ຍິນດີຕ້ອນຮັບສູ່ Fedora!
Fedora ບໍ່ແມ່ນພຽງແຕ່ລະບົບປະຕິບັດການເທົ່ານັ້ນ. ມັນຄືອະນາຄົດ. ອະນາຄົດສຳລັບວິທີທີ່ພວກເຮົາເຮັດວຽກ, ວິທີທີ່ພວກເຮົາຫຼິ້ນ, ວິທີທີ່ພວກເຮົາສ້າງສັນ ແລະ ວິທີທີ່ພວກເຮົາຕິດຕໍ່ສື່ສານ. ເຕັກໂນໂລຊີທີ່ Fedora ສ້າງຂຶ້ນເປັນອັນດັບທຳອິດ ແມ່ນໄດ້ຖືກນຳໄປລວມເຂົ້າໃນໂຄງສ້າງພື້ນຖານທີ່ສຳຄັນທີ່ສຸດບາງຢ່າງຂອງໂລກ.
ພວກເຮົາຄືກຸ່ມຄົນທີ່ສ້າງ Fedora. ບາງຄົນໃນພວກເຮົາເຂົ້າມາທີ່ນີ້ເພື່ອສ້າງບາງສິ່ງທີ່ພວກເຮົາຢາກເຮັດ, ບາງຄົນເພື່ອອາຊີບຕະຫຼອດຊີວິດ ແລະ ບາງຄົນເພື່ອຢູ່ຮ່ວມກັບຄົນທີ່ມີທັກສະ ແລະ ຄວາມສົນໃຈຄືກັນ.
ຜູ້ຄົນເຂົ້າຮ່ວມ Fedora ດ້ວຍທັກສະທຸກຮູບແບບ. ບາງຄົນເປັນວິສະວະກອນຂັ້ນສູງທີ່ມີປະສົບການຫຼາຍປີ, ສ່ວນບາງຄົນກໍຫາສິ້ນສຸດການສຶກສາຈາກມັດທະຍົມປາຍ. ບໍ່ວ່າທ່ານຈະຢູ່ໃນຂັ້ນຕອນໃດຂອງການເດີນທາງ, Fedora ຍິນດີຕ້ອນຮັບທ່ານໃຫ້ມີສ່ວນຮ່ວມໃນຊຸມຊົນຂອງພວກເຮົາ. ພວກເຮົາຍິນດີຕ້ອນຮັບຜູ້ຄົນຈາກທົ່ວທຸກມຸມໂລກ. ພວກເຮົາສະໜັບສະໜູນຄວາມຫຼາກຫຼາຍໃນທຸກຮູບແບບ ເພາະມັນຊ່ວຍໃຫ້ທຸກຢ່າງເຂັ້ມແຂງຂຶ້ນ.
ຖ້າທ່ານສະໜັບສະໜູນ ຂໍ້ກຳນົດມາລະຍາດ ແລະ ຄຸນຄ່າຫຼັກ ຂອງ ເສລີພາບ (Freedom), ມິດຕະພາບ (Friends), ຄຸນສົມບັດ (Features) ແລະ ຄວາມເປັນຜູ້ນຳ (First) ກໍຈະມີບ່ອນທີ່ເໝາະສົມສຳລັບທ່ານ. ຖ້າທ່ານຢາກຮູ້ວ່າສິ່ງໃດທີ່ເຮັດໃຫ້ເປັນຜູ້ປະກອບສ່ວນທີ່ດີໃຫ້ກັບ Fedora, ພວກເຮົາມີພາກສ່ວນທີ່ເວົ້າເຖິງເລື່ອງນັ້ນ.
Fedora ບໍ່ແມ່ນສູນພັດທະນາຊອບແວພຽງຢ່າງດຽວ. ຫນຶ່ງໃນຫຼັກການຫຼັກຂອງພວກເຮົາຄື ຕົ້ນນ້ຳກ່ອນ (Upstream First). ນີ້ກໍເພື່ອໃຫ້ພວກເຮົາສາມາດຕອບແທນຄືນສູ່ຊຸມຊົນ Linux ໃນວົງກວ້າງໄດ້.
