ເຄັດລັບສຳລັບຮູບແບບບົດຄວາມ, ໄວຍາກອນ, ເນື້ອໃນ, ແລະ SEO

ເຄັດລັບເຫຼົ່ານີ້ຈະຊ່ວຍໃຫ້ບົດຄວາມຂອງທ່ານຜ່ານການກວດແກ້ໄດ້ງ່າຍຂຶ້ນ. ກະລຸນາເຫັນໃຈຜູ່ກວດແກ້ ແລະ ອ່ານເນື້ອໃນນີ້ກ່ອນເລີ່ມຕົ້ນ.

ການກຳນົດຮູບແບບຂໍ້ຄວາມ (Markup)

ກົດພື້ນຖານ: ຢ່າເຮັດໃຫ້ມັນຊັບຊ້ອນເກີນໄປ. ຄວາມອ່ານງ່າຍເປັນສິ່ງສຳຄັນ.

  1. ຢ່າໃຊ້ຟອນແບບ monospace ປົນກັບຟອນທົ່ວໄປໃນປະໂຫຍກ. ໃຫ້ໃຊ້ຕົວເນີ້ງສຳລັບຂໍ້ຄວາມພິເສດ. ຕົວຢ່າງ: ຢ່າຂຽນ dnf install foo ຢູ່ກາງປະໂຫຍກ, ແຕ່ໃຫ້ຂຽນ dnf install foo ແທນ.

  2. ໃຊ້ຕົວເນີ້ງສຳລັບວັດຖຸຂອງລະບົບທີ່ທ່ານກ່າວເຖິງໃນປະໂຫຍກ:

    • ອົງປະກອບ GUI ຫຼື CLI ເຊັ່ນ ຂໍ້ຄວາມເທິງປຸ່ມ ຫຼື ລາຍການເມນູ

    • ຂໍ້ຄວາມເຕືອນອື່ນໆ ທີ່ຜູ່ອ່ານຕ້ອງຊອກຫາເທິງໜ້າຈໍ

    • ຄຳສັ່ງ ຫຼື ຊື່ແພັກເກັດ

  3. ໃຊ້ຮູບແບບ Preformatted ໃນຕົວແກ້ໄຂ WPEngine ສຳລັບການປ້ອນຄຳສັ່ງ ຫຼື ຜົນການເຮັດວຽກ. ໃຊ້ເຄື່ອງໝາຍ shell prompt ($ ຫຼື #) ສະເພາະຕອນທີ່ມັນມີຜົນຕໍ່ຄວາມໝາຍແທ້ໆ ຫຼື ເພື່ອແຍກສ່ວນປ້ອນຂໍ້ມູນອອກຈາກສ່ວນສະແດງຜົນ. ນອກຈາກນີ້ ການໃຊ້ຕົວເຂັ້ມສຳລັບສ່ວນທີ່ຕ້ອງປ້ອນຂໍ້ມູນກໍຊ່ວຍໄດ້ເຊັ່ນກັນ:

    $ command arg1 arg2
    output line 1
    output line 2
  4. ໃຊ້ຕົວເຂັ້ມສະເພາະວະລີ ຫຼື ຂໍ້ຄວາມທີ່ສຳຄັນທີ່ສຸດເທົ່ານັ້ນ.

ເຄັດລັບດ້ານໄວຍາກອນ ແລະ ຮູບແບບ

  1. ໃຊ້ຮູບແບບ sentence case ສຳລັບຫົວຂໍ້ໂພສ ແລະ ຫົວຂໍ້ຍ່ອຍ. ຢ່າໃຊ້ຕົວພິມໃຫຍ່ທຸກຄຳໃນຫົວຂໍ້ບົດຄວາມ ຫຼື ຫົວຂໍ້ໃດໆ, ຍົກເວັ້ນຄຳນາມສະເພາະ. ສິ່ງນີ້ຈະຊ່ວຍຫຼີກເວັ້ນການຖົກຖຽງທີ່ບໍ່ຈຳເປັນກ່ຽວກັບການຂຶ້ນຕົ້ນຕົວພິມໃຫຍ່ ເຊິ່ງມີຄວາມແຕກຕ່າງກັນໄປຕາມແຕ່ລະພາກພື້ນ.

