ຄູ່ມືການຕິດຕັ້ງ Jitsi Meet ດ້ວຍຕົນເອງ
|
ເອກະສານນີ້ບໍ່ໄດ້ຮັບການອັບເດດມາໄລຍະໜຶ່ງແລ້ວ. ຂໍ້ມູນບາງຢ່າງອາດຈະໃຊ້ການບໍ່ໄດ້ແລ້ວ. ທ່ານສາມາດຊອກຫາເອກະສານຕົ້ນສະບັບເວີຊັນຫຼ້າສຸດໄດ້ທີ່ https://jitsi.github.io/handbook/docs/devops-guide/ |
ຊຸດຊອບແວການປະຊຸມຜ່ານວິດີໂອຂອງ Jitsi ຊ່ວຍໃຫ້ຜູ້ໃຊ້ສາມາດສ້າງການປະຊຸມສະເໝືອນຈິງ, ການສໍາມະນາ, ແລະ ການເຮັດວຽກຮ່ວມກັນ ພ້ອມກັບກໍລະນີການນໍາໃຊ້ອື່ນໆທີ່ໂດດເດັ່ນ. ຊຸດຊອບແວການປະຊຸມຜ່ານວິດີໂອຂອງ Jitsi ປະກອບມີ:
-
Jitsi Meet (
jitsi-meet): ແອັບພລິເຄຊັນສໍາລັບຜູ້ໃຊ້ຜ່ານເວັບໄຊທ໌ ທີ່ໃຊ້ໂດຍຜູ້ເຂົ້າຮ່ວມການປະຊຸມ -
Jitsi Videobridge (
jitsi-videobridge): ສ່ວນປະກອບຝັ່ງເຊີເວີຂອງຊຸດ Jitsi. ເຮັດໜ້າທີ່ເປັນສູນກາງສໍາລັບການປະຊຸມຜ່ານວິດີໂອ, ເຊິ່ງຜູ້ເຂົ້າຮ່ວມສາມາດເຂົ້າຮ່ວມໄດ້ໂດຍການເຂົ້າເຖິງ URL ຂອງການປະຊຸມທີ່ຖືກສ້າງຂຶ້ນສະເພາະຈາກເຊີເວີ. Jitsi Videobridge ຈັດການການເຈລະຈາຂອງສັນຍານສຽງ ແລະ ວິດີໂອ ລະຫວ່າງຜູ້ເຂົ້າຮ່ວມການປະຊຸມ ແລະ ຍັງສະໜອງໂຄງສ້າງພື້ນຖານທີ່ຈໍາເປັນເພື່ອໃຫ້ໄດ້ປະສົບການທີ່ລຽບງ່າຍ. -
ການກຳນົດຄ່າເວັບເຊີເວີ (
jitsi-meet-nginx) ແລະ (jitsi-meet-apache): ສ່ວນປະກອບທີ່ຊ່ວຍໃນການໃຫ້ບໍລິການ Jitsi Meet ແກ່ຜູ້ໃຊ້ຜ່ານເວັບ ເພື່ອຈັດການກັບການຮ້ອງຂໍ HTTPS ທີ່ເຂົ້າມາ. -
ການກຳນົດຄ່າສໍາລັບ Prosody (
jitsi-meet-prosody): ສ່ວນປະກອບຝັ່ງເຊີເວີທີ່ໃຫ້ບໍລິການກວດສອບສິດຜູ້ໃຊ້ ແລະ ການຈັດການຜູ້ໃຊ້, ການຈັດການຫ້ອງປະຊຸມ. ຮັບປະກັນການສື່ສານທີ່ປອດໄພພາຍໃນຊຸດຊອບແວການປະຊຸມຜ່ານວິດີໂອຂອງ Jitsi. -
Jicofo (
jicofo): ສ່ວນປະກອບຝັ່ງເຊີເວີສໍາລັບການຈັດການການປະຊຸມ, ການຄວບຄຸມຜູ້ເຂົ້າຮ່ວມ ແລະ ການກຳນົດເສັ້ນທາງມີເດຍ.
ການຕິດຕັ້ງ Jitsi
ຂັ້ນຕອນການຕິດຕັ້ງແມ່ນຄ້າຍຄືກັນກັບຄຳແນະນຳຢ່າງເປັນທາງການຂອງ Debian/Ubuntu. ຈຸດທີ່ແຕກຕ່າງທີ່ໂດດເດັ່ນຄື:
-
ຕຳແໜ່ງຂອງໄຟລ໌ແຕກຕ່າງກັນເລັກນ້ອຍ
-
ສ່ວນປະກອບ
JicofoແລະJitsi Videobridgeຈະບັນທຶກລັອກ (log) ໄປທີ່syslogແທນທີ່ຈະເປັນໄຟລ໌ລັອກຂອງພວກມັນເອງ. -
ສ່ວນປະກອບ
Jicofoເຮັດວຽກຜ່ານບໍລິການ (service), ບໍ່ແມ່ນຜ່ານສະຄຣິບinit.
