Documentation for a newer release is available. View Latest

ລະບົບອັດຕະໂນມັດ

ຕອນນີ້ Ansible ໃຊ້ Python3 ເປັນຄ່າມາດຕະຖານແລ້ວ

ແພັກເກດ ansible ໃນ Fedora ພວມປ່ຽນມາໃຊ້ Python 3 ເປັນຄ່າມາດຕະຖານ ແທນທີ່ Python 2.

ທ່ານອາດຈະຕ້ອງປັບປ່ຽນເວີຊັນ python ທີ່ໃຊ້ຢູ່ໃນເຄື່ອງເປົ້າໝາຍທີ່ທ່ານຕິດຕໍ່ຈາກເຄື່ອງແມ່ຂ່າຍຄວບຄຸມ (control host) ຂອງ Fedora. ທ່ານສາມາດເຮັດສິ່ງນີ້ໄດ້ໂດຍການປະຕິບັດຕາມຄຳແນະນຳໃນ ເອກະສານຂອງ Ansible.

ການປ່ຽນແປງນີ້ຊ່ວຍໃຫ້ທ່ານສາມາດຈັດການເຄື່ອງເປົ້າໝາຍທີ່ປົກກະຕິແລ້ວບໍ່ມີ python2 ມາໃຫ້ແຕ່ທຳອິດໄດ້ງ່າຍຂຶ້ນ ລວມທັງເປັນການຍ້າຍ ansible ໃນ Fedora ໄປຫາເວີຊັນ Python ທີ່ທາງຕົ້ນທາງ (upstream) ໃຊ້ເພື່ອພັດທະນາຄຸນສົມບັດໃໝ່ ແລະ ປັບປຸງໃຫ້ດີຂຶ້ນ. ເນື່ອງຈາກແພັກເກດຍ່ອຍ python2 ໃນ Fedora ຖືກຍົກເລີກການນຳໃຊ້, ການພັດທະນາສ່ວນໃຫຍ່ຈະຍ້າຍໄປຫາເວີຊັນ python3. ການປ່ຽນແປງນີ້ເຮັດໃຫ້ແພັກເກດ ansible ຂອງ Fedora ສອດຄ່ອງກັບຄວາມເປັນຈິງດັ່ງກ່າວ.

ໂມດູນໃໝ່ທັງໝົດ ແລະ ໂມດູນຫຼັກທັງໝົດທີ່ມາພ້ອມກັບແພັກເກດ ansible ຂອງ Fedora ແມ່ນໄດ້ຜ່ານການທົດສອບກັບ python3 ແລ້ວ. ສຳລັບໂມດູນ ຫຼື ປັກອິນ (plugin) ທີ່ສ້າງຂຶ້ນເອງ, ຫຼື ປັກອິນຈາກພາກສ່ວນພາຍນອກ, ອາດຈະຕ້ອງໄດ້ມີການປັບປຸງບາງຢ່າງເພື່ອໃຫ້ເຮັດວຽກຮ່ວມກັບ python3 ໄດ້ຢ່າງສະດວກ.