ສະມາຊິກທີ່ບໍ່ມີການເຄື່ອນໄຫວ

ການຖອນຊື່ສະມາຊິກອອກຈາກກຸ່ມ FAS ເປັນພຽງການຮັບຮູ້ວ່າບຸກຄົນນັ້ນບໍ່ມີການເຄື່ອນໄຫວອີກຕໍ່ໄປ.

ພວກເຮົາທຸກຄົນເຂົ້າໃຈດີວ່າ ບາງຄັ້ງພວກເຮົາກໍຈຳເປັນຕ້ອງໄດ້ພັກຜ່ອນຈາກວຽກອາສາສະໝັກ ເພື່ອໄປເອົາໃຈໃສ່ກັບວຽກງານອື່ນໆ. ເຊິ່ງສິ່ງນີ້ສາມາດເກີດຂຶ້ນໄດ້ຈາກຫຼາຍເຫດຜົນ, ແລະ ມັນບໍ່ແມ່ນເລື່ອງທີ່ຜິດຫຍັງເລີຍໃນການຢຸດພັກຈາກວຽກອາສາສະໝັກໃນຊຸມຊົນ Fedora ເມື່ອມີຄວາມຈຳເປັນ. ໃນກໍລະນີດັ່ງກ່າວ, ເພື່ອຄວາມເປັນລະບຽບຮຽບຮ້ອຍ, ພວກເຮົາຈະຖອນຊື່ສະມາຊິກທີ່ບໍ່ມີການເຄື່ອນໄຫວອອກຈາກກຸ່ມ FAS/Fedora Forge.

ເມື່ອສະມາຊິກຊຸມຊົນພ້ອມທີ່ຈະກັບມາ, ສະຖານະພາບສະມາຊິກໃນກຸ່ມຕ່າງໆຈະຖືກກັບຄືນມາໃຫ້ຄືເກົ່າ. ເຊິ່ງໝາຍຄວາມວ່າ ເຂົາເຈົ້າບໍ່ຈຳເປັນຕ້ອງເລີ່ມຕົ້ນໃໝ່ຈາກສູນ. ເຊັ່ນດຽວກັບທີ່ເຂົາເຈົ້າຍັງຄົງມີໝູ່ເພື່ອນໃນຊຸມຊົນ Fedora ເຖິງວ່າຈະຫ່າງຫາຍໄປ, ເຂົາເຈົ້າກໍຍັງຄົງໄດ້ຮັບຄວາມໄວ້ວາງໃຈຈາກຊຸມຊົນຢູ່ຄືເກົ່າ.

ພວກເຮົາຂໍຊີ້ແຈງວ່າ ເຈດຕະນາໃນບ່ອນນີ້ບໍ່ແມ່ນການ "ໄລ່ຄົນອອກຈາກຊຸມຊົນ" ແຕ່ຢ່າງໃດ. ພວກເຮົາບໍ່ໄດ້ໝາຍບັນຊີ FAS ວ່າບໍ່ມີການເຄື່ອນໄຫວ---ພວກເຮົາພຽງແຕ່ປັບປຸງຂໍ້ມູນກຸ່ມທີ່ກ່ຽວຂ້ອງກັບ Fedora Join (FAS/Fedora Forge) ເທົັ້ນັ້ນ. ນອກຈາກນັ້ນ, ກະລຸນາຮັບຊາບວ່າມີບາງທີມອື່ນໆທີ່ອາດຈະມີນະໂຍບາຍສ່ວນຕົວຂອງເຂົາເຈົ້າກ່ຽວກັບສະມາຊິກຊຸມຊົນທີ່ບໍ່ມີການເຄື່ອນໄຫວ.

ເມື່ອທີມງານກວດພົບວ່າສະມາຊິກໃນທີມບໍ່ມີການເຄື່ອນໄຫວ, ເຊິ່ງໂດຍທົ່ວໄປແລ້ວແມ່ນເປັນເວລາດົນ (ປະມານໜຶ່ງປີ ຫຼື ຫຼາຍກວ່ານັ້ນ), ພວກເຮົາຈະ:

  1. ສົ່ງຂໍ້ຄວາມທັກທາຍ/ກະຕຸ້ນ/ສະກິດ ຫາສະມາຊິກທີມເພື່ອຂໍການອັບເດດສະຖານະ: ເພື່ອເບິ່ງວ່າເຂົາເຈົ້າເປັນແນວໃດ ແລະ ມີຫຍັງທີ່ພວກເຮົາສາມາດຊ່ວຍໄດ້ບໍ່,

  2. ເປີດທິກເກັດ (ticket) ໃນ Fedora Join Fedora Forge ເພື່ອຕິດຕາມຄວາມຄືບໜ້າ.

ຂໍ້ຄວາມທັກທາຍ/ກະຕຸ້ນ/ສະກິດ ອາດຈະເປັນຄືແນວນີ້:

ສະບາຍດີ,

ຕາມບັນທຶກຂອງພວກເຮົາຊີ້ໃຫ້ເຫັນວ່າ ທ່ານບໍ່ໄດ້ມີການເຄື່ອນໄຫວໃນຊຸມຊົນຢ່າງໜ້ອຍເປັນເວລາໜຶ່ງປີ.

ພວກເຮົາຫວັງວ່າທຸກຢ່າງຈະສະບາຍດີ. ມີຫຍັງທີ່ພວກເຮົາສາມາດຊ່ວຍໄດ້ບໍ່?

ຫາກໄດ້ຮັບການຕອບກັບທີ່ລະບຸວ່າບໍ່ມີການເຄື່ອນໄຫວ (ຫຼື ບໍ່ມີການຕອບກັບເລີຍ), ທີມງານຈະ:

  1. ຖອນຊື່ສະມາຊິກອອກຈາກກຸ່ມ FAS ແລະ Fedora Forge,

  2. ປິດທິກເກັດ ໂດຍກຳນົດສະຖານະເປັນ "inactive" (ບໍ່ມີການເຄື່ອນໄຫວ).

ສະຄຣິບ (scripts) ທີ່ໃຊ້ສຳລັບກວດສອບການເຄື່ອນໄຫວສາມາດເບິ່ງໄດ້ຢູ່ບ່ອນນີ້: Fedora Community Stats.