Documentation for a newer release is available. View Latest

ການກຽມສື່ສຳລັບບູດເຄື່ອງ

ທີມງານເອກະສານ Fedora Version unknown Last review: currently slightly out of date

ໄຟລ໌ອິເມຈຂອງ Fedora ເປັນ Hybrid ISOs ແລະ ສາມາດໃຊ້ເພື່ອສ້າງສື່ສຳລັບຕິດຕັ້ງໄດ້ທັງແຜ່ນອອບຕິຄອນ ແລະ ແຟລດໄດຣ໌ USB, ສຳລັບການບູດເຄື່ອງທັງໃນລະບົບ BIOS ແລະ UEFI.

Fedora Media Writer

Fedora Media Writer ໄດ້ຮັບການປັບປຸງຢ່າງຫຼວງຫຼາຍ ແລະ ປະຈຸບັນແມ່ນວິທີທາງການທີ່ໄດ້ຮັບການທົດສອບ ແລະ ສະໜັບສະໜູນ ໃນການສ້າງສື່ສຳລັບບູດເຄື່ອງ. Fedora Media Writer ຮອງຮັບ Linux, macOS, ແລະ Windows. ມັນເປັນວິທີທີ່ງ່າຍໃນການສ້າງສື່ USB ສຳລັບບູດເຄື່ອງເພື່ອຕິດຕັ້ງ Fedora (ຫຼື ລະບົບປະຕິບັດການອື່ນໆ). ແນະນຳໃຫ້ໃຊ້ Fedora Media Writer ເປັນຢ່າງຍິ່ງ, ເຖິງແມ່ນວ່າຊອບແວສ້າງສື່ USB ອື່ນໆກໍສາມາດໃຊ້ງານໄດ້ເຊັ່ນກັນ.

ບາງສິ່ງທີ່ເພີ່ມເຂົ້າມາໃໝ່ໃນ Fedora Media Writer ຄື Fedora Workstation ແລະ Server ສາມາດເຂົ້າເຖິງໄດ້ງ່າຍ ແລະ ວ່ອງໄວຈາກໜ້າຈໍຫຼັກ. ຍັງມີທາງເລືອກເພີ່ມເຕີມຖ້າທ່ານເລືອກປຸ່ມລຸ່ມ Custom image. ເຊິ່ງຈະມີການເລືອກ Fedora Spins ຕ່າງໆ ເຊັ່ນ Xfce ຫຼື Mate.

ໃນອະດີດ, ເຄື່ອງມືສ້າງ USB ແບບທົ່ວໄປ ເຊັ່ນ Unetbootin ເປັນວິທີທີ່ນິຍົມໃຊ້ສ້າງ USB ຕິດຕັ້ງຈາກ ISO ທີ່ອອກແບບມາເພື່ອໃຊ້ກັບສື່ແບບແຜ່ນ. ໂດຍປົກກະຕິແລ້ວມັນຈະສ້າງລະບົບໄຟລ໌ເທິງແຟລດໄດຣ໌ USB ໂດຍການແຕກໄຟລ໌ຈາກອິເມຈ ແລະ ຂຽນ syslinux bootloader ລົງໃນອຸປະກອນ.

ວິທີການເຫຼົ່ານີ້ຈະຂ້າມການຕັ້ງຄ່າ boot-loader ທີ່ຝັງມາໃນ Fedora ອິເມຈ ເຊິ່ງໄດ້ມີການແບ່ງພາທິຊັນໄວ້ກ່ອນແລ້ວ ແລະ ອອກແບບມາໃຫ້ບູດໄດ້ທັງໃນລະບົບ UEFI ທີ່ເປີດໃຊ້ SecureBoot ແລະ ລະບົບ BIOS, ດັ່ງນັ້ນພວກມັນຈຶ່ງບໍ່ໃຫ້ຜົນລັອກທີ່ຄົງທີ່ກັບ Fedora ອິເມຈ, ໂດຍສະເພາະໃນລະບົບ UEFI.

