ຫ້ອງຮຽນ Fedora
ຫ້ອງຮຽນ Fedora ແມ່ນໂຄງການໜຶ່ງເພື່ອຊ່ວຍໃຫ້ຜູ້ຄົນແບ່ງປັນຄວາມຮູ້ໃຫ້ແກ່ກັນ. ພວກເຮົາຈັດການຮຽນການສອນຫຼາຍຫົວຂໍ້ທີ່ແຕກຕ່າງກັນ.
ລິ້ງ
-
ວິດີໂອບັນທຶກການຮຽນການສອນມີໃຫ້ເບິ່ງຢູ່ ຊ່ອງ Youtube ຂອງ Fedora.
-
ສາມາດຖາມຄຳຖາມເພີ່ມເຕີມກ່ຽວກັບການຮຽນການສອນໄດ້ຢູ່ Discourse ພາຍໃຕ້ໝວດໝູ່ຍ່ອຍ classroom.
-
ຂໍ້ສະເໜີແນະສຳລັບການຮຽນການສອນໃໝ່ ຄວນສົ່ງຜ່ານ ໂຄງການ Fedora Forge ຂອງພວກເຮົາ.
ການຮຽນການສອນ
ພວກເຮົາມີການປ່ຽນແປງຈາກການໄລ້ສົດ (live streaming) ມາເປັນ ຮູບແບບການສົ່ງເນື້ອຫາແບບບັນທຶກໄວ້. ສິ່ງນີ້ຊ່ວຍໃຫ້ການຮຽນການສອນເຂົ້າເຖິງຜູ້ຄົນໄດ້ຫຼາຍຂຶ້ນ ແລະ ຊ່ວຍໃຫ້ພວກເຮົາສຸມໃສ່ຄຸນນະພາບຂອງເນື້ອຫາ ແທນທີ່ຈະເປັນເລື່ອງເຕັກໂນໂລຊີທີ່ກ່ຽວຂ້ອງ.
ດັ່ງນັ້ນ, ພວກເຮົາຈຶ່ງບໍ່ຂຶ້ນກັບ ປະຕິທິນຕາມຮອບວຽນການອອກເວີຊັນ ອີກຕໍ່ໄປ.
ການບັນທຶກການຮຽນການສອນ
ກະລຸນາເບິ່ງທີ່ https://fedoraproject.org/wiki/ScreenCasting ສຳລັບຂໍ້ມູນກ່ຽວກັບເຄື່ອງມືທີ່ສາມາດໃຊ້ເພື່ອບັນທຶກການຮຽນການສອນ.
ຫຼຽນກາສຳລັບຜູ້ສອນ
ສະມາຊິກຊຸມຊົນທີ່ມາສອນຈະໄດ້ຮັບ ຫຼຽນກາ! ເຊິ່ງຈະມີການມອບໃຫ້ໂດຍອັດຕະໂນມັດສຳລັບການຮຽນການສອນທີ່ຈັດຂຶ້ນໃນຊ່ອງ IRC #fedora-classroom. ສຳລັບການຮຽນການສອນທີ່ຈັດຂຶ້ນໃນແພລັດຟອມອື່ນ, ຕ້ອງມີການແຈ້ງລາຍການ (ticket) ເພື່ອມອບຫຼຽນກາດ້ວຍຕົນເອງ.
ການຕິດຕໍ່ສື່ສານກັບພວກເຮົາ
ທ່ານສາມາດຕິດຕໍ່ພວກເຮົາໄດ້ຜ່ານ ລາຍຊື່ຜູ້ຮັບອີເມລ (mailing list).
ພວກເຮົາຍັງມີຢູ່ໃນ IRC ທີ່ #fedora-classroom. ພວກເຮົາໃຊ້ ໂຄງການ Fedora Forge ເພື່ອຈັດການລາຍການຕ່າງໆ (tickets) ຂອງພວກເຮົາ.
ຕ້ອງການຄວາມຊ່ວຍເຫຼືອ
ຫາກທ່ານຕ້ອງການຊ່ວຍເຫຼືອວຽກງານຂອງຫ້ອງຮຽນ Fedora, ໃນຕອນນີ້ພວກເຮົາກຳລັງ ຊອກຫາຜູ້ຊ່ວຍ ໃນຫຼາຍໆດ້ານ.
