ວິທີການເປັນຜູ້ປະກອບສ່ວນທີ່ປະສົບຜົນສຳເລັດ

Ankur Sinha 2023-10-30: ປັບປຸງເນື້ອໃນ, ຂຽນຄືນໃໝ່ໃນຫຼາຍໆພາກສ່ວນ.

ທຸກຄົນເລີ່ມຕົ້ນດ້ວຍການເປັນສະມາຊິກໃໝ່ຂອງຊຸມຊົນ. ໜ້ານີ້ມີຈຸດປະສົງເພື່ອໃຫ້ຄຳແນະນຳ ແລະ ເຄັດລັບກ່ຽວກັບວິທີການເປັນສະມາຊິກຊຸມຊົນທີ່ປະສົບຜົນສຳເລັດ. ມັນລະບຸສິ່ງທີ່ສະມາຊິກໃນຊຸມຊົນຄາດຫວັງຈາກກັນແລະກັນ.

ໃນຊຸມຊົນ Fedora, ນັກສຶກສາ, ມືອາຊີບ ແລະ ຜູ້ທີ່ມີຄວາມສົນໃຈທົ່ວໄປ ລ້ວນແຕ່ມາຮ່ວມຕົວກັນເພື່ອສົ່ງເສີມຊອບແວເສລີ/ໂອເພັນຊອດ (Free/Open Source Software). ພວກເຮົາເຮັດສິ່ງນີ້ໂດຍການສ້າງແພັກເກດຊອບແວເພື່ອຜະລິດລະບົບປະຕິບັດການທີ່ມີການປະສົມປະສານທີ່ດີ (ຫຼື "Linux distribution").

ແຕ່ ນັ້ນບໍ່ແມ່ນທັງໝົດທີ່ພວກເຮົາເຮັດ! ພວກເຮົາຍັງເຮັດວຽກອອກແບບຫຼາຍຢ່າງ, ວຽກງານສົ່ງເສີມ, ການຕະຫຼາດ, ສ້າງຜົນງານສິລະປະທີ່ທັນສະໄໝ, ວິດີໂອ, ແລະ ພອດແຄສ (podcasts), ຂຽນເອກະສານທັງທາງດ້ານເຕັກນິກ ແລະ ບໍ່ແມ່ນເຕັກນິກ (ຄືກັບສະບັບນີ້), ການເຂົ້າເຖິງຊຸມຊົນ, ການຝຶກອົບຮົມ, ແລະ ອື່ນໆ. ໃນຄວາມເປັນຈິງ, ການປະກອບສ່ວນທີ່ບໍ່ແມ່ນລະຫັດແມ່ນອົງປະກອບທີ່ສຳຄັນຂອງຊຸມຊົນ Fedora, ແລະ ຊຸມຊົນຈະບໍ່ສາມາດຄົງຢູ່ໄດ້ຖ້າບໍ່ມີພວກເຂົາ. ພຽງແຕ່ການມີສ່ວນຮ່ວມໃນຊ່ອງທາງຕ່າງໆ ແລະ ການສົນທະນາກໍຖືວ່າເປັນການປະກອບສ່ວນແລ້ວ.

ເບິ່ງແຜນຜັງການຈັດຕັ້ງຂອງ Fedora ທີ່ນີ້. ມັນຈະຊ່ວຍໃຫ້ເຈົ້າເຫັນພາບລວມຂອງຄວາມກວ້າງໃຫຍ່ຂອງຊຸມຊົນ.

ສິ່ງທີ່ຄວນຄິດກ່ອນທີ່ຈະເຂົ້າຮ່ວມ

ເຈົ້າຄິດວ່າເຈົ້າຈະມີຄວາມສຸກກັບການເປັນສະມາຊິກຊຸມຊົນ Fedora ບໍ? ດີຫຼາຍ!! ພວກເຮົາຍິນດີຕ້ອນຮັບເຈົ້າຢ່າງຍິ່ງ.

ທຸກຄົນທີ່ເຂົ້າຮ່ວມໂຄງການຊອບແວເສລີ/ໂອເພັນຊອດ ລ້ວນແຕ່ມີຄວາມຕັ້ງໃຈທີ່ດີທີ່ຈະຢູ່ຕໍ່ໄປ. ແນວໃດກໍຕາມ, ຄວາມເປັນຈິງຂອງຊີວິດໝາຍຄວາມວ່າ ການເປັນອາສາມັກຄີຮຽກຮ້ອງໃຫ້ພວກເຮົາແບ່ງເວລາອອກຈາກຊີວິດປະຈຳວັນ, ເຊິ່ງເປັນເວລາທີ່ສາມາດໃຊ້ກັບສິ່ງອື່ນໆໄດ້ ເຊັ່ນ: ການເຮັດວຽກເພື່ອຫາລາຍໄດ້, ຊີວິດສ່ວນຕົວ, ຄອບຄົວ, ໝູ່ເພື່ອນ, ຫຼື ວຽກອະດິເລກ ແລະ ໂຄງການອື່ນໆ. ຄວາມແຕກຕ່າງທີ່ໃຫຍ່ທີ່ສຸດລະຫວ່າງຜູ້ທີ່ສາມາດຢູ່ຕໍ່ ແລະ ເປັນຜູ້ປະກອບສ່ວນໃນໄລຍະຍາວ ກັບຜູ້ທີ່ບໍ່ສາມາດເຮັດໄດ້ ກໍຄື "ຄວາມມຸ່ງໝັ້ນ ແລະ ເວລາ".

ຜົນຕອບແທນຈາກການເປັນອາສາມັກຄີ

ຄຳຖາມທີ່ສຳຄັນແມ່ນ: ເຮົາຈະໄດ້ຫຍັງຈາກການເປັນອາສາມັກຄີ?

