NeuroFedora: ຊອບແວເສລີ ເພື່ອ ປະສາດວິທະຍາເສລີ

ໂລໂກ້ NeuroFedora

ຍິນດີຕ້ອນຮັບເຂົ້າສູ່ ເອກະສານຂອງ NeuroFedora. NeuroFedora ແມ່ນ ກຸ່ມຜູ້ມີຄວາມສົນໃຈພິເສດຂອງຊຸມຊົນ Fedora (SIG) ທີ່ມຸ່ງຫວັງຈະເຮັດໃຫ້ການນຳໃຊ້ລະບົບ ຊອບແວເສລີ/ຊອບແວໂອເພັນຊອດ ບົນພື້ນຖານ Fedora Linux ສຳລັບວຽກງານປະສາດວິທະຍາ ເປັນເລື່ອງທີ່ງ່າຍດາຍຂຶ້ນ.

ພວກເຮົາເຊື່ອວ່າ ເຊັ່ນດຽວກັບຊອບແວເສລີ, ວິທະຍາສາດຄວນຈະເປັນສິ່ງທີ່ເສລີສຳລັບທຸກຄົນໃນການນຳໃຊ້, ແບ່ງປັນ, ປັບປຸງແກ້ໄຂ ແລະ ສຶກສາຮຽນຮູ້. ການນຳໃຊ້ຊອບແວເສລີ ຍັງຊ່ວຍໃນການເຮັດຊ້ຳ, ການແບ່ງປັນຂໍ້ມູນ ແລະ ການຮ່ວມມືກັນໃນຊຸມຊົນການວິໄຈ. ໂດຍການເຮັດໃຫ້ເຄື່ອງມືທີ່ໃຊ້ໃນຂະບວນການທາງວິທະຍາສາດນຳໃຊ້ໄດ້ງ່າຍຂຶ້ນ, NeuroFedora ຈຶ່ງມຸ່ງຫວັງທີ່ຈະເປັນສ່ວນໜຶ່ງໃນການຊ່ວຍໃຫ້ອຸດົມການນີ້ເປັນຈິງ.

ຊຸມຊົນ NeuroFedora ໄດ້ເຮັດໃຫ້ເຄື່ອງມືຊອບແວ FOSS ຫຼາຍກວ່າ 200 ລາຍການ ສາມາດຕິດຕັ້ງໄດ້ງ່າຍໃນລະບົບປະຕິບັດການ Fedora Linux ແລະ ລະບົບອື່ນໆທີ່ພັດທະນາຕໍ່ຍອດມາຈາກມັນ. ພວກເຮົາຍັງໄດ້ຈັດຕຽມລະບົບປະຕິບັດການ Fedora Linux ທີ່ພ້ອມໃຊ້ງານ ເຊິ່ງໄດ້ຕິດຕັ້ງເຄື່ອງມືຕ່າງໆສຳລັບວຽກງານປະສາດວິທະຍາຄຳນວນ (computational neuroscience) ໄວ້ລ່ວງໜ້າແລ້ວ. ກະລຸນາໃຊ້ລິ້ງໃນແຖບດ້ານຂ້າງເພື່ອຮຽນຮູ້ເພີ່ມເຕີມກ່ຽວກັບ NeuroFedora ແລະ ຜົນງານຕ່າງໆທີ່ພວກເຮົາສ້າງຂຶ້ນ.

NeuroFedora ໃນຮູບແບບປັດຈຸບັນ ໄດ້ເລີ່ມຕົ້ນຂຶ້ນໃນວັນທີ 30 ກັນຍາ 2018.

ເຂົ້າຮ່ວມກັບພວກເຮົາ

ພວກເຮົາກຳລັງຊອກຫາອາສາສະໝັກເພີ່ມເຕີມຢູ່ສະເໝີເພື່ອຊ່ວຍໃຫ້ພວກເຮົາເຮັດວຽກໄດ້ຫຼາຍຂຶ້ນ. ບົດບາດຕ່າງໆຂອງຜູ້ປະກອບສ່ວນທີ່ພວກເຮົາມີໃນປັດຈຸບັນ ສາມາດເບິ່ງໄດ້ໃນ ເອກະສານສຳລັບຜູ້ປະກອບສ່ວນ. ທ່ານຍັງສາມາດສ້າງບົດບາດໃໝ່ໃຫ້ກັບຕົນເອງໄດ້ອີກດ້ວຍ! ໂດຍທົ່ວໄປແລ້ວ ອາສາສະໝັກຂອງພວກເຮົາຈະໃຊ້ເວລາເຮັດວຽກກັບ NeuroFedora ປະມານ 2-3 ຊົ່ວໂມງຕໍ່ອາທິດ.

ຊອບແວເສລີ

ທ່ານສາມາດຮຽນຮູ້ເພີ່ມເຕີມກ່ຽວກັບຂະບວນການຊອບແວເສລີໄດ້ ທີ່ເວັບໄຊຂອງພວກເຂົາ. ທ່ານສາມາດຮຽນຮູ້ເພີ່ມເຕີມກ່ຽວກັບການນຳໃຊ້ ໂອເພັນຊອດສຳລັບປະສາດວິທະຍາໄດ້ທີ່ນີ້. ສ່ວນລິ້ງອື່ນໆທີ່ກ່ຽວຂ້ອງກັບປະສາດວິທະຍາ ແມ່ນໄດ້ລວບລວມໄວ້ໃນ ໜ້າແຍກຕ່າງຫາກ.