ການຊີ້ແຈງຂໍ້ສະເໜີ
ຄະນະບັນນາທິການ ກວດສອບລາຍລະອຽດຂອງແຕ່ລະບົດຄວາມທີ່ຖືກສະເໜີ.
ຂໍ້ສະເໜີອາດຈະຖືກປຶກສາຫາລືກັບຜູ້ທີ່ສະເໜີ, ຜູ້ຊ່ຽວຊານສະເພາະດ້ານ, ແລະ ຜູ້ໃດກໍຕາມທີ່ຕ້ອງການ (ຫຼື ມີຄວາມສາມາດທາງດ້ານເຕັກນິກ) ທີ່ຢາກໃຫ້ຄຳເຫັນ. ພວກເຮົາສະໜັບສະໜູນໃຫ້ທຸກຄົນໃນຊຸມຊົນປະກອບຄຳເຫັນຕໍ່ຂໍ້ສະເໜີຕ່າງໆ!
ການສົນທະນາ ແລະ ການອະນຸມັດຂໍ້ສະເໜີ
ຂໍ້ສະເໜີແມ່ນຖືກສົ່ງໄປທີ່ ເວທີສົນທະນາ Fedora Magazine Discourse ໃນຮູບແບບຂອງຫົວຂໍ້, ແລະ ການສົນທະນາແມ່ນເກີດຂຶ້ນຢູ່ບ່ອນນັ້ນເລີຍ.
ຍິນດີຮັບຄຳຄິດເຫັນ ແລະ ຂໍ້ມູນເພີ່ມເຕີມທີ່ກ່ຽວຂ້ອງຈາກທຸກໆຄົນ.
ຖ້າບັນນາທິການພໍໃຈກັບຂໍ້ສະເໜີ, ສິ່ງທີ່ເຂົາເຈົ້າຕ້ອງເຮັດຄືການຕອບວ່າ "+1". ຂໍ້ສະເໜີທີ່ມີຄະແນນ +1 ຕັ້ງແຕ່ສອງຄົນຂຶ້ນໄປ ແມ່ນຈະຖືກອະນຸມັດ.
ເມື່ອຂໍ້ສະເໜີຖືກອະນຸມັດແລ້ວ, ຜູ້ຂຽນສາມາດເລີ່ມຕົ້ນຂຽນໄດ້ ແລະ ບົດຄວາມຈະຖືກຍ້າຍໄປທີ່ຖັນ #fm-in-progress ໃນ ກະດານ kanban. ຂັ້ນຕອນນີ້ແມ່ນດຳເນີນການໂດຍບັນນາທິການ.
"ຫົວຂໍ້ສົນທະນາ" ນີ້ ຈະກາຍເປັນຕົວແທນໃຫ້ກັບບົດຄວາມໃດໜຶ່ງໂດຍສະເພາະ ແລະ ຖືກນຳໃຊ້ຜ່ານທຸກຂັ້ນຕອນຂອງຂະບວນການເຮັດວຽກ. ການຕິດຕໍ່ສື່ສານລະຫວ່າງ ບັນນາທິການ, ຜູ້ຂຽນ ແລະ ຜູ້ທີ່ສົນໃຈ ແມ່ນຈະເກີດຂຶ້ນຢູ່ທີ່ນີ້.
ຂັ້ນຕອນການເຮັດວຽກ
ຂັ້ນຕອນກ່ອນໜ້າ: ການສະເໜີບົດຄວາມ
ຂັ້ນຕອນຖັດໄປ: ການຂຽນ
Want to help? Learn how to contribute to Fedora Docs ›