    • ຫົວຂໍ້ທີ່ບໍ່ຖືກຕ້ອງ: Use Sentence Case for Post Titles in Fedora Magazine

    • ຫົວຂໍ້ທີ່ຖືກຕ້ອງ: Use sentence case for post titles in Fedora Magazine

  2. ກວດສອບການສະກົດຄຳ ແລະ ໄວຍາກອນ. ບໍ່ມີໃຜມັກຄຳເຫັນທີ່ຈູ້ຈີ້ກ່ຽວກັບເລື່ອງນີ້. ກວດສອບວຽກຂອງທ່ານກ່ອນສົ່ງໃຫ້ຜູ່ກວດແກ້. ຜູ່ກວດແກ້: ກວດສອບຄືນທຸກຢ່າງ, ນັ້ນຄືໜ້າທີ່ຂອງທ່ານ!

  3. ຂຽນໃຫ້ຊັດເຈນ ແລະ ໃຊ້ປະໂຫຍກສັ້ນ. ຄວາມກະທັດຮັດເປັນເລື່ອງດີ. ຄວາມຊັດເຈນຍິ່ງດີກວ່າ. ຫຼີກເວັ້ນການໃຊ້ຄຳສັບທີ່ຟຸ່ມເຟືອຍຖ້າບໍ່ຈຳເປັນ. ແຕ່ຖ້າປະໂຫຍກທີ່ຍາວກວ່າເຮັດໃຫ້ອ່ານງ່າຍຂຶ້ນ, ກໍສາມາດໃຊ້ໄດ້.

  4. ຫຼີກເວັ້ນການໃຊ້ປະໂຫຍກແບບ passive voice. Passive voice ແມ່ນການເອົາກຳ (ຜູ່ຖືກກະທຳ) ຂອງປະໂຫຍກມາເປັນປະທານ. ຕົວຢ່າງ:

    • Active voice (ເນັ້ນຜູ້ກະທຳ): The troops defeated the enemy.

    • Passive voice (ເນັ້ນຜູ້ຖືກກະທຳ): The enemy was defeated by the troops.

  5. ລະວັງການໃຊ້ gerunds (ຄຳທີ່ລົງທ້າຍດ້ວຍ -ing). ສ່ວນຫຼາຍພວກມັນມັກສະແດງເຖິງ passive voice. ໃຫ້ປ່ຽນປະໂຫຍກໃໝ່ເພື່ອໃຫ້ມັນເບິ່ງໜັກແໜ້ນຂຶ້ນ. ຕົວຢ່າງ:

    • ແບບອ່ອນແອ, passive voice: Setting the foobar configuration option will make the application listen on all interfaces.

    • ແບບໜັກແໜ້ນ, active voice: Set the foobar configuration option to make the application listen on all interfaces.

  6. ຫຼີກເວັ້ນການໃຊ້ກະລິຍາຮູບແບບອະນາຄົດ (future tense) ທີ່ບໍ່ຈຳເປັນ. ຍົກເວັ້ນແຕ່ທ່ານກຳລັງເວົ້າເຖິງແຜນການ ຫຼື ການເຜີຍແຜ່ໃນອະນາຄົດແທ້ໆ, ການໃຊ້ປັດຈຸບັນ (present tense) ແມ່ນດີທີ່ສຸດ.

    • Future tense ທີ່ບໍ່ຈຳເປັນ: When you select Run, your program will start.

    • Present tense: When you select Run, your program starts.

  7. ຫຼີກເວັ້ນການໃຊ້ຄຳກະລິຍາ to be ຫຼາຍເກີນໄປ. ການໃຊ້ is, will be, ຫຼື can be ຫຼາຍໂພດ ຈະເຮັດໃຫ້ປະໂຫຍກຂອງທ່ານເບິ່ງອ່ອນແອ. ລອງປ່ຽນມາໃຊ້ຄຳກະລິຍາໂດຍກົງຈາກຄຳສັບທີ່ທ່ານເຄີຍວາງໄວ້ບ່ອນອື່ນໃນປະໂຫຍກ. ຫຼາຍຄັ້ງທ່ານສາມາດຕັດບາງຄຳອອກໄດ້ເລີຍ ຫຼື ໃຊ້ຮູບແບບປະໂຫຍກຄຳສັ່ງ (imperative).

    • ແບບອ່ອນແອ: Zambone is an app used for managing your private documents on a server.

    • ແບບໜັກແໜ້ນ: Zambone manages your private documents on a server. ຫຼື: Use Zambone to manage your private documents on a server.

    • ແບບອ່ອນແອ: When setting up a file server, it is important to plan the directory structure carefully.

    • ແບບໜັກແໜ້ນ: Plan the directory structure of the file server carefully before you set it up.