ມາລະຍາດໃນຫ້ອງຮຽນ
ຈຸດປະສົງຂອງຫ້ອງຮຽນແມ່ນເພື່ອໃຫ້ການຮຽນການສອນໃນຫົວຂໍ້ໃດໜຶ່ງໂດຍສະເພາະ. ດັ່ງນັ້ນ, ມັນຈະເປັນປະໂຫຍດຫຼາຍຫາກການຮຽນການສອນໃນຫ້ອງຮຽນປະຕິບັດຕາມມາດຕະຖານທີ່ກຳນົດໄວ້. ກະລຸນາພະຍາຍາມປະຕິບັດຕາມຂໍ້ແນະນຳດັ່ງຕໍ່ໄປນີ້ໃນລະຫວ່າງການຮຽນການສອນ:
-
ຄວນຈື່ໄວ້ວ່າການຮຽນການສອນໃນຫ້ອງຮຽນອາດຈະຖືກບັນທຶກຂໍ້ມູນໄວ້ (logged)
-
ປະຕິບັດຕາມຄຳແນະນຳຂອງຜູ້ສອນກ່ຽວກັບການຖາມຄຳຖາມ ແລະ ການມີສ່ວນຮ່ວມ
-
ຫຼີກລ່ຽງການກະທຳທີ່ບໍ່ຈຳເປັນ, ການປ່ຽນຊື່ຫຼິ້ນ ແລະ ການສົ່ງຂໍ້ຄວາມແຈ້ງວ່າບໍ່ຢູ່ (away messages)
-
ຫຼີກລ່ຽງການສົນທະນານອກເລື່ອງ
ຈຸດປະສົງແມ່ນເພື່ອຊ່ວຍຮັກສາສະພາບແວດລ້ອມໃນຫ້ອງຮຽນທີ່ສົ່ງເສີມການຮຽນຮູ້ ແລະ ຫຼີກລ່ຽງເນື້ອຫາທີ່ບໍ່ກ່ຽວຂ້ອງ.
ການສອນໃນຫ້ອງຮຽນ
ຫາກທ່ານຕ້ອງການສອນໃນຫົວຂໍ້ໃດໜຶ່ງທີ່ກ່ຽວຂ້ອງກັບ Fedora, ກະລຸນາສົ່ງອີເມລແນະນຳຕົນເອງ ແລະ ໂຄງຮ່າງການສອນທີ່ທ່ານສະເໜີໄປຫາ mailing list ຂອງຫ້ອງຮຽນ. ສິ່ງທີ່ຄວນຈື່ໄວ້ມີດັ່ງນີ້:
-
ພວກເຮົາແນະນຳໃຫ້ການຮຽນການສອນໃຊ້ເວລາປະມານ 90 ນາທີ ສິ່ງນີ້ຈະຊ່ວຍໃຫ້ມີເວລາສອນໜຶ່ງຊົ່ວໂມງເຕັມ ແລະ ມີເວລາພຽງພໍສຳລັບການຖາມ-ຕອບ.
-
ກະລຸນາກວດສອບໃຫ້ແນ່ໃຈວ່າທ່ານເຂົ້າໃຈຫົວຂໍ້ຂອງຕົນເອງເປັນຢ່າງດີ ແລະ ຮູ້ບ່ອນທີ່ຈະແນະນຳນັກຮຽນທີ່ຕ້ອງການຂໍ້ມູນລະອຽດເພີ່ມເຕີມ.
-
ແຈ້ງໃຫ້ຊາບໃນຕອນເລີ່ມຕົ້ນຂອງການສອນວ່າທ່ານຕ້ອງການໃຫ້ນັກຮຽນຖາມຄຳຖາມໃນລະຫວ່າງການສອນ ຫຼື ຕ້ອງການໃຫ້ພວກເຂົາລໍຖ້າຈົນກວ່າຈະຈົບການສອນ.
-
ຈົ່ງຈື່ໄວ້ວ່າການພິມຈະຊ້າກວ່າການເວົ້າຢູ່ຕໍ່ໜ້າຫ້ອງຮຽນ ຫຼື ການລົມທາງໂທລະສັບ, ດັ່ງນັ້ນເນື້ອຫາທີ່ທ່ານສອນໃນ IRC ອາດຈະບໍ່ໄດ້ຫຼາຍເທົ່າທີ່ຄວນ.
-
ບັນທຶກຂອງຜູ້ສອນ ແລະ ຊັບພະຍາກອນການຮຽນການສອນທັງໝົດ ຄວນໄດ້ຮັບອະນຸຍາດພາຍໃຕ້ສັນຍາອະນຸຍາດ "CC 4.0 unported international license"
(ໝາຍເຫດ: ກວດເບິ່ງ The World Clock Meeting Planner ສຳລັບການປັບເວລາໃຫ້ກົງກັນຕາມເຂດເວລາ.)
ໂພສໃນ Fedora Magazine
ເພື່ອຂຽນໂພສໃນວາລະສານແຈ້ງຂ່າວກ່ຽວກັບຫ້ອງຮຽນ Fedora, ກະລຸນາປະຕິບັດຕາມຂໍ້ແນະນຳຢູ່ນີ້: ແບບຟອມວາລະສານ.
Want to help? Learn how to contribute to Fedora Docs ›