ເລີ່ມຕົ້ນການໃຊ້ງານ Fedora
ໂຄງການ Fedora ແມ່ນຊຸມຊົນຂອງກຸ່ມຄົນທີ່ຮ່ວມມືກັນເພື່ອສ້າງແພລັດຟອມຊອບແວຟຣີ ແລະ ໂອເພນຊອດ ພ້ອມທັງແລກປ່ຽນວິທີການແກ້ໄຂບັນຫາທີ່ເນັ້ນໃສ່ຜູ້ໃຊ້ງານ ເຊິ່ງສ້າງຂຶ້ນບົນແພລັດຟອມດັ່ງກ່າວ. ຫຼື ເວົ້າງ່າຍໆກໍຄື ພວກເຮົາສ້າງລະບົບປະຕິບັດການ ແລະ ເຮັດໃຫ້ມັນງ່າຍສຳລັບທ່ານໃນການເຮັດສິ່ງຕ່າງໆທີ່ມີປະໂຫຍດ.
ຕາມຈິງແລ້ວ ພວກເຮົາໄດ້ສ້າງລະບົບປະຕິບັດການອອກມາຫຼາຍເວີຊັນ. ເວີຊັນທີ່ທ່ານອາດຈະສົນໃຈຫຼາຍທີ່ສຸດ ແລະ ເປັນອັນທີ່ພວກເຮົາຈະເນັ້ນໃສ່ກໍຄື Fedora Workstation. Fedora Workstation ມີຊອບແວທີ່ຫຼາກຫຼາຍ ເຊິ່ງເໝາະສົມກັບທຸກຄົນ. ທ່ານສາມາດໃຊ້ງານຢູ່ເຮືອນ ເຊັ່ນ: ການທ່ອງເວັບ, ເບິ່ງວິດີໂອແບບສະຕຣີມມິງ, ຕົບແຕ່ງຮູບພາບ ແລະ ຫຼິ້ນເກມ. ນອກນັ້ນ ທ່ານຍັງສາມາດໃຊ້ເຮັດວຽກ ເຊັ່ນ: ການສ້າງເອກະສານ, ຄິດໄລ່ຕົວເລກໃນຕາຕະລາງ ຫຼື ຂຽນໂປຣແກຣມ.
ຊອບແວທັງໝົດທີ່ມີໃນ Fedora ແມ່ນເປັນໂອເພນຊອດ ແລະ ສາມາດດາວໂຫຼດໄປໃຊ້ໄດ້ຟຣີ. ທ່ານຍັງສາມາດປັບແຕ່ງ ແລະ ແຈກຢາຍດ້ວຍຕົນເອງໄດ້ ຖ້າທ່ານຕ້ອງການ—ແຕ່ສິ່ງນັ້ນແມ່ນນອກເໜືອຈາກເນື້ອຫາຂອງຄູ່ມືນີ້. ພວກເຮົາຈະເນັ້ນໃສ່ປະສົບການຂອງຜູ້ໃຊ້ໃໝ່ ແລະ ສິ່ງທີ່ຄວນເຮັດຫຼັງຈາກການຕິດຕັ້ງ ເພື່ອໃຫ້ທ່ານຄຸ້ນເຄີຍກັບ Fedora ແລະ ສາມາດເລີ່ມເຮັດວຽກໄດ້ທັນທີ.
ເອກະສານນີ້ແມ່ນສຳລັບໃຜ
ເອກະສານນີ້ແມ່ນສຳລັບຜູ້ທີ່ເລີ່ມຕົ້ນໃຊ້ Fedora Workstation ຫຼື ຜູ້ທີ່ເຄີຍໃຊ້ງານມາໄລຍະໜຶ່ງແລ້ວ ແຕ່ຢາກຮູ້ຂໍ້ມູນພື້ນຖານ ແລະ ເຄັດລັບເພີ່ມເຕີມ ເພື່ອໃຫ້ໃຊ້ງານ Fedora Workstation ໄດ້ຢ່າງມີປະສິດທິພາບສູງສຸດ. ພວກເຮົາຈະເນັ້ນໃສ່ການໃຊ້ງານແບບເດັສທັອບ ແລະ ວຽກງານທົ່ວໄປ ເຊັ່ນ: ການທ່ອງເວັບ, ການເບິ່ງສື່ຕ່າງໆ, ການແກ້ໄຂຮູບພາບ ຫຼື ສຽງ ແລະ ວຽກງານຕ່າງໆທີ່ທ່ານຕ້ອງການເຮັດຜ່ານຄອມພິວເຕີເດັສທັອບ ຫຼື ແລັບທັອບ. ອາດເວົ້າໄດ້ວ່າ ມັນແມ່ນການໃຊ້ງານຄອມພິວເຕີໃນຊີວິດປະຈຳວັນນັ້ນເອງ.
