Documentation for a newer release is available. View Latest

ເຄື່ອງມືລະບົບ

ເຊີເວີ NFS ຖືກຕັ້ງຄ່າດ້ວຍ /etc/nfs.conf ແທນທີ່ /etc/sysconfig/nfs

ແຕ່ໃດມາ, /etc/sysconfig/nfs ຖືກໃຊ້ເພື່ອຕັ້ງຄ່າດີມອນ (daemons) ຂອງເຊີເວີ NFS ໂດຍການກຳນົດຄ່າອາກິວເມນເສີມໃນຄຳສັ່ງ ທີ່ໃຊ້ໃນການເອີ້ນເປີດໄຟລ໌ປະຕິບັດການຂອງດີມອນ. ກົນໄກນີ້ໄດ້ຖືກປ່ຽນແທນດ້ວຍໄຟລ໌ການຕັ້ງຄ່າ /etc/nfs.conf. ແຕ່ລະບໍລິການທີ່ປະກອບຢູ່ໃນຊຸດຂອງເຊີເວີ NFS ຈະອ່ານໄຟລ໌ນີ້ດ້ວຍຕົວມັນເອງ ແລະ ໃຊ້ສ່ວນທີ່ກ່ຽວຂ້ອງ, ສ່ວນ /etc/sysconfig/nfs ແມ່ນຈະບໍ່ຖືກອ່ານອີກຕໍ່ໄປ.

ເມື່ອມີການອັບເກຣດ, ການປ່ຽນຮູບແບບອັດຕະໂນມັດຈາກ /etc/sysconfig/nfs ໄປເປັນ /etc/nfs.conf ຈະຖືກດຳເນີນການໂດຍບໍລິການ systemd ທີ່ຊື່ວ່າ nfs-convert.service.

ຂໍ້ມູນເມຕາ (metadata) ຂອງຄັງເກັບຊອບແວ DNF ໃນຕອນນີ້ຖືກບີບອັດໂດຍໃຊ້ zchunk

ໃນ Fedora 30, ຂໍ້ມູນເມຕາຂອງຄັງເກັບແພັກເກດ DNF ຈະຖືກບີບອັດໂດຍໃຊ້ຮູບແບບ zchunk ເພີ່ມເຕີມຈາກຮູບແບບ xz ແລະ gzip ທີ່ເຄີຍໃຊ້ຜ່ານມາ.

zchunk ແມ່ນຮູບແບບການບີບອັດໃໝ່ທີ່ຖືກອອກແບບມາເພື່ອໃຫ້ມີການປ່ຽນແປງຂໍ້ມູນ (deltas) ທີ່ມີປະສິດທິພາບສູງ. ເມື່ອຂໍ້ມູນເມຕາຂອງ Fedora ຖືກບີບອັດໂດຍໃຊ້ zchunk, DNF ຈະດາວໂຫຼດສະເພາະສ່ວນທີ່ແຕກຕ່າງລະຫວ່າງ ຂໍ້ມູນເມຕາສະບັບກ່ອນໜ້າກັບສະບັບປັດຈຸບັນເທົ່ານັ້ນ. DNF ແລະ ເຄື່ອງມືທີ່ກ່ຽວຂ້ອງຈະມີການຫຼຸດຜ່ອນຂະໜາດ ຂອງຂໍ້ມູນເມຕາທີ່ດາວໂຫຼດລົງຢ່າງຫຼວງຫຼາຍ, ໂດຍສະເພາະຖ້າຫາກມີການໃຊ້ງານເປັນປະຈຳ.

ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບ zchunk, ສາມາດເບິ່ງໄດ້ຈາກບົດຄວາມຕໍ່ໄປນີ້ໂດຍເຈົ້າຂອງການປ່ຽນແປງ: