້ໄຂເອກະສານໃນ GitLab Web IDE ທີ່ທ່ານສາມາດເປີດໃຊ້ໄດ້ດ້ວຍການຄລິກພຽງຄັ້ງດຽວ. ທ່ານບໍ່ຈຳເປັນຕ້ອງມີສິດອະນຸຍາດພິເສດ ຫຼື ສິດໃນການຂຽນໄປຍັງໂຄງການຕົ້ນສະບັບ.
-
ບໍ່ຈຳເປັນຕ້ອງຕິດຕັ້ງແອັບ ຫຼື ກັອບປີຄັງເກັບຂໍ້ມູນ (clone repos) ລົງໃນຄອມພິວເຕີຂອງທ່ານ, ຫຼື ໃຊ້ຄຳສັ່ງ Git ໃນ terminal.
-
ບໍ່ມີຄວາມສ່ຽງທີ່ຈະເຮັດໃຫ້ລະບົບເພພັງ.
-
ຄູ່ມືນີ້ແມ່ນສຳລັບຄັງເກັບຂໍ້ມູນທີ່ຢູ່ເທິງ GitLab.
ວິທີແກ້ໄຂເອກະສານດ້ວຍ Web IDE
ຂັ້ນຕອນທີ 1. ເລືອກໜ້າທີ່ຈະແກ້ໄຂ
-
ຊອກຫາໜ້າເອກະສານທີ່ທ່ານຕ້ອງການແກ້ໄຂ.
-
ໄປທີ່ມຸມຂວາເທິງແລ້ວຊອກຫາປຸ່ມສາມປຸ່ມ.
-
ຄລິກປຸ່ມ edit the page ທີ່ຢູ່ທາງກາງເພື່ອແກ້ໄຂ.
| ປຸ່ມທາງຊ້າຍຈະນຳໄປສູ່ປະຫວັດເວີຊັນຂອງໜ້າເອກະສານທີ່ເປີດຢູ່ເພື່ອໃຊ້ເປັນບ່ອນອ້າງອີງ. ປຸ່ມທາງຂວາ report an issue ແມ່ນໃຊ້ໃນເວລາທີ່ທ່ານຕ້ອງການລາຍງານການປ່ຽນແປງ ຫຼື ການອັບເດດທີ່ຈຳເປັນ. |
|
|
-
ເຂົ້າສູ່ລະບົບດ້ວຍບັນຊີ GitLab ທີ່ມີຢູ່ຂອງທ່ານ
-
ໃຊ້ [ລິ້ງ SAML](https://gitlab.com/groups/fedora/-/saml/sso) ເພື່ອເຊື່ອມຕໍ່ບັນຊີຂອງທ່ານກັບ FAS
-
ທ່ານຈະຖືກສົ່ງໄປຫາໜ້າອື່ນ ແລະ ລະບົບຈະຖາມຫາຂໍ້ມູນເຂົ້າສູ່ລະບົບ FAS ຂອງທ່ານຖ້າຈຳເປັນ
-
ໃຫ້ສິດອະນຸຍາດແກ່ Fedora
ສ້າງບັນຊີໃໝ່ຖ້າທ່ານຍັງບໍ່ທັນມີ (ເບິ່ງຮູບຂ້າງລຸ່ມ).
|
| ຄູ່ມືຜູ້ປະກອບສ່ວນນີ້ຈະແນະນຳການໃຊ້ Web IDE ໃໝ່, ເຊິ່ງເລີ່ມມີໃນ GitLab ເວີຊັນ 15.7. ຄູ່ມືນີ້ຍັງສະທ້ອນເຖິງການປ່ຽນແປງຫຼ້າສຸດກ່ຽວກັບ ວິທີການອັບເດດ fork. |
ຂັ້ນຕອນທີ 2. ສ້າງໂຄງການຂອງທ່ານ (ສຳເນົາ)
ຄລິກປຸ່ມ Open in Web IDE. ຫຼືອີກວິທີໜຶ່ງ, ກົດປຸ່ມ . (ຈ້ຳ) ໃນແປ້ນພິມເພື່ອເປີດ Web IDE.
|
ການ Fork ໂຄງການຄັ້ງທຳອິດ
ຄລິກປຸ່ມ Fork.
