Documentation for a newer release is available. View Latest

ເອກະສານສຳລັບຜູ້ໃຊ້ Fedora Linux

ທີມງານເອກະສານ Fedora Version F41 Last review: 2024-10-28

ເອກະສານຂອງ Fedora ໃຫ້ຂໍ້ມູນລະອຽດກ່ຽວກັບວິທີການຕິດຕັ້ງ ແລະ ນຳໃຊ້ລະບົບປະຕິບັດການ Fedora ລວມທັງຊອບແວທີ່ຈັດກຽມໂດຍໂຄງການ Fedora. Fedora ເປັນໂຄງການຂະໜາດໃຫຍ່, ດັ່ງນັ້ນ ເນື້ອຫາທີ່ນີ້ຈຶ່ງເນັ້ນໃສ່ການອະທິບາຍພື້ນຖານ ແລະ ການອ້າງອີງເຖິງເອກະສານສະບັບລະອຽດຂອງແຕ່ລະໂຄງການຍ່ອຍ ໂດຍໃຫ້ຄວາມສຳຄັນເປັນພິເສດໃນການຊ່ວຍໃຫ້ຜູ້ໃຊ້ໃໝ່ເລີ່ມຕົ້ນໄດ້ງ່າຍຂຶ້ນ.

ຊອບແວເສລີໄດ້ສ້າງຜົນງານທາງດ້ານເຕັກນິກ ແລະ ວິທີແກ້ໄຂທີ່ໂດດເດັ່ນໃນໄລຍະຫຼາຍທົດສະວັດທີ່ຜ່ານມາ. ຕົວຢ່າງໜຶ່ງຄື ເຊີບເວີ Apache ເຊິ່ງໃນປັດຈຸບັນຖືກນຳໃຊ້ໂດຍເວັບໄຊສ່ວນໃຫຍ່ ແລະ ໃຫ້ບໍລິການຂໍ້ມູນຂ່າວສານທົ່ວອິນເຕີເນັດ. ສິ່ງນີ້ເຮັດໃຫ້ຫຼາຍຄົນຫຼົງລືມຄວາມຈິງທີ່ Richard Stallman ໄດ້ເນັ້ນຢ້ຳໄວ້ຕັ້ງແຕ່ປີ 1997 ວ່າ:

"ຂໍ້ບົກຜ່ອງທີ່ໃຫຍ່ທີ່ສຸດໃນລະບົບປະຕິບັດການເສລີ ບໍ່ແມ່ນຕົວຊອບແວ, ແຕ່ແມ່ນການຂາດຄູ່ມືການນຳໃຊ້ທີ່ດີ ແລະ ເປັນເສລີ ເຊິ່ງພວກເຮົາສາມາດນຳມາລວມໄວ້ໃນລະບົບເຫຼົ່ານີ້ໄດ້." [1]

ຈິດວິນຍານນີ້ເອງທີ່ສ້າງແຮງບັນດານໃຈໃຫ້ທີມງານເອກະສານ Fedora ເຮັດວຽກງານທີ່ຍາກລຳບາກ ແລະ ໃຊ້ເວລາຫຼາຍໃນການສ້າງເອກະສານຂອງພວກເຮົາ.

ທ່ານຈະພົບຂໍ້ມູນຫຼາກຫຼາຍທີ່ນີ້:

ການເລີ່ມຕົ້ນ

ໃຊ້ Fedora Linux ຄັ້ງທຳອິດບໍ? ຜູ້ໃຊ້ໃໝ່ສາມາດພົບຂໍ້ມູນຢ່າງລະອຽດເພື່ອຕິດຕັ້ງ ແລະ ເລີ່ມຕົ້ນໃຊ້ງານ Fedora ໄດ້ທີ່ນີ້

ການອັບເກຣດລະບົບ

ທ່ານມີ Fedora Linux ຫຼື Spin ທີ່ຕິດຕັ້ງໄວ້ແລ້ວບໍ? ທ່ານບໍ່ຈຳເປັນຕ້ອງຕິດຕັ້ງລະບົບໃໝ່ເພື່ອໃຫ້ໄດ້ເວີຊັນລ່າສຸດ. Fedora ໄດ້ພັດທະນາໃຫ້ການອັບເດດພາຍໃນລະບົບມີຄວາມໜ້າເຊື່ອຖື ແລະ ເປັນອັດຕະໂນມັດຢ່າງສົມບູນ.