ການອາສາມັກຢູ່ບ່ອນໃດກໍຕາມໃນໂຄງການທີ່ເຈົ້າສົນໃຈ ສາມາດໃຫ້ຜົນຕອບແທນທີ່ດີຫຼາຍ. ຍົກຕົວຢ່າງ ກັບ Fedora, ການແນະນຳໃຫ້ຄົນໃໝ່ຮູ້ຈັກກັບຊອບແວເສລີ/ໂອເພັນຊອດ ແມ່ນໃຫ້ຄວາມພໍໃຈຢ່າງຫຼວງຫຼາຍ.

ແນວໃດກໍຕາມ, ຄວາມພໍໃຈສ່ວນຕົວໃນການເຮັດສິ່ງທີ່ພວກເຮົາເຊື່ອໝັ້ນ ບໍ່ແມ່ນສິ່ງດຽວທີ່ພວກເຮົາໄດ້ຮັບເປັນການຕອບແທນ. ໂດຍການເຮັດວຽກຮ່ວມກັນຢ່າງເປີດເຜີຍ, ພວກເຮົາສະມາຊິກໃນຊຸມຊົນໄດ້ແລກປ່ຽນທັດສະນະ, ປະສົບການ, ຄວາມຮູ້, ທັກສະ ແລະ ຊັບພະຍາກອນເຊິ່ງກັນແລະກັນ. ພວກ ເຮົາສ່ວນໃຫຍ່ໄດ້ຮຽນຮູ້ ແລະ ປັບປຸງທັກສະຕ່າງໆ ໃນຂະນະທີ່ປະກອບສ່ວນເຂົ້າໃນຊຸມຊົນ. ພວກເຮົາຍັງໄດ້ຮຽນຮູ້ກ່ຽວກັບວັດທະນະທຳ ແລະ ປະສົບການອື່ນໆ ຈາກເພື່ອນສະມາຊິກໃນຊຸມຊົນ.

ທັງໝົດນີ້ຍັງເປັນປະໂຫຍດຫຼາຍໃນດ້ານການເຮັດວຽກມືອາຊີບ, ເພາະວ່າມັນຊ່ວຍສະແດງໃຫ້ເຫັນເຖິງທັກສະທີ່ເປັນທີ່ຕ້ອງການຢ່າງສູງໃນອຸດສາຫະກຳ ເຊັ່ນ: ການຮ່ວມມື, ທັກສະທາງດ້ານເຕັກນິກ, ປະສົບການໃນໂລກຕົວຈິງ ແລະ ການບໍລິຫານຈັດການ, ແລະ ອື່ນໆອີກ.

ກະລຸນາຮັບຊາບວ່າ ສິ່ງເຫຼົ່ານີ້ບໍ່ໄດ້ມາແທນທີ່ເງິນເດືອນ ຫຼື ລາຍໄດ້. ເຖິງແມ່ນວ່າຊຸມຊົນຈະມີການສະໜັບສະໜູນສະມາຊິກໃນການຈັດງານ ແລະ ເຂົ້າຮ່ວມກິດຈະກຳຕ່າງໆຂອງຊຸມຊົນ, ແຕ່ບໍ່ມີຜົນຕອບແທນທາງດ້ານການເງິນສຳລັບການມີສ່ວນຮ່ວມ. ດັ່ງນັ້ນ, ການຈັດສັນເວລາເພື່ອໃຫ້ແນ່ໃຈວ່າວຽກ ແລະ ດ້ານອື່ນໆຂອງຊີວິດບໍ່ໄດ້ຮັບຜົນກະທົບແມ່ນສິ່ງສຳຄັນທີ່ສຸດ. ສາມາດອ່ານເພີ່ມເຕີມກ່ຽວກັບເລື່ອງນີ້ໄດ້ໃນພາກຕໍ່ໄປ.

ການຈັດການວຽກ ແລະ ຊີວິດ

ໃຫ້ແນ່ໃຈວ່າເຈົ້າໄດ້ເບິ່ງແຍງພາລະໜ້າທີ່ສ່ວນຕົວ ແລະ ວຽກງານມືອາຊີບຂອງເຈົ້າໃຫ້ຮຽບຮ້ອຍກ່ອນທີ່ຈະແບ່ງເວລາໄປເປັນອາສາມັກຄີ.

ຄວາມສົມດຸນລະຫວ່າງວຽກ ແລະ ຊີວິດແມ່ນສຳຄັນທີ່ສຸດ. ໃນກໍລະນີສ່ວນໃຫຍ່, ມັນແມ່ນເວລາຫວ່າງຂອງເຈົ້າຫຼັງຈາກເລີກວຽກ, ເວລາທີ່ເຈົ້າສາມາດໃຊ້ກັບຕົວເອງ, ໝູ່ເພື່ອນ ແລະ ຄອບຄົວ, ທີ່ເຈົ້າຫຼຸດຜ່ອນລົງເພື່ອມາເປັນອາສາມັກຄີ. ດັ່ງນັ້ນ, ຈົ່ງບອກໃຫ້ໝູ່ເພື່ອນ ແລະ ຄອບຄົວຂອງເຈົ້າຮູ້ວ່າເຈົ້າກຳລັງເປັນອາສາມັກຄີ, ແລະ ໃຫ້ແນ່ໃຈວ່າເຈົ້າຍັງຄົງມີເວລາໃຫ້ພວກເຂົາຢູ່.

ໃຫ້ຢືນຢັນກັບນາຍຈ້າງຂອງເຈົ້າກ່ອນທີ່ຈະອາສາມັກເຮັດວຽກໃນລະຫວ່າງຊົ່ວໂມງເຮັດວຽກ.