ສິ່ງທີ່ພວກເຮົາເຮັດ:
Fedora ຖືກແບ່ງອອກເປັນຫຼາຍຂົງເຂດວຽກງານ. ທ່ານສາມາດເບິ່ງ ແຜນຜັງການຈັດຕັ້ງ ຂອງພວກເຮົາໄດ້. ພວກເຮົາເຮັດທຸກຢ່າງຕັ້ງແຕ່ການບໍລິຫານຈັດການເຊີເວີ ແລະ ການຂຽນໂຄ້ດ ໄປຈົນເຖິງການອອກແບບ ແລະ ການຈັດການກິດຈະກຳ.
ຖ້າທ່ານຢາກເປັນສ່ວນໜຶ່ງຂອງຊຸມຊົນພວກເຮົາ, ທ່ານບໍ່ຈຳເປັນຕ້ອງຮູ້ທຸກຢ່າງ ຫຼື ໃຫ້ຄຳໝັ້ນສັນຍາຫຍັງຫຼາຍ. ພວກເຮົາຢາກໃຫ້ທ່ານຮຽນຮູ້, ເຊື່ອມຕໍ່ ແລະ ຄົ້ນຫາສິ່ງທີ່ທ່ານຢາກເປັນ. ພວກເຮົາຈະບໍ່ມອບວຽກໃຫ້ທ່ານໂດຍກົງ. ແຕ່ພວກເຮົາຈະຊ່ວຍທ່ານຊອກຫາເສັ້ນທາງໃນລະບົບນິເວດຂອງ Fedora ເພື່ອຄົ້ນຫາກຸ່ມ ຫຼື ໂຄງການທີ່ເໝາະສົມກັບທັກສະຂອງທ່ານ.
ທ່ານບໍ່ຈຳເປັນຕ້ອງລົງທະບຽນເພື່ອເຮັດສິ່ງນີ້ດ້ວຍຕົນເອງ. ສາມາດເຂົ້າຮ່ວມໃນ ຊ່ອງ Matrix ຫຼື ເວທີສົນທະນາ ຂອງພວກເຮົາໄດ້ເລີຍ. ມັນເປັນຄວາມຄິດທີ່ດີທີ່ຈະອ່ານ ເອກະສານ (ລວມທັງບ່ອນອື່ນໆ!) ແລະ ສຶກສາເບິ່ງໃຫ້ທົ່ວເຖິງກ່ອນຈະຕິດຕໍ່ຫາພວກເຮົາ.
ການເລີ່ມຕົ້ນ:
ໃນຖານະຜູ້ມາໃໝ່ສູ່ Fedora, ການເຂົ້າເຖິງທັງໝົດຂອງທ່ານເລີ່ມຕົ້ນດ້ວຍບັນຊີ. ລົງທະບຽນທີ່ນີ້. ທ່ານຈະຖືກຖາມຊື່ ແລະ ຊື່ຜູ້ໃຊ້. ຊື່ ແລະ ຊື່ຜູ້ໃຊ້ທີ່ທ່ານປ້ອນເຂົ້າອາດຈະເປັນສາທາລະນະ, ແຕ່ທ່ານສາມາດປ້ອນສິ່ງໃດກໍໄດ້ທີ່ທ່ານຕ້ອງການ. ທ່ານສາມາດປ່ຽນຊື່ໄດ້ໃນພາຍຫຼັງ, ແຕ່ທ່ານບໍ່ສາມາດປ່ຽນຊື່ຜູ້ໃຊ້ໄດ້ໂດຍງ່າຍ.
