ການຕິດຕັ້ງ Docker ແລະ Docker-Compose
|
ໜ້ານີ້ອະທິບາຍກ່ຽວກັບແຫຼ່ງຊອບແວຈາກພາກສ່ວນທີສາມ ທີ່ບໍ່ມີສ່ວນກ່ຽວຂ້ອງ ຫຼື ໄດ້ຮັບການຮັບຮອງຢ່າງເປັນທາງການຈາກໂຄງການ Fedora.ກະລຸນານຳໃຊ້ດ້ວຍການຕັດສິນໃຈຂອງທ່ານເອງ.Fedora ແນະນຳໃຫ້ໃຊ້ຊອບແວເສລີ ແລະ ໂອເພນຊອດ ແລະ ໃຫ້ຫຼີກເວັ້ນຊອບແວທີ່ມີຂໍ້ຈຳກັດດ້ານສິດທິບັດ. |
ພາບລວມ
ຄູ່ມືນີ້ໃຫ້ຂໍ້ມູນທີ່ມີປະໂຫຍດກ່ຽວກັບການຕິດຕັ້ງ Docker ແລະ Docker-Compose ໂດຍໃຊ້ rpm ທີ່ມີຢູ່ໃນ Fedora. ບົດບາດຂອງ Podman ແລະ ແພັກເກດທີ່ກ່ຽວຂ້ອງແມ່ນໄດ້ຖືກນຳມາສົນທະນາໃນນີ້ເຊັ່ນກັນ.
ຊຸມຊົນ Docker ຍັງມີ rpm ສຳລັບ Fedora ໃຫ້ບໍລິການ. ສຳລັບຂັ້ນຕອນວິທີການຕິດຕັ້ງ rpm ເຫຼົ່ານີ້ ກະລຸນາເບິ່ງ ຕິດຕັ້ງ Docker Engine ໃນ Fedora.
Docker ແມ່ນຫຍັງ?
Docker ຊ່ວຍເລັ່ງ "ວິທີທີ່ທ່ານສ້າງ, ແບ່ງປັນ ແລະ ຣັນແອັບພລິເຄຊັນ" ໂດຍການສະໜອງກົນໄກທີ່ງ່າຍຕໍ່ການໃຊ້ງານ ແລະ ການຕັ້ງຄ່າ ເພື່ອພັດທະນາ ແລະ ຣັນຄອນເທນເນີ.
ຄູ່ມືນີ້ເນັ້ນໃສ່ Docker rpm ທີ່ມີຢູ່ໃນ Fedora ແລະ ການໃຊ້ dnf ຜ່ານຄຳສັ່ງເພື່ອຕິດຕັ້ງ rpm ເຫຼົ່ານີ້ໃນ Fedora.
Docker-Compose ແມ່ນຫຍັງ?
Docker-Compose (ຫຼື ເອີ້ນວ່າ Compose ໃນລຸ່ມນີ້) ແມ່ນຊອບແວທີ່ຊ່ວຍໃຫ້ຜູ້ໃຊ້ຈັດການແອັບພລິເຄຊັນແບບຫຼາຍຄອນເທນເນີ ຫຼື ຫຼາຍແອັບພລິເຄຊັນ ໃນ Docker ໂຕດຽວໄດ້ຢ່າງງ່າຍດາຍ.
Compose ເວີຊັນ 1 ໄດ້ຖືກນຳໃຊ້ເປັນແອັບພລິເຄຊັນແຍກຕ່າງຫາກທີ່ເອີ້ນວ່າ docker-compose. ເວີຊັນ 2 (ເວີຊັນປັດຈຸບັນ) ແມ່ນມີໃຫ້ໃຊ້ເປັນປລັກອິນສຳລັບຄຳສັ່ງ docker ແລະ ເປີດໃຊ້ງານ ໂດຍໃຊ້ docker compose [options].
Docker ໃນ Fedora 41 (ແລະ ລຸ້ນໃໝ່ກວ່າ)
ລາຍຊື່ rpm ທີ່ກ່ຽວຂ້ອງກັບ Docker ໃນ Fedora 41 ແລະ ລຸ້ນໃໝ່ກວ່າ ແມ່ນສະແດງຢູ່ໃນຕາຕະລາງ ລຸ່ມນີ້. ພ້ອມທັງມີລາຍຊື່ rpm ທີ່ກົງກັນຈາກຊຸມຊົນ Docker ເພື່ອປຽບທຽບ. ບໍ່ແນະນຳໃຫ້ ຕິດຕັ້ງ rpm ຈາກ Docker ປະປົນກັບ rpm ທີ່ Fedora ໃຫ້ມາ ເພາະອາດຖືກບລັອກໂດຍ dnf.