ຖ້າເຈົ້າມີແຜນທີ່ຈະປະກອບສ່ວນໃນລະຫວ່າງຊົ່ວໂມງເຮັດວຽກ, ເຈົ້າຄວນປຶກສາກັບນາຍຈ້າງເພື່ອຢືນຢັນວ່າເຈົ້າສາມາດເຮັດໄດ້, ເຖິງແມ່ນວ່າຈະເປັນພຽງແຕ່ສອງສາມຊົ່ວໂມງໃນຕອນບ່າຍວັນສຸກກໍຕາມ. ວຽກສ່ວນໃຫຍ່ຈະສົ່ງເສີມການປະກອບສ່ວນໃຫ້ຊຸມຊົນ, ໂດຍສະເພາະຖ້າມັນກ່ຽວຂ້ອງຢ່າງໃກ້ຊິດກັບທັກສະ ແລະ ໂຄງການທີ່ກ່ຽວຂ້ອງກັບວຽກ. ແນວໃດກໍຕາມ, ມັນອາດຈະບໍ່ເປັນແບບນັ້ນສະເໝີໄປ.

ການອາສາມັກຄວນຈະເປັນປະໂຫຍດຕໍ່ທຸກຝ່າຍທີ່ກ່ຽວຂ້ອງ, ດັ່ງນັ້ນການມີຄວາມຊັດເຈນກ່ຽວກັບຂໍ້ກຳນົດ ແລະ ຜົນປະໂຫຍດຂອງການອາສາມັກຈຶ່ງເປັນສິ່ງສຳຄັນ.

ການຈັດການເວລາໃນການເຮັດວຽກ

ບໍ່ວ່າເຈົ້າຈະສາມາດແບ່ງເວລາໃຫ້ກັບການອາສາມັກໄດ້ຫຼາຍປານໃດກໍຖືວ່າດີແລ້ວ. ບໍ່ມີປະລິມານທີ່ກຳນົດໄວ້ຕາຍຕົວ, ແລະ ປະລິມານນັ້ນຄວນປ່ຽນແປງໄປຕາມສະຖານະການຂອງເຈົ້າ.

ການເຮັດວຽກຮຽກຮ້ອງໃຫ້ມີການແບ່ງເວລາເພື່ອເຮັດສິ່ງຕ່າງໆ. ອາສາມັກຄີບາງຄົນອາດໃຊ້ເວລາ 4 ຊົ່ວໂມງຕໍ່ອາທິດ, ໃນຂະນະທີ່ບາງຄົນອາດໃຊ້ເວລາຫຼາຍກວ່າ 15 ຊົ່ວໂມງຕໍ່ອາທິດໃນການປະກອບສ່ວນ. ມັນບໍ່ມີຕົວເລກທີ່ຖືກຕ້ອງແນ່ນອນ. ພວກເຮົາບໍ່ໄດ້ແຂ່ງຂັນກັນວ່າໃຜຈະເຮັດຫຼາຍກວ່າ, ແລະ ບໍ່ໄດ້ຮູ້ສຶກບໍ່ດີຖ້າພວກເຮົາບໍ່ສາມາດໃຫ້ເວລາໄດ້ຫຼາຍເທົ່າກັບເພື່ອນສະມາຊິກຄົນອື່ນ. ສຳລັບອາສາມັກຄີສ່ວນໃຫຍ່ທີ່ມີວຽກປະຈຳ, ການອາສາມັກ 10 ຊົ່ວໂມງ ຫຼື ຫຼາຍກວ່ານັ້ນຕໍ່ອາທິດແມ່ນຍາກທີ່ຈະຮັກສາໄວ້ໄດ້. ດັ່ງນັ້ນ, ບໍ່ວ່າເຈົ້າຈະເຮັດຫຍັງ, ປະລິມານທີ່ເຈົ້າສາມາດຈັດການໄດ້ແມ່ນຖືວ່າດີແລ້ວ.

ຫຼີກລ່ຽງການຮັບປາກເກີນຕົວ: ໃຫ້ປະເມີນເວລາທີ່ເຈົ້າມີໃຫ້ໜ້ອຍກວ່າຄວາມເປັນຈິງ, ແລະ ປະເມີນເວລາທີ່ຕ້ອງໃຊ້ໃນການເຮັດວຽກໃຫ້ຫຼາຍກວ່າຄວາມເປັນຈິງ.

ກົດທົ່ວໄປແມ່ນໃຫ້ເລີ່ມຕົ້ນຈາກສິ່ງນ້ອຍໆ, ປະເມີນເວລາທີ່ເຈົ້າມີໃຫ້ໜ້ອຍ, ແລະ ປະເມີນເວລາທີ່ໃຊ້ໃນວຽກນັ້ນໆໃຫ້ຫຼາຍ. ດັ່ງນັ້ນ, ອາດຈະເລີ່ມຕົ້ນດ້ວຍການໃຊ້ເວລາສອງສາມຊົ່ວໂມງຕໍ່ອາທິດ, ແລະ ຂຶ້ນຢູ່ກັບສະຖານະການຂອງເຈົ້າ, ເຈົ້າອາດຈະພົບວ່າເຈົ້າສາມາດໃຫ້ເວລາໄດ້ຫຼາຍຂຶ້ນໃນພາຍຫຼັງ. ແຕ່ໃນອະນາຄົດ ເຈົ້າອາດຈະວຽກຫຼາຍຂຶ້ນ ແລະ ຕ້ອງຫຼຸດຜ່ອນເວລາລົງ. ເຊິ່ງມັນກໍເປັນເລື່ອງທີ່ຍອມຮັບໄດ້ຢ່າງສິ້ນເຊີງ. ພຽງແຕ່ຍ້ອນວ່າເຈົ້າສາມາດເຮັດໄດ້ຈຳນວນຊົ່ວໂມງເທົ່ານັ້ນໃນຕອນນີ້ ບໍ່ໄດ້ໝາຍຄວາມວ່າເຈົ້າຈະຕ້ອງເຮັດໃຫ້ໄດ້ເທົ່ານັ້ນໃນເດືອນໜ້າ.