-
ເຊີເວີຂະໜາດນ້ອຍ, ເຊິ່ງສາມາດເຂົ້າເຖິງໄດ້ຈາກອິນເຕີເນັດ
-
ຊື່ໂດເມນ ແລະ ໃບຢັ້ງຢືນ SSL ສໍາລັບໂດເມນນັ້ນ
-
ເປີດນຳໃຊ້ຄັງເກັບຊອບແວ (repository) ຂອງ
jitsi:$ sudo dnf copr enable lcts/jitsi -
ຕິດຕັ້ງແພັກເກດ meta ຂອງ
jitsiເພື່ອໃຫ້ສາມາດກຳນົດຄ່າເຊີເວີ Jitsi ໄດ້:$ sudo dnf install jitsiນອກຈາກນັ້ນ, ທ່ານຍັງສາມາດຕິດຕັ້ງແພັກເກດອື່ນໆຈາກຄັງເກັບຊອບແວ
jitsiໄດ້:-
jitsi-meet- ແອັບເວັບ Jitsi Meet -
jitsi-meet-nginx- ການກຳນົດຄ່າ Jitsi ສໍາລັບ NGinx -
jitsi-meet-apache- ການກຳນົດຄ່າ Jitsi ສໍາລັບ Apache -
jitsi-meet-prosody- ການກຳນົດຄ່າ Jitsi ສໍາລັບ Prosody -
jitsi-videobridge- ສ່ວນປະກອບ Jitsi Videobridge -
jicofo- ສ່ວນປະກອບ Jitsi Conference Focus
-
-
ຫຼັງຈາກການຕິດຕັ້ງ, ທ່ານຈໍາເປັນຕ້ອງກຳນົດຄ່າທຸກແພັກເກດກ່ອນການນຳໃຊ້. ສໍາລັບຂໍ້ມູນເພີ່ມເຕີມ, ເບິ່ງໄດ້ທີ່ໄຟລ໌
/usr/share/doc/<package>/README-fedora.md. -
ທ່ານສາມາດລາຍງານບັນຫາກ່ຽວກັບແພັກເກດໄດ້ທີ່ jitsi-rpm queue.
ຖ້າທ່ານພົບກັບບັນຫາກ່ຽວກັບຊອບແວ, ໃຫ້ຕິດຕໍ່ກັບຜູ້ພັດທະນາຕົ້ນສະບັບທີ່ກ່ຽວຂ້ອງ.
ການກຳນົດຄ່າ Jitsi
ຫຼັງຈາກການຕິດຕັ້ງ, ທ່ານຈໍາເປັນຕ້ອງດຳເນີນຂັ້ນຕອນການກຳນົດຄ່າເພີ່ມເຕີມບາງຢ່າງ. ຂັ້ນຕອນເຫຼົ່ານີ້ປະກອບດ້ວຍການແທນທີ່ຕົວປ່ຽນ placeholder ຕ່າງໆດ້ວຍຄ່າຂອງທ່ານເອງ ເພື່ອຮັບປະກັນວ່າ Jitsi ຖືກກຳນົດຄ່າຢ່າງຖືກຕ້ອງສໍາລັບການນຳໃຊ້ຂອງທ່ານ. ຕົວປ່ຽນ placeholder ຈະຖືກລະບຸດ້ວຍເຄື່ອງໝາຍຂີດກ້ອງ ເຊັ່ນ __variableName__.
ໃນທຸກໆໄຟລ໌, ໃຫ້ແທນທີ່ __jitsiFQDN__ ດ້ວຍຊື່ໂດເມນ (fully-qualified domain name) ຂອງອິນສະແຕນຊ໌ຂອງທ່ານ ແລະ ແທນທີ່ __<component>Secret__ ດ້ວຍລະຫັດຜ່ານທີ່ຄາດເດົາໄດ້ຍາກ. ທ່ານຈໍາເປັນຕ້ອງມີລະຫັດລັບສາມຢ່າງ:
-
__focusSecret__ -
__focusUserSecret__ -
__jvbUserSecret__
ທ່ານບໍ່ຈໍາເປັນຕ້ອງຈື່ລະຫັດລັບເຫຼົ່ານີ້. ພວກມັນຖືກໃຊ້ໂດຍສ່ວນປະກອບຕ່າງໆຂອງ Jitsi ເພື່ອສື່ສານລະຫວ່າງກັນເທົ່ານັ້ນ.