ຜົນລັອກທີ່ດີທີ່ສຸດແມ່ນໄດ້ມາຈາກເຄື່ອງມືທີ່ໃຊ້ວິທີການຂຽນໂດຍກົງ ແລະ ບໍ່ມີການແກ້ໄຂໄຟລ໌ Fedora ອິເມຈ.

ຄວນຄິດໃຫ້ດີກ່ອນຈະຂຽນໄຟລ໌ອິເມຈໃສ່ອຸປະກອນ. ວິທີການສ້າງສື່ທີ່ອະທິບາຍໃນບົດຄວາມນີ້ຈະສົ່ງຜົນໃຫ້ຂໍ້ມູນຫາຍ. ຂໍ້ມູນທັງໝົດໃນແຟລດໄດຣ໌ USB ຈະຖືກລຶບໃນລະຫວ່າງຂະບວນການ, ສະນັ້ນ ໃຫ້ແນ່ໃຈວ່າທ່ານໄດ້ສຳຮອງຂໍ້ມູນໃນ USB ແລ້ວ. ກວດສອບໃຫ້ແນ່ໃຈອີກຄັ້ງວ່າທ່ານໄດ້ເລືອກອຸປະກອນທີ່ຖືກຕ້ອງເພື່ອຂຽນໄຟລ໌ອິເມຈ!

ການຕິດຕັ້ງ ແລະ ການໃຊ້ງານ Fedora Media Writer

ບົນ Fedora

ໃນ Fedora 25 ຫຼື ສູງກວ່າ, Fedora Media Writer ມີໃຫ້ໃນຄັງເກັບຊອບແວ ມາດຕະຖານ. ທ່ານສາມາດໃຊ້ dnf ເພື່ອຕິດຕັ້ງແພັກເກດໄດ້.

  1. ເພື່ອຕິດຕັ້ງ Fedora Media Writer ໃຫ້ໃຊ້:

    $ sudo dnf install mediawriter
  2. ເປີດໃຊ້ງານ Fedora Media Writer:

    $ mediawriter

    ຫຼື ໃນ Gnome 3 ໃຫ້ເລືອກ Activities ແລ້ວຄລິກທີ່ Fedora Media Writer.

ບົນ Linux ດິສທຣິບິວຊັນອື່ນໆ

ວິທີທີ່ດີທີ່ສຸດໃນການຕິດຕັ້ງ Fedora Media Writer ບົນ Linux ດິສທຣິບິວຊັນຕ່າງໆ ແມ່ນການໃຊ້ແພັກເກດ Flatpak ທີ່ສ້າງໄວ້ແລ້ວ. ແພັກເກດນີ້ສາມາດຫາໄດ້ຈາກຄັງເກັບຊອບແວ Flatpak ທາງການ Flathub.org.

  1. ເພື່ອຕັ້ງຄ່າ Flatpak ໃນລະບົບ Linux ຂອງທ່ານ, ໃຫ້ປະຕິບັດຕາມຄຳແນະນຳໃນໜ້າ Flatpak documentation.

  2. ເປີດໃຊ້ງານແອັບພລິເຄຊັນ:

    $ sudo mediawriter

ບົນ Windows

  1. ດາວໂຫຼດໄຟລ໌ຕິດຕັ້ງ Windows ຫຼ້າສຸດຈາກ fedoraproject.org. ເຊີບເວີຈະກວດພົບລະບົບທີ່ກຳລັງເຮັດວຽກຢູ່ໂດຍອັດຕະໂນມັດ ແລະ ສະໜອງໄຟລ໌ຕິດຕັ້ງທີ່ຖືກຕ້ອງສຳລັບລຸ້ນ Windows ຂອງທ່ານ.

  2. ເປີດໄຟລ໌ຕິດຕັ້ງໂດຍການດັບເບິນຄລິກທີ່ໄຟລ໌ ແລ້ວເຮັດຕາມຂັ້ນຕອນທີ່ວິຊາດ (Wizard) ແນະນຳ. ວິຊາດຈະໃຫ້ທ່ານປັບແຕ່ງການຕິດຕັ້ງຊອບແວໄດ້ຖ້າທ່ານຕ້ອງການ.

