ຍິນດີຕ້ອນຮັບເຂົ້າສູ່ Fedora
ໂຄງການ Fedora ແມ່ນການຮ່ວມມືກັນຂອງສະມາຊິກຊຸມຊົນຊອບແວເສລີຈາກທົ່ວໂລກ. ໂຄງການ Fedora ສ້າງຊຸມຊົນຊອບແວໂອເພນຊອດ ແລະ ຜະລິດລະບົບປະຕິບັດການ Linux ທີ່ເອີ້ນວ່າ Fedora.
ພາລະກິດຂອງໂຄງການ Fedora ແມ່ນເພື່ອເປັນຜູ້ນໍາພາໃນການພັດທະນາຊອບແວເສລີ ແລະ ໂອເພນຊອດ ລວມທັງເນື້ອຫາຕ່າງໆໃນຮູບແບບຊຸມຊົນທີ່ເນັ້ນການມີສ່ວນຮ່ວມ. ສາມອົງປະກອບຂອງພາລະກິດນີ້ແມ່ນຈະແຈ້ງຄື:
-
ໂຄງການ Fedora ມຸ່ງໝັ້ນທີ່ຈະເປັນຜູ້ນໍາພາສະເໝີ, ບໍ່ແມ່ນຜູ້ຕາມ.
-
ໂຄງການ Fedora ຊອກຫາວິທີສ້າງ, ປັບປຸງ ແລະ ເຜີຍແຜ່ລະຫັດ ແລະ ເນື້ອຫາທີ່ເປັນຊອບແວເສລີຢ່າງຕໍ່ເນື່ອງ.
-
ໂຄງການ Fedora ປະສົບຜົນສໍາເລັດໄດ້ໂດຍຜ່ານການຮ່ວມແຮງຮ່ວມໃຈຂອງຫຼາຍໆຄົນໃນທົ່ວຊຸມຊົນຂອງພວກເຮົາ.
ເພື່ອຊອກຫາຂໍ້ມູນທົ່ວໄປເພີ່ມເຕີມກ່ຽວກັບ Fedora, ສາມາດເບິ່ງໄດ້ທີ່ໜ້າຕ່າງໆຕໍ່ໄປນີ້ ໃນ Fedora Project Wiki:
ຕ້ອງການຄວາມຊ່ວຍເຫຼືອບໍ?
ມີຫຼາຍບ່ອນທີ່ທ່ານສາມາດຂໍຄວາມຊ່ວຍເຫຼືອໄດ້ ຫາກທ່ານພົບກັບບັນຫາ.
ຫາກທ່ານພົບກັບບັນຫາ ແລະ ຕ້ອງການຄວາມຊ່ວຍເຫຼືອ, ໃຫ້ໄປທີ່ http://ask.fedoraproject.org. ມີຫຼາຍຄຳຕອບຢູ່ໃນນັ້ນແລ້ວ, ແຕ່ຫາກທ່ານບໍ່ພົບຄຳຕອບທີ່ຕ້ອງການ, ທ່ານສາມາດຕັ້ງຄຳຖາມໃໝ່ໄດ້ເລີຍ. ວິທີນີ້ມີຂໍ້ດີຄື ໃຜກໍຕາມທີ່ມີບັນຫາດຽວກັນກໍຈະສາມາດຊອກຫາຄຳຕອບໄດ້ເຊັ່ນກັນ.
ທ່ານຍັງສາມາດຂໍຄວາມຊ່ວຍເຫຼືອໄດ້ທີ່ຊ່ອງ #fedora ເທິງເຄືອຂ່າຍ IRC irc.freenode.net. ຂໍໃຫ້ຈື່ໄວ້ວ່າໃນຊ່ອງດັ່ງກ່າວແມ່ນເຕັມໄປດ້ວຍອາສາສະໝັກທີ່ຢາກຊ່ວຍເຫຼືອ, ແຕ່ຜູ້ທີ່ມີຄວາມຮູ້ສະເພາະດ້ານໃນບາງຫົວຂໍ້ອາດຈະບໍ່ໄດ້ຢູ່ຕະຫຼອດເວລາ.
ຢາກມີສ່ວນຮ່ວມຊ່ວຍພັດທະນາບໍ?
ທ່ານສາມາດຊ່ວຍໃຫ້ຊຸມຊົນໂຄງການ Fedora ພັດທະນາ Fedora ໃຫ້ດີຂຶ້ນເລື້ອຍໆ ໂດຍການແຈ້ງລາຍງານຂໍ້ຜິດພາດ (bug) ແລະ ການຮ້ອງຂໍການປັບປຸງຕ່າງໆ. ສາມາດເບິ່ງຂໍ້ມູນເພີ່ມເຕີມກ່ຽວກັບການລາຍງານຂໍ້ຜິດພາດ ແລະ ຄຸນສົມບັດຕ່າງໆໄດ້ທີ່ Bugs And Feature Requests ໃນ Fedora Wiki. ຂໍຂອບໃຈສຳລັບການມີສ່ວນຮ່ວມຂອງທ່ານ.
Want to help? Learn how to contribute to Fedora Docs ›