Bugzilla – ການຄົ້ນຫາສ່ວນປະກອບທີ່ຖືກຕ້ອງ

Ben Cotton Version F36 onwards Last review: 2022-03-03

ເມື່ອລາຍງານຂໍ້ຜິດພາດ, ມັນຈະຊ່ວຍໄດ້ຫຼາຍຖ້າທ່ານສາມາດລະບຸສ່ວນປະກອບທີ່ມີບັນຫາ. ສິ່ງນີ້ອາດຈະບໍ່ຈະແຈ້ງສະເໝີໄປ, ດັ່ງນັ້ນນີ້ແມ່ນຄຳແນະນຳບາງຢ່າງ.

ມັນແມ່ນໂປຣແກຣມໃດ?

ຖ້າທ່ານເປີດໂປຣແກຣມຈາກເມນູ GNOME, ໂດຍປົກກະຕິທ່ານສາມາດຊອກຫາຊື່ຂອງໂປຣແກຣມໄດ້ໂດຍການໄປທີ່ "ຊ່ວຍເຫຼືອ → ກ່ຽວກັບ" ໃນເມນູພາຍໃນຂອງໂປຣແກຣມ. ທ່ານຍັງສາມາດໄປທີ່ "ລະບົບ → ຕັ້ງຄ່າ → ສ່ວນຕົວ → ເຊດຊັນ" ໃນເມນູ GNOME. ຄລິກທີ່ແທັບ "ເຊດຊັນປັດຈຸບັນ" ເພື່ອເບິ່ງລາຍຊື່ໂປຣແກຣມທີ່ກຳລັງເຮັດວຽກຢູ່ໃນເດັສທັອບຂອງທ່ານ.

ຖ້າທ່ານເປີດໂປຣແກຣມຈາກເສັ້ນຄຳສັ່ງ (command line), ຊື່ຂອງໂປຣແກຣມແມ່ນ "ຄຳສັບ" ທຳອິດຂອງຄຳສັ່ງ (ທຸກຢ່າງກ່ອນຍະຫວ່າງທຳອິດ, ເຊິ່ງອາດຈະລວມມີຂີດຕໍ່ ຫຼື ຂີດກ້ອງ).

ຖ້າທ່ານຕ້ອງການຮູ້ວ່າຄຳສັ່ງໃດທີ່ລາຍການເມນູສະເພາະໃດໜຶ່ງຈະເຮັດວຽກ, ໃນ GNOME ທ່ານສາມາດເຮັດໄດ້ດັ່ງນີ້:

  1. ຄລິກຂວາໃສ່ລາຍການເມນູ ແລ້ວເລືອກ "ເພີ່ມຕົວເປີດນີ້ໃສ່ແຜງ"

  2. ຄລິກຂວາໃສ່ໄອຄອນທີ່ປາກົດຂຶ້ນໃນແຜງຂອງທ່ານ ແລ້ວເລືອກ "ຄຸນສົມບັດ"

  3. ບັນທຶກຂໍ້ມູນໃນຊ່ອງ "ຄຳສັ່ງ", ຈາກນັ້ນປິດໜ້າຕ່າງຄຸນສົມບັດ.

  4. ຄລິກຂວາໃສ່ໄອຄອນໃນແຜງອີກຄັ້ງ ແລ້ວເລືອກ "ລຶບອອກຈາກແຜງ" ເພື່ອເຮັດໃຫ້ທຸກຢ່າງກັບຄືນສູ່ສະພາບເດີມ.

ມັນແມ່ນໄຟລ໌ໃດ?

ຖ້າທ່ານຮູ້ວ່າຄຳສັ່ງໃດຖືກໃຊ້, ແຕ່ບໍ່ຮູ້ຊື່ໄຟລ໌ທີ່ແນ່ນອນ, ໃຫ້ລອງໃຊ້ຄຳສັ່ງນີ້ໃນ terminal:

$ which <command-name>

ແຖວທຳອິດໃນຜົນລັດແມ່ນສິ່ງທີ່ທ່ານຕ້ອງການ.

ຕົວຢ່າງ:

$ which ssh
/usr/bin/ssh

ມັນແມ່ນແພັກເກດໃດ?

