ສ່ວນເສີມຄວາມເປັນໂມດູນຂອງ Fedora
ໂມດູນສຳລັບທຸກຄົນ
Fedora 28 ແມ່ນເວີຊັນທຳອິດທີ່ເປີດໃຊ້ງານຄັງເກັບຊອບແວແບບໂມດູນ. ເຖິງຢ່າງໃດກໍຕາມ, ມັນມີໃຫ້ໃຊ້ສະເພາະໃນເວີຊັນ Server ເທົັ້ນນັ້ນ. ໃນ Fedora 29, ທຸກໆການຕິດຕັ້ງ Fedora ແມ່ນສາມາດເຂົ້າເຖິງໂມດູນໄດ້ແລ້ວ.
ໂມດູນຊ່ວຍໃຫ້ທ່ານສາມາດເຂົ້າເຖິງຊອບແວເວີຊັນທາງເລືອກອື່ນໆ ຂອງຊອບແວຍອດນິຍົມ, ເຮັດໃຫ້ທ່ານມີທາງເລືອກໃນການໃຊ້ຊອບແວທີ່ກວ້າງຂວາງຂຶ້ນ. ຜູ້ຈັດທຳແພັກເກັດຂອງ Fedora ສາມາດໃຊ້ໂມດູນ ແລະ ຄ່າເລີ່ມຕົ້ນຂອງໂມດູນ ເພື່ອສ້າງແຕ່ລະສາຍການພັດທະນາ (stream) ພຽງຄັ້ງດຽວ ແລະ ເຮັດໃຫ້ມັນພ້ອມໃຊ້ງານສຳລັບ Fedora ທຸກເວີຊັນທີ່ພວກເຂົາຕ້ອງການ. ນີ້ໝາຍຄວາມວ່າ ພວກເຂົາບໍ່ຈຳເປັນຕ້ອງເຮັດວຽກຊ້ຳຊ້ອນທັງໃນຄັງເກັບຊອບແວແບບໂມດູນ ແລະ ແບບບໍ່ແມ່ນໂມດູນອີກຕໍ່ໄປ.
ເບິ່ງ ເອກະສານກ່ຽວກັບໂມດູນ ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບໂມດູນໃນ Fedora.
DNF 4
Fedora 29 ມາພ້ອມກັບຕົວຈັດການແພັກເກັດ DNF 4, ເຊິ່ງມີການປ່ຽນແປງບາງຢ່າງກ່ຽວກັບ ວິທີການເຮັດວຽກຂອງລະບົບໂມດູນ. ເບິ່ງ ບົດການຕິດຕັ້ງ ສຳລັບລາຍລະອຽດເພີ່ມເຕີມ.
ໂມດູນ Kubernetes
ໂຄງການຕົ້ນນ້ຳຂອງ Kubernetes ໄດ້ບຳລຸງຮັກສາ Kubernetes ຫຼາຍເວີຊັນ ລວມໄປເຖິງເຄື່ອງມືປະກອບຕ່າງໆ (cri-o, cri-tools, ແລະ ອື່ນໆ) ເຊິ່ງເວີຊັນຂອງພວກມັນ ຈະມີຄວາມກ່ຽວພັນກັນຢ່າງໃກ້ຊິດກັບເວີຊັນຂອງ OpenShift. Fedora 29 ໄດ້ຈັດກຽມເວີຊັນຕ່າງໆ ເຫຼົ່ານີ້ໃນຮູບແບບການສ້າງໂມດູນ ເຊິ່ງລວມມີ Kubernetes, cri-o, ແລະ ເຄື່ອງມືອື່ນໆ ທີ່ຈຳເປັນ, ເຊິ່ງຊ່ວຍໃຫ້ທ່ານສາມາດສະຫຼັບປ່ຽນລະຫວ່າງເວີຊັນຕ່າງໆ ໄດ້ຢ່າງງ່າຍດາຍ.
ເບິ່ງ ເອກະສານກ່ຽວກັບໂມດູນ ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບໂມດູນໃນ Fedora.
Want to help? Learn how to contribute to Fedora Docs ›