ການເຂົ້າເຖິງ – ການເລີ່ມຕົ້ນຫຼັງຈາກການຕິດຕັ້ງດ້ວຍ Orca
ເມື່ອລະບົບໄດ້ຕິດຕັ້ງຮຽບຮ້ອຍແລ້ວ, ທ່ານຈຳເປັນຕ້ອງເຂົ້າສູ່ລະບົບດ້ວຍລະຫັດຜ່ານບັນຊີຜູ້ໃຊ້ຂອງທ່ານ. ແຕ່ໃນຕອນນີ້ Orca ຍັງບໍ່ທັນເວົ້າ. ເພື່ອເປີດໃຊ້ງານມັນ, ໃຫ້ກົດ Alt + Windows + S. ປຸ່ມ Windows, ນັບແຕ່ນີ້ໄປຈະຖືກເອີ້ນວ່າປຸ່ມ "Super". ຄຳສັ່ງແປ້ນພິມນີ້ເປັນຄຳສັ່ງປົກກະຕິສຳລັບການເປີດ Orca. Orca ຈະເວົ້າວ່າ "screen reader on" (ເປີດໃຊ້ງານໂປຣແກຣມອ່ານໜ້າຈໍແລ້ວ). ຕອນນີ້, ໃຫ້ໃສ່ລະຫັດຜ່ານຂອງທ່ານ, ແລ້ວ ກົດ Enter.
Nothing will happen, but you’ve been logged in. To start Orca here, you’ll need to press Alt + F2, type in orca all lowercase, and press Enter. You’ll hear "screen reader on" again. Now, you won’t have to turn on Orca again during logging in, and we’ll set Orca to turn up automatically after log in as well.
Now, MATE has an applications menu, which lists all applications in a menu, sorted into categories. To get to it, press Alt + F1. Now, arrow to the left to the System menu. Then, arrow down to Preferences, and then right arrow. Now, arrow down to Personal, right arrow, then arrow down to Assistive Technologies, and press Enter.
ບ່ອນນີ້, ພວກເຮົາສາມາດຕັ້ງຄ່າເຕັກໂນໂລຊີທີ່ຕ້ອງການ, ແລະ ເປີດ ຫຼື ປິດການຮອງຮັບ Assistive Technologies. ກ່ອນອື່ນ, ມາເປີດໃຊ້ງານ Assistive Technologies ກັນ. ກົດ Tab, ແລະ ໝາຍຕິກໃສ່ຫ້ອງ. ຕອນນີ້, ກົດ Shift+Tab ກັບຄືນໄປຫາປຸ່ມ preferred applications, ແລ້ວກົດປຸ່ມນັ້ນ. ໃນກ່ອງໂຕ້ຕອບນີ້, ກົດ Tab ໄປຫາ Orca combo box, ແລະ ກົດອີກຄັ້ງໄປຫາຫ້ອງ Turn on at Startup, ແລ້ວກົດ Space ເພື່ອໝາຍຕິກ. ຕອນນີ້, ທ່ານສາມາດປິດກ່ອງໂຕ້ຕອບຕ່າງໆໄດ້ແລ້ວ.
Now, let’s turn on a few more accessibility options. The text editor on the MATE desktop is Pluma. Open a Run dialog with Alt + F2, type mate-terminal, which has a dash between the two words, and press Enter. Now, in the terminal, type
$ pluma .bash_profile
ແລ້ວກົດ Enter. ທ່ານຈະຢູ່ໃນພື້ນທີ່ແກ້ໄຂຂໍ້ຄວາມ. ກົດ Control + End ເພື່ອໄປທີ່ທ້າຍໄຟລ໌, ແລ້ວເພີ່ມແຖວຕໍ່ໄປນີ້ເຂົ້າໄປ.
export ACCESSIBILITY_ENABLED=1
export GTK_MODULES=gail:atk-bridge
export GNOME_ACCESSIBILITY=1
export QT_ACCESSIBILITY=1
export QT_LINUX_ACCESSIBILITY_ALWAYS_ON=1
ຕອນນີ້, ບັນທຶກໄຟລ໌, ແລະ ປິດມັນ. ເລີ່ມລະບົບຄອມພິວເຕີໃໝ່, ແລະ Orca ຄວນຈະເປີດຂຶ້ນມາໂດຍອັດຕະໂນມັດ, ແລະ ແອັບທັງໝົດທີ່ສາມາດເຂົ້າເຖິງໄດ້ ກໍຈະສາມາດໃຊ້ງານໄດ້.
ການຕັ້ງຄ່າ Orca
ເພື່ອຕັ້ງຄ່າ Orca, ໃຫ້ກົດ Insert + Space. ມັນຈະເປີດໜ້າຕ່າງທີ່ມີຫຼາຍແຖບຂຶ້ນມາ. ໃຊ້ເວລາໃນການຕັ້ງຄ່າ Orca, ຈາກນັ້ນທ່ານສາມາດນຳໃຊ້ການປ່ຽນແປງເພື່ອເບິ່ງວ່າພວກມັນເຮັດວຽກແນວໃດ, ກ່ອນທີ່ທ່ານຈະປິດໜ້າຕ່າງນັ້ນ. ຖ້າທ່ານຕ້ອງການຮຽນຮູ້ຄຳສັ່ງແປ້ນພິມຂອງ Orca, ໃຫ້ກົດ Insert + H ເພື່ອເປີດ "help" (ຊ່ວຍເຫຼືອ). ຈາກນັ້ນ, ທ່ານສາມາດກົດປຸ່ມຕ່າງໆເພື່ອເບິ່ງວ່າພວກມັນເຮັດຫຍັງ, ຫຼື ກົດ F2 ເພື່ອເອົາລາຍການຄຳສັ່ງທົ່ວໄປ, ຫຼື F3 ເພື່ອເອົາລາຍການຄຳສັ່ງສະເພາະແອັບພລິເຄຊັນ.
ທາງເລືອກອື່ນໆ ແລະ ໝາຍເຫດ
ເພື່ອຕັ້ງຄ່າຄຳສັ່ງແປ້ນພິມສຳລັບການປິດ ແລະ ເປີດ Orca, ໃຫ້ໄປທີ່ການຕັ້ງຄ່າ Keyboard Shortcuts ພາຍໃຕ້ Hardware preferences. ທ່ານຍັງສາມາດຕັ້ງຄ່າ Capslock, Windows, Alt, ແລະ ປຸ່ມອື່ນໆໃຫ້ເຮັດວຽກຄືກັບປຸ່ມອື່ນໄດ້, ເຊັ່ນ: ຕັ້ງໃຫ້ Capslock ເປັນປຸ່ມ Control ເພີ່ມເຕີມ. ຖ້າທ່ານປິດໂປຣແກຣມ, ເຊັ່ນ VLC, ແລ້ວລະບົບການເຂົ້າເຖິງເບິ່ງຄືວ່າຄ້າງ, ໃຫ້ກົດ Insert + H, ແລ້ວກົດ F2 ເພື່ອນຳໜ້າຕ່າງທີ່ເຂົ້າເຖິງໄດ້ຂຶ້ນມາ. ທ່ານສາມາດປິດທາງລັດຂອງໂປຣແກຣມອ່ານໜ້າຈໍໄດ້ຫຼັງຈາກນັ້ນ. ຖ້າ Orca ບໍ່ຕອບສະໜອງ, ໃຫ້ເລີ່ມການເຮັດວຽກໃໝ່ໂດຍການເປີດກ່ອງໂຕ້ຕອບ Run, ພິມ "orca -r", ແລ້ວກົດ Enter.
Want to help? Learn how to contribute to Fedora Docs ›