  8. ໃຊ້ພາສາອັງກິດແບບມາດຕະຖານສະຫະລັດ (US English) ສຳລັບການສະກົດຄຳ ແລະ ຄວາມແຕກຕ່າງລະຫວ່າງປະເທດອື່ນໆ. ພາສາອັງກິດ US ແມ່ນພາສາກາງສຳລັບໂຄງການ Fedora ໂດຍລວມ.

  9. ຂຽນໃຫ້ມີການເຊື່ອມໂຍງທີ່ລື່ນໄຫຼ ຈາກຂໍ້ມູນທົ່ວໄປໄປຫາຂັ້ນຕອນການປະຕິບັດທີ່ລະອຽດ. ຖ້າທ່ານບໍ່ແນ່ໃຈວ່າຈະວາງໂຄງສ້າງບົດຄວາມແນວໃດ, ໃຫ້ເບິ່ງທີ່ແມ່ແບບ (template) ເບື້ອງຕົ້ນຂອງພວກເຮົາ.

ເຄັດລັບດ້ານເນື້ອໃນ

ເຄັດລັບເຫຼົ່ານີ້ແມ່ນກ່ຽວກັບສິ່ງທີ່ຄວນເຮັດ — ແລະ ສິ່ງທີ່ຄວນຫຼີກເວັ້ນ — ໃນສິ່ງທີ່ທ່ານແນະນຳໃຫ້ຜູ່ໃຊ້ເຮັດ. ຢ່າລືມວ່າຜູ່ອ່ານຫຼາຍພັນຄົນເຊື່ອໝັ້ນໃນ Fedora Magazine ທີ່ຈະບອກພວກເຂົາເຖິງວິທີເຮັດວຽກຕ່າງໆ. ຈົ່ງມີຄວາມຮັບຜິດຊອບ ແລະ ຊ່ວຍເຫຼືອ, ສະໜັບສະໜູນແນວທາງການປະຕິບັດທີ່ດີທີ່ສຸດ, ແລະ ເຄົາລົບຄວາມປອດໄພ ແລະ ທາງເລືອກຂອງຜູ່ໃຊ້.

  1. ຢ່າໄປແຕະຕ້ອງໄຟລ໌ທີ່ມາຈາກແພັກເກັດ. ຂັ້ນຕອນຕ່າງໆບໍ່ຄວນກ່ຽວຂ້ອງກັບການແກ້ໄຂໄຟລ໌ໃນໂຟນເດີລະບົບເຊັ່ນ /usr ຫຼື /lib*. ໃຫ້ແກ້ໄຂທີ່ /etc ຫຼື ການກຳນົດຄ່າສະເພາະຂອງຜູ່ໃຊ້ໃນ home directory ແທນ.

  2. ເນັ້ນໃຊ້ຊອບແວເສລີຖ້າເປັນໄປໄດ້ (ແລະ ຊອບແວທີ່ມີແພັກເກັດທາງການທຸກຄັ້ງທີ່ເຮັດໄດ້). ວາລະສານຍັງສາມາດນຳສະເໜີຊອບແວທີ່ບໍ່ແມ່ນ FOSS ທີ່ໃຊ້ໃນ Fedora ໄດ້ ຖ້າພວກເຮົາຮູ້ ຫຼື ຄາດວ່າຊອບແວນັ້ນໄດ້ຮັບຄວາມນິຍົມ ແລະ ມີປະໂຫຍກຕໍ່ຜູ່ໃຊ້ Fedora. (Google Chrome ແມ່ນຕົວຢ່າງທີ່ດີ.) ແຕ່ຖ້າບົດຄວາມຂອງທ່ານເວົ້າເຖິງຂັ້ນຕອນທົ່ວໄປ, ໃຫ້ໃຊ້ຊອບແວ FOSS.

  3. ໃຫ້ໃຊ້ libvirt/KVM ໃນການແນະນຳ, ບໍ່ແມ່ນ VirtualBox ຫຼື hypervisors ອື່ນໆ. ເລື້ອຍໆທີ່ຜູ່ຄົນທີ່ມາຈາກລະບົບອື່ນຈະມີປະສົບການການໃຊ້ VirtualBox. ແນວໃດກໍຕາມ, KVM hypervisor ແລະ libvirt ໃນ Fedora ແມ່ນ FOSS ແລະ ເປັນສ່ວນໜຶ່ງຂອງລະບົບ. ໃຫ້ໃຊ້ພວກມັນ, ຂຽນກ່ຽວກັບພວກມັນ, ແລະ ຮັກພວກມັນ.