ການເຂົ້າຮ່ວມ

ເຮັດຄວາມຮູ້ຈັກກັບສະມາຊິກຊຸມຊົນ, ທີມງານ ແລະ ວິທີການເຮັດວຽກຂອງພວກເຂົາ ກ່ອນທີ່ຈະເລີ່ມຕົ້ນ "ລົງມືເຮັດວຽກ".

ຂໍ້ຜິດພາດທົ່ວໄປທີ່ຜູ້ປະກອບສ່ວນໃໝ່ສ່ວນໃຫຍ່ມັກເຮັດຄື ການປາກົດຕົວຂຶ້ນມາແລ້ວບອກວ່າ "ຢາກຊ່ວຍປະກອບສ່ວນຊື່ໆ." ຊຸມຊົນບໍ່ໄດ້ເຮັດວຽກແບບນັ້ນ. ມັນບໍ່ຄືກັບວຽກປະຈຳ, ທີ່ນີ້ບໍ່ມີຜູ້ຈັດການ. ພວກເຮົາບໍ່ໄດ້ສັ່ງວຽກໃຫ້ກັນແລະກັນ. ແມ່ນແລ້ວ, ອາດຈະມີຄົນທີ່ຢູ່ນຳກັນມາໂດນກວ່າ ແລະ ອາດຈະຮູ້ຫຼາຍກວ່າ, ແຕ່ພວກເຮົາທຸກຄົນກໍຍັງຄົງເປັນໝູ່ເພື່ອນ ແລະ ເທົ່າທຽມກັນ.

ດັ່ງນັ້ນ, ກ່ອນທີ່ຈະເລີ່ມເຮັດວຽກຕ່າງໆ, ສິ່ງສຳຄັນແມ່ນຕ້ອງເຮັດຄວາມຮູ້ຈັກກັບຜູ້ຄົນກ່ອນ.

  • ໃຊ້ເວລາສັງເກດເບິ່ງວ່າທີມງານເຮັດວຽກແນວໃດ (ເບິ່ງໃນພາກສ່ວນລຸ່ມນີ້).

  • ເບິ່ງວ່າວຽກຂອງພວກເຂົາສອດຄ່ອງກັບທັກສະ ແລະ ບຸກຄະລິກກະພາບຂອງເຈົ້າແນວໃດ.

ມັນຕ້ອງໃຊ້ເວລາສຳລັບຜູ້ຄົນທີ່ຈະເຮັດຄວາມຮູ້ຈັກກັນ ແລະ ໄວ້ວາງໃຈກັນ ເພື່ອທີ່ຈະສາມາດແບ່ງປັນໜ້າທີ່ຮັບຜິດຊອບໄດ້.

ໃຫ້ເຂົ້າໃຈວ່າ ເຖິງແມ່ນແຕ່ຜູ້ທີ່ມີທັກສະສູງກໍຕ້ອງໃຊ້ເວລາໃນການຮຽນຮູ້ວ່າທີມງານ ແລະ ໂຄງສ້າງລະບົບ/ສະພາບແວດລ້ອມຖືກຈັດວາງແນວໃດ ກ່ອນທີ່ພວກເຂົາຈະສາມາດເລີ່ມເຮັດວຽກໄດ້. ບາງທີມອາດມີຂໍ້ກຳນົດການສະໜັບສະໜູນ (sponsorship) ຢ່າງເປັນທາງການ ທີ່ຕ້ອງເຮັດໃຫ້ສຳເລັດກ່ອນທີ່ຈະໄດ້ຮັບສິດເຂົ້າເຖິງຂໍ້ມູນທີ່ຈຳເປັນ. ບາງທີມອາດຈະບໍ່ມີ, ແລະ ອາໄສຄວາມຮູ້ຈັກລະຫວ່າງສະມາຊິກໃນທີມ ລວມເຖິງຈຸດແຂງ ແລະ ຈຸດອ່ອນຂອງແຕ່ລະຄົນໃນການແບ່ງປັນວຽກ.

ໂດຍທົ່ວໄປແລ້ວ, ມັນແມ່ນເລື່ອງຂອງຄວາມໄວ້ວາງໃຈ. ເຈົ້າຈະໃຫ້ຄົນທີ່ເຈົ້າຫາກໍຮູ້ຈັກພຽງແຕ່ມື້ດຽວເຂົ້າເຖິງຄອມພິວເຕີ, ຖານຂໍ້ມູນ ຫຼື ວຽກຂອງເຈົ້າບໍ? ຄຳຕອບຄື ບໍ່. ຊຸມຊົນກໍຄືກັນ, ໂດຍສະເພາະສຳລັບຊັບພະຍາກອນທີ່ລະອຽດອ່ອນດ້ານຄວາມປອດໄພ ເຊັ່ນ ໂຄງລ່າງພື້ນຖານ (infrastructure) ຂອງພວກເຮົາ.

ຂ່າວດີແມ່ນການສ້າງຄວາມໄວ້ວາງໃຈໃນຊຸມຊົນ Fedora ນັ້ນງ່າຍ. ພຽງແຕ່ລົມກັບຜູ້ຄົນ, ມີສ່ວນຮ່ວມໃນການສົນທະນາ ແລະ ການເຮັດວຽກ, ແລ້ວເຈົ້າຈະກາຍເປັນສະມາຊິກຊຸມຊົນທີ່ໄດ້ຮັບຄວາມໄວ້ວາງໃຈໃນບໍ່ຊ້າ.