| ຊື່ Fedora RPM | ຊື່ Docker RPM | ໝາຍເຫດ |
|---|---|---|
containerd |
containerd |
Container runtime (ລະບົບຣັນຄອນເທນເນີ) |
docker-buildx |
docker-buildx-plugin |
ປລັກອິນ Docker buildx |
docker-cli |
docker-ce-cli |
ຕົວຈັດການ Docker ຜ່ານຄຳສັ່ງ (CLI), ເຊັ່ນ: |
docker-compose |
docker-compose-plugin |
Compose v2 ທີ່ຖືກສ້າງເປັນປລັກອິນ |
docker-compose-switch |
ບໍ່ມີ - ເບິ່ງ compose-switch ສຳລັບວິທີການຕິດຕັ້ງ |
ໃຫ້ບໍລິການຄຳສັ່ງ |
moby-engine |
docker-ce |
ສ່ວນປະກອບເຊີບເວີສຳລັບ Docker |
ການຕິດຕັ້ງ
ເພື່ອໃຊ້ງານ docker ໃນຮູບແບບຄຳສັ່ງ, ໃຫ້ໃຊ້ຄຳສັ່ງລຸ່ມນີ້. ນີ້ຈະຕິດຕັ້ງສິ່ງທີ່ຈຳເປັນຕ້ອງໃຊ້ຮ່ວມກັນຢ່າງເໝາະສົມ.
$ sudo dnf install docker-cli containerd
ເພື່ອຕິດຕັ້ງ Compose ເປັນປລັກອິນ, ໃຫ້ໃຊ້ຄຳສັ່ງລຸ່ມນີ້. ນີ້ຈະຕິດຕັ້ງສິ່ງທີ່ຈຳເປັນຕ້ອງໃຊ້ ຮ່ວມກັນຢ່າງເໝາະສົມ. ນີ້ຈະເຮັດໃຫ້ສາມາດໃຊ້ຟີເຈີ ແລະ ຄວາມສາມາດຂອງ Compose v2 ໄດ້.
$ sudo dnf install docker-compose
ເພື່ອໃຊ້ງານ docker-compose ໃນຮູບແບບຄຳສັ່ງ, ໃຫ້ໃຊ້ຄຳສັ່ງລຸ່ມນີ້. ນີ້ຈະຕິດຕັ້ງສິ່ງທີ່ຈຳເປັນຕ້ອງໃຊ້ຮ່ວມກັນຢ່າງເໝາະສົມ. ນີ້ຈະເຮັດໃຫ້ສາມາດໃຊ້ຟີເຈີ ແລະ ຄວາມສາມາດຂອງ Compose v2 ໄດ້.
$ sudo dnf install docker-compose-switch
ທາງເລືອກອື່ນຂອງ Podman
Podman ແມ່ນແອັບພລິເຄຊັນທີ່ມີປະສິດທິພາບ ແລະ ມີຟີເຈີຄົບຖ້ວນ ທີ່ສາມາດໃຊ້ແທນ Docker ໄດ້. ຄຳແນະນຳລຸ່ມນີ້ແມ່ນຈຳກັດສະເພາະອັນທີ່ໃຫ້ຄຳສັ່ງ docker ແລະ/ຫຼື docker-compose ເທົ່ານັ້ນ. ກະລຸນາເຂົ້າໄປທີ່ Podman ເພື່ອຮຽນຮູ້ເພີ່ມເຕີມກ່ຽວກັບຄວາມສາມາດ ແລະ ປະໂຫຍດຂອງ Podman.
ເພື່ອໃຊ້ງານ docker ໃນຮູບແບບຄຳສັ່ງ, ໃຫ້ໃຊ້ຄຳສັ່ງລຸ່ມນີ້. ນີ້ຈະຕິດຕັ້ງສິ່ງທີ່ຈຳເປັນຕ້ອງໃຊ້ຮ່ວມກັນຢ່າງເໝາະສົມ. ຄຳສັ່ງນີ້ຈະຂັດແຍ້ງກັບ docker-cli.
$ sudo dnf install podman-docker
ເພື່ອຕິດຕັ້ງ Compose ເປັນປລັກອິນ, ໃຫ້ໃຊ້ຄຳສັ່ງລຸ່ມນີ້. ນີ້ຈະຕິດຕັ້ງສິ່ງທີ່ຈຳເປັນຕ້ອງໃຊ້ ຮ່ວມກັນຢ່າງເໝາະສົມ. ນີ້ຈະເຮັດໃຫ້ສາມາດໃຊ້ຟີເຈີ ແລະ ຄວາມສາມາດຂອງ Compose v2 ໄດ້.
$ sudo dnf install podman docker-compose
ເພື່ອໃຊ້ງານ docker-compose ໃນຮູບແບບຄຳສັ່ງ, ໃຫ້ໃຊ້ຄຳສັ່ງລຸ່ມນີ້. ນີ້ຈະຕິດຕັ້ງສິ່ງທີ່ຈຳເປັນຕ້ອງໃຊ້ຮ່ວມກັນຢ່າງເໝາະສົມ. ນີ້ຈະເຮັດໃຫ້ສາມາດໃຊ້ຟີເຈີ ແລະ ຄວາມສາມາດຂອງ Compose v2 ໄດ້.
