ການຕັ້ງຄ່າປຸ່ມລັດເພື່ອເປີດໃຊ້ງານແອັບພລິເຄຊັນໃນ GNOME

Adam Samalik, Anthony McGlone Version F37 Last review: 2022-12-12 update procedure

ຖ້າຫາກທ່ານໃຊ້ງານແອັບພລິເຄຊັນໃດໜຶ່ງເປັນປະຈຳ, ທ່ານສາມາດຕັ້ງຄ່າປຸ່ມລັດຄີບອດເພື່ອເປີດໃຊ້ງານແອັບພລິເຄຊັນນັ້ນໄດ້ຢ່າງວ່ອງໄວໃນ GNOME.

ຕົວຢ່າງນີ້ສະແດງໃຫ້ເຫັນວິທີການຕັ້ງຄ່າປຸ່ມລັດເພື່ອເປີດໃຊ້ງານເທີມິນໍ (terminal).

ວິທີການຕັ້ງຄ່າປຸ່ມລັດເພື່ອເປີດໃຊ້ງານແອັບພລິເຄຊັນ:

  1. ເປີດເມນູ Settings ແລ້ວເລືອກ Keyboard ຈາກລາຍການ.

  2. ເລື່ອນລົງໄປທີ່ສ່ວນ Keyboard Shortcuts ແລ້ວຄລິກ View and Customize Shortcuts.

  3. ຄລິກໃສ່ລາຍການເມນູ Custom Shortcuts. ຈາກນັ້ນຄລິກ Add Shortcut.

  4. ປ້ອນລາຍລະອຽດຕໍ່ໄປນີ້ໃນໜ້າຕ່າງ Add Custom Shortcut:

    • ເພີ່ມ Name (ຊື່) ສໍາລັບປຸ່ມລັດຂອງທ່ານ, ຕົວຢ່າງ: Terminal.

    • ປ້ອນຄຳສັ່ງທີ່ໃຊ້ເປີດແອັບພລິເຄຊັນ. ຕົວຢ່າງ: gnome-terminal.

  5. ຄລິກ Set Shortcut ເພື່ອເປີດກ່ອງຂໍ້ຄວາມ Enter the new shortcut.

  6. ກົດປຸ່ມລັດຄີບອດທີ່ຕ້ອງການ, ຕົວຢ່າງ: Ctrl-Alt-T.

  7. ຄລິກ Add.

ປຸ່ມລັດຂອງທ່ານຈະປະກົດຂຶ້ນພາຍໃຕ້ Custom Shortcuts ແລະ ພ້ອມໃຊ້ງານ. ຖ້າທ່ານຕ້ອງການແກ້ໄຂ ຫຼື ລຶບປຸ່ມລັດ, ໃຫ້ປະຕິບັດຕາມຂັ້ນຕອນລຸ່ມນີ້.

ວິທີການແກ້ໄຂປຸ່ມລັດ:

  1. ເປີດເມນູ Custom Shortcuts.

  2. ຄລິກໃສ່ປຸ່ມລັດທີ່ທ່ານຕ້ອງການແກ້ໄຂ.

  3. ປັບປ່ຽນ Name, Command ຕາມຄວາມຕ້ອງການ.

  4. ເພື່ອປ່ຽນ Shortcut, ໃຫ້ຄລິກໃສ່ໄອຄອນ x ທີ່ຢູ່ຂ້າງປຸ່ມຕ່າງໆ.

  5. ຄລິກ Set Shortcut ແລ້ວປ້ອນປຸ່ມລັດໃໝ່.

ວິທີການລຶບປຸ່ມລັດ:

  1. ເປີດເມນູ Custom Shortcuts.

  2. ຄລິກໃສ່ປຸ່ມລັດທີ່ທ່ານຕ້ອງການລຶບ.

  3. ຄລິກປຸ່ມ Remove.