  4. ນອກຈາກມີຄວາມຈຳເປັນ, ໃຫ້ໃຊ້ລະບົບໃນຄອບຄົວ Fedora. Fedora Magazine ສົ່ງເສີມ Fedora. ນອກຈາກວ່າຈຸດປະສົງຂອງບົດຄວາມແມ່ນເພື່ອອະທິບາຍກົນໄກລະຫວ່າງການແຈກຢາຍ (cross-distribution) ໂດຍສະເພາະ, ໃຫ້ໃຊ້ການຕິດຕັ້ງ, ຄອນເທນເນີ, ຫຼື ລະບົບພາຍໃນຄອບຄົວຂອງມັນ (Fedora, CentOS, RHEL).

  5. ຊອບແວຈາກ Copr ຕ້ອງມາພ້ອມກັບຄຳເຕືອນ. ລະບົບສ້າງ Copr ບໍ່ໄດ້ຖືກຄຸ້ມຄອງໂດຍທີມງານປ່ອຍ Fedora ແລະ ບໍ່ໄດ້ສະໜອງຊອບແວທີ່ເປັນທາງການ. ຖ້າທ່ານນຳສະເໜີຊອບແວຈາກ Copr, ໃຫ້ກວດເບິ່ງວ່າມີຊອບແວທາງການຫຼືບໍ່. ຖ້າບໍ່ມີ, ໃຫ້ໃສ່ຂໍ້ຄວາມດັ່ງນີ້: Copr ບໍ່ໄດ້ຮັບການສະໜັບສະໜູນຢ່າງເປັນທາງການຈາກໂຄງສ້າງພື້ນຖານຂອງ Fedora. ການໃຊ້ແພັກເກັດແມ່ນຄວາມສ່ຽງຂອງທ່ານເອງ.

  6. ຫຼີກເວັ້ນພາສາທີ່ແບ່ງແຍກ ຫຼື ມີບັນຫາ. ນີ້ແມ່ນຕົວຢ່າງຂອງຄຳສັບທີ່ຄວນຫຼີກເວັ້ນໃນບົດຄວາມຖ້າເປັນໄປໄດ້:

    1. blacklist/whitelist — ໃຫ້ໃຊ້ allowlist/denylist ແທນ, ເຊິ່ງອະທິບາຍເຖິງຈຸດປະສົງໄດ້ໂດຍກົງກວ່າ.

    2. master/slave — ໃຫ້ໃຊ້ primary/secondary, primary/replica, active/passive, active/standby, ຫຼື ຮູບແບບອື່ນທີ່ຄ້າຍຄືກັນ.

  7. ທົດສອບຂັ້ນຕອນຂອງທ່ານ. ຖ້າເປັນໄປໄດ້, ໃຫ້ໃຊ້ VM ທີ່ຕິດຕັ້ງໃໝ່ — ຫຼື ຢ່າງໜ້ອຍກໍແມ່ນບັນຊີຜູ່ໃຊ້ໃໝ່. ລອງເຮັດຕາມຂັ້ນຕອນແຕ່ຕົ້ນຈົນຈົບເພື່ອໃຫ້ແນ່ໃຈວ່າມັນໃຊ້ໄດ້. ແກ້ໄຂ, ເລີ່ມໃໝ່, ແລະ ເຮັດຊ້ຳ.

  8. ໃຊ້ຮູບແບບທີ່ຖືກຕ້ອງສຳລັບບຸກຄົນທີສາມ. ຊື່ຂອງບໍລິສັດ, ໂຄງການ, ແລະ ເຕັກໂນໂລຊີ ບໍ່ໄດ້ປະຕິບັດຕາມກົດເກນຮູບແບບຂອງຄຳສັບພາສາອັງກິດທົ່ວໄປສະເໝີໄປ. ເລືອກຮູບແບບທີ່ໃຊ້ໂດຍເວັບໄຊທີ່ເປັນທາງການເມື່ອທ່ານບໍ່ແນ່ໃຈ. ຖ້າແຫຼ່ງຂໍ້ມູນທີ່ເຊື່ອຖືໄດ້ໃຊ້ຮູບແບບທີ່ບໍ່ຄົງທີ່, ໃຫ້ໃຊ້ການຕັດສິນໃຈຕາມຄວາມເໝາະສົມ. ລາຍການຕົວຢ່າງ (ຍັງມີອີກ):