ຂະບວນການ ຍິນດີຕ້ອນຮັບສູ່ Fedora ທີ່ Join SIG ໄດ້ຈັດຕັ້ງໄວ້ ແມ່ນອີງໃສ່ແນວຄິດນີ້. ພວກເຮົາບໍ່ຕ້ອງການໃຫ້ເຈົ້າຮີບຮ້ອນລົງມືເຮັດວຽກເລີຍ. ພວກເຮົາຢາກໃຫ້ເຈົ້າເຮັດຄວາມຮູ້ຈັກກັບຜູ້ຄົນກ່ອນ, ແລ້ວຈຶ່ງຄ່ອຍໆເລີ່ມເຮັດວຽກໄປເທື່ອລະກ້າວ.

ການສັງເກດການ

ຕິດຕາມ ແລະ ມີສ່ວນຮ່ວມໃນການປະຊຸມ ລວມເຖິງການສື່ສານທົ່ວໄປຂອງທີມ ເພື່ອຮຽນຮູ້ວ່າ ເຮັດຫຍັງ/ແນວໃດ/ຢູ່ໃສ/ແມ່ນໃຜ/ເມື່ອໃດ ທີ່ພວກເຂົາເຮັດສິ່ງຕ່າງໆ.

ມັນເປັນສິ່ງສຳຄັນທີ່ຕ້ອງເຮັດຄວາມຮູ້ຈັກກັບອົງກອນ ແລະ ທີມງານທີ່ເຈົ້າສົນໃຈຈະເຮັດວຽກນຳ ກ່ອນທີ່ເຈົ້າຈະພະຍາຍາມເຂົ້າຮ່ວມກັບພວກເຂົາ. ຮຽນຮູ້ວ່າພວກເຂົາເຮັດຫຍັງ ແລະ ເຮັດແນວໃດ, ແລະ ພະຍາຍາມເຮັດຄວາມຮູ້ຈັກກັບຜູ້ທີ່ກ່ຽວຂ້ອງ.

ໃຫ້ມີຄວາມອົດທົນ. ມັນອາດຈະໃຊ້ເວລາສອງສາມອາທິດເພື່ອທຳຄວາມເຂົ້າໃຈວ່າສິ່ງຕ່າງໆເຮັດວຽກແນວໃດ.

ຢ່າອາຍທີ່ຈະຖາມຄຳຖາມ ແລະ ເຮັດຄວາມຮູ້ຈັກກັບຜູ້ຄົນ. ວາງແຜນທີ່ຈະໃຊ້ເວລາເຂົ້າຮ່ວມການປະຊຸມ, ມີສ່ວນຮ່ວມໃນເວທີສົນທະນາ/ລາຍການອີເມລ (mailing lists) ແລະ ຢູ່ໃນຊ່ອງທາງ Matrix ກ່ອນທີ່ຈະເລີ່ມຮັບວຽກ. ສິ່ງນີ້ອາດຈະໃຊ້ເວລາສອງສາມອາທິດ, ດັ່ງນັ້ນຂໍໃຫ້ມີຄວາມອົດທົນ.

ໃຫ້ມີທັດສະນະຄະຕິທີ່ດີ, ເຖິງແມ່ນວ່າຈະເປັນການວິພາກວິຈານກໍຕາມ. ປະຕິບັດຕໍ່ຜູ້ນື່ນໃຫ້ດີສະເໝີ ແລະ ປະຕິບັດຕາມ ກົດລະບຽບການປະຕິບັດ (Code of Conduct).

ສະເໜີແນະໃນຫົວຂໍ້ທີ່ກຳລັງສົນທະນາ, ແລະ ແລກປ່ຽນປະສົບການ (ທັງທີ່ດີ ຫຼື ບໍ່ດີ) ທີ່ເຈົ້າເຄີຍມີ ເຊິ່ງກ່ຽວຂ້ອງກັບການສົນທະນານັ້ນ. ແຕ່ຂໍໃຫ້ຈື່ໄວ້ວ່າ ສ່ວນໜຶ່ງຂອງການສັງເກດການ ແລະ ການໃຫ້ຄຳແນະນຳທີ່ສ້າງສັນ ອາດຈະຕ້ອງໄດ້ງົດການຕັດສິນຄົນອື່ນໄວ້ກ່ອນ. ເມື່ອໃຫ້ຄຳແນະນຳ, ຢ່າຄິດວ່າເຈົ້າມີຄຳຕອບທຸກຢ່າງ ຫຼື ຄິດວ່າ Fedora Project "ເຮັດທຸກຢ່າງຜິດໝົດ". ມັນເປັນໄປໄດ້ທີ່ພວກເຮົາສາມາດປັບປຸງວິທີການເຮັດວຽກຂອງພວກເຮົາໃຫ້ດີຂຶ້ນໄດ້, ແນວໃດກໍຕາມ, ວິທີການປະຕິບັດສ່ວນໃຫຍ່ໃນປະຈຸບັນ ແມ່ນໄດ້ຖືກພັດທະນາມາເປັນເວລາດົນນານ ຫຼັງຈາກການສົນທະນາທີ່ຍາວນານ. ຄຳວິພາກວິຈານຂອງເຈົ້າອາດຈະໄດ້ຮັບການຍອມຮັບດີຂຶ້ນ ເມື່ອເຈົ້າໄດ້ສ້າງຕົວຕົນໃນຊຸມຊົນ ແລະ ໄດ້ຮັບການຍອມຮັບວ່າເຂົ້າໃຈວັດທະນະທຳຂອງພວກເຮົາແລ້ວ.

ວິທີການທີ່ດີໃນການໃຫ້ຄຳຄິດເຫັນຄືການໃຊ້ "plussing". ແນວຄິດພື້ນຖານແມ່ນ ບໍ່ພຽງແຕ່ວິພາກວິຈານ ຫຼື ໃຫ້ຄຳຄິດເຫັນຕໍ່ໄອເດຍເທົ່ານັ້ນ, ແຕ່ຕ້ອງສະເໜີຄຳແນະນຳ ຫຼື ວິທີແກ້ໄຂອື່ນໆ ໄປພ້ອມກັບຄຳຄິດເຫັນນັ້ນນຳ.

