ແພລັດຟອມອ້າງອີງ
Fedora IoT ສະໜັບສະໜູນສະຖາປັດຕະຍະກຳ aarch64 (arm64) ແລະ x86_64.
ພວກເຮົາໃຫ້ການສະໜັບສະໜູນສະເພາະແພລັດຟອມ UEFI ເທົ່ານັ້ນ, ດັ່ງນັ້ນ ຖ້າອຸປະກອນຂອງທ່ານບໍ່ບູດດ້ວຍ UEFI ມັນອາດຈະບໍ່ສາມາດໃຊ້ງານໄດ້.
ແພລັດຟອມອ້າງອີງເຫຼົ່ານີ້ໄດ້ຜ່ານການທົດສອບ ແລະ ເຫັນວ່າສາມາດໃຊ້ງານກັບ Fedora IoT ໄດ້, ແນວໃດກໍຕາມ ການມີຊື່ຢູ່ໃນລາຍການນີ້ບໍ່ໄດ້ໝາຍຄວາມວ່າຈະເປັນບັນຫາທີ່ຂັດຂວາງການອອກລຸ້ນ ຫາກກວດພົບຂໍ້ຜິດພາດທີ່ເກີດຂຶ້ນສະເພາະກັບຮາດແວດັ່ງກ່າວ.
ອຸປະກອນອ້າງອີງທີ່ໄດ້ຮັບການທົດສອບໃນປະຈຸບັນມີດັ່ງນີ້:
ສະຖາປັດຕະຍະກຳ aarch64 (arm64)
SystemReady-SR ພ້ອມສຳລັບເຊີເວີ (SBSA/SBBR)
|
SystemReady-ES ພ້ອມສຳລັບລະບົບຝັງຕົວ
|
SystemReady-IR ພ້ອມສຳລັບ IoT
|
VM ທີ່ອີງໃສ່ KVM (TianoCore UEFI)
|
NVidia Jetson Xavier Series
|
NVidia Jetson Orin Series
|
Raspberry Pi 4 (4B/CM4)
|
Raspberry Pi 3 (3B/3B+/3CM)
|
96boards Rock960 Consumer Edition
|
Solid Run HummingBoard-M (ອີງໃສ່ i.MX8)
|
Pine64 Rockpro64 ແລະ Rock64
|
Pine64 A64-LTS ແລະ SoPine
|
ສະຖາປັດຕະຍະກຳ x86_64
VM ທີ່ອີງໃສ່ KVM (TianoCore UEFI)
|
Compulabs Fitlet2
|
Up Squared
|
ຜະລິດຕະພັນ Intel x86-64 ທົ່ວໄປທີ່ມີ UEFI
|
ອຸປະກອນອື່ນໆກໍຄວນຈະໃຊ້ງານໄດ້, ແຕ່ຍັງບໍ່ທັນໄດ້ຮັບການທົດສອບຢ່າງຈິງຈັງໃນບໍລິບົດຂອງ IoT. ລາຍການອຸປະກອນອ້າງອີງທີ່ຮອງຮັບຈະເພີ່ມຂຶ້ນເລື້ອຍໆຕາມເວລາ.
ຊັບພະຍາກອນທີ່ຈຳເປັນ
ອິເມຈ (Images) ທີ່ຖືກສ້າງຂຶ້ນໃນປະຈຸບັນມີຂະໜາດ 4GB. ໜ່ວຍຄວາມຈຳທີ່ໃຊ້ໃນການທົດສອບແມ່ນ 1GB (RAM). Fedora IoT ອິເມຈພື້ນຖານອາດຈະເຮັດວຽກໄດ້ດ້ວຍໜ່ວຍຄວາມຈຳທີ່ໜ້ອຍກວ່ານີ້, ແຕ່ແນ່ນອນວ່າມັນຈະຈຳກັດຈຳນວນແອັບພລິເຄຊັນຄອນເທນເນີທີ່ຈະລັນຢູ່ເທິງລະບົບປະຕິບັດການພື້ນຖານ.
Want to help? Learn how to contribute to Fedora Docs ›