ການກຳນົດຄ່າ Jitsi Prosody
ທ່ານສາມາດຊອກຫາການກຳນົດຄ່າ Prosody ສໍາລັບ Jitsi ໄດ້ໃນໄຟລ໌ /etc/prosody/conf.d/jitsi-meet.cfg.lua.
-
ສ້າງໃບຢັ້ງຢືນ SSL/TLS ສໍາລັບໂດເມນ Jitsi:
$ prosodyctl cert generate __jitsiFQDN__ທ່ານຈໍາເປັນຕ້ອງແທນທີ່
__jitsiFQDN__ດ້ວຍຊື່ໂດເມນຕົວຈິງຂອງການຕິດຕັ້ງ Jitsi ຂອງທ່ານ. ໃບຢັ້ງຢືນທີ່ສ້າງຂຶ້ນຈະຊ່ວຍຮັກສາຄວາມປອດໄພໃຫ້ກັບອິນເຕີເຟດເວັບຂອງ Jitsi Meet ແລະ ຊ່ວຍໃຫ້ການສື່ສານມີການເຂົ້າລະຫັດ. -
ສ້າງໃບຢັ້ງຢືນ SSL/TLS ສໍາລັບໂດເມນຍ່ອຍ (subdomain) ທີ່ໃຊ້ໃນການກວດສອບສິດ (auth):
$ prosodyctl cert generate auth.__jitsiFQDN__ໂດເມນຍ່ອຍ
authໂດຍທົ່ວໄປແມ່ນໃຊ້ເພື່ອຈຸດປະສົງໃນການກວດສອບສິດໃນ Jitsi Meet. ແທນທີ່__jitsiFQDN__ດ້ວຍຊື່ໂດເມນ Jitsi ຂອງທ່ານເພື່ອສ້າງໃບຢັ້ງຢືນສໍາລັບໂດເມນຍ່ອຍ auth. -
ເພີ່ມໃບຢັ້ງຢືນໂດເມນ Jitsi ເປັນ trusted anchor ເພື່ອໃຫ້ແນ່ໃຈວ່າລະບົບຮັບຮູ້ວ່າມັນເປັນໃບຢັ້ງຢືນທີ່ຖືກຕ້ອງ:
$ trust anchor /var/lib/prosody/__jitsiFQDN__ໄຟລ໌ໃບຢັ້ງຢືນໂດຍປົກກະຕິຈະຢູ່ທີ່
/var/lib/prosody/__jitsiFQDN__. ດັ່ງນັ້ນ ທ່ານຈໍາເປັນຕ້ອງແທນທີ່__jitsiFQDN__ດ້ວຍຊື່ໂດເມນຕົວຈິງເພື່ອລະບຸເສັ້ນທາງໄຟລ໌ທີ່ຖືກຕ້ອງ. -
ເພີ່ມໃບຢັ້ງຢືນໂດເມນຍ່ອຍ auth ເປັນ trusted anchor:
$ trust anchor /var/lib/prosody/auth.__jitsiFQDN__ໄຟລ໌ໃບຢັ້ງຢືນຄາດວ່າຈະຢູ່ທີ່
/var/lib/prosody/auth.__jitsiFQDN__. ແທນທີ່__jitsiFQDN__ດ້ວຍຊື່ໂດເມນ Jitsi ຂອງທ່ານເພື່ອລະບຸເສັ້ນທາງໄຟລ໌ທີ່ຊັດເຈນ. -
ລົງທະບຽນຜູ້ໃຊ້ດ້ວຍຊື່
focusໃນເຊີເວີ Prosody XMPP:$ prosodyctl register focus auth.__jitsiFQDN__ __focusUserSecret__ຜູ້ໃຊ້
focusແມ່ນຜູ້ໃຊ້ພິເສດສໍາລັບການຈັດການ ແລະ ປະສານງານການປະຊຸມຂອງ Jitsi Meet. ຕົວຢ່າງ: ມັນມີໜ້າທີ່ຮັບຜິດຊອບໃນການສ້າງ ແລະ ຄວບຄຸມການປະຊຸມ. ສ່ວນຂອງauth.__jitsiFQDN__ແມ່ນລະບຸໂດເມນທີ່ຜູ້ໃຊ້ຖືກລົງທະບຽນ.ແທນທີ່
__jitsiFQDN__ດ້ວຍຊື່ໂດເມນ Jitsi ຂອງທ່ານ.__focusUserSecret__ແມ່ນລະຫັດຜ່ານ ຫຼື ລະຫັດລັບທີ່ກ່ຽວຂ້ອງກັບຜູ້ໃຊ້focus. ໃຫ້ແທນທີ່__focusUserSecret__ດ້ວຍລະຫັດຜ່ານທີ່ແໜ້ນໜາ ແລະ ປອດໄພ. -
ລົງທະບຽນຜູ້ໃຊ້ດ້ວຍຊື່
jvbໃນເຊີເວີ Prosody XMPP:$ prosodyctl register jvb auth.__jitsiFQDN__ __jvbUserSecret__ຜູ້ໃຊ້
