ການກວດແກ້ ແລະ ການສ້າງຮູບພາບ
ກ່ອນທີ່ບົດຄວາມຈະສາມາດເຜີຍແຜ່ໄດ້, ມັນຈຳເປັນຕ້ອງໄດ້ຮັບການກວດແກ້ ແລະ ຕ້ອງມີຮູບໜ້າປົກ.
ສະມາຊິກຂອງຄະນະບັນນາທິການຈະເປັນຜູ້ຈັດການທັງສອງຢ່າງນັ້ນ.
ການກວດແກ້
Articles that require editing are in the #fm-ready-for-editing column in the Fedora Magazine kanban board.
ເນື່ອງຈາກອາດມີຫຼາຍຄົນທີ່ຊ່ວຍກັນເຮັດຂັ້ນຕອນນີ້, ພວກເຂົາຈຶ່ງຕ້ອງປະສານງານກັນຜ່ານການສະແດງຄວາມຄິດເຫັນໃນຫົວຂໍ້ການສົນທະນາ (Discussion).
ບັນນາທິການຈະ ກວດແກ້ ບົດຄວາມເພື່ອເບິ່ງຂໍ້ຜິດພາດທາງດ້ານໄວຍາກອນ, ການສະກົດຄຳ ແລະ ການຈັດຮູບແບບ ຖ້າຈຳເປັນ. ເມື່ອສຳເລັດແລ້ວ, ພວກເຂົາຈະແຈ້ງບອກໃນສ່ວນຄວາມຄິດເຫັນ ແລະ ລະບຸວ່າໃຜເປັນຜູ້ກວດແກ້.
ຫາກຮູບໜ້າປົກສຳເລັດແລ້ວ, ກໍຈະມີການແຈ້ງບອກໃນສ່ວນຄວາມຄິດເຫັນໂດຍລະບຸຊື່ຜູ້ສ້າງຮູບພາບ.
ການສ້າງຮູບໜ້າປົກ
Articles that require a cover image are in the #fm-ready-for-editing column in the Fedora Magazine kanban board.
ເນື່ອງຈາກອາດມີຫຼາຍຄົນທີ່ຊ່ວຍກັນເຮັດຂັ້ນຕອນນີ້, ພວກເຂົາຈຶ່ງຕ້ອງປະສານງານກັນຜ່ານການສະແດງຄວາມຄິດເຫັນໃນຫົວຂໍ້ການສົນທະນາ.
ເພື່ອ ສ້າງຮູບໜ້າປົກ ສຳລັບບົດຄວາມ, ໃຫ້ເບິ່ງທີ່ໜ້າ ການສ້າງຮູບພາບເດັ່ນ ສຳລັບຄຳແນະນຳ. ວຽກສ່ວນນີ້ປົກກະຕິແລ້ວແມ່ນບັນນາທິການເປັນຜູ້ເຮັດ, ແຕ່ຜູ້ຂຽນກໍສາມາດຮັບໜ້າທີ່ນີ້ໄດ້ຫາກພວກເຂົາມີແນວຄວາມຄິດທີ່ສະເພາະເຈາະຈົງ. ກະລຸນາອ່ານ ການສ້າງຮູບພາບເດັ່ນ ຢ່າງລະອຽດກ່ຽວກັບຂໍ້ກຳນົດຂອງຮູບແບບ ແລະ ແຫຼ່ງທີ່ມາສຳລັບຮູບພາບໃດໜຶ່ງທີ່ຈະນຳມາໃຊ້.
ເມື່ອຮູບພາບສຳເລັດແລ້ວ, ບັນນາທິການຈະແຈ້ງບອກໃຫ້ຊາບໃນສ່ວນຄວາມຄິດເຫັນ.
ການກຳນົດເວລາ
ເມື່ອການກວດແກ້ສຳເລັດ ແລະ ມີຮູບພາບທີ່ເໝາະສົມແລ້ວ, ບັນນາທິການຈະກຳນົດເວລາການເຜີຍແຜ່ບົດຄວາມຕາມວັນທີ ແລະ ເວລາທີ່ລະບຸໄວ້.
ຫຼັງຈາກການເຜີຍແຜ່ສອງສາມມື້, ຫົວຂໍ້ການສົນທະນາຈະຖືກຍ້າຍໄປທີ່ຖັນ #fm_published ໃນ ກະດານ kanban
ຂັ້ນຕອນການເຮັດວຽກ
ຂັ້ນຕອນກ່ອນໜ້າ: ການທົບທວນ
Want to help? Learn how to contribute to Fedora Docs ›