Linux distribution ແມ່ນຫຍັງ?
Fedora Workstation ແມ່ນ Linux distribution ເຊິ່ງເປັນລະບົບປະຕິບັດການທີ່ມີ Linux kernel ເປັນແກນຫຼັກ ບວກກັບຊອບແວທີ່ຈຳເປັນໃນການຕິດຕັ້ງ, ການຈັດການລະບົບ ແລະ ແອັບພລິເຄຊັນຕ່າງໆທີ່ທ່ານຕ້ອງການໃຊ້ໃນວຽກງານປະຈຳວັນ.
Fedora ແມ່ນໜຶ່ງໃນບັນດາ Linux distributions ທີ່ມີຢູ່ຢ່າງຫຼາກຫຼາຍ ເຊິ່ງລວມເອົາຊອບແວຫຼາຍຢ່າງ ທີ່ທ່ານຈະພົບເຫັນໄດ້ໃນ Linux distribution ອື່ນໆ. ຕົວຢ່າງເຊັ່ນ: ສະພາບແວດລ້ອມເດັສທັອບ GNOME, ເວັບບຣາວເຊີ Firefox, ຊຸດຊອບແວຫ້ອງການ LibreOffice, ລວມທັງ GNU utilities ແລະ ສິ່ງອື່ນໆອີກຫຼາຍຢ່າງ.
ທຳຄວາມເຂົ້າໃຈກ່ຽວກັບ Linux
Linux ມີຄວາມແຕກຕ່າງຫຼາຍຈາກລະບົບປະຕິບັດການອື່ນໆ ເຊັ່ນ Microsoft Windows ເຊິ່ງເປັນລະບົບປະຕິບັດການເດັສທັອບຍອດນິຍົມ. ສ່ວນນີ້ຈະອະທິບາຍແນວຄວາມຄິດກ່ຽວກັບ Linux ແລະ ວິທີການເຮັດວຽກຂອງມັນ ເຊິ່ງຈະຊ່ວຍໃຫ້ເຂົ້າໃຈໄດ້ຊັດເຈນຂຶ້ນ ຕົວຢ່າງເຊັ່ນ: ເປັນຫຍັງ Linux ຈຶ່ງຖາມຫາລະຫັດຜ່ານຕ່າງໆ.
Root
ໂດຍຄ່າເລີ່ມຕົ້ນ Linux ຈະສ້າງບັນຊີຜູ້ໃຊ້ root. ມັນແມ່ນບັນຊີລະດັບສູງສຸດໃນລະບົບ ແລະ ໃຊ້ສຳລັບການບໍລິຫານຈັດການ. ມັນໃຫ້ສິດແກ່ຜູ້ໃຊ້ຢ່າງເຕັມທີ່ໃນການແກ້ໄຂໄຟລ໌, ເລີ່ມ ຫຼື ຢຸດການເຮັດວຽກຂອງໂປຣແກຣມທີ່ສຳຄັນ (ທີ່ເອີ້ນວ່າ ໂປຣເຊສ) ໃນລະບົບ. ນີ້ແມ່ນຄຸນສົມບັດດ້ານຄວາມປອດໄພໃນ Linux ທີ່ຈຳກັດສິດຂອງຜູ້ໃຊ້ທົ່ວໄປ ໃຫ້ມີພຽງແຕ່ສິດທີ່ຈຳເປັນສຳລັບວຽກງານປົກກະຕິເທົ່ານັ້ນ.
ຍ້ອນເຫດຜົນດ້ານຄວາມປອດໄພ, ບັນຊີ root ຈະຖືກປິດການໃຊ້ງານໂດຍຄ່າເລີ່ມຕົ້ນໃນ Fedora Workstation. ແທນທີ່ຈະເປັນແນວນັ້ນ, ຜູ້ໃຊ້ເລີ່ມຕົ້ນຈະຖືກເພີ່ມເຂົ້າໃນກຸ່ມ 'wheel'. ສະມາຊິກຂອງກຸ່ມນີ້ສາມາດໄດ້ຮັບສິດ root ໂດຍການໃຊ້ຄຳສັ່ງ 'sudo'. ທຸກຄັ້ງທີ່ຜູ້ໃຊ້ນີ້ຕ້ອງການປ່ຽນແປງລະບົບ ເຊັ່ນ: ການຢຸດໂປຣແກຣມພື້ນຖານຄື ເວັບເຊີບເວີ (httpd), ຄຳສັ່ງນັ້ນຈະຕ້ອງຂຶ້ນຕົ້ນດ້ວຍ sudo ເຊັ່ນ: sudo systemctl stop httpd. ຈາກນັ້ນ sudo ຈະຖາມຫາລະຫັດຜ່ານຂອງຜູ້ໃຊ້ເອງ, ບໍ່ແມ່ນລະຫັດຂອງ root.