ເລືອກສິ່ງທີ່ເຈົ້າຢາກເຮັດ

ໃນ Fedora, ເຈົ້າຕ້ອງຕັດສິນໃຈດ້ວຍຕົວເອງວ່າເຈົ້າຢາກຈະເຮັດວຽກຫຍັງ.

ໃນ Fedora, ເຈົ້າເປັນຜູ້ຕັດສິນໃຈເອງວ່າຢາກເຮັດຫຍັງ. ພວກເຮົາບໍ່ໄດ້ມອບໝາຍວຽກ ແລະ ໜ້າທີ່ໃຫ້ກັນແລະກັນ.

ໂດຍທົ່ວໄປແລ້ວ ແຕ່ລະທີມຈະມີລາຍການວຽກທີ່ຕ້ອງເຮັດ. ເມື່ອເຈົ້າຮູ້ຈັກກັບທີມງານດີຂຶ້ນ, ເຈົ້າຈະຮູ້ວ່າສິ່ງໃດແດ່ທີ່ຕ້ອງເຮັດ. ໃຫ້ເລືອກສິ່ງທີ່ສຳຄັນສຳລັບເຈົ້າ ແລະ ສິ່ງທີ່ເຈົ້າມີຄວາມມັກ (passion). ນອກຈາກນີ້, ໃຫ້ຖາມຄຳຖາມ ແລະ ທຳຄວາມເຂົ້າໃຈກັບວຽກທີ່ເຈົ້າຈະຮັບ ກ່ອນທີ່ຈະອາສາມັກເຮັດວຽກນັ້ນ.

ມີສິ່ງທີ່ຕ້ອງເຮັດຢູ່ສະເໝີ. ຖ້າເຈົ້າເຫັນສິ່ງໃດທີ່ຍັງບໍ່ຄ່ອຍຖືກຕ້ອງ ຫຼື ສິ່ງທີ່ສາມາດປັບປຸງໄດ້, ໃຫ້ຄົ້ນຄວ້າຂໍ້ມູນ ແລະ ນຳສະເໜີຂໍ້ສະເໜີຕໍ່ທີມງານ. ໃຫ້ຊອກຫາວຽກເຮັດ, ລິເລີ່ມສິ່ງໃໝ່ໆ, ເຮັດໃຫ້ຕົວເອງຫຍຸ້ງຢູ່ສະເໝີ ແລະ ຊ່ວຍເຫຼືອຜູ້ນື່ນ.

ຢ່າຮີບຮ້ອນເຮັດວຽກທີ່ຍາກເກີນໄປໃນຕອນເລີ່ມຕົ້ນ

ເລີ່ມຕົ້ນຈາກສິ່ງນ້ອຍໆ. ກຸນແຈສຳຄັນຄືການເຕີບໂຕຢ່າງຊ້າໆ, ໝັ້ນຄົງ ແລະ ຍືນຍົງ.

ເມື່ອເລືອກວຽກທີ່ຈະເຮັດ, ຢ່າຮັບວຽກທີ່ໃຫຍ່ເກີນໄປມາເຮັດພຽງຄົນດຽວເປັນການປະກອບສ່ວນຄັ້ງທຳອິດ. ການເລືອກວຽກທີ່ໃຫຍ່ເກີນໄປຈະເພີ່ມໂອກາດທີ່ຈະຫຼົ້ມເຫຼວຢ່າງຫຼວງຫຼາຍ. ນອກຈາກນີ້ ກໍບໍ່ຄວນເລືອກເຮັດຫຼາຍວຽກໃນຫຼາຍທີມພ້ອມກັນ. ໃຫ້ເລີ່ມຕົ້ນຈາກສິ່ງນ້ອຍໆ, ເລືອກຢ່າງຫຼາຍພຽງໜຶ່ງ ຫຼື ສອງຢ່າງ, ແລ້ວຈຶ່ງຄ່ອຍໆຂະຫຍາຍອອກໄປ. ກຸນແຈສຳຄັນຄືການເຕີບໂຕຢ່າງຊ້າໆ, ໝັ້ນຄົງ ແລະ ຍືນຍົງ. ຢ່າເຂົ້າຮ່ວມໂດຍມີເປົ້າໝາຍໃນທັນທີວ່າຈະເປັນຜູ້ນຳຄົນຕໍ່ໄປຂອງໂຄງການ :).

ກຳນົດໃຫ້ເປັນແບບເປີດໂດຍເລີ່ມຕົ້ນ

ໃຫ້ໃຊ້ຊ່ອງທາງການສື່ສານແບບສາທາລະນະສະເໝີ ນອກຈາກວ່າຈະມີຄວາມຈຳເປັນແທ້ໆ ທີ່ຕ້ອງໃຊ້ການສື່ສານແບບສ່ວນຕົວ.

ໂດຍພື້ນຖານແລ້ວ, ນອກຈາກຈະມີຂໍ້ມູນສ່ວນຕົວທີ່ກ່ຽວຂ້ອງ, ໃຫ້ໃຊ້ຊ່ອງທາງການສື່ສານແບບສາທາລະນະສະເໝີ. ດັ່ງທີ່ໄດ້ລະບຸໄວ້ໃນ ບົດຄວາມນີ້, ເຊິ່ງມັນມີຂໍ້ດີຫຼາຍຢ່າງ:

  • ເຈົ້າສາມາດໄດ້ຮັບຄຳຕອບຈາກກຸ່ມຄົນໄດ້ໄວກວ່າການຖາມຄົນດຽວ.

