Documentation for a newer release is available. View Latest

ຄຳຄິດເຫັນ

ຂໍຂອບໃຈທີ່ທ່ານໄດ້ສະລະເວລາໃຫ້ຄຳຄິດເຫັນ, ຂໍ້ສະເໜີແນະ ແລະ ລາຍງານບັນຫາ ໃຫ້ແກ່ຊຸມຊົນ Fedora; ສິ່ງນີ້ຈະຊ່ວຍປັບປຸງສະຖານະຂອງ Fedora, Linux ແລະ ຊອບແວເສລີທົ່ວໂລກ.

ການໃຫ້ຄຳຄິດເຫັນກ່ຽວກັບຊອບແວ Fedora

ເພື່ອໃຫ້ຄຳຄິດເຫັນກ່ຽວກັບຊອບແວ Fedora ຫຼື ສ່ວນປະກອບອື່ນໆຂອງລະບົບ, ກະລຸນາ ເຂົ້າໄປທີ່ Bugs And Feature Requests. ລາຍຊື່ບັນຫາທີ່ໄດ້ຮັບລາຍງານເປັນປະຈຳ ແລະ ບັນຫາທີ່ພົບໃນ ເວີຊັນນີ້ ແມ່ນສາມາດເບິ່ງໄດ້ຈາກ Common F26 Bugs ໃນ wiki.

ການໃຫ້ຄຳຄິດເຫັນກ່ຽວກັບໝາຍເຫດການປ່ອຍ

ຫາກທ່ານຮູ້ສຶກວ່າໝາຍເຫດການປ່ອຍເຫຼົ່ານີ້ສາມາດປັບປຸງໃຫ້ດີຂຶ້ນໄດ້ບໍ່ວ່າທາງໃດກໍຕາມ, ທ່ານ ສາມາດໃຫ້ຄຳຄິດເຫັນໂດຍກົງຕໍ່ກັບຜູ້ຂຽນ. ເຊິ່ງມີຫຼາຍຊ່ອງທາງໃນການ ໃຫ້ຄຳຄິດເຫັນ ຕາມລຳດັບຄວາມສະດວກດັ່ງນີ້:

  • ຫາກທ່ານມີບັນຊີ Fedora, ທ່ານສາມາດແກ້ໄຂເນື້ອໃນໂດຍກົງໄດ້ທີ່ໜ້າ Docs-Beats ໃນ wiki.

  • ຂຽນລາຍງານບັນຫາໂດຍໃຊ້ http://pagure.io/ - ລິ້ງນີ້ແມ່ນສຳລັບ ໃຫ້ຄຳຄິດເຫັນກ່ຽວກັບໝາຍເຫດການປ່ອຍເທົ່ານັ້ນ. ກະລຸນາເບິ່ງລາຍລະອຽດຈາກ ຂໍ້ແນະນຳຂ້າງເທິງ.

  • ສົ່ງອີເມລຫາລາຍຊື່ຜູ້ຮັບຈົດໝາຍຂອງ Release-Note ທີ່ relnotes@fedoraproject.org.