Documentation for a newer release is available. View Latest

ການອັບເກຣດລະບົບໃນປະຈຸບັນຂອງທ່ານ

ທີມງານເອກະສານ Fedora Version F43 Last review: 2023-11-27

ບົດນີ້ອະທິບາຍວິທີການອັບເກຣດການຕິດຕັ້ງ Fedora ທີ່ມີຢູ່ຂອງທ່ານໃຫ້ເປັນເວີຊັນປັດຈຸບັນ. ມີສອງວິທີພື້ນຖານໃນການເຮັດດັ່ງນີ້:

ການອັບເກຣດແບບອັດຕະໂນມັດໂດຍໃຊ້ dnf system upgrade

ວິທີທີ່ແນະນຳໃນການອັບເກຣດລະບົບຂອງທ່ານແມ່ນການອັບເກຣດແບບອັດຕະໂນມັດໂດຍໃຊ້ເຄື່ອງມື dnf system upgrade. ສຳລັບຂໍ້ມູນໃນການດຳເນີນການອັບເກຣດແບບອັດຕະໂນມັດ, ເບິ່ງທີ່ link: ການອັບເກຣດ Fedora ໂດຍໃຊ້ປລັກອິນ DNF system upgrade.

ການຕິດຕັ້ງໃໝ່ດ້ວຍຕົນເອງ

ແທນທີ່ຈະເພິ່ງພາ dnf system upgrade, ທ່ານສາມາດ ຕິດຕັ້ງໃໝ່ ເວີຊັນຫຼ້າສຸດຂອງ Fedora ໄດ້. ການເຮັດແບບນີ້ລວມເຖິງການບູດຕົວຕິດຕັ້ງຄືກັບວ່າທ່ານກຳລັງດຳເນີນການຕິດຕັ້ງໃໝ່, ໃຫ້ມັນກວດພົບລະບົບ Fedora ທີ່ມີຢູ່ຂອງທ່ານ, ແລະ ຂຽນທັບພາທິຊັນຮາກ (root partition) ໂດຍທີ່ຍັງຮັກສາຂໍ້ມູນໄວ້ໃນພາທິຊັນ ແລະ ໂວລຸມອື່ນໆ. ຂະບວນການດຽວກັນນີ້ຍັງສາມາດໃຊ້ເພື່ອຕິດຕັ້ງລະບົບໃໝ່ໄດ້, ຖ້າທ່ານຈຳເປັນຕ້ອງເຮັດດ້ວຍເຫດຜົນໃດກໍຕາມ. ສຳລັບຂໍ້ມູນລະອຽດ, ເບິ່ງທີ່ ການອັບເກຣດ ຫຼື ການຕິດຕັ້ງລະບົບໃໝ່ດ້ວຍຕົນເອງ.

ຄວນສຳຮອງຂໍ້ມູນຂອງທ່ານໄວ້ສະເໝີກ່ອນທີ່ຈະດຳເນີນການອັບເກຣດ ຫຼື ຕິດຕັ້ງລະບົບຂອງທ່ານໃໝ່, ບໍ່ວ່າທ່ານຈະເລືອກວິທີໃດກໍ່ຕາມ.

ການອັບເກຣດ ຫຼື ການຕິດຕັ້ງລະບົບໃໝ່ດ້ວຍຕົນເອງ

ໜ້າເສຍດາຍ, ພວກເຮົາຍັງບໍ່ທັນໄດ້ຂຽນບົດນີ້, ແລະ ຍັງບໍ່ມີເອກະສານສະເພາະກ່ຽວກັບການຕິດຕັ້ງໃໝ່ດ້ວຍຕົນເອງຢູ່ເທິງ Wiki ອີກດ້ວຍ. ໃນລະຫວ່າງທີ່ລໍຖ້າໃຫ້ພວກເຮົາແກ້ໄຂບັນຫານີ້, ທ່ານສາມາດລອງເລີ່ມຕົ້ນການຕິດຕັ້ງຕາມປົກກະຕິ (ຈາກແຜ່ນບູດ CD/DVD/USB), ເລືອກການແບ່ງພາທິຊັນດ້ວຍຕົນເອງໃນຕົວຕິດຕັ້ງຂອງທ່ານ, ແລະ ນຳໃຊ້ພາທິຊັນທີ່ມີຢູ່ແລ້ວຄືນໃໝ່ ແທນທີ່ຈະລຶບພວກມັນຖິ້ມແລ້ວສ້າງໃໝ່. ຄຳແນະນຳທີ່ ການແບ່ງພາທິຊັນດ້ວຍຕົນເອງ ຄວນຈະສາມາດນຳມາປັບໃຊ້ກັບກໍລະນີນີ້ໄດ້ງ່າຍໃນຫຼາຍໆສະຖານະການ.