ການນຳໃຊ້ຕົວຈັດການຊຸດຊອບແວ DNF
DNF ແມ່ນຕົວຈັດການຊຸດຊອບແວທີ່ຕິດຕັ້ງ, ອັບເດດ ແລະ ລຶບຊຸດຊອບແວໃນ Fedora ແລະ ເປັນຕົວສືບທອດຂອງ YUM (Yellow-Dog Updater Modified).
DNF ເຮັດໃຫ້ການບຳລຸງຮັກສາຊຸດຊອບແວເປັນເລື່ອງງ່າຍ ໂດຍການກວດສອບຄວາມຕ້ອງການຂອງລະບົບ (dependencies) ໂດຍອັດຕະໂນມັດ ແລະ ກຳນົດຂັ້ນຕອນທີ່ຈຳເປັນໃນການຕິດຕັ້ງຊຸດຊອບແວ. ວິທີນີ້ຊ່ວຍຫຼຸດຄວາມຈຳເປັນໃນການຕິດຕັ້ງ ຫຼື ອັບເດດຊຸດຊອບແວ ແລະ ໄຟລ໌ທີ່ກ່ຽວຂ້ອງດ້ວຍຕົນເອງ ໂດຍການໃຊ້ຄຳສັ່ງ rpm. ປັດຈຸບັນ DNF ເປັນເຄື່ອງມືຈັດການຊຸດຊອບແວມາດຕະຖານໃນ Fedora.
| DNF applies to standard Fedora editions. On image-based variants such as the Fedora Atomic Desktops and Fedora CoreOS, package management works differently. See the Fedora Atomic Desktops User Guide for details. |
ການນຳໃຊ້
dnf ສາມາດໃຊ້ຄືກັນກັບ yum ເພື່ອຄົ້ນຫາ, ຕິດຕັ້ງ ຫຼື ລຶບຊຸດຊອບແວ.
ເພື່ອຄົ້ນຫາຊຸດຊອບແວໃນຄັງເກັບ (repositories) ໃຫ້ພິມ:
$ dnf search packagename
ເພື່ອຕິດຕັ້ງຊຸດຊອບແວ:
$ sudo dnf install packagename
ເພື່ອລຶບຊຸດຊອບແວ:
$ sudo dnf remove packagename
ຄຳສັ່ງ DNF ອື່ນໆ ທີ່ໃຊ້ທົ່ວໄປລວມມີ:
-
autoremove- ລຶບຊຸດຊອບແວທີ່ຖືກຕິດຕັ້ງເປັນ dependencies ເຊິ່ງບໍ່ຈຳເປັນຕໍ່ກັບໂປຣແກຣມທີ່ຕິດຕັ້ງຢູ່ໃນປັດຈຸບັນອີກຕໍ່ໄປ. -
check-update- ກວດສອບການອັບເດດ, ແຕ່ບໍ່ໄດ້ດາວໂຫຼດ ຫຼື ຕິດຕັ້ງຊຸດຊອບແວ. -
downgrade- ປ່ຽນກັບໄປໃຊ້ເວີຊັນກ່ອນໜ້າຂອງຊຸດຊອບແວ. -
info- ໃຫ້ຂໍ້ມູນພື້ນຖານກ່ຽວກັບຊຸດຊອບແວ ລວມມີ ຊື່, ເວີຊັນ, ການປ່ອຍ (release) ແລະ ຄຳອະທິບາຍ. -
reinstall- ຕິດຕັ້ງຊຸດຊອບແວທີ່ຕິດຕັ້ງຢູ່ໃນປັດຈຸບັນຄືນໃໝ່. -
upgrade- ກວດສອບຄັງເກັບ (repositories) ເພື່ອຊອກຫາຊຸດຊອບແວໃໝ່ ແລະ ອັບເດດພວກມັນ. -
exclude- ຍົກເວັ້ນຊຸດຊອບແວອອກຈາກການດຳເນີນການ.
ສຳລັບຄຳສັ່ງ DNF ເພີ່ມເຕີມ ສາມາດເບິ່ງໄດ້ທີ່ໜ້າຄູ່ມື ໂດຍການພິມ man dnf ຢູ່ທີ່ command-line ຫຼື DNF Read The Docs
ການອັບເດດອັດຕະໂນມັດ
The dnf-automatic package is a component that allows automatic download and installation of updates. It can automatically monitor and report, via email, the availability of updates or send a log about downloaded packages and installed updates.
ສຳລັບຂໍ້ມູນເພີ່ມເຕີມ, ໃຫ້ເບິ່ງທີ່ໜ້າ Read the Docs: DNF-Automatic.
ການອັບເກຣດລະບົບ
ລະບົບ Fedora ສາມາດອັບເກຣດໄດ້ໂດຍກົງດ້ວຍ DNF ຫຼື ດ້ວຍປລັກອິນ DNF system upgrade. ເບິ່ງລາຍລະອຽດເພີ່ມເຕີມໄດ້ທີ່ເອກະສານ DNF System Upgrade.
