ເອກະສານແນະນຳຜູ້ໃຊ້ Fedora 33
ເອກະສານຂອງ Fedora ອະທິບາຍວິທີການຕິດຕັ້ງ ແລະ ນຳໃຊ້ລະບົບປະຕິບັດການ Fedora ລວມທັງຊອບແວທີ່ຖືກຈັດລວມໂດຍໂຄງການ Fedora.
ພາກສ່ວນນີ້ປະກອບມີສາມປຶ້ມກ່ຽວກັບ Fedora 33:
ໂຄງການເອກະສານ Fedora ຈະເບິ່ງແຍງຮັກສາເອກະສານສະເພາະສະບັບຫຼ້າສຸດ ແລະ ສະບັບກ່ອນໜ້ານັ້ນເທົ່ານັ້ນ. ພວກເຮົາຍັງໄດ້ເກັບຮັກສາເອກະສານເກົ່າໄວ້ໃນເວັບໄຊນີ້ ເພື່ອຄວາມສົນໃຈທາງປະຫວັດສາດ ແລະ ເພື່ອຮັບຮູ້ເຖິງການອຸທິດຕົນທັງເວລາ ແລະ ຄວາມພະຍາຍາມຂອງນັກຂຽນ ແລະ ນັກແປຫຼາຍໆທ່ານ. ໃນປີ 1997, Richard Stallman ໄດ້ຂຽນໄວ້ວ່າ:
"ຂໍ້ບົກຜ່ອງທີ່ໃຫຍ່ທີ່ສຸດໃນລະບົບປະຕິບັດການເສລີ ບໍ່ແມ່ນຢູ່ທີ່ຊອບແວ — ແຕ່ແມ່ນການຂາດແຄນຄູ່ມືການໃຊ້ງານທີ່ດີ ແລະ ເປັນອິດສະຫຼະ ເຊິ່ງພວກເຮົາສາມາດລວມເຂົ້າໃນລະບົບເຫຼົ່ານີ້ໄດ້.”[1]
ພວກເຮົາຂໍຂອບໃຈທຸກທ່ານທີ່ໄດ້ເຮັດວຽກຢ່າງໜັກເພື່ອແກ້ໄຂຂໍ້ບົກຜ່ອງດັ່ງກ່າວສຳລັບ Fedora ລຸ້ນກ່ອນໜ້ານີ້.
Want to help? Learn how to contribute to Fedora Docs ›