ມັນຈະຊ່ວຍພວກເຮົາໄດ້ຫຼາຍຖ້າທ່ານແນະນຳຕົວເອງໃນ Matrix ຫຼື ໃນເວທີສົນທະນາ. ພວກເຮົາຢາກຮູ້ວ່າທ່ານແມ່ນໃຜ ເພື່ອໃຫ້ພວກເຮົາສາມາດເຮັດວຽກຮ່ວມກັນໄດ້ດີຂຶ້ນ. ຢ່າຢ້ານທີ່ຈະເວົ້າຫຼາຍເກີນໄປ, ຖ້າທ່ານມັກການເຮັດອາຫານ ຫຼື ອະນິເມະ ຄືກັນກັບ Python ແລະ Inkscape ຫຼາຍໆຄົນໃນນີ້ກໍຄືກັນ! ສະພາບແວດລ້ອມການເຮັດວຽກທີ່ດີຈະຊ່ວຍໃຫ້ທ່ານສາມາດລົມກັນໄດ້ທຸກເລື່ອງທີ່ທ່ານສົນໃຈ (ຕາບໃດທີ່ມັນຍັງຢູ່ໃນຂໍ້ກຳນົດມາລະຍາດ). ພຽງແຕ່ຢ່າເປີດເຜີຍທີ່ຢູ່ບ້ານ ຫຼື ລະຫັດຜ່ານຂອງທ່ານກໍພໍ!
ສາມາດເຂົ້າຫາຜູ້ຄົນໃນຂົງເຂດທີ່ທ່ານສົນໃຈໄດ້ເລີຍ. ພວກເຮົາຕ້ອງການເພີ່ມຈຳນວນຜູ້ປະກອບສ່ວນໃຫ້ເປັນສອງເທົ່າ ແລະ ພວກເຮົາຢາກໝັ້ນໃຈວ່າ Fedora ມີອະນາຄົດທີ່ຫ້າວຫັນ ແລະ ໜ້າສົນໃຈ. ເວລາເຂົ້າຫາຜູ້ຄົນ, ໃຫ້ຂຽນໃຫ້ຫຼາຍເທົ່າທີ່ທ່ານສາມາດເຮັດໄດ້. ອະທິບາຍໃຫ້ຈະແຈ້ງ, ກະທັດຮັດ ແລະ ໃຫ້ຂໍ້ມູນຫຼາຍເທົ່າທີ່ທ່ານຢາກຈະໄດ້ຮັບຄືນ. ຄົນຢູ່ທີ່ນີ້ມັກອ່ານ ແລະ ຍິ່ງທ່ານບອກພວກເຮົາຫຼາຍເທົ່າໃດ ພວກເຮົາກໍຍິ່ງບອກທ່ານໄດ້ຫຼາຍເທົ່ານັ້ນ.
ທ່ານຈະກາຍເປັນ 'Fedora' ເມື່ອທ່ານໄດ້ຄົ້ນພົບ ແລະ ໄດ້ປະກອບສ່ວນຄັ້ງທຳອິດເຂົ້າໃນໂຄງການ ຫຼື ກຸ່ມ.
ການແນະນຳເຂົ້າສູ່ລະບົບ (Onboarding):
ເມື່ອທ່ານຕັດສິນໃຈແລ້ວວ່າຢາກຈະຢູ່ຮ່ວມກັນຕໍ່ໄປ ຫຼື ຢາກໃຫ້ຊ່ວຍແນະນຳ, ພວກເຮົາສາມາດ 'onboard' ທ່ານໄດ້. ນີ້ໝາຍຄວາມວ່າພວກເຮົາຈະໃຫ້ສິດໃນການເຂົ້າເຖິງລະບົບຕ່າງໆຫຼາຍຂຶ້ນ ແລະ ສາມາດແນະນຳທ່ານໃຫ້ຮູ້ຈັກກັບທີມງານຕ່າງໆ. ຂັ້ນຕອນ 'ເບື້ອງຫຼັງ' ແມ່ນມີລາຍລະອຽດຢູ່ດ້ານລຸ່ມ, ເຊິ່ງມັນຂຶ້ນກັບທ່ານວ່າຢາກຮູ້ວິທີທີ່ພວກເຮົາເຮັດແນວໃດ.