ບັນທັດຄຳສັ່ງ/ເທີມິນໍ (Terminal)
ໃຊ້ໂປຣແກຣມ Terminal ເພື່ອເຮັດວຽກຜ່ານບັນທັດຄຳສັ່ງ. ຂໍ້ດີຂອງການໃຊ້ບັນທັດຄຳສັ່ງແມ່ນຄວາມສາມາດໃນການສັ່ງວຽກຫຼາຍຄຳສັ່ງໃນບັນທັດດຽວ, ແຕ່ມັນຈຳເປັນຕ້ອງມີຄວາມຮູ້ກ່ຽວກັບຄຳສັ່ງ Linux ຫຼາຍພໍສົມຄວນ. ເອກະສານທີ່ເຜີຍແຜ່ໃນເວັບໄຊນີ້, ລວມທັງບົດຮຽນ ແລະ ຄູ່ມືຕ່າງໆໃນອິນເຕີເນັດ, ມັກຈະໃຊ້ຄຳສັ່ງຜ່ານ terminal ເຫຼົ່ານີ້.
ຄວາມປະທັບໃຈທຳອິດ
GNOME
GNOME ແມ່ນ ສະພາບແວດລ້ອມເດັສທັອບ ມາດຕະຖານຂອງ Fedora, ເຊິ່ງເປັນສ່ວນຕິດຕໍ່ກັບຜູ້ໃຊ້ແບບກຣາຟິກ. ມັນສະແດງຜົນໃນຮູບແບບເດັສທັອບທີ່ເຂົ້າໃຈງ່າຍ. ເມື່ອທ່ານເຂົ້າສູ່ລະບົບ Fedora, GNOME ຈະເລີ່ມເຮັດວຽກພ້ອມກັບໄອຄອນ ແລະ ເມນູຕ່າງໆທີ່ກຳນົດໄວ້ໃນເດັສທັອບ.
ອິນເຕີເນັດ
Mozilla Firefox ແມ່ນແອັບພລິເຄຊັນທ່ອງເວັບມາດຕະຖານ. ສາມາດເຂົ້າໃຊ້ງານໄດ້ຜ່ານ . ນອກຈາກນັ້ນ Firefox ຍັງມີໃຫ້ໃຊ້ໃນແພລັດຟອມອື່ນໆ ເຊັ່ນ Microsoft Windows ແລະ Mac OS X.
ອີເມລ
ໃນປັດຈຸບັນບໍ່ມີໂປຣແກຣມຈັດການອີເມລມາດຕະຖານຕິດຕັ້ງມາພ້ອມກັບ Fedora ອີກແລ້ວ, ແຕ່ທ່ານສາມາດຕິດຕັ້ງໄດ້ໂດຍການຄົ້ນຫາໃນ Software.
ທ່ານສາມາດເລືອກໃຊ້ Evolution. ໃຊ້ເພື່ອເຂົ້າເຖິງອີເມລ, ຈັດການລາຍຊື່ຜູ້ຕິດຕໍ່, ຈັດການວຽກງານ ແລະ ຕາຕະລາງນັດໝາຍ. Evolution ມີຟັງຊັນການເຮັດວຽກທີ່ຄ້າຍຄືກັບ Microsoft Outlook.
ອີກທາງເລືອກໜຶ່ງສຳລັບໂປຣແກຣມອີເມລແມ່ນ Thunderbird, ພັດທະນາໂດຍ Mozilla Foundation. ມັນເປັນໂປຣແກຣມອີເມລທີ່ໄດ້ຮັບຄວາມນິຍົມໃນຫຼາຍລະບົບປະຕິບັດການ. ໃຊ້ສຳລັບການຈັດການອີເມລ ແລະ ກຸ່ມຂ່າວ ໂດຍທີ່ບໍ່ມີຟັງຊັນປະຕິທິນຄືກັບ Evolution.
ການສົ່ງຂໍ້ຄວາມທັນທີ
ແອັບພລິເຄຊັນ Pidgin ແມ່ນໄດ້ຮັບຄວາມນິຍົມໃນການສົ່ງຂໍ້ຄວາມທັນທີ. ໂປຣໂຕຄໍການສົ່ງຂໍ້ຄວາມທີ່ Pidgin ຮອງຮັບລວມມີ MSN, AIM, IRC ແລະ Yahoo. ທ່ານສາມາດຕິດຕັ້ງ Pidgin ໄດ້ໂດຍໃຊ້ Software.