ປຸ່ມ Fork ຈະປາກົດຂຶ້ນສະເພາະຄັ້ງທຳອິດທີ່ທ່ານປະກອບສ່ວນເຂົ້າໃນຄັງເກັບຂໍ້ມູນຂອງໜ້າເອກະສານໃດໜຶ່ງ. ຖ້າທ່ານກຳລັງປະກອບສ່ວນເຂົ້າໃນໂຄງການ Fedora ເປັນຄັ້ງທຳອິດ ແລະ ທ່ານບໍ່ມີສິດໃນການຂຽນສຳລັບຄັງເກັບຂໍ້ມູນທີ່ທ່ານຕ້ອງການປະກອບສ່ວນ, ທ່ານຈຳເປັນຕ້ອງ fork ໂຄງການນັ້ນກ່ອນ.
Fork ແມ່ນສຳເນົາສ່ວນຕົວຂອງຄັງເກັບຂໍ້ມູນ, ເຊິ່ງທ່ານສ້າງຂຶ້ນໃນ namespace ຂອງທ່ານເອງ.
|
ຖ້າທ່ານເຄີຍ fork ໂຄງການມາກ່ອນແລ້ວ
ຖ້າທ່ານເຄີຍ fork ໂຄງການແລ້ວ, ທ່ານຈະຖືກສົ່ງໄປຫາຂັ້ນຕອນຕໍ່ໄປໂດຍອັດຕະໂນມັດໂດຍບໍ່ມີປຸ່ມ Fork.
ຖ້າທ່ານບໍ່ໄດ້ເປີດ Web IDE ຈາກ fork ຂອງທ່ານ, ປຸ່ມ edit fork in Web IDE ຈະປາກົດຂຶ້ນແທນປຸ່ມ Open in Web IDE. ຈາກນັ້ນທ່ານຈະຖືກຖາມໃຫ້ go to fork ແລະ ເລືອກໃຊ້ (checkout) ໄປຫາ fork ຂອງທ່ານ.
-
ໄປທີ່ໂຄງການທີ່ທ່ານໄດ້ fork ໄວ້.
-
ກວດເບິ່ງສະຖານະຂອງ fork ຂອງທ່ານຢູ່ກ້ອງປຸ່ມ Web IDE.
ຖ້າ fork ຂອງທ່ານສະແດງຂໍ້ຄວາມວ່າ Up to date with the upstream repository, ໃຫ້ໄປທີ່ຂັ້ນຕອນທີ 3 ໃນ Web IDE.
ຖ້າ fork ຂອງທ່ານຫຼ້າຫຼັງກວ່າຕົ້ນທາງ (upstream), ທ່ານຈະເຫັນຂໍ້ຄວາມແຈ້ງເຕືອນວ່າ fork ຂອງທ່ານຫຼ້າຫຼັງກວ່າເທົ່າໃດ.
-
ຄລິກປຸ່ມ Update fork.
-
Fork ຈະສະແດງຂໍ້ຄວາມວ່າ Up to date with the upstream repository
-
ປຸ່ມ Update fork ຈະຫາຍໄປຫຼັງຈາກທີ່ fork ໄດ້ຮັບການອັບເດດແລ້ວ
ຂັ້ນຕອນທີ 3. ສ້າງບຣານ (branch) ໃໝ່ (ເວີຊັນ)
ໃນໂຄງການທີ່ທ່ານ fork ມາ, ໃຫ້ສ້າງບຣານໃໝ່ ແລະ ປ່ຽນໄປໃຊ້ມັນຕາມຂັ້ນຕອນລຸ່ມນີ້.
-
ຢູ່ແຖບສະຖານະທາງລຸ່ມມຸມຊ້າຍ, ໃຫ້ຄລິກໃສ່ຊື່ບຣານປັດຈຸບັນ (ໂດຍປົກກະຕິແມ່ນ main).
-
ຈາກລາຍການທີ່ປາກົດລົງມາ, ໃຫ້ເລືອກ Create new branch….
-
ພິມຊື່ບຣານທີ່ກ່ຽວຂ້ອງກັບວຽກນັ້ນໆ.
-
ກົດ Enter.
-
ປ່ຽນໄປຫາບຣານໃໝ່ (Checkout). ຄລິກ Yes ໃນກ່ອງຂໍ້ຄວາມທີ່ປາກົດຂຶ້ນ.
ທ່ານແນ່ໃຈບໍ່ວ່າຕ້ອງການປ່ຽນໄປຫາ <branch-name>? ການປ່ຽນແປງໃດໆທີ່ບໍ່ໄດ້ບັນທຶກໄວ້ຈະສູນຫາຍ.
