Documentation for a newer release is available. View Latest

ການເຮັດໃຫ້ເປັນສາກົນ

IBus 1.5.24

  • ຕອນນີ້ມີແພັກເກດ ibus-gtk4 ໃຫ້ໃຊ້ງານແລ້ວ, ເຊິ່ງລວມມີໂມດູນ IBus GTK4 ເພື່ອໃຫ້ສາມາດໃຊ້ IBus ກັບແອັບພລິເຄຊັນ GTK4 ໄດ້. ເຈົ້າອາດຈະຕ້ອງສົ່ງອອກຄ່າ GTK_IM_MODULE=ibus.

  • ເຄື່ອງມື ibus-setup ໄດ້ຮັບການປັບປຸງໃຫ້ສາມາດຄົ້ນຫາຊື່ວິທີການປ້ອນຂໍ້ມູນໃນສ່ວນພາສາ ໃນແຖບ "Input Method" ສຳລັບເດັສທັອບທີ່ບໍ່ແມ່ນ GNOME. ສ່ວນ gnome-control-center ແມ່ນມີໃຫ້ໃຊ້ສຳລັບເດັສທັອບ GNOME.

ibus-anthy

  • ibus-anthy ກາຍເປັນລະບົບປ້ອນພາສາ (IME) ຍີ່ປຸ່ນແບບເລີ່ມຕົ້ນ ເພື່ອພັດທະນາ IME ຍີ່ປຸ່ນໃຫ້ມີປະສິດທິພາບຫຼາຍຂຶ້ນ ເຊິ່ງແຕ່ກ່ອນແມ່ນ ibus-kkc. ibus-anthy ຈະຂຶ້ນກັບ anthy-unicode ແລະ kasumi-unicode ໂຕໃໝ່ ແທນທີ່ anthy ແລະ kasumi.

  • kasumi-unicode ແມ່ນຖືກແຍກ (forked) ມາຈາກ kasumi ແລະ ພົດຈະນານຸກົມສ່ວນຕົວໄດ້ຖືກຍ້າຍຈາກ $HOME/.anthy ໄປໄວ້ທີ່ $XDG_CONFIG_HOME/anthy.

ລະບົບປ້ອນພາສາ (IME) ຫວຽດນາມ ຕອນນີ້ປ່ຽນມາໃຊ້ Unikey ເປັນຄ່າເລີ່ມຕົ້ນ

ລະບົບປ້ອນພາສາ (IME) Unikey ຕອນນີ້ແມ່ນ IME ເລີ່ມຕົ້ນສຳລັບການປ້ອນຂໍ້ຄວາມພາສາຫວຽດນາມ. ມັນມາແທນທີ່ IME BoGo ເຊິ່ງເຄີຍເປັນ IME ຫວຽດນາມເລີ່ມຕົ້ນໃນ Fedora ເວີຊັນກ່ອນໜ້ານີ້.

ເມື່ອທຽບກັບ BoGo, IME Unikey ໃໝ່ ແມ່ນໄດ້ຮັບການບຳລຸງຮັກສາຢ່າງຕໍ່ເນື່ອງ ແລະ ຮອງຮັບລະບົບເບື້ອງຫຼັງການສະແດງຜົນ Wayland ໄດ້ດີກວ່າ.

IME Unikey ຈະຖືກເປີດໃຊ້ໂດຍເລີ່ມຕົ້ນ ຖ້າເຈົ້າຕິດຕັ້ງລະບົບເປັນພາສາຫວຽດນາມ. ສຳລັບການເປີດໃຊ້ Unikey ໃນການຕິດຕັ້ງທີ່ມີຢູ່ແລ້ວ:

  1. ຕິດຕັ້ງແພັກເກດ ibus-unikey:

    $ sudo dnf install ibus-unikey
  2. ເປີດສ່ວນ ແປ້ນພິມ (Keyboard) ໃນ ການຕັ້ງຄ່າ (Settings).

  3. ຄລິກທີ່ປຸ່ມ +.

  4. ເລືອກ ຫວຽດນາມ (Vietnamese).

  5. ເລືອກ IME Vietnamese (Unikey).

  6. ຄລິກ ເພີ່ມ (Add).

  7. ຄລິກທີ່ຕົວບົ່ງບອກ IME ຢູ່ແຖບດ້ານເທິງ ເພື່ອສະຫຼັບການໃຊ້ງານ IME.

ລະບົບປ້ອນພາສາ (IME) ສິງຫາລາ ຕອນນີ້ປ່ຽນມາໃຊ້ M17N ເປັນຄ່າເລີ່ມຕົ້ນ

ລະບົບປ້ອນພາສາ (IME) sayura (m17n) ຕອນນີ້ແມ່ນ IME ເເລີ່ມຕົ້ນສຳລັບການປ້ອນຂໍ້ຄວາມພາສາສິງຫາລາ. ມັນມາແທນທີ່ IME Sayura ເຊິ່ງເຄີຍເປັນ IME ສິງຫາລາເລີ່ມຕົ້ນໃນ Fedora ເວີຊັນກ່ອນໜ້ານີ້.

ເມື່ອທຽບກັບ Sayura, IME sayura (m17n) ໃໝ່ ແມ່ນໄດ້ຮັບການບຳລຸງຮັກສາຢ່າງຕໍ່ເນື່ອງ ແລະ ແກ້ໄຂບັນຫາຕ່າງໆທີ່ເຄີຍພົບ.

IME sayura (m17n) ຈະຖືກເປີດໃຊ້ໂດຍເລີ່ມຕົ້ນ ຖ້າເຈົ້າຕິດຕັ້ງລະບົບເປັນພາສາສິງຫາລາ. ສຳລັບການເປີດໃຊ້ sayura (m17n) ໃນການຕິດຕັ້ງທີ່ມີຢູ່ແລ້ວ:

  1. ຕິດຕັ້ງແພັກເກດ ibus-m17n:

    $ sudo dnf install ibus-m17n
  2. ເປີດສ່ວນ ແປ້ນພິມ (Keyboard) ໃນ ການຕັ້ງຄ່າ (Settings).

  3. ຄລິກທີ່ປຸ່ມ +.

  4. ເລືອກ ສິງຫາລາ (Sinhala).

  5. ເລືອກ IME Sinhala (sayura (m17n)).

  6. ຄລິກ ເພີ່ມ (Add).

  7. ຄລິກທີ່ຕົວບົ່ງບອກ IME ຢູ່ແຖບດ້ານເທິງ ເພື່ອສະຫຼັບການໃຊ້ງານ IME.