  3. ເປີດໃຊ້ງານແອັບພລິເຄຊັນໂດຍການຄລິກທີ່ໄອຄອນເປີດໂປຣແກຣມ.

    ໃນ Windows 8 ແລະ 10, ໄອຄອນເປີດໂປຣແກຣມ Fedora Media Writer ຈະຢູ່ໃນເມນູ All apps ພາຍໃຕ້ໝວດ F. ໃນ Windows 10, ທ່ານສາມາດພິມ Fedora Media Writer ໃນຊ່ອງຄົ້ນຫາເທິງແຖບວຽກ (task bar) ໄດ້ເລີຍ.

    ຖ້າທ່ານພົບຂໍ້ຜິດພາດກ່ຽວກັບການຂາດຫາຍໄປຂອງໄຟລ໌ .dll (MSVC redistributable), ໄລບຣາຣີທີ່ຕ້ອງການແມ່ນມີໃຫ້ດາວໂຫຼດຟຣີຢູ່ທີ່ນີ້: Microsoft Visual C++ Redistributable latest supported downloads.

ບົນ macOS

  1. ດາວໂຫຼດ Macintosh Disk Image ຫຼ້າສຸດ (ແພັກເກດຈະມີນາມສະກຸນ .dmg) ຈາກ fedoraproject.org. ເຊີບເວີຈະກວດພົບລະບົບທີ່ກຳລັງເຮັດວຽກຢູ່ໂດຍອັດຕະໂນມັດ ແລະ ສະໜອງແພັກເກດທີ່ຖືກຕ້ອງສຳລັບ macOS ຂອງທ່ານ.

  2. ເປີດໄຟລ໌ .dmg, ຈາກນັ້ນກົດປຸ່ມ kbd:[Ctrl] ຄ້າງໄວ້ໃນຂະນະທີ່ຄລິກທີ່ແອັບພລິເຄຊັນ Fedora Media Writer.

  3. ກົດ “Open” ໃນເມນູທີ່ປາກົດຂຶ້ນມາ.

  4. ຄລິກປຸ່ມ “Open” ໃນກ່ອງຂໍ້ຄວາມຢືນຢັນ ຖ້າມີປາກົດຂຶ້ນມາ.

ການຂຽນ ISO ອິເມຈລົງໃນສື່ USB.

  1. ເລືອກ Fedora Edition ທີ່ທ່ານຕ້ອງການສ້າງເປັນ USB ສຳລັບບູດເຄື່ອງ.

    ຮູບພາບໜ້າຈໍຫຼັກຂອງ Fedora Media Writer
    Figure 1. ໜ້າຈໍຫຼັກຂອງ Fedora Media Writer: ເລືອກ Edition ຂອງ Fedora ຂອງທ່ານ

    ການເລືອກຫຼັກຈະໃຫ້ທ່ານເລືອກໜຶ່ງໃນ Fedora edition ມາດຕະຖານ ຄື Fedora Workstation ຫຼື Server. Fedora Media Writer ຈະສະແດງລາຍລະອຽດເພີ່ມເຕີມກ່ຽວກັບ edition ນັ້ນກ່ອນທີ່ທ່ານຈະດຳເນີນການດາວໂຫຼດອິເມຈ ແລະ ສ້າງ USB. ທ່ານສາມາດເລືອກສະຖາປັດຕະຍະກຳອື່ນໄດ້ ຖ້າທ່ານເລືອກ Other variants.

  2. ເລືອກ “Create Live USB” ເພື່ອດຳເນີນການຕໍ່.

    ຮູບພາບໜ້າຈໍຂໍ້ມູນ Distro ຂອງ Fedora Media Writer
    Figure 2. ຂໍ້ມູນ Distro ຂອງ Fedora Media Writer

    Fedora Media Writer ຈະດາວໂຫຼດ ISO ໃຫ້ທ່ານໂດຍອັດຕະໂນມັດ. ຖ້າທ່ານເຄີຍດາວໂຫຼດ ISO ມາກ່ອນ ແລະ ວາງໄວ້ໃນໂຟນເດີ Downloads ມັນຈະສາມາດນຳມາໃຊ້ງານໄດ້ທັນທີ.