ເພງ ແລະ ສຽງ
Fedora ມີການຮອງຮັບຊາວຄາດ ແລະ ການຫຼິ້ນຊີດີເພງໃນຕົວ. ມີແອັບພລິເຄຊັນສຳລັບການນຳເຂົ້າສຽງຈາກຊີດີ ແລະ ຈັດການໄຟລ໌ເພງໃຫ້ເລືອກໃຊ້. ການດຶງຂໍ້ມູນສຽງຈາກຊີດີ ແລະ ເກັບໄວ້ໃນຮູບແບບບີບອັດໃນຮາດດິດ ແມ່ນວິທີໜຶ່ງໃນການຈັດການຄໍເລັກຊັນເພງຂອງທ່ານ.
ເພື່ອດຶງຂໍ້ມູນ ຫຼື ລິບ (rip) ເພງຈາກຊີດີ, ໃຫ້ໃຊ້ໂປຣແກຣມ Sound Juicer. ທ່ານສາມາດຕິດຕັ້ງມັນໄດ້ໂດຍການຄົ້ນຫາ "Sound Juicer" ໃນ Software. ໂດຍຄ່າເລີ່ມຕົ້ນ, Sound Juicer ຈະເຂົ້າລະຫັດໄຟລ໌ເພງເປັນຮູບແບບ OGG Vorbis ເຊິ່ງເປັນຟຣີ ແລະ ໂອເພນ. ເມື່ອໄດ້ໄຟລ໌ເພງແລ້ວ, ໃຫ້ໃຊ້ Rhythmbox ເພື່ອຈັດການ ແລະ ຫຼິ້ນເພງ. ນອກຈາກການຫຼິ້ນໄຟລ໌ສຽງແລ້ວ, Rhythmbox ຍັງສາມາດໃຊ້ເພື່ອຟັງສື່ສະຕຣີມມິງຈາກສະຖານີວິທະຍຸອິນເຕີເນັດໄດ້ອີກດ້ວຍ.
ເຄື່ອງມືຊ່ວຍເຮັດວຽກ
ຊຸດຊອບແວຫ້ອງການທີ່ຕິດຕັ້ງມາໃຫ້ໂດຍຄ່າເລີ່ມຕົ້ນໃນ Fedora ແມ່ນ LibreOffice, ເຊິ່ງເປັນຊຸດຊອບແວທີ່ໄດ້ຮັບການຍອມຮັບ ແລະ ມີປະສິດທິພາບສູງ. LibreOffice ປະກອບມີ ໂປຣແກຣມພິມເອກະສານ (Write), ໂປຣແກຣມຕາຕະລາງຄຳນວນ (Calc) ແລະ ຊອບແວນຳສະເໜີ (Impress). ນອກນັ້ນ ຍັງມີຊຸດແກ້ໄຂຮູບພາບແບບງ່າຍໆ (Draw) ແລະ ຖານຂໍ້ມູນຄວາມສັມພັນ (Base) ໃຫ້ເລືອກຕິດຕັ້ງເພີ່ມເຕີມໄດ້.
ຂັ້ນຕອນຕໍ່ໄປ
-
ການຕັ້ງຄ່າການເຊື່ອມຕໍ່ອິນເຕີເນັດ ໃຫ້ຄລິກທີ່ໄອຄອນແບັດເຕີຣີຢູ່ມຸມຂວາເທິງຂອງໜ້າຈໍ, ຈາກນັ້ນເລືອກ
-
ການຕັ້ງຄ່າກາດຈໍ / ໄດຣເວີວິດີໂອ
ສິ່ງທີ່ໜ້າສົນໃຈທີ່ເຮັດໄດ້ດ້ວຍ Fedora
-
Linphone - ສະແດງໃຫ້ເຫັນການຕິດຕັ້ງຈາກ Extras ແລະ ການໂທລະສັບຟຣີ. ສິ່ງທີ່ຕ້ອງການ: ຊຸດຫູຟັງ.
-
GnuCash - ຕິດຕັ້ງຈາກ
Core, ຊອບແວຈັດການການເງິນໃນຄົວເຮືອນອາດຈະເບິ່ງຄືບໍ່ໜ້າຕື່ນເຕັ້ນ ແຕ່ມັນມີຄວາມສຳຄັນ.
Want to help? Learn how to contribute to Fedora Docs ›