ການຮອງຮັບພາສາໂດຍໃຊ້ DNF
DNF ສາມາດໃຊ້ເພື່ອຕິດຕັ້ງ ຫຼື ລຶບການຮອງຮັບພາສາໄດ້. ຄຳອະທິບາຍລະອຽດພ້ອມກັບລາຍຊື່ພາສາທີ່ມີໃຫ້ ສາມາດເບິ່ງໄດ້ທີ່ໜ້າ Language Support Using Dnf.
ປລັກອິນ
ຄວາມສາມາດຫຼັກຂອງ DNF ສາມາດຂະຫຍາຍເພີ່ມໄດ້ດ້ວຍປລັກອິນ. ມີທັງ Core DNF plugins ທີ່ຮອງຮັບຢ່າງເປັນທາງການ ແລະ Extras DNF Plugins ຈາກພາກສ່ວນພາຍນອກ. ເພື່ອຕິດຕັ້ງພວກມັນ ໃຫ້ລັນຄຳສັ່ງ
$ sudo dnf install dnf-plugins-core-PLUGIN_NAME
ຫຼື
$ sudo dnf install dnf-plugins-extras-PLUGIN_NAME
ການຍົກເວັ້ນຊຸດຊອບແວອອກຈາກການດຳເນີນການ
ໃນບາງຄັ້ງ ມັນເປັນປະໂຫຍດທີ່ຈະຂ້າມບາງຊຸດຊອບແວອອກຈາກການດຳເນີນການ ເຊັ່ນ: ການອັບເດດ. ຕົວຢ່າງກໍລະນີໜຶ່ງອາດເປັນຕອນທີ່ການອັບເດດນັ້ນມີຂໍ້ຜິດພາດ (regression) ຫຼື ບັກ (bug). DNF ອະນຸຍາດໃຫ້ທ່ານຍົກເວັ້ນຊຸດຊອບແວອອກຈາກການດຳເນີນການໄດ້:
-
ໂດຍການໃຊ້ command line
$ sudo dnf upgrade --exclude=packagename
-
ໂດຍການໃຊ້ໄຟລ໌ການຕັ້ງຄ່າ (configuration files)
ທ່ານສາມາດເພີ່ມແຖວໃສ່ /etc/dnf/dnf.conf ເພື່ອຍົກເວັ້ນຊຸດຊອບແວ:
excludepkgs=ຊື່ຊຸດຊອບແວ
This can also be added to the specific repository configuration files in /etc/yum.repos.d/. Globs may be used here to list multiple packages, and each specification must be separated by a comma. If you have used this configuration, you can disable it in individual DNF commands using the --disableexcludes command line switch.
ຖ້າທ່ານໃຊ້ແອັບພລິເຄຊັນອັບເດດແບບ GUI ທີ່ບໍ່ອະນຸຍາດໃຫ້ທ່ານລະບຸຊຸດຊອບແວທີ່ຈະຍົກເວັ້ນໃນເວລາທີ່ພວກມັນເຮັດວຽກ ທ່ານສາມາດໃຊ້ວິທີນີ້ໄດ້.
ການນຳໃຊ້ປລັກອິນ DNF Versionlock
ທ່ານຍັງສາມາດໃຊ້ປລັກອິນ DNF versionlock ເພື່ອຈຳກັດຊຸດຊອບແວທີ່ລວມຢູ່ໃນການດຳເນີນການ. ມັນຊ່ວຍໃຫ້ທ່ານສາມາດລະບຸເວີຊັນຂອງຊຸດຊອບແວສະເພາະທີ່ຄວນພິຈາລະນາໃນການດຳເນີນການ. ເວີຊັນອື່ນໆທັງໝົດຂອງຊຸດຊອບແວທີ່ລະບຸຈະຖືກຂ້າມໄປ. ປລັກອິນນີ້ແມ່ນສ່ວນໜຶ່ງຂອງຊຸດຊອບແວ dnf-plugins-core ແລະ ສາມາດຕິດຕັ້ງໄດ້ໂດຍໃຊ້ຄຳສັ່ງລຸ່ມນີ້:
$ sudo dnf install 'dnf-command(versionlock)'
ເພື່ອລັອກເວີຊັນຂອງຊຸດຊອບແວທີ່ຕິດຕັ້ງຢູ່ໃນປັດຈຸບັນ ໃຫ້ໃຊ້:
$ sudo dnf versionlock add package
ເພື່ອເອົາການລັອກເວີຊັນອອກ ໃຫ້ໃຊ້:
$ sudo dnf versionlock delete package
ຄຳສັ່ງ list ສາມາດໃຊ້ເພື່ອສະແດງລາຍຊື່ຊຸດຊອບແວທີ່ຖືກລັອກທັງໝົດ, ໃນຂະນະທີ່ຄຳສັ່ງ clear ຈະລຶບລາຍການທີ່ຖືກລັອກທັງໝົດອອກ.
Want to help? Learn how to contribute to Fedora Docs ›