    ຮູບພາບການດາວໂຫຼດອັດຕະໂນມັດຂອງ Fedora Media Writer
    Figure 3. ການດາວໂຫຼດອັດຕະໂນມັດຂອງ Fedora Media Writer
  3. ສຽບແຟລດໄດຣ໌ USB ທີ່ທ່ານຕ້ອງການສ້າງເປັນສື່ສຳລັບບູດເຄື່ອງ.

  4. ເພື່ອຂຽນອິເມຈລົງໃນສື່, ໃຫ້ຄລິກປຸ່ມສີແດງ btn:[Write to disk].

    ຮູບພາບປຸ່ມສີແດງສຳລັບຂຽນລົງໃນອຸປະກອນຂອງ Fedora Media Writer
    Figure 4. Fedora Media Writer ຂຽນລົງໃນອຸປະກອນ USB

ວິທີອື່ນໆໃນການສ້າງ Live USB

ແນະນຳໃຫ້ທຸກຄົນໃຊ້ Fedora Media Writer ເພາະມັນເປັນວິທີທີ່ເຊື່ອຖືໄດ້ໃນການສ້າງ Live USB stick ສຳລັບຕິດຕັ້ງ Fedora.

ຢ່າງໃດກໍຕາມ, ຜູ້ໃຊ້ທີ່ມີປະສົບການອາດມັກຂະບວນການສ້າງແບບ manual. ຖ້າທ່ານຕັດສິນໃຈເຮັດແບບນັ້ນ, ທ່ານຕ້ອງດາວໂຫຼດອິເມຈຕິດຕັ້ງ ແລະ ໃຊ້ແອັບພລິເຄຊັນເພື່ອຂຽນລົງໃນ USB stick.

ຖ້າທ່ານໄດ້ດາວໂຫຼດ ແລະ ກວດສອບອິເມຈຕິດຕັ້ງແບບ manual ແລ້ວ, ທ່ານກໍຍັງສາມາດຂຽນພວກມັນລົງໃນ USB stick ໂດຍໃຊ້ Fedora Media Writer.

ການດາວໂຫຼດອິເມຈສຳລັບບູດ ແລະ ຕິດຕັ້ງ

Fedora Project ມີ Editions ຕ່າງໆ ທີ່ປັບແຕ່ງມາເພື່ອການໃຊ້ງານສະເພາະ. ເລືອກ Fedora Edition ທີ່ເໝາະສົມກັບທ່ານທີ່ສຸດ. ທ່ານຍັງສາມາດສ້າງໃນແບບຂອງທ່ານເອງໄດ້ໂດຍການປັບແຕ່ງ Fedora ຫຼັງຈາກຕິດຕັ້ງແລ້ວ ຫຼື ໂດຍການໃຊ້ໄຟລ໌ kickstart ດັ່ງທີ່ອະທິບາຍໃນ Creating a Kickstart File.

ການຕິດຕັ້ງແບບ Kickstart ຕ້ອງການສື່ປະເພດ netinstall, ຫຼື ວິທີການບູດຕິດຕັ້ງໂດຍກົງ ເຊັ່ນ PXE; kickstarts ບໍ່ຮອງຮັບການໃຊ້ງານຮ່ວມກັບ live images.

ອ່ານເພີ່ມເຕີມກ່ຽວກັບ Fedora Workstation, Fedora Cloud, Fedora Server ແລະ ປະເພດສື່ທີ່ມີໃຫ້ໃນ Downloading Fedora.

ທ່ານຍັງສາມາດເລືອກ Fedora Spin ທີ່ມາພ້ອມກັບເດັສທັອບທາງເລືອກ ຫຼື ເຄື່ອງມືສຳລັບວຽກສະເພາະທາງໄດ້ທີ່ https://spins.fedoraproject.org.