Fedora 41 release notes

ບັນຈຸຂໍ້ມູນລະອຽດກ່ຽວກັບຄຸນສົມບັດໃໝ່ ແລະ ການປ່ຽນແປງຕ່າງໆໃນເວີຊັນປັດຈຸບັນ. ແນະນຳໃຫ້ຜູ້ໃຊ້ກວດສອບຂໍ້ມູນເຫຼົ່ານີ້ເພື່ອເບິ່ງວ່າຕົນເອງອາດໄດ້ຮັບຜົນກະທົບຈາກການປ່ຽນແປງເຫຼົ່ານັ້ນ ຫຼື ສາມາດແກ້ໄຂບັນຫາຕ່າງໆດ້ວຍຄຸນສົມບັດໃໝ່ໄດ້ຫຼືບໍ່

Fedora 40 release notes

Fedora ສະໜັບສະໜູນເວີຊັນປັດຈຸບັນ ແລະ ເວີຊັນກ່ອນໜ້າ. ນີ້ຄືລິ້ງດ່ວນສຳລັບບົດບັນທຶກການປ່ອຍເວີຊັນກ່ອນໜ້າເພື່ອເປັນການອ້າງອີງ.

ທ່ານສາມາດເລືອກບົດບັນທຶກເວີຊັນເກົ່າໄດ້ທີ່ແຖບດ້ານເທິງ.

ຄູ່ມືສຳລັບມືໃໝ່

ທ່ານເປັນມືໃໝ່ໃນ Linux ບໍ? ພວກເຂົາໃຫ້ຂໍ້ເທັດຈິງ, ຄຳສັບ, ແລະ ລິ້ງຕ່າງໆສຳລັບ ການປັບຕົວເບື້ອງຕົ້ນ.

ທ່ານສາມາດເບິ່ງໄດ້ທີ່ Fedora Magazine, ເຊິ່ງມີບົດຄວາມທີ່ອັບເດດເລື້ອຍໆ ເປັນທີ່ສົນໃຈສຳລັບຜູ້ໃຊ້ Fedora ຕັ້ງແຕ່ລະດັບມືໃໝ່ຈົນເຖິງຜູ້ຊ່ຽວຊານ, ແລະ ຄອບຄຸມຕັ້ງແຕ່ Raspberry Pi, ເດັສທັອບ, ເຊີບເວີ ຈົນເຖິງລະບົບຄລາວ.

ການຂໍຄວາມຊ່ວຍເຫຼືອ

ມີຫຼາຍແຫຼ່ງຂໍ້ມູນໃນອິນເຕີເນັດທີ່ສາມາດຊ່ວຍທ່ານໄດ້ເມື່ອພົບບັນຫາທີ່ບໍ່ໄດ້ລະບຸໄວ້ໃນບົດນີ້: ເວທີສົນທະນາ, ບລັອກ, IRC ແລະ ອື່ນໆ. ແຫຼ່ງຂໍ້ມູນຍອດນິຍົມທີ່ທ່ານສາມາດຂໍຄວາມຊ່ວຍເຫຼືອໄດ້ມີດັ່ງນີ້:

  • Ask Fedora - ຖານຂໍ້ມູນຄວາມຮູ້ຂອງ Fedora ແລະ ເວັບໄຊຖາມ-ຕອບທີ່ຂັບເຄື່ອນໂດຍຊຸມຊົນ, ມີໃຫ້ບໍລິການໃນຫຼາຍພາສາ

  • ຫ້ອງ Matrix #fedora ຢູ່ Fedora Chat - ໜຶ່ງໃນຊ່ອງທາງຫຼັກຂອງ Matrix/IRC ທີ່ຜູ້ໃຊ້ Fedora ນຳໃຊ້, ສະເພາະພາສາອັງກິດ

  • ທ່ານສາມາດເບິ່ງໄດ້ທີ່ Fedora Magazine, ເຊິ່ງມີບົດຄວາມທີ່ອັບເດດເລື້ອຍໆ ເປັນທີ່ສົນໃຈສຳລັບຜູ້ໃຊ້ Fedora ຕັ້ງແຕ່ລະດັບມືໃໝ່ຈົນເຖິງຜູ້ຊ່ຽວຊານ