  • ເຈົ້າສາມາດໄດ້ຮັບການກວດສອບຄຳຕອບນັ້ນຈາກກຸ່ມຄົນ, ເຊິ່ງເຈົ້າຈະບໍ່ໄດ້ຮັບສິ່ງນີ້ຖ້າລົມກັບຄົນດຽວ.

  • ເຈົ້າສາມາດເພີ່ມພູນຄວາມຮູ້ໃຫ້ກັບຊຸມຊົນໄດ້ ແທນທີ່ຈະປິດບັງມັນໄວ້. ບາງທີອາດມີອີກ 5 ຄົນທີ່ມີຄຳຖາມດຽວກັບເຈົ້າ ແລະ ພວກເຂົາກໍຈະໄດ້ຮັບຄຳຕອບໄປພ້ອມກັນ.

  • ເຈົ້າສາມາດເລີ່ມຕົ້ນການສົນທະນາ ແລະ ໄດ້ຮັບວິທີແກ້ໄຂທີ່ດີກວ່າສິ່ງທີ່ຄົນພຽງຄົນດຽວຈະມອບໃຫ້ເຈົ້າ.

  • ຄຳຖາມ ຫຼື ຄຳຄິດເຫັນຂອງເຈົ້າ ອາດຈະນຳໄປສູ່ຄຳຖາມ ຫຼື ຄຳຄິດເຫັນອື່ນໆ ທີ່ກ່ຽວຂ້ອງຈາກຄົນອື່ນ.

ການສື່ສານແບບເປີດເຜີຍແມ່ນກຸນແຈສຳຄັນໃນຊຸມຊົນ Fedora.

ຕົວຢ່າງເຊັ່ນ:

  • ໃຫ້ຕອບກັບໄປຍັງລາຍການອີເມລ (mailing list) ເມື່ອເຈົ້າຕອບຄຳຖາມທີ່ຖືກຖາມຢູ່ໃນນັ້ນ.

  • ໃຫ້ຖາມໃນຊ່ອງທາງສາທາລະນະ (Matrix/IRC) ແທນທີ່ຈະສົ່ງຂໍ້ຄວາມສ່ວນຕົວຫາໃຜບາງຄົນ.

  • ໃຫ້ສ້າງທິກເກັດ (ticket) ເມື່ອເຈົ້າຕ້ອງການໃຫ້ເຮັດບາງຢ່າງ ແທນທີ່ຈະສົ່ງອີເມລສ່ວນຕົວ.

  • ໃຫ້ຕອບກັບໃນລາຍງານບັກຂອງ Bugzilla ແທນທີ່ຈະສົ່ງອີເມລສ່ວນຕົວ.

ພວກເຮົາທຸກຄົນຕ່າງກໍເປັນທີ່ປຶກສາໃຫ້ກັນ

ຄວາມຮູ້ຖືກຮັກສາໄວ້ໂດຍຊຸມຊົນທັງໝົດ, ບໍ່ແມ່ນໂດຍບຸກຄົນໃດໜຶ່ງ.

ໃນຊຸມຊົນທີ່ອີງໃສ່ອາສາມັກຄີຄື Fedora, ຄວາມຮູ້ຈະຖືກແບ່ງປັນ ແລະ ຮັກສາຮ່ວມກັນໂດຍຊຸມຊົນທັງໝົດ. ພວກເຮົາບໍ່ຄ່ອຍເປັນທີ່ປຶກສາໃຫ້ກັນແບບຕົວຕໍ່ຕົວ. ບາງທີມອາດຈະມີຮູບແບບການສະໜັບສະໜູນ (sponsorship) ທີ່ສະມາຊິກຄົນໜຶ່ງຈະຮັບຜິດຊອບເບິ່ງແຍງການປະກອບສ່ວນໃນເບື້ອງຕົ້ນຂອງສະມາຊິກໃໝ່. ແຕ່ໂດຍທົ່ວໄປແລ້ວ, ພວກເຮົາທຸກຄົນຕ່າງກໍເປັນທີ່ປຶກສາໃຫ້ກັນແລະກັນ. ດ້ວຍວິທີນີ້, ຈະບໍ່ມີໃຜເປັນຈຸດສູນກາງຂອງການເຮັດວຽກພຽງຄົນດຽວ. ດັ່ງນັ້ນ, ຖ້າເຈົ້າເຫັນໃຜບາງຄົນເຮັດບາງສິ່ງທີ່ເຈົ້າຢາກຮຽນຮູ້, ໃຫ້ເຂົ້າໄປຖາມໃຫ້ພວກເຂົາຊ່ວຍສອນໄດ້ເລີຍ. ໃນທາງກົງກັນຂ້າມ, ຖ້າເຈົ້າຮູ້ວ່າມີວິທີທີ່ດີກວ່າ ຫຼື ງ່າຍກວ່າໃນການເຮັດບາງຢ່າງ, ໃຫ້ຂຽນເອກະສານໄວ້ຢູ່ບ່ອນໃດບ່ອນໜຶ່ງ ແລະ ແບ່ງປັນໃຫ້ກັບຊຸມຊົນ.

ການອ່ານເອກະສານແມ່ນທັກສະທີ່ສຳຄັນ.

