ການເຮັດໃຫ້ເປັນສາກົນ
ປ່ຽນແທນກຸ່ມພາສາ Comps ດ້ວຍ Langpacks
ກຸ່ມສະໜັບສະໜູນພາສາໃນໄຟລ໌ Comps ຖືກປ່ຽນແທນດ້ວຍການຂຶ້ນຕໍ່ກັນແບບອ່ອນ (weak rich dependencies) ໃນແພັກເກດ langpacks. ໃນເມື່ອກ່ອນ ຜູ້ໃຊ້ສາມາດຕິດຕັ້ງການສະໜັບສະໜູນພາສາທີ່ຄົບຖ້ວນໂດຍການໃຊ້ຄໍາສັ່ງ dnf group install <language>-support ແຕ່ເລີ່ມຈາກລຸ້ນນີ້ເປັນຕົ້ນໄປ, ແພັກເກດ meta-langpacks ຈະຖືກນໍາໃຊ້ເພື່ອຕິດຕັ້ງແພັກເກດທີ່ກ່ຽວຂ້ອງກັບພາສາ.
ຕອນນີ້ ແພັກເກດ langpacks ຍັງຕິດຕັ້ງຟອນ ແລະ ວິທີການປ້ອນຂໍ້ມູນທີ່ຈໍາເປັນສໍາລັບພາສານັ້ນໆ, ເຮັດໃຫ້ກຸ່ມພາສາ comps ຊໍ້າຊ້ອນ, ດັ່ງນັ້ນກຸ່ມສະໜັບສະໜູນພາສາຈຶ່ງຖືກຖອນອອກ. ຕອນນີ້ຜູ້ໃຊ້ສາມາດຕິດຕັ້ງການສະໜັບສະໜູນພາສາໄດ້ຕາມຕ້ອງການ ໂດຍການຕິດຕັ້ງ meta-package ທີ່ເໝາະສົມ langpacks-<langcode>.
ສິ່ງນີ້ບໍ່ມີຜົນກະທົບຕໍ່ການຕິດຕັ້ງແບບ kickstart ເນື່ອງຈາກ --addsupport ໄດ້ຕິດຕັ້ງ langpacks-<lang> ສໍາລັບພາສາເພີ່ມເຕີມທີ່ລະບຸໄວ້ແລ້ວ. ແນວໃດກໍຕາມ, ໄຟລ໌ kickstart ທີ່ກຳນົດເອງທີ່ມີການລະບຸກຸ່ມ <language>-support ພາຍໃຕ້ %packages ຢ່າງຊັດເຈນ ແມ່ນຈຳເປັນຕ້ອງໄດ້ຮັບການອັບເດດເພື່ອໃຊ້ meta package langpacks-<langcode> ທີ່ກ່ຽວຂ້ອງແທນ.
ປັບປຸງການຕິດຕັ້ງແພັກເກດການແປເປັນພາສາທ້ອງຖິ່ນ
ຂັ້ນຕອນການຕິດຕັ້ງແພັກເກດການແປເປັນພາສາທ້ອງຖິ່ນໄດ້ຮັບການປັບປຸງ. ເບິ່ງລາຍລະອຽດໄດ້ທີ່ ພາກສ່ວນການຕິດຕັ້ງ.
Want to help? Learn how to contribute to Fedora Docs ›