    1. Copr ແທນທີ່ COPR

    2. NVIDIA ແທນທີ່ Nvidia ຫຼື nVidia

    3. Perl ແທນທີ່ PERL

    4. Red Hat ແທນທີ່ Redhat ຫຼື RedHat

    5. ThinkPad ແທນທີ່ Thinkpad

ເຄັດລັບສຳລັບຮູບພາບ ແລະ ການຖ່າຍພາບໜ້າຈໍ

  1. ໃຊ້ Fedora Workstation ທີ່ເປັນມາດຕະຖານ ແລະ ຕິດຕັ້ງໃໝ່, ບໍ່ແມ່ນໜ້າຈໍເດັສທັອບ ຫຼື ການຕັ້ງຄ່າສ່ວນຕົວຂອງທ່ານ. (ທາງທີ່ດີທີ່ສຸດແມ່ນສ້າງ VM ທີ່ຕິດຕັ້ງ Fedora Workstation ໃໝ່ ແລະ ເຮັດຂັ້ນຕອນຕ່າງໆຢູ່ທີ່ນັ້ນ.) ຖ້າທ່ານກຳລັງສະແດງບາງຢ່າງທີ່ ຂຶ້ນກັບ ເດັສທັອບອື່ນ, ໃຫ້ຕິດຕັ້ງໃໝ່ ແລະ ໃຊ້ຕົວນັ້ນ.

  2. ຕັ້ງຄ່າຄວາມລະອຽດໜ້າຈໍໃຫ້ເໝາະສົມແຕ່ບໍ່ສູງເກີນໄປ, ເຊັ່ນ 1280x960 ຫຼື 1280x800.

  3. ຖ້າທ່ານສະແດງສະເພາະໜ້າຕ່າງບຣາວເຊີ, ໃຫ້ຂະຫຍາຍມັນໃຫ້ໃຫຍ່ພໍສົມຄວນ ແລະ ຖ່າຍພາບໜ້າຈໍສະເພາະບຣາວເຊີເທົ່ານັ້ນ. (ຄຳແນະນຳ: ທ່ານສາມາດໃຊ້ແອັບ Screenshot ສຳລັບເລື່ອງນີ້ໄດ້!)

  4. ຖ້າທ່ານສະແດງສະເພາະແອັບພລິເຄຊັນ, ໃຫ້ໃຊ້ຂະໜາດເລີ່ມຕົ້ນຂອງແອັບເພື່ອຖ່າຍພາບໜ້າຈໍ.

  5. ອັບໂຫລດ ແລະ ໃຊ້ສື່ຕົ້ນສະບັບນັ້ນໃນບົດຄວາມຂອງທ່ານ. ຖ້າພາບຖ່າຍມີຂະໜາດໃຫຍ່ ເຊັ່ນ ໜ້າຕ່າງບຣາວເຊີຂະໜາດໃຫຍ່, ແອັບ, ຫຼື ທັງໝົດໜ້າຈໍ, ໃຫ້ເລືອກຂະໜາດຮູບຕົວຢ່າງ (thumbnail) ແບບປານກາງ ແລະ ປ່ອຍໃຫ້ WPEngine ຈັດການການແປງໄຟລ໌.

ເຄັດລັບສຳລັບ WPEngine

  1. ໃຊ້ຫົວຂໍ້ທີ່ງ່າຍ ແລະ ກ່ຽວຂ້ອງ. ທາງທີ່ດີຄວນເປັນການເຊີນຊວນໃຫ້ລົງມືເຮັດ ເຊັ່ນ ສ້າງ widget ໂດຍໃຊ້ GTK+, ຫຼື ຄຳອະທິບາຍແບບລາຍການ ເຊັ່ນ 5 ເກມມ່ວນໆໃນ Fedora. ຫົວຂໍ້ມີຜົນຕໍ່ເຄື່ອງມືຄົ້ນຫາ (search engines), ແລະ ເຮັດໃຫ້ມີການເຂົ້າຊົມຫຼາຍຂຶ້ນ ແລະ ຈັດອັນດັບໜ້າເວັບໄດ້ສູງຂຶ້ນ. ສິ່ງນັ້ນຊ່ວຍດຶງດູດຜູ່ເຂົ້າຊົມມາຍັງວາລະສານ.