ຂັ້ນຕອນທີ 4. ແກ້ໄຂ ແລະ ບັນທຶກການປ່ຽນແປງ
ຕອນນີ້, ໃຫ້ເຮັດການປ່ຽນແປງທີ່ຈຳເປັນໃນ Web IDE. ເພື່ອໃຫ້ການຂຽນເປັນໄປໃນທິດທາງດຽວກັນ, ໃຫ້ອ້າງອີງຈາກ [ຄູ່ມືຮູບແບບການຂຽນເອກະສານ](xref:contributing-docs/style-guide.adoc#prerequisites)
ເມື່ອທ່ານເຮັດສຳເລັດແລ້ວ, ໃຫ້ເລືອກປຸ່ມ source control ແລະ ຄລິກໃສ່ໄຟລ໌ທີ່ຢູ່ກ້ອງ changes (ລຸ່ມປຸ່ມ Commit & Push) ເພື່ອເບິ່ງການປ່ຽນແປງຂອງທ່ານ.
ພິມຂໍ້ຄວາມຄອມມິດ (commit message) ແລ້ວຄລິກ Commit & Push. ຄລິກ No ເພື່ອຄອມມິດລົງໃນບຣານທີ່ມີຢູ່ແລ້ວ.
ຂັ້ນຕອນທີ 5. ສ້າງ Merge Request (MR)
ຢູ່ມຸມຂວາລຸ່ມ, ທ່ານຈະເຫັນສາມຕົວເລືອກຄື - create MR, Go to project, Continue working.
-
ຄລິກ Create MR ເພື່ອສ້າງຄຳຮ້ອງຂໍລວມຂໍ້ມູນ.
-
ແກ້ໄຂຫົວຂໍ້ ແລະ ຄຳອະທິບາຍຂອງໜ້າ.
-
ເລື່ອນລົງໄປຫາປຸ່ມສີຟ້າ Create merge request ແລ້ວຄລິກໃສ່ມັນ.
| ຕົວເລືອກ Go to project ແມ່ນເໝາະສົມເມື່ອທ່ານເຮັດການຄອມມິດນ້ອຍໆຫຼາຍຄັ້ງ ແລະ ຕ້ອງການລວມພວກມັນເຂົ້າເປັນອັນດຽວ. Continue working ແມ່ນໃຊ້ໃນເວລາທີ່ທ່ານຕ້ອງການຄອມມິດວຽກຍ່ອຍຕື່ມອີກ. ຖ້າທ່ານເລືອກ Create MR, ລະບົບຈະນຳພາທ່ານໄປຫາໜ້າ merge request. |
ຖ້າການສ້າງ merge request ສຳເລັດ, ທ່ານຈະເຫັນຜົນລຸ່ມນີ້ຢູ່ບໍລິເວນກາງດ້ານລຸ່ມຂອງ merge request.
ພ້ອມທີ່ຈະລວມຂໍ້ມູນ (merge) ໂດຍສະມາຊິກທີ່ມີສິດຂຽນລົງໃນບຣານປາຍທາງ.
ຂັ້ນຕອນທີ 6. ການກວດສອບ (Review)
ຄຳຮ້ອງຂໍຂອງທ່ານຈະຖືກກວດສອບໂດຍທີມງານເອກະສານ. ທ່ານຈະໄດ້ຮັບການຕອບຮັບຢ່າງໃດຢ່າງໜຶ່ງດັ່ງນີ້:
-
ຜູ້ກວດສອບຂໍໃຫ້ທ່ານປັບປຸງການປ່ຽນແປງຂອງທ່ານ
-
ອະນຸມັດ
-
ປະຕິເສດ ແລະ ປິດ MR ພ້ອມແຈ້ງເຫດຜົນ
ບໍ່ວ່າຈະໃນກໍລະນີໃດກໍຕາມ, ຄຳຄິດເຫັນໃນ MR ຈະຊ່ວຍໃຫ້ການເຮັດວຽກຮ່ວມກັນລະຫວ່າງຜູ້ປະກອບສ່ວນ ແລະ ຜູ້ກວດສອບສະດວກຂຶ້ນ. ທຸກຄົນສາມາດຮຽນຮູ້ໄດ້ຈາກຄຳຄິດເຫັນ ແລະ ການແກ້ໄຂເຫຼົ່ານັ້ນ.
ເມື່ອ MR ຂອງທ່ານໄດ້ຮັບການອະນຸມັດ, ຂັ້ນຕອນກໍຖືວ່າສຳເລັດສົມບູນ.
ຂອບໃຈສຳລັບການປະກອບສ່ວນຂອງທ່ານ!
Want to help? Learn how to contribute to Fedora Docs ›