jvbແມ່ນຖືກນຳໃຊ້ໂດຍສ່ວນປະກອບ Jitsi Videobridge ເພື່ອຈັດການສັນຍານວິດີໂອໃນ Jitsi Meet. ສ່ວນຂອງauth.__jitsiFQDN__ແມ່ນລະບຸໂດເມນທີ່ຜູ້ໃຊ້ຖືກລົງທະບຽນ.ແທນທີ່
__jitsiFQDN__ດ້ວຍຊື່ໂດເມນ Jitsi ຂອງທ່ານ.__jvbUserSecret__ແມ່ນລະຫັດຜ່ານ ຫຼື ລະຫັດລັບທີ່ກ່ຽວຂ້ອງກັບຜູ້ໃຊ້jvb. ໃຫ້ແທນທີ່__jvbUserSecret__ດ້ວຍລະຫັດຜ່ານທີ່ແໜ້ນໜາ ແລະ ປອດໄພ. -
ເປີດນຳໃຊ້ ແລະ ເລີ່ມການເຮັດວຽກຂອງບໍລິການ prosody:
$ sudo systemctl enable --now prosody
ການກຳນົດຄ່າ Jitsi Meet
-
ຊອກຫາໄຟລ໌ກຳນົດຄ່າ
/etc/jitsi-meet/config.js. -
ແທນທີ່ຕົວປ່ຽນ placeholder ໃນ
config.js.
ການກຳນົດຄ່າເວັບເຊີເວີ Jitsi
-
ກຳນົດຄ່າເຊີເວີ HTTPS ສໍາລັບ
__jitsiFQDN__.
-
ສໍາລັບ Apache:
-
ແທນທີ່ placeholders ໃນໄຟລ໌
/etc/httpd/conf.d/jitsi-meet.conf. -
ເລີ່ມການເຮັດວຽກຂອງບໍລິການ
httpdໃໝ່:$ sudo systemctl restart httpd
-
-
ສໍາລັບ Nginx:
-
ແທນທີ່ placeholders ໃນໄຟລ໌
/etc/nginx/conf.d/jitsi-meet.conf. -
ເລີ່ມການເຮັດວຽກຂອງບໍລິການ
nginxໃໝ່:$ sudo systemctl restart nginx
-
ການກຳນົດຄ່າ Jicofo
-
ແທນທີ່ຕົວປ່ຽນ placeholder
__jitsiFQDN__ແລະ__focusSecret__ໃນໄຟລ໌/etc/jicofo/configແລະ/etc/jicofo/sip-communicator.properties. -
ເປີດນຳໃຊ້ ແລະ ເລີ່ມການເຮັດວຽກຂອງ
jicofo.service:$ sudo systemctl enable --now jicofo.service
ການກຳນົດຄ່າ Jitsi Videobridge
-
ເປີດພອດ
10000/udpຖ້າທ່ານໃຊ້ Network Address Translation (NAT):-
ຕິດຕັ້ງແພັກເກດ
jitsi-videobridge-firewalldເພື່ອຂໍເອົາການກຳນົດຄ່າບໍລິການສໍາລັບjitsi-videobridge.service -
ໃຊ້ການກຳນົດຄ່າບໍລິການເພື່ອຕັ້ງຄ່າ
firewalldເພື່ອເປີດ10000/udpສໍາລັບ Jitsi Videobridge.
-
-
ແທນທີ່ placeholder
__jitsiFQDN__ແລະ__jvbUserSecret__ໃນໄຟລ໌/etc/jitsi-videobridge/jvb.conf. -
ເປີດນຳໃຊ້ ແລະ ເລີ່ມການເຮັດວຽກຂອງ
jitsi-videobridge.service:$ sudo systemctl enable --now jitsi-videobridge.service
-
/etc/sysconfig/jitsi-videobridge
ສໍາລັບຂໍ້ມູນເພີ່ມເຕີມ ເບິ່ງໄດ້ທີ່ jitsi
Want to help? Learn how to contribute to Fedora Docs ›