ການປະກອບສ່ວນໃນນາມນັກຂຽນ Fedora Magazine

Fedora Magazine ຍິນດີຕ້ອນຮັບນັກຂຽນໃໝ່ເພື່ອມາປະກອບສ່ວນຕາມຄວາມສາມາດ ໂດຍການຂຽນບົດຄວາມໜຶ່ງ ຫຼື ສອງບົດ…​ ຫຼື ຫ້າບົດກໍໄດ້! ມີຫຼາຍວິທີທີ່ທ່ານສາມາດຊອກຫາຫົວຂໍ້ເພື່ອມາຂຽນໄດ້:

  • ທ່ານສາມາດ ສະເໜີບົດຄວາມ ໄດ້ ຖ້າທ່ານມີແນວຄວາມຄິດຂອງຕົນເອງ. ຖ້າຫາກຫົວຂໍ້ໃດໜຶ່ງຖືກສະເໜີໄປແລ້ວ ແຕ່ບົດຄວາມນັ້ນຍັງບໍ່ທັນໄດ້ມີການຂຽນຢ່າງຕໍ່ເນື່ອງ (ບໍ່ມີການເຄື່ອນໄຫວ ຫຼື ການຕອບກັບໃນຫົວຂໍ້ນັ້ນເປັນເວລາຫຼາຍເດືອນຂຶ້ນໄປ), ພວກມັນຈະຖືກຍ້າຍໄປໄວ້ທີ່ຖັນ #fm-stalled ໃນ ກະດານ Kanban ຂອງ Fedora Magazine. ຫົວຂໍ້ເຫຼົ່ານີ້ອາດຈະຍັງຫວ່າງຢູ່. ເພື່ອກວດສອບສະຖານະຂອງບົດຄວາມ, ໃຫ້ຝາກຂໍ້ຄວາມໄວ້ໃນຫົວຂໍ້ການສົນທະນາ (Discussion Topic) ເພື່ອສອບຖາມສະຖານະ ແລະ ສະແດງຄວາມຈຳນົງວ່າທ່ານຕ້ອງການຂຽນບົດຄວາມນັ້ນ. ຜູ້ສະເໜີເດີມຄວນຈະເປັນຜູ້ຕອບ, ແຕ່ຖ້າບໍ່ມີການຕອບກັບ ບັນນາທິການຈະເປັນຜູ້ຕັດສິນໃຈເອງ.

ບໍ່ວ່າຈະເປັນວິທີໃດກໍຕາມ, ງານຂຽນຂອງທ່ານຈະຖືກເຜີຍແຜ່ໄປສູ່ຜູ່ອ່ານຫຼາຍໝື່ນຄົນທີ່ເຂົ້າມາຢ້ຽມຊົມ Fedora Magazine ໃນທຸກໆອາທິດ!

ຖ້ານີ້ແມ່ນການປະກອບສ່ວນຄັ້ງທຳອິດຂອງທ່ານ, ທ່ານຈະຕ້ອງ ຂໍສິດເຂົ້າໃຊ້ ກ່ອນ.

ຕ້ອງການຄວາມຊ່ວຍເຫຼືອກ່ຽວກັບວິທີການຂຽນໃຫ້ດີຂຶ້ນບໍ? ເບິ່ງຄຳແນະນຳໄດ້ທີ່ໜ້າ ຂັ້ນຕອນການເຮັດວຽກຂອງບັນນາທິການ - ການຂຽນ.