ການກວດສອບອິເມຈທີ່ດາວໂຫຼດມາ

ເນື່ອງຈາກຄວາມຜິດພາດໃນການສົ່ງໄຟລ໌ ຫຼື ບັນຫາອື່ນໆອາດເຮັດໃຫ້ Fedora ອິເມຈທີ່ທ່ານດາວໂຫຼດມາເສຍຫາຍໄດ້, ການກວດສອບຄວາມສົມບູນຂອງໄຟລ໌ຈຶ່ງສຳຄັນ. ຫຼັງຈາກສ້າງອິເມຈແລ້ວ, ຈະມີການດຳເນີນການເທິງໄຟລ໌ເພື່ອສ້າງຄ່າທີ່ເອີ້ນວ່າ checksum ໂດຍໃຊ້ລະບົບຄະນິດສາດທີ່ຊັບຊ້ອນ. ການດຳເນີນການນີ້ມີຄວາມຊັບຊ້ອນພຽງພໍທີ່ຈະເຮັດໃຫ້ ທຸກການປ່ຽນແປງ ຕໍ່ໄຟລ໌ຕົ້ນສະບັບ ສ້າງຄ່າ checksum ທີ່ແຕກຕ່າງກັນ.

ໂດຍການຄຳນວນ checksum ຂອງອິເມຈໃນຄອມພິວເຕີຂອງທ່ານເອງ ແລະ ປຽບທຽບກັບ checksum ຕົ້ນສະບັບ, ທ່ານສາມາດກວດສອບໄດ້ວ່າອິເມຈນັ້ນບໍ່ໄດ້ຖືກແກ້ໄຂ ຫຼື ເສຍຫາຍ. ຄ່າ checksum ຕົ້ນສະບັບຈະມີໃຫ້ທີ່ https://fedoraproject.org/security/, ແລະ ໄດ້ຖືກລົງລາຍເຊັນດ້ວຍ gpg ເພື່ອຢືນຢັນຄວາມສົມບູນຂອງມັນ.

ການກວດສອບ checksums ບົນລະບົບ Windows

  1. ດາວໂຫຼດອິມເມດ (image) Fedora ທີ່ທ່ານເລືອກຈາກ https://fedoraproject.org/ ແລະ ໄຟລ໌ checksum ທີ່ກ່ຽວຂ້ອງຈາກ https://fedoraproject.org/security/

  2. ເປີດເຊສຊັນ powershell.

  3. ປ່ຽນໄປຍັງໄດເຣັກທໍຣີ (ໂຟນເດີ) ທີ່ເກັບໄຟລ໌ທີ່ດາວໂຫຼດມາ.

    > cd $HOME\Downloads\
    > ls
    
    Directory: C:\Users\Pete\Downloads
    
    Mode                LastWriteTime         Length  Name
    ----                -------------         ------  ----
    -a---        11/25/2014  12:39 PM            272  Fedora-Server-21-x86_64-CHECKSUM
    -a---        11/25/2014  12:39 PM     2047868928  Fedora-Server-DVD-x86_64-21.iso
  4. ວາງຟັງຊັນຕໍ່ໄປນີ້ລົງໃນ PowerShell ເພື່ອຄິດໄລ່ ແລະ ປຽບທຽບຄ່າ checksum.

    function Get-ImageVerification(){
        param(
            [Parameter(Mandatory=$true, Position=0)]
            [string]$ImageFilePath,
            [Parameter(Mandatory=$true, Position=1)]
            [string]$ChecksumFilePath
        )
    
        $expected_checksum = ((Get-Content $ChecksumFilePath | Select-String -Pattern (Split-Path $ImageFilePath -leaf)) -split " ")[-1].ToLower()
        $download_checksum = (Get-FileHash -Path $ImageFilePath -Algorithm SHA256).Hash.ToLower()
    
        echo "Download Checksum: $download_checksum"
        echo "Expected Checksum: $expected_checksum"
        if ( $download_checksum -eq "$expected_checksum" ) {
            echo "Checksum test passed!"
        } else {
            echo "Checksum test failed."
        }
    }
  5. ດຳເນີນການຟັງຊັນທີ່ວາງໄວ້ໃນຂັ້ນຕອນກ່ອນໜ້າ