ເມື່ອທ່ານໄດ້ຊື່ຂອງໄຟລ໌ ຫຼື ໂຟນເດີແລ້ວ, ທ່ານສາມາດກວດສອບໄດ້ວ່າແພັກເກດໃດເປັນເຈົ້າຂອງໂດຍການໃຊ້ "rpm -qf". ຕົວຢ່າງ:

$ rpm -qf /usr/bin/nautilus-file-management-properties
nautilus-2.25.91-2.fc11.x86_64

ທ່ານຄວນລະບຸຊື່ເຕັມ ແລະ ເລກເວີຊັນຂອງແພັກເກດນີ້ໃນລາຍງານຂໍ້ຜິດພາດຂອງທ່ານ.

ມັນແມ່ນສ່ວນປະກອບໃດ?

ໃນ Fedora Linux, RPM "ຕົ້ນສະບັບ" (source) ສາມາດສ້າງ RPM ຫຼາຍອັນໃນລະບົບ. Bugzilla ຈະຈັດກຸ່ມຂໍ້ຜິດພາດຕາມ RPM ຕົ້ນສະບັບ. ເມື່ອທ່ານມີຊື່ RPM ແລ້ວ, ທ່ານສາມາດເບິ່ງຊື່ RPM ຕົ້ນສະບັບ (ເຊິ່ງອາດຈະແຕກຕ່າງກັນ) ໂດຍໃຊ້ "rpm -qi".

ຕົວຢ່າງ, ໃຊ້ຄຳສັ່ງ rpm -qi glibc-common ແລ້ວເບິ່ງແຖວທີ່ຂຽນວ່າ "Source RPM:" ໃນກໍລະນີນີ້ນແມ່ນ "glibc-2.9.90-7.src.rpm", ເຊິ່ງໝາຍຄວາມວ່າຊື່ສ່ວນປະກອບທີ່ຈະໃຊ້ໃນ Bugzilla ແມ່ນ "glibc" (ທຸກຢ່າງທີ່ຢູ່ກ່ອນຂີດຕໍ່ໜ້າເລກເວີຊັນ).

$ rpm -qi glibc-common
...
Group       : System Environment/Base
Source RPM: glibc-2.11-2.src.rpm
ຖ້າແຖວ "Vendor:" ບໍ່ໄດ້ລະບຸວ່າ "Fedora Project", ທ່ານອາດຈະຕ້ອງລາຍງານຂໍ້ຜິດພາດໄປທີ່ລະບົບຕິດຕາມຂໍ້ຜິດພາດຂອງໂຄງການອື່ນ.

ຖ້າທ່ານບໍ່ໄດ້ຕິດຕັ້ງແພັກເກດໄວ້

ສຳລັບແພັກເກດທີ່ທ່ານຍັງບໍ່ໄດ້ຕິດຕັ້ງ, ທ່ານສາມາດໃຊ້ຄຳສັ່ງ repoquery ຂອງ dnf ໄດ້:

$ repoquery -f /usr/bin/kdm

ຄຳສັ່ງນີ້ຈະຊອກຫາວ່າແພັກເກດໄບນາຣີໃດທີ່ມີໄຟລ໌ kdm. ເພື່ອຊອກຫາສ່ວນປະກອບທີ່ໃຫ້ແພັກເກດໄບນາຣີທີ່ທ່ານພົບຂ້າງເທິງ, ໃຫ້ໃຊ້ຄຳສັ່ງ:

$ repoquery -q --qf="%{sourcerpm}\n" kdm

ສ່ວນປະກອບທີ່ຝັງມາໃນຕົວ

ບາງຄັ້ງອາດຈະບໍ່ຊັດເຈນວ່າຂໍ້ຜິດພາດຢູ່ນຳຕົວໂປຣແກຣມຫຼັກ ຫຼື ຢູ່ນຳປລັກອິນ ຫຼື ໄລບຣາຣີ. ໃນກໍລະນີນີ້ນ, ໃຫ້ທ່ານຄາດເດົາຕາມຄວາມເໝາະສົມ. ຜູ້ກວດສອບ ຫຼື ນັກພັດທະນາຈະປ່ຽນປະເພດຂໍ້ຜິດພາດໃຫ້ເອງຖ້າຈຳເປັນ.