$ sudo dnf install podman docker-switch
Docker ໃນ Fedora 40
ລາຍຊື່ rpm ທີ່ກ່ຽວຂ້ອງກັບ Docker ໃນ Fedora 40 ແມ່ນສະແດງຢູ່ໃນຕາຕະລາງລຸ່ມນີ້. ພ້ອມທັງມີລາຍຊື່ rpm ທີ່ກົງກັນຈາກຊຸມຊົນ Docker ເພື່ອປຽບທຽບ. ບໍ່ແນະນຳໃຫ້ ຕິດຕັ້ງ rpm ຈາກ Docker ປະປົນກັບ rpm ທີ່ Fedora ໃຫ້ມາ ເພາະອາດຖືກບລັອກໂດຍ dnf.
| ຊື່ Fedora RPM | ຊື່ Docker RPM | ໝາຍເຫດ |
|---|---|---|
containerd |
containerd |
Container runtime (ລະບົບຣັນຄອນເທນເນີ) |
ບໍ່ມີ |
docker-buildx-plugin |
ປລັກອິນ Docker buildx |
moby-engine |
docker-ce-cli |
ຕົວຈັດການ Docker ຜ່ານຄຳສັ່ງ (CLI), ເຊັ່ນ: |
docker-compose |
docker-compose |
Compose v1 |
moby-engine |
docker-ce |
ສ່ວນປະກອບເຊີບເວີສຳລັບ Docker |
ການຕິດຕັ້ງ
ເພື່ອໃຊ້ງານ docker ໃນຮູບແບບຄຳສັ່ງ, ໃຫ້ໃຊ້ຄຳສັ່ງລຸ່ມນີ້. ນີ້ຈະຕິດຕັ້ງສິ່ງທີ່ຈຳເປັນຕ້ອງໃຊ້ຮ່ວມກັນຢ່າງເໝາະສົມ.
$ sudo dnf install moby-engine containerd
ເພື່ອໃຊ້ງານ docker-compose ໃນຮູບແບບຄຳສັ່ງ, ໃຫ້ໃຊ້ຄຳສັ່ງລຸ່ມນີ້. ນີ້ຈະຕິດຕັ້ງສິ່ງທີ່ຈຳເປັນຕ້ອງໃຊ້ຮ່ວມກັນຢ່າງເໝາະສົມ. ນີ້ຈະເຮັດໃຫ້ສາມາດໃຊ້ຟີເຈີ ແລະ ຄວາມສາມາດຂອງ Compose v1 ໄດ້.
$ sudo dnf install docker-compose
ທາງເລືອກອື່ນຂອງ Podman
Podman ແມ່ນແອັບພລິເຄຊັນທີ່ມີປະສິດທິພາບ ແລະ ມີຟີເຈີຄົບຖ້ວນ ທີ່ສາມາດໃຊ້ແທນ Docker ໄດ້. ຄຳແນະນຳລຸ່ມນີ້ແມ່ນຈຳກັດສະເພາະອັນທີ່ໃຫ້ຄຳສັ່ງ docker ແລະ/ຫຼື docker-compose ເທົ່ານັ້ນ. ກະລຸນາເຂົ້າໄປທີ່ Podman ເພື່ອຮຽນຮູ້ເພີ່ມເຕີມກ່ຽວກັບຄວາມສາມາດ ແລະ ປະໂຫຍດຂອງ Podman.
ເພື່ອໃຊ້ງານ docker ໃນຮູບແບບຄຳສັ່ງ, ໃຫ້ໃຊ້ຄຳສັ່ງລຸ່ມນີ້. ນີ້ຈະຕິດຕັ້ງສິ່ງທີ່ຈຳເປັນຕ້ອງໃຊ້ຮ່ວມກັນຢ່າງເໝາະສົມ. ຄຳສັ່ງນີ້ຈະຂັດແຍ້ງກັບ docker-cli.
$ sudo dnf install podman-docker
ເພື່ອໃຊ້ງານ docker-compose ໃນຮູບແບບຄຳສັ່ງ, ໃຫ້ໃຊ້ຄຳສັ່ງລຸ່ມນີ້. ນີ້ຈະຕິດຕັ້ງສິ່ງທີ່ຈຳເປັນຕ້ອງໃຊ້ຮ່ວມກັນຢ່າງເໝາະສົມ. ນີ້ຈະເຮັດໃຫ້ສາມາດໃຊ້ຟີເຈີ ແລະ ຄວາມສາມາດຂອງ Compose v1 ໄດ້.
$ sudo dnf install podman docker-compose
Want to help? Learn how to contribute to Fedora Docs ›