ເພື່ອເລີ່ມຕົ້ນການ onboard, ພວກເຮົາຈຳເປັນຕ້ອງຮູ້ຊື່ຜູ້ໃຊ້ຂອງທ່ານ. ສິ່ງທີ່ທ່ານຕ້ອງເຮັດຄື:
1) ເຂົ້າສູ່ລະບົບ Fedora Forge ດ້ວຍບັນຊີ Fedora ຂອງທ່ານໜຶ່ງຄັ້ງ, ແລະ 2) ຕິດຕໍ່ສື່ສານຜ່ານ Join Fedora on Matrix ຫຼື ຜ່ານ ລາຍຊື່ສົ່ງອີເມວ (mailing list) ເຊິ່ງທ່ານສາມາດສະໝັກໄດ້
ແລະ ນັ້ນຄືທັງໝົດ! ຕອນນີ້ທ່ານກໍເປັນຄົນໜຶ່ງໃນພວກເຮົາແລ້ວ, ຕາບໃດທີ່ທ່ານຕ້ອງການ.
ຈົ່ງຈື່ໄວ້ວ່າ, ບໍ່ມີຂໍ້ຜູກມັດຂັ້ນຕ່ຳ. ໃຊ້ເວລາເພື່ອສຶກສາເບິ່ງໃຫ້ທົ່ວ.
ແນ່ນອນວ່າພວກເຮົາຂໍແນະນຳໃຫ້ທ່ານໃຊ້ Fedora :)
ການແນະນຳຜູ້ເຂົ້າຮ່ວມໃໝ່ (ຂະບວນການເຮັດວຽກສຳລັບທີມ Join SIG)
ເມື່ອມີຄົນໃໝ່ເຂົ້າຮ່ວມຊຸມຊົນ Fedora, ເຂົາເຈົ້າອາດຈະຍັງບໍ່ຮູ້ວ່າຢາກເຮັດຫຍັງ. Join SIG ມີຈຸດປະສົງເພື່ອຊ່ວຍໃຫ້ຜູ້ຄົນໄດ້ສຶກສາຊຸມຊົນ ແລະ ຄົ້ນຫາຂົງເຂດທີ່ເຂົາເຈົ້າສົນໃຈ.
ພວກເຮົາຈະດຳເນີນການຕາມຂັ້ນຕອນຕໍ່ໄປນີ້ກັບຜູ້ເຂົ້າຮ່ວມໃໝ່.
1) ພວກເຮົາຕິດປ້າຍ (Label) ໃຫ້ກັບໃບຮ້ອງຂໍ (Ticket). - ປ້າຍທີ່ຂຶ້ນຕົ້ນດ້ວຍ "S:" ແມ່ນເພື່ອຕິດຕາມສະຖານະຂອງໃບຮ້ອງຂໍຈາກມຸມມອງຂອງເຂົາເຈົ້າ. - ປ້າຍທີ່ຂຶ້ນຕົ້ນດ້ວຍ "C:" ແມ່ນເພື່ອຕິດຕາມສະຖານະຂອງໃບຮ້ອງຂໍຈາກມຸມມອງຂອງຊຸມຊົນ. - ປ້າຍທີ່ຂຶ້ນຕົ້ນດ້ວຍ "I:" ແມ່ນເພື່ອຕິດຕາມຄວາມສົນໃຈຂອງເຂົາເຈົ້າ.
2) ພວກເຮົາຂໍໃຫ້ $USER ສະໝັກຮັບຂໍ້ມູນຈາກລາຍຊື່ສົ່ງອີເມວ Fedora Join. ນີ້ກໍເພື່ອໃຫ້ຜູ້ຄົນສາມາດໂຕ້ຕອບກັນຜ່ານອີເມວໄດ້ຖ້າຕ້ອງການ ແລະ ສາມາດຮັບຊາບຂ່າວສານກ່ຽວກັບສິ່ງທີ່ເກີດຂຶ້ນໃນຊຸມຊົນ. ປ້າຍທີ່ກ່ຽວຂ້ອງຄື: S: Subscribed (ສະໝັກແລ້ວ).
3) ພວກເຮົາເປີດໃບຮ້ອງຂໍ "Hello Fedora World" ໃໝ່ສຳລັບຜູ້ເຂົ້າຮ່ວມໃໝ່. ປ້າຍທີ່ກ່ຽວຂ້ອງຄື: "S: Hello Fedora World".