  • Stack Exchange - ເວທີຖາມ-ຕອບພາສາອັງກິດ, ບໍ່ໄດ້ເຈາະຈົງສະເພາະ Fedora

ລາຍຊື່ຂ້າງເທິງນີ້ອາດຈະບໍ່ຄົບຖ້ວນ - ທ່ານຍັງສາມາດຊອກຫາຄວາມຊ່ວຍເຫຼືອໄດ້ໃນຫຼາຍໆບ່ອນອື່ນໆອີກ. ຂໍ້ມູນເພີ່ມເຕີມກ່ຽວກັບແຫຼ່ງຂໍ້ມູນທີ່ມີໃຫ້ ເຊັ່ນ: ຫ້ອງ Matrix ແລະ ລາຍຊື່ອີເມວແຈ້ງຂ່າວ ແມ່ນມີໃຫ້ເບິ່ງຢູ່ທີ່ Communication in Fedora.

ກ່ອນທີ່ທ່ານຈະເປີດກະທູ້ສົນທະນາໃໝ່ ຫຼື ຂໍຄວາມຊ່ວຍເຫຼືອໃຜໃນ IRC, ທ່ານຄວນຄົ້ນຄວ້າດ້ວຍຕົນເອງກ່ອນສະເໝີ. ຖ້າທ່ານພົບບັນຫາ, ມັກຈະມີໂອກາດສູງທີ່ມີຄົນອື່ນເຄີຍພົບບັນຫາຄືກັນ ແລະ ໄດ້ເຜີຍແຜ່ວິທີແກ້ໄຂໄວ້ບ່ອນໃດບ່ອນໜຶ່ງແລ້ວ. ການເປີດສົນທະນາໃນເລື່ອງທີ່ໄດ້ມີການອະທິບາຍໄວ້ແລ້ວ, ຫຼື ການຖາມຄຳຖາມທົ່ວໄປທີ່ເຄີຍມີຄົນຕອບມາຫຼາຍຄັ້ງແລ້ວ ອາດຈະບໍ່ໄດ້ຮັບຄຳຕອບທີ່ເປັນມິດ ຫຼື ສ້າງສັນເທົ່າທີ່ຄວນ.

ເມື່ອທ່ານຂໍຄວາມຊ່ວຍເຫຼືອໃນການແກ້ໄຂບັນຫາທີ່ກ່ຽວຂ້ອງກັບການຕິດຕັ້ງ, ທ່ານອາດຈະຖືກຂໍໃຫ້ສະໜອງໄຟລ໌ບັນທຶກ (log files) ທີ່ສ້າງໂດຍຕົວຕິດຕັ້ງ. ກະລຸນາເບິ່ງເອກະສານທີ່ກ່ຽວຂ້ອງເພື່ອຮຽນຮູ້ວິທີການເຂົ້າເຖິງໄຟລ໌ບັນທຶກດັ່ງກ່າວ.

ເຂົ້າຮ່ວມຊຸມຊົນ

Fedora ມີຊຸມຊົນທີ່ຂະຫຍັນຂັນແຂງ. ສະຖານທີ່ພົບປະແມ່ນເວທີສົນທະນາ Fedora Discussion.

Fedora ເປັນໂຄງການຂະໜາດໃຫຍ່. ບາງຄົນໃນພວກເຮົາອາດຈື່ໄດ້ຕອນທີ່ເລີ່ມເຂົ້າມາມີສ່ວນຮ່ວມໃນ Fedora ໃໝ່ໆ. ມັນບໍ່ແມ່ນເລື່ອງງ່າຍທີ່ຈະເຂົ້າໃຈພາບລວມ ແລະ ຊອກຫາວິທີການປະກອບສ່ວນຕາມຄວາມສົນໃຈ ແລະ ທັກສະຂອງຕົນເອງໃນທາງທີ່ດີທີ່ສຸດ. ໂຊກດີທີ່ຕອນນີ້ພວກເຮົາມີໂຄງການລິເລີ່ມເພື່ອປູທາງໃຫ້ຜູ້ເຂົ້າຮ່ວມໃໝ່ ແລະ ໃຫ້ຄຳແນະນຳບາງຢ່າງ. ລອງເຂົ້າໄປເບິ່ງທີ່ 'ບໍ່ແນ່ໃຈວ່າຈະເລີ່ມຕົ້ນບ່ອນໃດ? ມາລົມນຳພວກເຮົາ!' ແລະ/ຫຼື ເຂົ້າຮ່ວມກິດຈະກຳ 'ຍິນດີຕ້ອນຮັບສູ່ Fedora'.