ອີກສິ່ງໜຶ່ງທີ່ຄວນຈື່ໄວ້ຄື ການຮຽນຮູ້ໃນຊຸມຊົນອາສາມັກຄີມັກຈະເກີດຂຶ້ນໂດຍການຮຽນຮູ້ດ້ວຍຕົນເອງ. ຜູ້ຄົນຍິນດີສະເໝີທີ່ຈະໃຫ້ລິ້ງ ແລະ ຊັບພະຍາກອນຕ່າງໆແກ່ເຈົ້າ. ແນວໃດກໍຕາມ, ເນື່ອງຈາກພວກເຮົາທຸກຄົນເປັນອາສາມັກຄີ, ມັນຈຶ່ງເປັນເລື່ອງຍາກທີ່ຈະແບ່ງເວລາເພື່ອມາສອນຄົນອື່ນຢ່າງຈິງຈັງ. ດັ່ງນັ້ນ, ນິໄສທີ່ດີຄືການຂໍເອກະສານ ແລະ ແຫຼ່ງອ້າງອີງຈາກຜູ້ຄົນ ເພື່ອໃຫ້ເຈົ້າສາມາດຮຽນຮູ້ໄດ້ດ້ວຍຕົນເອງ. ການອ່ານເອກະສານ (ແລະ ການຮັກສາເອກະສານໃຫ້ທັນສະໄໝ) ແມ່ນທັກສະທີ່ສຳຄັນ. ແນ່ນອນວ່າ ຖ້າເຈົ້າມີຂໍ້ສົງໄສ, ໃຫ້ຖາມແລ້ວຈະມີຄົນມາຕອບ.

ພັກຜ່ອນບາງ, ຖອຍອອກມາກ້າວໜຶ່ງຖ້າເຈົ້າຕ້ອງການ

ມັນບໍ່ເປັນຫຍັງທີ່ຈະບອກວ່າເຈົ້າບໍ່ສາມາດເຮັດບາງຢ່າງທີ່ເຈົ້າໄດ້ຮັບປາກໄວ້ແລ້ວ.

ຖ້າເຈົ້າພົບວ່າເຈົ້າຮັບປາກວຽກຫຼາຍເກີນໄປ ຫຼື ຕັດສິນໃຈວ່າການເປັນອາສາມັກຄີບໍ່ແມ່ນສິ່ງທີ່ເຈົ້າຕ້ອງການ, ມັນກໍບໍ່ເປັນຫຍັງ. ເຈົ້າບໍ່ຈຳເປັນຕ້ອງຮູ້ສຶກອາຍທີ່ບໍ່ສາມາດປະກອບສ່ວນຕໍ່ໄປໄດ້. ຜູ້ປະກອບສ່ວນຄົນອື່ນໆກໍຈະບໍ່ເຮັດໃຫ້ເຈົ້າຮູ້ສຶກບໍ່ດີຄືກັນ. ໃຫ້ເຂົ້າໃຈວ່າ ມີຜູ້ປະກອບສ່ວນຫຼາຍຄົນທີ່ເຂົ້າມາ ແລະ ຈາກໄປໃນແຕ່ລະມື້. ການຄາວຽກປະຈຳ ຫຼື ການບໍ່ມີເວລາຫວ່າງພຽງພໍ ແມ່ນເຫດຜົນທີ່ຍອມຮັບໄດ້ຢ່າງສິ້ນເຊີງໃນການທີ່ບໍ່ສາມາດປະກອບສ່ວນໄດ້. ມັນອາດຈະເປັນໄປໄດ້ວ່າເຈົ້າຮູ້ສຶກບໍ່ເຂົ້າກັບທີມ ຫຼື ອົງກອນ. ເຈົ້າມີສິດທີ່ຈະໃຫ້ຄວາມຊ່ວຍເຫຼືອໃນຖານະອາສາມັກຄີ ໃນແບບທີ່ເຈົ້າຕ້ອງການ ແລະ ໃນເວລາທີ່ເຈົ້າຕ້ອງການ.

ບອກໃຫ້ຊຸມຊົນຮູ້ວ່າເຈົ້າກຳລັງຈະພັກຜ່ອນ ຫຼື ຈະລາພັກ.

ແນວໃດກໍຕາມ, ຖ້າເປັນໄປໄດ້, ກະລຸນາຢ່າຫາຍໄປຊື່ໆ ໂດຍບໍ່ແຈ້ງໃຫ້ຊຸມຊົນຊາບ. ໃນຖານະທີ່ເປັນໝູ່ເພື່ອນ, ຜູ້ຄົນໃນຊຸມຊົນມີຄວາມເປັນຫ່ວງເຊິ່ງກັນແລະກັນ, ທັງເລື່ອງສຸຂະພາບ ແລະ ຄວາມເປັນຢູ່. ນອກຈາກນີ້, ເມື່ອຜູ້ປະກອບສ່ວນຕົກລົງທີ່ຈະເຮັດວຽກໃດໜຶ່ງ ແລ້ວບໍ່ສາມາດເຮັດຕໍ່ໄດ້ດ້ວຍເຫດຜົນໃດກໍຕາມ ແລ້ວຫາຍໄປມິດໆ, ຊຸມຊົນຈະບໍ່ຮູ້ວ່າວຽກນັ້ນສາມາດມອບໝາຍໃຫ້ຄົນອື່ນເຮັດແທນໄດ້.

ເມື່ອເຈົ້າຕັດສິນໃຈວ່າເຖິງເວລາທີ່ຈະຕ້ອງໄປ ຫຼື ພັກຜ່ອນ, ໃຫ້ບອກໃຫ້ຊຸມຊົນຮູ້. ແຈ້ງໃຫ້ພວກເຂົາຮູ້ວ່າເຈົ້າໄດ້ຮັບວຽກຫຍັງໄວ້ແດ່ ເພື່ອໃຫ້ຄົນອື່ນສາມາດມາເຮັດວຽກນັ້ນຕໍ່ໄດ້.

ຖ້າ/ເມື່ອເຈົ້າສາມາດກັບມາໄດ້, ໃຫ້ບອກໃຫ້ຄົນອື່ນຮູ້ຄືກັນ. ພວກເຮົາຍິນດີສະເໝີທີ່ຄົນເຮົາພັກຜ່ອນແລ້ວກັບມາຫາພວກເຮົາ.