4) ພວກເຮົາຂໍໃຫ້ເຂົາເຈົ້າແນະນຳຕົວເອງ, ໂດຍຜ່ານລາຍຊື່ສົ່ງອີເມວຈະດີທີ່ສຸດ. ປ້າຍທີ່ກ່ຽວຂ້ອງຄື: "C: Introduction requested (ຂໍໃຫ້ແນະນຳຕົວ)". ເມື່ອເຂົາເຈົ້າແນະນຳຕົວແລ້ວ, ພວກເຮົາຈະໝາຍໃບຮ້ອງຂໍດ້ວຍປ້າຍ "S: Introduced myself (ແນະນຳຕົວແລ້ວ)".
-
ຜູ້ຄົນສາມາດສະແດງຄວາມຄິດເຫັນໃນໃບຮ້ອງຂໍຂອງເຂົາເຈົ້າໄດ້ທຸກເວລາທີ່ຕ້ອງການສອບຖາມ, ໃຫ້ຄຳຄິດເຫັນ ຫຼື ພຽງແຕ່ລົມກັນ.
-
ເມື່ອຜູ້ມາໃໝ່ຕ້ອງການຄຳຕອບ, ເຂົາເຈົ້າສາມາດໃຊ້ປ້າຍ "C: Needs response (ຕ້ອງການຄຳຕອບ)" ເພື່ອດຶງດູດຄວາມສົນໃຈຈາກຊຸມຊົນ.
-
ຈາກນັ້ນຜູ້ມາໃໝ່ຈະໃຊ້ເວລາໃນການສຶກສາ Fedora, ເວົ້າລົມກັບຜູ້ຄົນ, ຮຽນຮູ້ວິທີການເຮັດວຽກຕ່າງໆ; ທັງໝົດນີ້ແມ່ນຕາມຄວາມສະດວກຂອງເຂົາເຈົ້າເອງ. ເຂົາເຈົ້າບໍ່ໄດ້ຖືກຄາດຫວັງໃຫ້ເຮັດວຽກໃດໆໃນເວລານີ້. ແນວຄິດຄືເພື່ອໃຫ້ເກີດຄວາມລຶ້ງເຄີຍກັບຊຸມຊົນ ແລະ ລະບົບນິເວດຂອງ Fedora ກ່ອນທີ່ຈະເລີ່ມປະກອບສ່ວນ.
5) ທຸກໆສອງອາທິດພວກເຮົາຈະກວດເບິ່ງວ່າຜູ້ມາໃໝ່ເປັນແນວໃດແດ່. ແຕ່ລະຄັ້ງທີ່ພວກເຮົາກວດສອບ, ພວກເຮົາຈະຕັ້ງປ້າຍໃໝ່. ໃນການກວດສອບຄວາມຄືບໜ້າຄັ້ງທຳອິດ, ພວກເຮົາຈະຕັ້ງປ້າຍ "C: Progress check 1". ຖ້າພວກເຮົາບໍ່ໄດ້ຮັບການຕິດຕໍ່ກັບຈາກເຂົາເຈົ້າໃນເວລາປະມານສອງອາທິດ, ພວກເຮົາຈະກວດສອບຄວາມຄືບໜ້າຄັ້ງທີສອງ ແລະ ຕັ້ງປ້າຍ "C: Progress check 2".
-
ຖ້າພວກເຮົາບໍ່ໄດ້ຮັບການຕິດຕໍ່ຈາກ $USER ອີກໃນສອງອາທິດຕໍ່ມາ, ພວກເຮົາຈະກວດສອບຄວາມຄືບໜ້າຄັ້ງສຸດທ້າຍ. ພວກເຮົາຈະຕັ້ງປ້າຍ "C: Progress check 3 - Final".
-
ຖ້າພວກເຮົາບໍ່ໄດ້ຮັບການຕິດຕໍ່ກັບຈາກຜູ້ມາໃໝ່ໃນໄລຍະເວລາລວມ 6 ອາທິດ, ພວກເຮົາຈະຖືວ່າເຂົາເຈົ້າບໍ່ມີການເຄື່ອນໄຫວ ແລະ ຈະປິດໃບຮ້ອງຂໍດ້ວຍປ້າຍ "S: User unresponsive (ຜູ້ໃຊ້ບໍ່ຕອບສະໜອງ)".