    Get-ImageVerification .\Fedora-Server-DVD-x86_64-21.iso .\Fedora-Server-21-x86_64-CHECKSUM

ການກວດສອບ checksums ບົນລະບົບ Linux ແລະ macOS

  1. ດາວໂຫຼດອິມເມດ (image) Fedora ທີ່ທ່ານເລືອກຈາກ https://fedoraproject.org/get-fedora ແລະ ໄຟລ໌ checksum ທີ່ກ່ຽວຂ້ອງຈາກ https://fedoraproject.org/security/

  2. ເປີດປ່ອງຢ້ຽມ terminal ແລະ ນຳທາງໄປຍັງໄດເຣັກທໍຣີທີ່ເກັບໄຟລ໌ທີ່ດາວໂຫຼດມາ.

    $ cd ~/Downloads
  3. ໃຊ້ເຄື່ອງມືທີ່ເໝາະສົມເພື່ອເບິ່ງ checksum ຂອງອິເມຈ.

    • ສຳລັບ Linux:

      $ sha256sum -c *CHECKSUM
    • ສຳລັບ macOS:

      $ grep '^SHA256' *-CHECKSUM | awk -F '[()=]' '{ print $4 "  " $2 }' | shasum -a 256 -c

ການຂຽນອິເມຈລົງໃນສື່ USB

ການສ້າງສື່ USB ດ້ວຍ GNOME Disks

  1. ໃນລະບົບທີ່ມີ GNOME, ຫຼື ໄດ້ຕິດຕັ້ງແພັກເກດ gnome-disk-utility ແລ້ວ, ໃຫ້ເປີດ Disks ໂດຍໃຊ້ເມນູຂອງລະບົບ.

  2. ຄລິກທີ່ອຸປະກອນ USB ຂອງທ່ານໃນຄໍລຳດ້ານຊ້າຍ.

  3. ຄລິກທີ່ໄອຄອນເມນູໃນມຸມຂວາເທິງຂອງໜ້າຕ່າງ, ແລ້ວເລືອກຕົວເລືອກ Restore Disk Image.

  4. ນຳທາງໄປຍັງໄຟລ໌ອິເມຈຂອງທ່ານ ແລະ ຄລິກ Start Restoring. ຫຼັງຈາກຜ່ານໄປສອງສາມນາທີ, ມັນຈະແຈ້ງເຕືອນວ່າຂະບວນການສຳເລັດແລ້ວ ແລະ ສື່ຕິດຕັ້ງຂອງທ່ານກໍຈະພ້ອມນຳໄປໃຊ້ງານ.

ການສ້າງສື່ USB ບົນ Linux ຄອມມານລາຍ

  1. ເປີດປ່ອງຢ້ຽມ terminal ແລະ ສຽບແຟລດໄດຣ໌ USB.

  2. ຊອກຫາ device node ທີ່ມອບໝາຍໃຫ້ແຟລດໄດຣ໌. ໃນຕົວຢ່າງດ້ານລຸ່ມ, ແຟລດໄດຣ໌ຖືກໃຫ້ຊື່ເປັນ sdd.

    $ dmesg|tail
    [288954.686557] usb 2-1.8: New USB device strings: Mfr=0, Product=1, SerialNumber=2
    [288954.686559] usb 2-1.8: Product: USB Storage
    [288954.686562] usb 2-1.8: SerialNumber: 000000009225
    [288954.712590] usb-storage 2-1.8:1.0: USB Mass Storage device detected
    [288954.712687] scsi host6: usb-storage 2-1.8:1.0
    [288954.712809] usbcore: registered new interface driver usb-storage
    [288954.716682] usbcore: registered new interface driver uas
    [288955.717140] scsi 6:0:0:0: Direct-Access     Generic  STORAGE DEVICE   9228 PQ: 0 ANSI: 0
    [288955.717745] sd 6:0:0:0: Attached scsi generic sg4 type 0
    [288961.876382] sd 6:0:0:0: sdd Attached SCSI removable disk
  3. ໃຊ້ເຄື່ອງມື dd ເພື່ອຂຽນອິເມຈ.