ວິທີການຊ່ວຍພວກເຮົາ ແລະ ຮັບ Fedora ທີ່ເຮັດວຽກໄດ້ດີຂຶ້ນ

ໂຄງການເອກະສານ Fedora ຮັກສາເອກະສານພຽງແຕ່ສຳລັບເວີຊັນລ່າສຸດ ແລະ ເວີຊັນກ່ອນໜ້ານັ້ນ. ພວກເຮົາຍັງຮັກສາເອກະສານເກົ່າໄວ້ໃນເວັບໄຊນີ້ເພື່ອຜົນປະໂຫຍດທາງປະຫວັດສາດ ແລະ ເພື່ອຍົກຍ້ອງການປະກອບສ່ວນອັນມີຄ່າດ້ວຍເວລາ ແລະ ຄວາມພະຍາຍາມຂອງນັກຂຽນ ແລະ ນັກແປຈຳນວນຫຼວງຫຼາຍ.

ກະລຸນາຊ່ວຍພວກເຮົາປັບປຸງເອກະສານ

ພວກເຮົາເຮັດວຽກຢູ່ສະເໝີເພື່ອອັບເດດ ແລະ ປັບປຸງເອກະສານນີ້. ໃນການເຮັດສິ່ງນີ້, ພວກເຮົາອາໄສຄຳຕິຊົມ. ຖ້າທ່ານພົບຂໍ້ຜິດພາດ, ຂໍ້ມູນທີ່ຂາດຕົກບົກພ່ອງ, ຫຼື ບໍ່ເຂົ້າໃຈຂໍ້ມູນສະເພາະໃດໜຶ່ງ, ຫຼື ມີຂໍ້ສະເໜີແນະເພື່ອການປັບປຸງ, ກະລຸນາເປີດ issue ທີ່ ບ່ອນເກັບເອກະສານຂອງພວກເຮົາ.

ໃນການເປີດ issue:

  1. ລະບຸບົດສະຫຼຸບຂອງຂໍ້ຜິດພາດ ຫຼື ຂໍ້ສະເໜີແນະຂອງທ່ານໃນຊ່ອງ Issue Title.

  2. ຄັດລອກແມ່ແບບຕໍ່ໄປນີ້ໃສ່ໃນຊ່ອງ Comment ແລະ ໃຫ້ລາຍລະອຽດກ່ຽວກັບຂໍ້ຜິດພາດ ຫຼື ຂໍ້ສະເໜີແນະໃຫ້ລະອຽດທີ່ສຸດເທົ່າທີ່ຈະເຮັດໄດ້. ຖ້າເປັນໄປໄດ້, ໃຫ້ລວມຂໍ້ຄວາມອ້ອມຂ້າງເພື່ອໃຫ້ພວກເຮົາຮູ້ວ່າຂໍ້ຜິດພາດເກີດຂຶ້ນຢູ່ໃສ ຫຼື ຂໍ້ສະເໜີແນະນັ້ນກ່ຽວຂ້ອງກັບສ່ວນໃດ.

    URL ຂອງເອກະສານ:
    
    ຊື່ຫົວຂໍ້ຍ່ອຍ:
    
    ຂໍ້ຜິດພາດ ຫຼື ຂໍ້ສະເໜີແນະ:
    
    ຂໍ້ມູນເພີ່ມເຕີມ:
  3. ກົດປຸ່ມ Create Issue.

ພວກເຮົາຂໍຂອບໃຈທຸກທ່ານທີ່ໄດ້ເຮັດວຽກຢ່າງໜັກເພື່ອແກ້ໄຂຂໍ້ບົກຜ່ອງດັ່ງກ່າວສຳລັບ Fedora ລຸ້ນກ່ອນໜ້ານີ້.


1. ຊອບແວເສລີ ແລະ ຄູ່ມືເສລີ, ມີໃຫ້ອ່ານທີ່ http://www.gnu.org/philosophy/free-doc.html