  2. ສະໜອງຮູບພາບປະກອບ (featured image). ເບິ່ງທີ່ ຂໍ້ມູນທີ່ນີ້ ສຳລັບເຄັດລັບກ່ຽວກັບຮູບພາບປະກອບ. ທ່ານຍັງສາມາດຂໍໃຫ້ຜູ່ກວດແກ້ກຳນົດສິ່ງນີ້ໃຫ້ທ່ານໄດ້. ຖ້າທ່ານສ້າງຮູບພາບດ້ວຍຕົນເອງ, ພະຍາຍາມໃຫ້ເຂົ້າກັບຮູບແບບຂອງຮູບອື່ນໆ. ໃຊ້ຊັບພະຍາກອນທີ່ຈັດໄວ້ໃຫ້ ໃນຄູ່ມືການສ້າງຮູບພາບປະກອບ. ຢ່າເພີ່ມຟອນຂອງທ່ານເອງ ຫຼື ເຮັດຕ່າງໄປຈາກຄູ່ມື.

  3. ໃຊ້ແນວທາງປະຕິບັດ SEO ທີ່ດີ. ໃຊ້ປລັກອິນ SEO ທີ່ມີໃຫ້ເພື່ອເພີ່ມອັນດັບການຄົ້ນຫາຂອງບົດຄວາມໃຫ້ສູງທີ່ສຸດ. ພະຍາຍາມໃຫ້ໄດ້ລະດັບ “ສີຂຽວ” ໃນກ່ອງ Publish ຢູ່ມຸມຂວາເທິງຂອງໜ້າແກ້ໄຂບົດຄວາມຂອງທ່ານ. ປະຕິບັດຕາມຄຳແນະນຳເຫຼົ່ານີ້:

    • ໃສ່ຄຳສຳຄັນ (keyword) ທີ່ມີຄວາມໝາຍໃນກ່ອງ SEO ໃຕ້ບົດຄວາມຂອງທ່ານ. (ບົດຄວາມສ່ວນໃຫຍ່ບໍ່ຄວນໃຊ້ຄຳວ່າ Fedora.)

    • ຖ້າ Snippet ບໍ່ສະແດງບົດນຳ ຫຼື ບົດສະຫຼຸບທີ່ມີປະສິດທິພາບໃນຜົນການຄົ້ນຫາຕົວຢ່າງ, ໃຫ້ຂຽນມັນໃໝ່.

    • ຢ່າຮູ້ສຶກວ່າທ່ານຕ້ອງກຳຈັດທຸກຄຳເຕືອນ. ເປົ້າໝາຍດຽວຄືການໄດ້ຮັບລະດັບ “ສີຂຽວ” ໃນພາບລວມ.

  4. ໃຊ້ຕົວເລືອກ Edit as HTML ເມື່ອວາງຂໍ້ຄວາມລົງໃນບລັອກ preformatted. WPEngine ເວີຊັນປັດຈຸບັນມັກຈະຕັດເຄື່ອງໝາຍ hash (#) ທາງໜ້າ ແລະ ຍະຫວ່າງທາງໜ້າອອກ ເມື່ອວາງເນື້ອໃນລົງໃນບລັອກ preformatted. ຕົວອັກສອນທີ່ບໍ່ແມ່ນຕົວເລກ ຫຼື ຕົວໜັງສືບາງຕົວອາດຈະຜິດພ້ຽນ (&, <, >, ແລະອື່ນໆ). ການໃຊ້ຕົວເລືອກ Edit as HTML (ຢູ່ໃນລາຍການຈຸດສາມຈຸດແນວຕັ້ງ) ກ່ອນທີ່ຈະວາງເນື້ອໃນລົງໃນບລັອກ ເບິ່ງຄືວ່າຈະຊ່ວຍແກ້ໄຂບັນຫານີ້ໄດ້. ໃຫ້ແນ່ໃຈວ່າໄດ້ວາງເນື້ອໃນຂອງທ່ານລະຫວ່າງແທັກ <pre> ແລະ ຢ່າຂຽນທັບພວກມັນ. ຫຼັງຈາກວາງເນື້ອໃນແລ້ວ, ໃຫ້ກັບຄືນສູ່ໂໝດປົກກະຕິໂດຍໃຊ້ຕົວເລືອກ Edit visually ເພື່ອເບິ່ງຜົນລັດທີ່ຈະສະແດງໃຫ້ຜູ່ອ່ານເຫັນໄດ້ດີຂຶ້ນ.

ຄຳແນະນຳອື່ນໆ

ມີແນວຄວາມຄິດສຳລັບການຂຽນທີ່ດີກວ່າບໍ່? ສົນທະນາກັບຜູ່ກວດແກ້ໄດ້ທີ່ຊ່ອງ Matrix #magazine:fedoraproject.org ເທິງ chat.fedoraproject.org.