    # dd if=/path/to/Fedora-Live-Security-x86_64-21.iso of=/dev/sdd

    ໃຫ້ເອົາໃຈໃສ່ເປັນພິເສດຕໍ່ອຸປະກອນແຫຼ່ງຂໍ້ມູນ (if=) ແລະ ອຸປະກອນປາຍທາງ (of=). ຄຳສັ່ງ dd ຈະລຶບຂໍ້ມູນທັງໝົດໃນອຸປະກອນປາຍທາງ. ຖ້າທ່ານເຮັດຜິດພາດ, ທ່ານອາດສູນເສຍຂໍ້ມູນທີ່ສຳຄັນ.

ການສ້າງແຜ່ນ CD ຫຼື DVD ສຳລັບບູດເຄື່ອງ

ນອກຈາກການສ້າງແຟລດໄດຣ໌ USB ສຳລັບບູດເຄື່ອງແລ້ວ, ທ່ານຍັງສາມາດໃຊ້ ISO ອິເມຈທີ່ມີໃຫ້ເພື່ອສ້າງສື່ແບບແຜ່ນສຳລັບບູດເຄື່ອງ (CD ຫຼື DVD). ວິທີນີ້ອາດຈຳເປັນເມື່ອຕິດຕັ້ງ Fedora ໃນລະບົບເກົ່າທີ່ບໍ່ສາມາດບູດຈາກ USB ໄດ້.

ຂັ້ນຕອນທີ່ແນ່ນອນທີ່ທ່ານຕ້ອງເຮັດເພື່ອບິນ (burn) ແຜ່ນ CD ຫຼື DVD ສຳລັບບູດເຄື່ອງຈາກ ISO ອິເມຈ ຈະແຕກຕ່າງກັນໄປຕາມຊອບແວທີ່ທ່ານໃຊ້. ຂັ້ນຕອນນີ້ເປັນພຽງພາບລວມທົ່ວໄປເທົ່ານັ້ນ.

  1. ໃສ່ແຜ່ນ CD ຫຼື DVD ເປົ່າເຂົ້າໃນເຄື່ອງບິນແຜ່ນຂອງລະບົບທ່ານ.

  2. ເປີດຊອບແວບິນແຜ່ນໃນລະບົບຂອງທ່ານ - ຕົວຢ່າງ: Brasero ໃນລະບົບ Fedora ທີ່ມີເດັສທັອບ GNOME, ຫຼື Nero ໃນລະບົບ Windows. ໃນເມນູຫຼັກຂອງຊອບແວ, ຊອກຫາຕົວເລືອກທີ່ໃຫ້ທ່ານບິນ ISO ອິເມຈລົງແຜ່ນ. ຕົວຢ່າງ: ໃນ Brasero, ຕົວເລືອກນີ້ແມ່ນ Burn image ໃນເມນູຫຼັກທາງຊ້າຍຂອງໜ້າຕ່າງ.

  3. ເມື່ອມີການແຈ້ງເຕືອນ, ໃຫ້ເລືອກ ISO ອິເມຈຂອງ Fedora ທີ່ຕ້ອງການບິນ, ແລະ ເລືອກເຄື່ອງບິນແຜ່ນ CD ຫຼື DVD ທີ່ມີແຜ່ນເປົ່າຢູ່ພາຍໃນ (ຖ້າທ່ານມີຫຼາຍກວ່າໜຶ່ງໄດຣ໌).

  4. ຢືນຢັນການເລືອກຂອງທ່ານ, ແລະ ລໍຖ້າໃຫ້ແຜ່ນບິນສຳເລັດ.