6) ໂຄງສ້າງພື້ນຖານບາງຢ່າງໃນ Fedora ຮຽກຮ້ອງໃຫ້ຜູ້ໃຊ້ຕ້ອງເປັນສ່ວນໜຶ່ງຂອງທີມ ຫຼື ກຸ່ມໃນລະບົບ Fedora Account System. ພວກເຮົາສາມາດໃຫ້ສະມາຊິກຊົ່ວຄາວໃນກຸ່ມ FAS "Fedora-Join" ໄດ້ຖ້າຜູ້ໃຊ້ໃໝ່ຕ້ອງການ. ສິ່ງນີ້ສາມາດຮ້ອງຂໍໄດ້ໂດຍການຕັ້ງປ້າຍ "C: Temporary membership needed (ຕ້ອງການສະມາຊິກຊົ່ວຄາວ)" ແລະ ຈະໄດ້ຮັບອະນຸມັດສະມາຊິກຊົ່ວຄາວ.
7) ເມື່ອຜູ້ມາໃໝ່ຮູ້ສຶກວ່າບໍ່ຕ້ອງການຄວາມຊ່ວຍເຫຼືອຈາກພວກເຮົາອີກຕໍ່ໄປ ຫຼື ບໍ່ມີເວລາແລ້ວ, ພວກເຮົາສາມາດປິດໃບຮ້ອງຂໍໄດ້. ຖ້າເຂົາເຈົ້າຕັດສິນໃຈອອກຈາກຊຸມຊົນ Fedora ພວກເຮົາຈະປິດໃບຮ້ອງຂໍດ້ວຍປ້າຍ "S: User closed (ຜູ້ໃຊ້ປິດເອງ)". ເຂົາເຈົ້າສາມາດກັບມາຮ່ວມກັບຊຸມຊົນ ຫຼື ເປີດໃບຮ້ອງຂໍຄືນໃໝ່ໄດ້ທຸກເວລາ.
8) ເມື່ອຜູ້ມາໃໝ່ໄດ້ຮຽນຮູ້ກ່ຽວກັບຊຸມຊົນ ແລະ ລະບົບນິເວດແລ້ວ, ຫວັງວ່າເຂົາເຈົ້າຈະຄົ້ນພົບວຽກ ແລະ ທີມທີ່ເຂົາເຈົ້າສົນໃຈ. ເມື່ອເຂົາເຈົ້າໄດ້ເຂົ້າຮ່ວມທີມ, ເຂົາເຈົ້າກໍໄດ້ກາຍເປັນສະມາຊິກຊຸມຊົນ Fedora ທີ່ໄດ້ປະກອບສ່ວນແລ້ວ! ພວກເຮົາຈະໝາຍໃບຮ້ອງຂໍເປັນ "S: I am Fedora" ເພື່ອສະເຫຼີມສະຫຼອງສິ່ງນີ້.
9) ພວກເຮົາເກັບກຳຄຳຄິດເຫັນຈາກສະມາຊິກຊຸມຊົນໃໝ່ໄດ້ທຸກເວລາ ແລະ ໃນເວລາປິດໃບຮ້ອງຂໍ. ສຳລັບສິ່ງນີ້, ພວກເຮົາໃຊ້ປ້າຍ "S: Feedback (ຄຳຄິດເຫັນ)".
10) ຖ້າຜູ້ໃຊ້ສະແດງຄວາມຄິດເຫັນວ່າເຂົາເຈົ້າບໍ່ມີເວລາທີ່ຈະໂຕ້ຕອບກັບຊຸມຊົນ, ພວກເຮົາສາມາດປິດໃບຮ້ອງຂໍໄດ້. ບອກໃຫ້ເຂົາເຈົ້າຮູ້ວ່າເຂົາເຈົ້າສາມາດເປີດມັນຄືນໃໝ່ໄດ້ເມື່ອມີເວລາຫວ່າງ.
Want to help? Learn how to contribute to Fedora Docs ›